ສປປ ລາວ ບໍ່ມີຄົນຕິດເຊື້ອໂຄວິດ-19 ເພີ່ມ

15:19 | 04/11/2020

ໃນວັນທີ 4 ພະຈິກ 2020 ຢູ່ກະຊວງສາທາລະນະສຸກ ທ່ານ ດຣ. ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະ ສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໄດ້ລາຍງານໃຫ້ຮູ້ວ່າ: ໃນວັນທີ 03 ພະຈິກ 2020, ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ 326 ຄົນ, ໃນນັ້ນ ມີ ແຮງງານລາວມາແຕ່ໄທ 232 ຕົວຢ່າງ, ແຮງງານໄທ 31 ຕົວຢ່າງ, ແຮງງານຈີນ 03 ຕົວຢ່າງ, ແຮງງານຫວຽດນາມ 05 ຕົວຢ່າງ, ບຸກຄົນທົ່ວໄປທີ່ບໍ່ມີອາການ 44 ຕົວຢ່າງ ແລະ ບຸກຄົນທົ່ວໄປທີ່ມີອາການ 11 ຕົວຢ່າງ; ຜົນກວດວິເຄາະທັງໝົດ ແມ່ນບໍ່ພົບເຊື້ອ.

ສປປ ລາວ ບ ມ ຄ ນຕ ດເຊ ອໂຄວ ດ 19 ເພ ມ ສປປ ລາວ ຍັງບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ ສ່ວນຜູ້ຕິດເຊື້ອ ເບີ 23 - 24 ຍັງຄົງຮັກສາຢູ່ໂຮງໝໍມິດຕະພາບ
ສປປ ລາວ ບ ມ ຄ ນຕ ດເຊ ອໂຄວ ດ 19 ເພ ມ ລາວ ບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ ແຕ່ຫລາຍປະເທດທົ່ວໂລກ ຕິດເຊື້ອເພີ່ມຂຶ້ນ
ສປປ ລາວ ບ ມ ຄ ນຕ ດເຊ ອໂຄວ ດ 19 ເພ ມ
ພາບປະກອບ

ປັດຈຸບັນ, ທົ່ວປະເທດ ມີສູນຈໍາກັດບໍລິເວນທີ່ຍັງເປີດຢູ່ ທັງໝົດ 33 ສູນ, ມີຜູ້ຖືກຈຳກັດບໍ ລິເວນຢູ່ສູນ 3.021 ຄົນ, ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ, ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດວັນທີ 03 ພະຈິກ 2020 ໄດ້ເກັບຕົວຢ່າງມາ ກວດທັງໝົດ 67.270 ຕົວຢ່າງ, ກວດພົບເຊື້ອສະສົມ 24 ຄົນ ແລະ ກໍລະນີທີ່ 24 ຍັງຄົງສືບຕໍ່ປິ່ນປົ່ວຢູ່ໂຮງໝໍມິດຕະພາບ.

ທ່ານ ດຣ. ລັດສະໝີ ວົງຄຳຊາວ ໄດ້ກ່າວອີກວ່າ: ເພື່ອສະກັດກັ້ນ ແລະ ຫລຸດຜ່ອນການລະບາດຂອງ COVID-19 ໃນປະເທດຂອງພວກເຮົາ ຈຶ່ງຂໍຮຽກຮ້ອງມາຍັງ ທຸກພາກສ່ວນໃນສັງຄົມ ຮ່ວມແຮງຮ່ວມໃຈກັນ ເອົາໃຈໃສ່ປະຕິບັດຕາມແຈ້ງການ ຂອງຫ້ອງວ່າການ ສຳນັກງານນາຍົກລັດຖະ ມົນຕີ, ສະບັບເລກທີ 1202/ຫສນຍ, ລົງວັນທີ 31 ຕຸລາ 2020 ວ່າດ້ວຍການສືບຕໍ່ປະຕິບັດມາດຕະການຜ່ອນຜັນ ໃນການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງ COVID-19 ໃນໄລຍະວັນທີ 01 ພະຈິກ ຫາ 31 ທັນວາ 2020 ຢ່າງຖືກຕ້ອງ ແລະ ເຄັ່ງຄັດ. ພ້ອມດຽວກັນນັ້ນ, ກໍ່ໃຫ້ສືບຕໍ່ປະຕິບັດ ການດຳລົງຊີວິດ ປົກກະຕິແບບໃໝ່ ໃຫ້ກາຍເປັນຄວາມຊິນເຄີຍ, ປະຕິບັດມາດຕະການປ້ອງກັນ ການຕິດເຊື້ອຢ່າງເຂັ້ມງວດ ເພື່ອປ້ອງກັນການແຜ່ເຊື້ອດັ່ງກ່າວ ໄປຍັງຄົນໃນຄອບຄົວຂອງທ່ານ ແລະ ສູ່ສັງຄົມ. ຂໍໃຫ້ບັນດາທ່ານຕິດຕາມ ຂ່າວຈາກພາກປົກກະຕິ ຂອງໂທລະພາບ, ວິທະຍຸກະຈາຍສຽງ, ໜັງສືພິມ ແລະ ສື່ຕ່າງໆ. ລາຍລະອຽດຂອງຄຳແນະນຳ, ຂໍ້ມູນທີ່ເປັນທາງການ, ທ່ານຍັງສາມາດຕິດຕາມ ໄດ້ຈາກເວັບໄຊ www.covid19.gov.la ແລະ ເຟດບຸກຂອງສູນສື່ສານ ເພື່ອສຸຂະພາບ ແລະ ສຸຂະສຶກສາ.

ສປປ ລາວ ບ ມ ຄ ນຕ ດເຊ ອໂຄວ ດ 19 ເພ ມ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ຢູ່ ລາວ

​​​ໃນ​ວັນ​ທີ 15 ຕຸລາ 2020 ກະຊວງ​ສາທາລະນະ​ສຸກ ຢືນຢັນ ສປປ ລາວ ບໍ່​ມີ​ຜູ້​ຕິ​ດ​ເຊື້ອ ພະຍາດໂຄ​ວິດ-19 ​ເພີ່ມ ​ເຖິງ​ຢ່າງ​ໃດ​ກໍ​ຕາມ ພໍ່-​ແມ່ປະຊາຊົນ​ ​​ຈຳນວນ​ບໍ່ໜ່ວຍເຫັນ​ວ່າ ​ປ່ອຍປະ​ລະ​ເລີຍ ກັບ​ ບາງ​ມາດ​ຕະການ ທີ່​ຄະນະ​ສະ​ເພາະ​ກິດ​ວາງ​ອອກ ​ເຊັ່ນ: ການປະຕິບັດ​ຫລັການ​ອະນາ​ໄມ, ການ​ທຳ​ຄວາມ​ສະອາດ​ຂ້​າ​ເຊື້ອ​ພະຍາດ ຢູ່​ສະຖານ​ທີ່​ບໍລິການ, ເວລາ​​ອອກ​ໄປ​ທີ່​ຊຸມ​ຊົນ ຍັງ​ບໍ່​ໃສ່​ຜ້າ​ປິດ​ ປາກ-​ດັງ, ບໍ່​ປະຕິບັດ​ຮັກສາ​ໄລຍະ​ຫ່າງ ...

ສປປ ລາວ ບ ມ ຄ ນຕ ດເຊ ອໂຄວ ດ 19 ເພ ມ ສປປ ລາວ ບໍ່ມີຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມ ພ້ອມສືບຕໍ່ເຝົ້າລະວັງ

ໃນວັນທີ 13 ຕຸລາ 2020, ທ່ານ ດຣ. ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ຕາງໜ້າໃຫ້ກອງເລຂາ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ພະຍາດໂຄວິດ-19 ໄດ້ລາຍງານສະພາບ ການລະບາດໃນ ສປປ ລາວ ໃຫ້ຮູ້ວ່າ: ໃນວັນທີ 12 ຕຸລາ 2020, ໄດ້ເກັບຕົວຢ່າງມາກວດ ວິເຄາະທັງໝົດ 607 ຄົນ, ໃນນັ້ນມີແຮງງານລາວມາແຕ່ໄທ 211 ຕົວຢ່າງ, ແຮງງານຈີນ 382 ຕົວຢ່າງ, ແຮງງານຫວຽດນາມ 10 ຄົນ, ບຸກຄົນທົ່ວໄປທີ່ບໍ່ມີອາການ 03 ຕົວຢ່າງ ແລະ ບຸກຄົນທົ່ວໄປທີ່ມີອາການ 01 ຕົວຢ່າງ, ເຊິ່ງຜົນກວດວິເຄາະທັງໝົດ ແມ່ນບໍ່ພົບເຊື້ອ.

ສປປ ລາວ ບ ມ ຄ ນຕ ດເຊ ອໂຄວ ດ 19 ເພ ມ ສປປ ລາວ ມີຜູ້ຖືກຈຳກັດບໍລິເວນ 2.920 ຄົນ ບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ

ໃນວັນທີ 12 ຕຸລາ 2020 ຢູ່ກະຊວງສາທາລະນະສຸກ ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຕາງໜ້າໃຫ້ກອງ ເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ພະຍາດ COVID-19 ໄດ້ລາຍງານໃຫ້ຮູ້ວ່າ: ປັດຈຸບັນ ທົ່ວປະເທດ ມີສູນຈໍາກັດບໍລິເວນ ທີ່ຍັງເປີດຢູ່ທັງໝົດ 42 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2.920 ຄົນ, ໄດ້ເກັບຕົວຢ່າງ ມາກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.

kpl.gov.la

ເຫດການ
302 Found

Found

The document has moved here.