ສປປ ລາວ ບໍ່ມີຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມ ພ້ອມສືບຕໍ່ເຝົ້າລະວັງ

13:47 | 13/10/2020

ໃນວັນທີ 13 ຕຸລາ 2020, ທ່ານ ດຣ. ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ຕາງໜ້າໃຫ້ກອງເລຂາ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ພະຍາດໂຄວິດ-19 ໄດ້ລາຍງານສະພາບ ການລະບາດໃນ ສປປ ລາວ ໃຫ້ຮູ້ວ່າ: ໃນວັນທີ 12 ຕຸລາ 2020, ໄດ້ເກັບຕົວຢ່າງມາກວດ ວິເຄາະທັງໝົດ 607 ຄົນ, ໃນນັ້ນມີແຮງງານລາວມາແຕ່ໄທ 211 ຕົວຢ່າງ, ແຮງງານຈີນ 382 ຕົວຢ່າງ, ແຮງງານຫວຽດນາມ 10 ຄົນ, ບຸກຄົນທົ່ວໄປທີ່ບໍ່ມີອາການ 03 ຕົວຢ່າງ ແລະ ບຸກຄົນທົ່ວໄປທີ່ມີອາການ 01 ຕົວຢ່າງ, ເຊິ່ງຜົນກວດວິເຄາະທັງໝົດ ແມ່ນບໍ່ພົບເຊື້ອ.

ສປປ ລາວ ບ ມ ຜ ຕ ດເຊ ອພະຍາດໂຄວ ດ 19 ເພ ມ ພ ອມສ ບຕ ເຝ າລະວ ງ ສປປ ລາວ ມີຜູ້ຖືກຈຳກັດບໍລິເວນ 2.920 ຄົນ ບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ
ສປປ ລາວ ບ ມ ຜ ຕ ດເຊ ອພະຍາດໂຄວ ດ 19 ເພ ມ ພ ອມສ ບຕ ເຝ າລະວ ງ ລາວ ຍັງບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ
ສປປ ລາວ ບ ມ ຜ ຕ ດເຊ ອພະຍາດໂຄວ ດ 19 ເພ ມ ພ ອມສ ບຕ ເຝ າລະວ ງ
ພາບປະກອບ

ສຳລັບການຕິດຕາມຜູ້ເດີນທາງ ຈາກຈຸດຜ່ານແດນຕ່າງໆ ໃນວັນທີ 12 ຕຸລາ 2020 ແມ່ນບໍ່ໄດ້ຮັບລາຍງານ ຜູ້ເດີນທາງເຂົ້າມາ ສປປ ລາວ ຜ່ານຈຸດຜ່ານແດນຕ່າງໆ ຈາກກົມຕຳຫລວດ ກວດຄົນເຂົ້າ-ອອກເມືອງ, ການຕິດຕາມຜູ້ຖືກຈຳກັດ ບໍລິເວນຢູ່ໃນສະຖານທີ່ ທີ່ກຳນົດໄວ້ໃນຂອບເຂດທົ່ວປະເທດ ປັດຈຸບັນທົ່ວປະເທດ ສູນຈໍາກັດບໍລິເວນທີ່ຍັງເປີດຢູ່ມີ ທັງໝົດ 35 ສູນ, ມີຜູ້ຖືກຈຳກັດ ບໍລິເວນຢູ່ສູນ 2.544 ຄົນ, ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.

ເພື່ອຫລຸດຜ່ອນ ແລະ ຢັບຢັ້ງການລະບາດແຜ່ລາມ ຂອງພະຍາດດັ່ງກ່າວ, ທ່ານ ດຣ. ລັດສະໝີ ວົງຄຳຊາວ ໄດ້ຮຽກຮ້ອງມາຍັງ ທຸກພາກສ່ວນໃນສັງຄົມ ຈົ່ງໄດ້ເອົາໃຈໃສ່ ສືບຕໍ່ປະຕິບັດ ການດຳລົງຊີວິດ ປົກກະຕິແບບໃໝ່ ໃຫ້ກາຍເປັນຄວາມຊິນເຄີຍ ເປັນຕົ້ນ ອອກຈາກບ້ານເມື່ອ ມີຄວາມຈຳເປັນ, ໃສ່ຜ້າປິດປາກ-ດັງ ເວລາອອກຈາກບ້ານ ຫລື ໄປສະຖານທີ່ ທີ່ມີຄວາມສ່ຽງຕໍ່ ການຕິດເຊື້ອ, ລ້າງມືເລື້ອຍໆ ດ້ວຍນໍ້າສະອາດໃສ່ສະບູ ຫລື ເຈວລ້າງມືຂ້າເຊື້ອ, ປະຕິບັດການຮັກສາໄລຍະຫ່າງ 1-2 ແມັດຂຶ້ນໄປ, ກິນອາຫານທີ່ປຸງແຕ່ງສຸກໃໝ່ໆ, ແຍກຂອງໃຊ້ສ່ວນຕົວ ບໍ່ໃຊ້ຮ່ວມກັບຜູ້ອື່ນ, ເມື່ອກັບຮອດບ້ານຄວນອາບນ້ຳ ແລະ ປ່ຽນເສື້ອຜ້າທັນທີ. ການປະຕິບັດທັງໝົດນີ້, ແມ່ນເພື່ອຫລຸດຜ່ອນ ແລະ ສະກັດກັ້ນການລະບາດ ບໍ່ໃຫ້ຂະຫຍາຍເປັນວົງກວ້າງ.

ສປປ ລາວ ບ ມ ຜ ຕ ດເຊ ອພະຍາດໂຄວ ດ 19 ເພ ມ ພ ອມສ ບຕ ເຝ າລະວ ງ ລາວ ຍັງບໍ່ມີຜູ້ຕິດເຊື້ອໂຄວິ-19 ເພີ່ມ

ໃນວັນທີ 6 ຕຸລາ 2020 ທີ່ກະຊວງສາທາລະນະສຸກ ທ່ານ ນາງ ດຣ. ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ລາຍງານໃຫ້ຮູ້ ກ່ຽວກັບສະພາບການລະບາດ ຂອງພະຍາດ COVID-19 ຢູ່ ສປປ ລາວ ວ່າ: ໃນວັນທີ 05 ຕຸລາ 2020, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 723 ຄົນ, ໃນນັ້ນ ມີແຮງງານລາວມາແຕ່ໄທ 384 ຕົວຢ່າງ, ແຮງງານຈີນ 278 ຕົວຢ່າງ, ແຮງງານຫວຽດນາມ 43 ຕົວຢ່າງ, ແຮງງານໄທ 11 ຕົວຢ່າງ, ແຮງງານລາວມາແຕ່ຈີນ 02 ຕົວຢ່າງ, ບຸກຄົນທົ່ວໄປທີ່ມີອາການ 04 ຕົວຢ່າງ ແລະ ບຸກຄົນທົ່ວໄປ ທີ່ບໍ່ມີອາການ 01 ຕົວຢ່າງ ຜົນອອກມາທັງໝົດແມ່ນ ບໍ່ມີຜູ້ຕິດເຊື້ອໃໝ່. ປັດຈຸບັນ, ຄົນເຈັບຕິດເຊື້ອພະຍາດ COVID-19 ນ້ຳເບີ 23 ແມ່ນຍັງສືບຕໍ່ປີ່ນປົວ ຢູ່ໂຮງໝໍມິດຕະພາບ ແລະ ບໍ່ມີອາການຜິດປົກກະຕິ.

ສປປ ລາວ ບ ມ ຜ ຕ ດເຊ ອພະຍາດໂຄວ ດ 19 ເພ ມ ພ ອມສ ບຕ ເຝ າລະວ ງ ວັນທີ 05 ຕຸລາ 2020: ສປປ ລາວ ບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ

ໃນວັນທີ 5 ຕຸລາ 2020 ທີ່ກະຊວງສາທາລະນະສຸກ ໄດ້ລາຍງານສະພາບ ການລະ ບາດຂອງພະຍາດ ໂຄວິດ-19 ໃນ ສປປ ລາວ, ໂດຍທ່ານ ນາງ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມ ພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ມີບັນດາສື່ມວນຊົນ ເຂົ້າຮ່ວມ.

ສປປ ລາວ ບ ມ ຜ ຕ ດເຊ ອພະຍາດໂຄວ ດ 19 ເພ ມ ພ ອມສ ບຕ ເຝ າລະວ ງ ສປປ ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ

ໃນວັນທີ 2 ຕຸລາ 2020 ຢູ່ກະຊວງສາທາລະນະສຸກ ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ຖະແຫລງກ່ຽວກັບ ສະພາບການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ COVID-19 ວ່າ: ມາຮອດ 5 ໂມງແລງ ຂອງວັນທີ 1 ຕຸລາ 2020, ທົ່ວປະເທດ ມີຜູ້ເດີນທາງເຂົ້າມາທັງໝົດ 1.275 ຄົນ. ໃນນີ້, ຜ່ານດ່ານ ລາວ-ໄທ ຈໍານວນ 157 ຄົນ,​ ດ່ານລາວ-ຈີນ ມີ 233 ຄົນ, ດ່ານລາວ-ຫວຽດນາມ ມີ 681 ຄົນ, ໂດຍທັງໝົດແມ່ນ ໄດ້ຮັບການແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການໄຂ້, ພ້ອມທັງໄດ້ເກັບ ຕົວຢ່າງທຸກຄົນມາກວດ ແລະ ນໍາສົ່ງໄປສະຖານທີ່ ຈໍາກັດບໍລິເວນຈົນຄົບ 14 ມື້.

kpl.gov.la

ເຫດການ
302 Found

Found

The document has moved here.