ການພົບປະເຈລະຈາແລກປ່ຽນບົດຮຽນທາງໄກ ລະຫວ່າງ ພັກ ສປປ ລາວ ແລະ ພັກກອມມູນິດຈີນ

11:00 | 22/11/2020

ໂດຍອີງຕາມແຜນການຮ່ວມມື ລະຫວ່າງ ພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຈີນ ປະຈໍາປີ 2020 ໃນວັນທີ 19 ພະຈິກ 2020, ສະຫາຍ ສົມພອນ ສີຈະເລີນ ຮອງຫົວໜ້າຄະນະພົວ ພັນ ຕ່າງປະເທດສູນກາງພັກ ພ້ອມກັບພະນັກງານຫລັກແຫລ່ງ ຈາກບັນດາກະຊວງ- ອົງການ ຂັ້ນສູນກາງ ຂອງລາວ ໄດ້ເຂົ້າຮ່ວມກອງປະຊຸມ ແລກປ່ຽນບົດຮຽນທາງໄກ ກັບ ຄະນະພົວພັນຕ່າງປະເທດ ສູນກາງພັກກອມມູ ນິດຈີນ.

ການພ ບປະເຈລະຈາແລກປ ຽນບ ດຮຽນທາງໄກ ລະຫວ າງ ພ ກ ສປປ ລາວ ແລະ ພ ກກອມມ ນ ດຈ ນ ຄະ​ນະ​ພົວ​ພັນ​ການ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ​ມອບ​ຜ້າ​ອັດ​ປາກ​ດັງ​ໃຫ້ ​30.000 ອັນ ໃຫ້​ແກ່​ກຸ່ມ​ບັນ​ດາ​ສຳ​ນັກ​ງານ​ອົງ​ການ​ສູນ​ກາງ​ພັກ​ປະ​ຊາ​ຊົນ ກຳ​ປູ​ເຈຍ
ການພ ບປະເຈລະຈາແລກປ ຽນບ ດຮຽນທາງໄກ ລະຫວ າງ ພ ກ ສປປ ລາວ ແລະ ພ ກກອມມ ນ ດຈ ນ ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະຊາຍແດນ ລະຫວ່າງ ຫວຽດນາມ ແລະ ລາວ

ຮັບຊາບ ກ່ຽວກັບເນື້ອໃນ ຕົ້ນຕໍ ຂອງກອງປະຊຸມຄົບຄະນະ ຄັ້ງທີ 5 ສະໄໝທີ XIX ຂອງຄະນະກໍາມະການ ສູນກາງພັກກອມມູນິດຈີນ ທີ່ຈັດຂຶ້ນໃນທ້າຍເດືອນ ຕຸລາ 2020 ຜ່ານມາ, ໂດຍໄດ້ຍົກໃຫ້ເຫັນ ເຖິງຄວາມໝາຍສໍາຄັນ ແລະ ຈຸດປະສົງຂອງກອງປະຊຸມ ດັ່ງກ່າວ, ໂດຍສະເພາະແມ່ນ ການຄົ້ນຄວ້າປະກອບຄໍາເຫັນ ຂອງພາກສ່ວນຕ່າງໆ ໃນທົ່ວສັງຄົມ ເຂົ້າໃນການຄົ້ນຄວ້າພິຈາລະນາ ແລະ ຮັບຮອງເອົາຮ່າງແຜນ ພັດທະນາ ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 14 ແລະ ຮ່າງແຜນຍຸດທະສາດ ການພັດທະນາຮອດ ປີ 2035 ເພື່ອເປັນທິດທາງ ໃນການພັດທະນາ ສປ ຈີນ ໃນຍຸກສະໄໝໃໝ່.

ການພ ບປະເຈລະຈາແລກປ ຽນບ ດຮຽນທາງໄກ ລະຫວ າງ ພ ກ ສປປ ລາວ ແລະ ພ ກກອມມ ນ ດຈ ນ
ການພົບປະເຈລະຈາແລກປ່ຽນບົດຮຽນທາງໄກ ລະຫວ່າງ ພັກ ປປ ລາວ ແລະ ພັກກອມມູນິດຈີນ. (ພາບ: KPL)

ສະຫາຍ ສົມພອນ ສີຈະເລີນ ໄດ້ຕາງໜ້າໃຫ້ຄະນະ ຜູ້ແທນຝ່າຍລາວ ຕີລາຄາສູງຕໍ່ຜົນສໍາເລັດຂອງ ກອງປະຊຸມຄົບຄະນະ ຄັ້ງທີ 5 ສະໄໝທີ XIX ຂອງຄະນະກໍາມະການສູນກາງພັກກອມມູນິດຈີນ ກໍຄື ການຮັບຮອງເອົາຮ່າງ ແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 14 ແລະ ຮ່າງແຜນຍຸດທະສາດ ການພັດທະນາຮອດປີ 2035 ຂອງສປ ຈີນ, ເຊິ່ງສອງແຜນຍຸດທະສາດດັ່ງກ່າວ ແມ່ນມີຄວາມສໍາຄັນ ຫລາຍຕໍ່ພາລະກິດການສ້າງສັງຄົມນິຍົມ ທີ່ມີສີສັນພິເສດຂອງ ສປ ຈີນ ໃນຍຸກສະໄໝໃໝ່, ເປັນແຜນພັດທະນາ ເສດຖະກິດ-ສັງຄົມ ທີ່ທົ່ວພັກ ແລະ ປະຊາຊົນຈີນອ້າຍນ້ອງ ຈະໄດ້ພ້ອມກັນຈັດຕັ້ງປະຕິບັດ ພາຍຫລັງບັນລຸເປົ້າໝາຍ ການສ້າງສັງຄົມອິ່ມ ໜໍາສໍາລານຮອບດ້ານ ໂດຍພື້ນຖານ ແລະ ບັນລຸເປົ້າໝາຍ ເຫດການຮ້ອຍປີຄັ້ງທີໜຶ່ງ, ທັງເປັນການເປີດສັກກະລາດໃໝ່ ບົນເສັ້ນທາງ ເພື່ອບັນລຸເປົ້າໝາຍ ສ້າງສັງຄົມນິຍົມ ທີ່ມີສີສັນພິເສດ ຂອງຈີນ ໃຫ້ກ້າວສູ່ຄວາມ ທັນສະໄໝຮອບດ້ານ ແລະ ບັນລຸເປົ້າໝາຍ “100 ປີ ຄັ້ງທີສອງ”.

ການພ ບປະເຈລະຈາແລກປ ຽນບ ດຮຽນທາງໄກ ລະຫວ າງ ພ ກ ສປປ ລາວ ແລະ ພ ກກອມມ ນ ດຈ ນ
(ພາບ: KPL)

ໃນກອງປະຊຸມ, ພະນັກງານຫລັກແຫລ່ງ ຈາກກະຊວງ-ອົງການ ຂັ້ນສູນກາງທີ່ກ່ຽວຂ້ອງ ເຊັ່ນ: ຫ້ອງວ່າການສູນກາງພັກ, ຫ້ອງວ່າການ ສຳນັກງານ ນາຍົກລັດຖະມົນຕີ, ຄະນະຈັດຕັ້ງສູນກາງພັກ, ຄະນະກວດກາສູນກາງພັກ, ຄະນະໂຄສະນາ ອົບຮົມສູນກາງພັກ, ຄະນະພົວພັນ ຕ່າງປະເທດ ສູນກາງພັກ, ສະພາທິດສະດີ ສູນກາງພັກ, ສະຖາບັນການເມືອງ-ການປົກຄອງແຫ່ງຊາດ, ສະຖາບັນຄົ້ນຄວ້າເສດຖະກິດ-ສັງ ຄົມແຫ່ງຊາດ, ກະຊວງການຕ່າງປະເທດ ແລະ ກະຊວງແຜນການ ແລະ ການລົງທຶນ ຈໍານວນ 50 ກວ່າສະຫາຍ ຍັງໄດ້ຮັບຟັງບາງ ທັດສະນະທີ່ ເປັນພື້ນຖານ ແລະ ມາດຕະການ ໃນການພັດທະນາເສດຖະ ກິດຂອງຈີນ ໃນໄລຍະໃໝ່ ແລະ ແລກປ່ຽນບົດຮຽນກັບ ບັນດາຊ່ຽວຊານ-ນັກຄົ້ນຄວ້າ ຈາກໂຮງຮຽນພັກ ສູນກາງພັກກອມມູນິດຈີນ, ຄະນະກໍາມະການປະຕິຮູບ ແລະ ການພັດທະນາ ແຫ່ງຊາດຈີນ.

ການພ ບປະເຈລະຈາແລກປ ຽນບ ດຮຽນທາງໄກ ລະຫວ າງ ພ ກ ສປປ ລາວ ແລະ ພ ກກອມມ ນ ດຈ ນ ສປປ ລາວ ຍັງບໍ່ມີຄົນຕິດເຊື້ອໂຄວິດ-19 ເພີ່ມ

ໃນວັນທີ 05 ພະຈິກ 2020, ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ 281 ຄົນ, ໃນນັ້ນ ມີ ແຮງງານລາວມາແຕ່ໄທ 124 ຕົວຢ່າງ, ແຮງງານລາວ ກັບມາແຕ່ຫວຽດນາມ 19 ຕົວຢ່າງ, ແຮງງານລາວ ກັບມາແຕ່ຈີນ 04 ຕົວຢ່າງ, ແຮງງານຈີນ 31 ຕົວຢ່າງ, ແຮງງານໄທ 27 ຕົວຢ່າງ, ບຸກຄົນທົ່ວໄປທີ່ບໍ່ມີອາການ 63 ຕົວຢ່າງ ແລະ ບຸກຄົນທົ່ວໄປທີ່ມີອາການ 13 ຕົວຢ່າງ; ຜົນກວດວິເຄາະທັງໝົດແມ່ນ ບໍ່ພົບເຊື້ອ.

ການພ ບປະເຈລະຈາແລກປ ຽນບ ດຮຽນທາງໄກ ລະຫວ າງ ພ ກ ສປປ ລາວ ແລະ ພ ກກອມມ ນ ດຈ ນ ສປປ ລາວ ຍັງບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ ສ່ວນຜູ້ຕິດເຊື້ອ ເບີ 23 - 24 ຍັງຄົງຮັກສາຢູ່ໂຮງໝໍມິດຕະພາບ

ໃນວັນທີ 30 ຕຸລາ 2020 ຢູ່ກະຊວງສາທາລະນະສຸກ ທ່ານ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະ ສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ COVID-19 ໄດ້ລາຍງານໃຫ້ຮູ້ວ່າ: ໃນວັນທີ 29 ຕຸລາ 2020, ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ 340 ຄົນ, ໃນນັ້ນ ມີ ...

ການພ ບປະເຈລະຈາແລກປ ຽນບ ດຮຽນທາງໄກ ລະຫວ າງ ພ ກ ສປປ ລາວ ແລະ ພ ກກອມມ ນ ດຈ ນ ປະສົບການຂອງ ສປປ ລາວ ໃນການຄວບຄຸມ ແລະ ຕອບໂຕ້ ພະຍາດອັກເສບປອດ ຈາກເຊື້ອຈຸລະໂຣກສາຍພັນໃໝ່

ໃນວັນທີ 29 ກັນຍາ 2020, ທີ່ຫ້ອງປະຊຸມຊັ້ນ 2 ຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ), ກົມແຜນການ ແລະ ຮ່ວມມື ໄດ້ເຂົ້າຮ່ວມ ກອງປະຊຸມ ສໍາມະນາທາງໄກ ຄັ້ງທີ 10 ໃນຫົວຂໍ້ “ປະສົບການຂອງ ສປປ ລາວ ໃນການຄວບຄຸມ ແລະ ຕອບໂຕ້ພະຍາດ ອັກເສບປອດ ຈາກເຊື້ອຈຸລະໂຣກ ສາຍພັນໃໝ່” (Lao PDR's Experiences in COVID-19 Control & ...

kpl.gov.la

ເຫດການ
302 Found

Found

The document has moved here.