ສປປ ລາວ ຍັງສືບຕໍ່ເຝົ້າລະວັງພະຍາດ ໂຄວິດ-19 ຂະນະທີ່ບໍ່ມີຜູ້ຕິດເຊື້ອເພີ່ມ

15:37 | 08/10/2020

ປັດຈຸບັນ ສປປ ລາວ ຍັງ​ສືບ​ຕໍ່​ຕິດຕາມ ​ແລະ ​ເຝົ້າ​ລະວັງ ການລະບາດ​ຂອງ ພະຍາດ​ໂຄ​ວິດ-19 ​ໂດຍ​ສະ​ເພາະ​ແມ່ນ​ ການ​ຕິດຕາມ​ຜູ້​ເດີນທາງ​ ຈາກ​ຈຸດ​ຜ່ານ​ແດນ​ຕ່າງໆ, ຕິດຕາມ​ຜູ້​ທີ່​ຖືກ​ຈຳກັດ​ບໍລິ​ເວນຢູ່​ສະຖານ​ທີ່ ທີ່​ກຳນົດ​ໄວ້​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ລວມທັງ​ການ​ເກັບ​ຕົວຢ່າງ ມາກ​ວດວິ​ເຄາະ ​ແລະ ຄົ້ນ​ຫາ​ຜູ້​ຕິດ​ເຊື້ອ​ພະຍາດ, ມາ​ຮອດ​ປັດຈຸບັນ ສປປ ລາວ ບໍ່​ມີ​ຜູ້​ຕິດ​ເຊື້ອ​ເພີ່ມ, ​ເຊິ່ງຕົວ​ເລກຜູ້​ຕິດ​ເຊື້ອ​ສະ​ສົມ​ແມ່ນ 23 ຄົນ, ປິ່ນປົວ​ດີ 22 ຄົນ ​ແລະ ຍັງ​ສືບ​ຕໍ່​ປິ່ນປົວ​ຢູ່​ໂຮງໝໍ 1 ຄົນ.

ສປປ ລາວ ຍ ງສ ບຕ ເຝ າລະວ ງພະຍາດ ໂຄວ ດ 19 ຂະນະທ ບ ມ ຜ ຕ ດເຊ ອເພ ມ ຕະຫລາດແຮງງານ ຫວຽດນາມ ມີການປ່ຽນແປງຫລາຍຢ່າງ

ຫວຽດນາມ ມີ 31,8 ລ້ານຄົນໃນເກັນອາຍຸ 15 ປີຂຶ້ນໄປຖືກຜົນສະທ້ອນຫຍໍ້ທໍ້ຍ້ອນໂລກລະບາດໂຄວິດ-19, ໃນນັ້ນ ຜູ້ມີລາຍຮັບຖືກຫລຸດລົງກວມເອົາ 69%.

ສປປ ລາວ ຍ ງສ ບຕ ເຝ າລະວ ງພະຍາດ ໂຄວ ດ 19 ຂະນະທ ບ ມ ຜ ຕ ດເຊ ອເພ ມ 35 ມື້ແລ້ວ ທີ່ຫວຽດນາມ ບໍ່ພົບຜູ້ ຕິດເຊື້ອພະຍາດ Covid – 19 ໃໝ່ຕື່ມອີກໃນຊຸມຊົນ

ຍອດຈຳນວນ ຜູ້ຕິດເຊື້ອພະຍາດ Covid – 19 ໃນປະຈຸບັນ ທີ່ຫວຽດນາມ ແມ່ນ 1098 ຄົນ, ໃນນັ້ນມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 1028 ຄົນ ແລະ ມີຜູ້ເສຍຊີວິດ 35 ຄົນ.

ສປປ ລາວ ຍ ງສ ບຕ ເຝ າລະວ ງພະຍາດ ໂຄວ ດ 19 ຂະນະທ ບ ມ ຜ ຕ ດເຊ ອເພ ມ
ພາບປະກອບ

ທ່ານ ນາງ ດຣ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມ ພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ກອງເລຂາ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂພະຍາດ​ໂຄ​ວິດ-19 ​ໄດ້​ຖະ​ແຫລ​ງຂ່າວ​ໃນ​ວັນ​ທີ 8 ຕຸລາ 2020 ນີ້​ວ່າ: ຮອດ​ເວລາ 17:00 ໂມງ ວັນທີ 07 ຕຸລາ 2020 ທົ່ວປະເທດມີຜູ້ເດີນທາງ ມາຈາກຈຸດຜ່ານແດນຕ່າງໆ ເຂົ້າມາ ສປປ ລາວ ທັງໝົດ 1.745 ຄົນ ​ເຊິ່ງທຸກຄົນແມ່ນໄດ້ ແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກໆຄົນມາກວດ (ຍົກເວັ້ນແຕ່ຜູ້ຂັບລົດຂົນສົ່ງ ແລະ ຜູ້ຕິດຕາມ) ແລ້ວຈຶ່ງນຳສົ່ງໄປ ຫາສະຖານທີ່ ຈຳກັດບໍລິເວນ ທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14 ວັນ; ປະຈຸບັນ ທົ່ວປະເທດ ສູນຈໍາກັດບໍລິເວນທີ່ຍັງເປີດຢູ່ທັງໝົດ 42 ສູນ, ມີຜູ້ຖືກຈຳກັດບໍລິເວນ 3.224 ຄົນ, ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.

ສະ​ເພາະວັນທີ 7 ຕຸລາ 2020 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 472 ຄົນ, ໃນນັ້ນ ມີ ແຮງງານລາວມາແຕ່ໄທ 257 ຕົວຢ່າງ, ແຮງງານຈີນ 146 ຕົວຢ່າງ, ແຮງງານໄທ 2 ຕົວຢ່າງ, ບຸກຄົນທີ່ມີອາການ 3 ຕົວຢ່າງ ແລະ ບຸກຄົນທົ່ວໄປທີ່ບໍ່ມີອາການ 64 ຕົວຢ່າງ. ຜົນກວດວິເຄາະທັງໝົດ ແມ່ນ ບໍ່ພົບເຊື້ອ, ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດວັນທີ 7 ຕຸລາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 56.546 ຕົວຢ່າງ ​ແລະ ກວດພົບເຊື້ອສະສົມ 23 ຄົນ.

​ໂອກາດ​ນີ້, ທ່ານ ນາງ ດຣ ລັດສະໝີ ວົງຄຳຊາວ ​ໄດ້ຮຽກຮ້ອງໃຫ້ພໍ່ແມ່ ປະຊາຊົນບັນດາເຜົ່າ ຈົ່ງສືບຕໍ່ຮ່ວມມື ເປັນເຈົ້າການໃນການປະຕິບັດ ບັນດາຂໍ້ແນະນຳຕ່າງໆ ທີ່ໄດ້ວາງອອກ ຢ່າງເຂັ້ມງວດ ແລະ ມີຄວາມຮັບຜິດຊອບສູງ, ປະຕິບັດການດຳລົງຊີວິດ ປົກກະຕິແບບໃໝ່ ໃຫ້ກາຍເປັນຄວາມຊິນເຄີຍ ເພື່ອໃຫ້ສະພາບການ ລະບາດຂອງພະຍາດ ​ໂຄ​ວິດ-19 ຜ່ອນຄາຍລົງ ແລະ ຂໍໃຫ້ບັນດາທ່ານຕິດຕາມຂ່າວ ຈາກພາກປົກກະຕິ ຂອງໂທລະພາບ, ວິທະຍຸກະຈາຍສຽງ, ໜັງສືພິມ ແລະ ສື່ຕ່າງໆ. ລາຍລະອຽດຂອງຄຳແນະນຳ, ຂໍ້ມູນທີ່ເປັນທາງການ ​ແລະ ສາມາດຕິດຕາມ ໄດ້ຈາກເວັບໄຊ້ www.covid19.gov.la ແລະ ເຟສບຸກຂອງສູນສື່ສານ ເພື່ອສຸຂະພາບ ແລະ ສຸຂະສຶກສາ.

ສປປ ລາວ ຍ ງສ ບຕ ເຝ າລະວ ງພະຍາດ ໂຄວ ດ 19 ຂະນະທ ບ ມ ຜ ຕ ດເຊ ອເພ ມ ຫວຽດນາມ ໄດ້ຮຽກຮ້ອງໃຫ້ບັນດາຝ່າຍຂອງປະເທດ ໄຮຕີ ປຶກສາຫາລືເພື່ອຫັນການແກ້ໄຂຢ່າງຮອບດ້ານ

ຍສໝ - ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຍ ຫວັງວ່າ ບັນດາຝ່າຍກ່ຽວຂ້ອງໃນປະເທດ ໄຮຕີ ຕ້ອງມີຄວາມພະຍາຍາມເພື່ອບັນລຸໄດ້ຂໍ້ຕົກລົງກ່ຽວກັບການສ້າງຕັ້ງສະພາຊົ່ວຄາວ; ຕົກລົງເຫັນດີກ່ຽວກັບວິທີການ ແລະ ເວລາທີ່ຈະລົງຄະແນນສຽງ.

ສປປ ລາວ ຍ ງສ ບຕ ເຝ າລະວ ງພະຍາດ ໂຄວ ດ 19 ຂະນະທ ບ ມ ຜ ຕ ດເຊ ອເພ ມ ງານວາງສະແດງແຜນທີ່ ແລະ ສາລະຄະດີ ກ່ຽວກັບ ຮວ່າງຊາ ແລະ ເຈື່ອງຊາ ຂອງຫວຽດນາມ

ຍສໝ - ແຕ່ວັນທີ 6 ຫາ ວັນທີ 8 ຕຸລາ, ກະຊວງຖະແຫຼງຂ່າວ ແລະ ສື່ສານ ສົມທົບກັບຄະນະກຳມະການປະຊາຊົນແຂວງດົ່ງນາຍ ຈັດຕັ້ງງານວາງສະແດງແຜນທີ່ ແລະ ສາລະຄະດີ ກ່ຽວກັບ ຮວ່າງຊາ ແລະ ເຈື່ອງຊາ ຂອງຫວຽດນາມ.

ສປປ ລາວ ຍ ງສ ບຕ ເຝ າລະວ ງພະຍາດ ໂຄວ ດ 19 ຂະນະທ ບ ມ ຜ ຕ ດເຊ ອເພ ມ ອົງການ Global Vision ມອບເຮືອນເອື້ອອາທອນທີ່ມີມູນຄ່າ 76 ລ້ານດົ່ງ ຢູ່ ເບນແຈ ສສ ຫວຽດນາມ

ຍສໝ - ວັນທີ 5 ຕຸລາ 2020, ສະຫະພັນຊາວໜຸ່ມ ແຂວງ ເບນແຈ ໄດ້ຮ່ວມມືກັບອົງການ Global Vision (ສ.ເກົາຫຼີ) ຢູ່ ຫວຽດນາມໄດ້ມອບເຮືອນເອື້ອອາທອນ 2 ຫຼັງ ໃຫ້ແກ່ບັນດາຄອບຄົວທຸກຍາກຢູ່ ຕາແສງ ຕາມເຟືອ, ເມືອງ ເຈົາແທ່ງ (ແຂວງ ເບນແຈ).

kpl.gov.la

ເຫດການ
302 Found

Found

The document has moved here.