ສປປ ລາວ ຍັງບໍ່ພົບຜູ້ຕິດເຊື້ອໂຄວິດໃໝ່

11:51 | 26/11/2020

ຕະຫລອດໄລຍະ 11 ເດືອນກວ່າ ຂອງການລະບາດພະຍາດ, ລັດຖະບານ ໄດ້ເອົາໃຈໃສ່ເຝົ້າລະວັງ ຕິດຕາມຢ່າງໃກ້ຊິດ ແລະ ວາງມາດຕະການຕ່າງໆອອກມາ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ ໂຄວິດ-19, ຄວບຄຸມແຕ່ຫົວທີ ໂດຍມີການປະເມີນ ແລະ ປັບປຸງມາດຕະການ ໃຫ້ສອດຄ່ອງກັບ ສະພາບການໃນແຕ່ລະໄລຍະ.

ສປປ ລາວ ຍ ງບ ພ ບຜ ຕ ດເຊ ອໂຄວ ດໃໝ ທູດຍີ່ປຸ່ນ ປະຈຳລາວ ເຂົ້າພົບລັດຖະມົນຕີ ປະຈຳສຳນັກງານນາຍົກລັດຖະມົນຕີ
ສປປ ລາວ ຍ ງບ ພ ບຜ ຕ ດເຊ ອໂຄວ ດໃໝ ວິ​ສາ​ຫະ​ກ​ິດ ຫວຽດ​ນາມ ຢູ່ ລາວ ໄດ້ສ້າງວຽກເຮັດງານທຳຖາວອນໃຫ້ແກ່ປະຊາຊົນ, ຊ່ວຍທ້ອງຖິ່ນພັດທະນາເທື່ອລະກ້າວ
ສປປ ລາວ ຍ ງບ ພ ບຜ ຕ ດເຊ ອໂຄວ ດໃໝ
ພາບປະກອບ

ໃນວັນທີ 25 ພະຈິກ 2020 ຢູ່ກະຊວງສາທາລະນະສຸກ ທ່ານ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດອັກເສບປອດ ທີ່ເກີດຈາກເຊື້ອຈຸລະໂລກ ສາຍພັນໃໝ່ ໂຄວິດ-19 ໄດ້ລາຍງານສະພາບ ການລະບາດຂອງ ພະຍາດໂຄວິດ-19 ວ່າ: ການຕິດຕາມຜູ້ຖືກ ຈຳກັດບໍລິ ເວນຢູ່ໃນສະຖານທີ່ ທີ່ກຳນົດໄວ້ໃນ ຂອບເຂດທົ່ວປະເທດ ໃນວັນທີ 24 ພະຈິກ 2020 ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ 524 ຄົນ, ໃນນັ້ນມີ 21 ຕົວຢ່າງຈາກບຸກຄົນ ທົ່ວໄປບໍ່ມີອາການ, 268 ຕົວຢ່າງ ແຮງງານລາວມາແຕ່ໄທ, 87 ຕົວຢ່າງ ແຮງງານຈີນ, 122 ຕົວຢ່າງ ແຮງງານຫວຽດນາມ ແລະ 26 ຕົວຢ່າງຈາກແຮງງານໄທ. ຜົນກວດວິເຄາະທັງໝົດ ແມ່ນບໍ່ພົບເຊື້ອ, ໝາຍຄວາມວ່າ ວັນທີ 24 ພະຈິກ 2020 ບໍ່ພົບຜູ້ຕິດເຊື້ອໃໝ່. ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດວັນທີ 24 ພະຈິກ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 76.673 ຕົວຢ່າງ, ກວດພົບເຊື້ອສະສົມ 39 ຄົນ. ສຳລັບການຕິດຕາມ ປີ່ນປົວຄົນເຈັບຢູ່ໂຮງໝໍ ປັດຈຸບັນ ຄົນເຕິດເຊື້ອພະຍາດ ໂຄວິດ-19 ເບີ 25 ຫາ ເບີ 39 ແມ່ນສືບຕໍ່ນອນປິ່ນປົວ ຢູ່ໂຮງໝໍມິດຕະພາບ, ທຸກຄົນແມ່ນມີອາການເບົາບາງ.

ທ່ານ ດຣ. ພອນປະເສີດ ໄຊຍະມຸງຄຸນ ໃຫ້ຮູ້ຕື່ມວ່າ: ມາຮອດວັນທີ 25 ພະຈິກ 2020, ທົ່ວໂລກມີການລາຍງານ ການລະບາດທັງໝົດ 217 (ປະເທດ/ເຂດ); ເຊິ່ງມີການຢັ້ງຢືນ ຜູ້ຕິດເຊື້ອພະຍາດ ໂຄວິດ-19 ແມ່ນ 60.052.300 ຄົນ, ເສຍຊິວິດ 1.413.418 ຄົນ, ກວມເອົາ 2,35% ຂອງຜູ້ຕິດເຊື້ອທັງໝົດ ແລະ ປິ່ນປົວຫາຍດີ 41.473.921 ຄົນ, ກວມເອົາ 69% ຂອງຜູ້ຕິດເຊື້ອທັງໝົດ. ປະເທດທີ່ມີການລາຍງານການຕິດເຊື້ອ ແລະ ເສຍຊີວິດຫລາຍກວ່າໝູ່ ແມ່ນ ສະຫະລັດອາເມຣິກາ, ມີຜູ້ຕິດເຊື້ອສະສົມ 12.929.768 ຄົນ ແລະ ເສຍຊີວິດ 265.648 ຄົນ. ສ່ວນຢູ່ຂົງເຂດອາຊີ ແມ່ນປະເທດອິນເດຍ ທີ່ມີທ່າອ່ຽງໃນການ ຕິດເຊື້ອດັ່ງກ່າວເພີ່ມຂຶ້ນ, ໂດຍມີຜູ້ຕິດເຊື້ອສະສົມ 9.221.998 ຄົນ ແລະ ຜູ້ຕິດເຊື້ອມື້ດຽວສູງເຖິງ 44.357 ຄົນ, ໃນບັນດາກຸ່ມປະເທດອາຊຽນ ມາຮອດວັນທີ 25 ພະຈິກ 2020 ມີການຢັ້ງ ຢືນຜູ້ຕິດເຊື້ອພະຍາດ ໂຄວິດ-19 ແມ່ນ 1.133.023 ຄົນ ແລະ ເສຍຊີວິດ 26.547 ຄົນ.

ທ່ານ ດຣ. ພອນປະເສີດ ໄຊຍະມຸງຄຸນ ກ່າວຕື່ມວ່າ: ປັດຈຸບັນ ພະຍາດໂຄວິດ-19 ຍັງສືບຕໍ່ເປັນໄພຄຸກຄາມ, ສປປ ລາວ ກໍ່ເປັນປະເທດໜຶ່ງ ທີ່ມີກໍລະນີຜູ້ຕິດເຊື້ອ ພະຍາດດັ່ງກ່າວ ແລະ ມີຜູ້ຕິດເຊື້ອໃໝ່ ເຖິງ 14 ຄົນ ໃນໄລຍະ 2 ມື້ຜ່ານມາ. ຕະຫລອດໄລຍະ 11 ເດືອນກວ່າ ຂອງການລະບາດພະຍາດ, ລັດຖະບານ ໄດ້ເອົາໃຈໃສ່ເຝົ້າລະວັງ ຕິດຕາມຢ່າງໃກ້ຊິດ ແລະ ວາງມາດຕະການຕ່າງໆອອກມາ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ ໂຄວິດ-19, ຄວບຄຸມແຕ່ຫົວທີ ໂດຍມີການປະເມີນ ແລະ ປັບປຸງມາດຕະການ ໃຫ້ສອດຄ່ອງກັບ ສະພາບການໃນແຕ່ລະໄລຍະ. ຕໍ່ກັບສະພາບການດັ່ງກ່າວ, ຈຶ່ງຮຽກຮ້ອງມາຍັງພໍ່ແມ່ ປະຊາຊົນບັນດາເຜົ່າ, ທຸກພາກສ່ວນໃນສັງຄົມ ຮ່ວມແຮງຮ່ວມໃຈກັນ ສືບຕໍ່ເປັນເຈົ້າການ ເອົາໃຈໃສ່ປະຕິບັດ ຕາມແຈ້ງການຂອງຫ້ອງວ່າ ການສຳນັກງານນາຍົກ ລັດຖະມົນຕີວາງອອກ, ພ້ອມທັງຄຳແນະນຳ ຂອງຂະແໜງການກ່ຽວຂ້ອງ ຢ່າງເຄັ່ງຄັດ, ສືບຕໍ່ປະຕິບັດມາດຕະການ ປ້ອງກັນການຕິດເຊື້ອຢ່າງຖືກຕ້ອງ ແລະ ເຂັ້ມງວດ, ບໍ່ປະໝາດ ຫລື ປ່ອຍປະລະເລີຍ ຕໍ່ມາດຕະການຕ່າງໆ ທີ່ຄະນະສະເພາະກິດວາງອອກ, ຫລີກລ້ຽງການເດີນທາງ ໄປຍັງສະຖານທີ່ ທີ່ມີຄວາມສ່ຽງໃນການຕິດເຊື້ອ, ສືບຕໍ່ປະຕິບັດການ ດຳລົງຊີວິດປົກກະຕິແບບໃໝ່ ແລະ ຈຳກັດບໍລິເວນຕົນເອງຈົນຄົບ 14 ວັນ ເມື່ອທ່ານເດີນທາງເຂົ້າມາ ສປປ ລາວ. ການປະຕິບັດທັງໝົດນີ້, ກໍ່ເພື່ອຈໍາກັດ ການລະບາດ ຂອງພະຍາດດັ່ງກ່າວ ໃນປະເທດເຮົາ ບໍ່ໃຫ້ແຜ່ຂະຫຍາຍເປັນວົງກວ້າງ.

ສປປ ລາວ ຍ ງບ ພ ບຜ ຕ ດເຊ ອໂຄວ ດໃໝ ຫວຽດນາມ ມອບເຄື່ອງຊ່ວຍຫຼືອໃຫ້ແກ່ກໍາລັງປະກອບອາວຸດ ແລະປະຊາຊົນ ລາວ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸນໍ້າຖ້ວມ

ຍສໝ - ຍ້ອນພາຍຸນໍ້າຖ້ວມແກ່ຍາວໃນໄລຍະຜ່ານມາ, ບັນດາບໍລິເວນຕິດກັບຊາຍແດນຂອງແຂວງສາລະວັນ ແລະເຊກອງ ສປປ.ລາວ ກໍ່ໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງ. ເສັ້ນທາງຫຼາຍເສັ້ນຖືກເປ່ເພ, ການຈາລະຈອນຖືກຕັດຂາດ, ສະນັ້ນ, ການດໍາລົງຊີວິດຂອງປະຊາຊົນຈຶ່ງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ.

ສປປ ລາວ ຍ ງບ ພ ບຜ ຕ ດເຊ ອໂຄວ ດໃໝ ການຮ່ວມມືລະຫວ່າງທະຫານຊາຍແດນ ຫວຽດນາມ-ລາວ ສືບຕໍ່ໄດ້ຮັບການປັບປຸງ ແລະພັດທະນາ

ຍສໝ - ໃນວຽກງານຄຸ້ມຄອງຊາຍແດນ, ກໍາລັງປ້ອງກັນຊາຍແດນສອງປະເທດຫວຽດນາມ-ລາວ ໄດ້ເປັນເຈົ້າການປະຕິບັດບັນດາສັນຍາກ່ຽວກັບຊາຍແດນຢ່າງເຂັ້ມງວດ. ສອງຝ່າຍກໍ່ສົມທົບກັນໃນການເຄື່ອນໄຫວປັກຫຼັກໝາຍຖີ່, ບູລະນະລະບົບຫຼັກໝາຍຊາຍແດນ; ຜັນຂະຫຍາຍການທົດລອງຮູບແບບ “ໜຶ່ງປະຕູ, ໜຶ່ງຄັ້ງຢຸດ”, ຕອບສະໜອງຄວາມຮຽກຮ້ອງຕ້ອງການປະຕິຮູບລະບຽບການບໍລິຫານດ່ານຊາຍແດນຕາມທິດເຊື່ອມໂຍງ ແລະທັນສະໄໝ.

ສປປ ລາວ ຍ ງບ ພ ບຜ ຕ ດເຊ ອໂຄວ ດໃໝ ລາວ ເລີ່ມ​ຕົ້ນ​ໂຄງ​ການ​ພັດ​ທະ​ນາກຳ​ລັງ​ຄວາມສາ​ມາດ​​ດ້ານກະ​ສິ​ກຳ

ໂຄງການໄດ້ປະຕິບັດແຕ່ເດືອນສິງຫາປີ 2019 ເຖິງເດືອນກໍລະກົດປີ 2024, ຢູ່ 9 ປະເທດໃນໂລກ, ໃນນັ້ນເຂດ ອາຊີ ມີ 3 ປະເທດແມ່ນ ລາວ, ກຳປູເຈຍ ແລະ ປາກິດສະຖານ.

kpl.gov.la

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.