ລັດຖະບານ ອົດສະຕຣາລີ ແລະ ອົງການຢູນີເຊັບ ຂະຫຍາຍການ ສະໜັບສະໜູນ ການຮັບມືກັບພະຍາດໂຄວິດ-19 ໃນ ສປປ ລາວ

14:43 | 24/11/2020

ຕາງໜ້າມອບໂດຍ ທ່ານ ນາງ ເພຍ ບຣິໂຕ ຜູ້ຕາງໜ້າອົງການຢູນີເຊັບ ແລະ ຕາງໜ້າຮັບໂດຍ ທ່ານ ອາລຸນແກ້ວ ກິດຕິຄຸນ ລັດຖະມົນຕີ ປະຈໍາສໍານັກງານ ນາຍົກລັດຖະມົນຕີ, ທັງເປັນຮອງປະທານ ຄຊກມດ, ມີ ທ່ານ ນາງ ແອນນາ ໄດເຊິນ ຮັກສາການຮອງຫົວໜ້າ ທູດປະເທດອົດສະຕາລີ ປະຈຳ ສປປ ລາວ.

ລ ດຖະບານ ອ ດສະຕຣາລ ແລະ ອ ງການຢ ນ ເຊ ບ ຂະຫຍາຍການ ສະໜ ບສະໜ ນ ການຮ ບມ ກ ບພະຍາດໂຄວ ດ 19 ໃນ ສປປ ລາວ ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ເຊັກ​ໂກ ຕັ້ງ​ໜ້າ​ປະ​ກອບ​ກຳ​ລັງ​ແຮງ​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ ໂຄວິດ - 19 ຢູ່​ປະ​ເທດ​ປະ​ຈຳ​ຖິ່ນ
ລ ດຖະບານ ອ ດສະຕຣາລ ແລະ ອ ງການຢ ນ ເຊ ບ ຂະຫຍາຍການ ສະໜ ບສະໜ ນ ການຮ ບມ ກ ບພະຍາດໂຄວ ດ 19 ໃນ ສປປ ລາວ ວິ​ສາ​ຫະ​ກິດ ສ.ເກົາຫຼີ​ ເພິ່ງ​ພໍ​ໃຈ​ກັ​ບ​ເລື່ອງ​ເຂົ້າ​ເມືອງ ຫວຽດ​ນາມ​ໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ ໂຄວິດ - 19
ລ ດຖະບານ ອ ດສະຕຣາລ ແລະ ອ ງການຢ ນ ເຊ ບ ຂະຫຍາຍການ ສະໜ ບສະໜ ນ ການຮ ບມ ກ ບພະຍາດໂຄວ ດ 19 ໃນ ສປປ ລາວ
ລັດຖະບານ ອົດສະຕຣາລີ ແລະ ອົງການຢູນີເຊັບ ຂະຫຍາຍການ ສະໜັບສະໜູນ ການຮັບມືກັບພະຍາດໂຄວິດ-19 ໃນ ສປປ ລາວ

ໃນຕອນບ່າຍວັນທີ 23 ພະຈິກ 2020 ທີ່ນະຄອນຫລວງວຽງຈັນ, ລັດຖະບານອົດສະຕຣາລີ ໄດ້ນຳເອົາອຸປະກອນໄອທີ ຈຳນວນ 6 ຊຸດ ມາມອບໃຫ້ແກ່ຄະນະກໍາມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າ ຂອງແມ່ຍິງ ແລະ ແມ່-ເດັກ (ຄຊກມດ) ເພື່ອຮັບມືກັບການລະບາດ ຂອງພະຍາດໂຄວິດ-19, ໂດຍຜ່ານອົງການຢູນິເຊັບ ປະຈໍາ ສປປ ລາວ. ເຄື່ອງຈຳນວນດັ່ງກ່າວ, ປະກອບມີ ຄອມພິວເຕີໂນດບຸກ, ກ້ອງວີດີໂອທາງໄກ, ໜ້າຈໍໂທລະພາບ ແລະ ເຄື່ອງຂະຫຍາຍສຽງ ລວມມູນຄ່າ 26 ພັນໂດລາສະຫະລັດ.

ຕາງໜ້າມອບໂດຍ ທ່ານ ນາງ ເພຍ ບຣິໂຕ ຜູ້ຕາງໜ້າອົງການຢູນີເຊັບ ແລະ ຕາງໜ້າຮັບໂດຍ ທ່ານ ອາລຸນແກ້ວ ກິດຕິຄຸນ ລັດຖະມົນຕີ ປະຈໍາສໍານັກງານ ນາຍົກລັດຖະມົນຕີ, ທັງເປັນຮອງປະທານ ຄຊກມດ, ມີ ທ່ານ ນາງ ແອນນາ ໄດເຊິນ ຮັກສາການຮອງຫົວໜ້າ ທູດປະເທດອົດສະຕາລີ ປະຈຳ ສປປ ລາວ.

ໂອກາດນີ້, ທ່ານ ອາລຸນແກ້ວ ກິດຕິຄຸນ ໄດ້ກ່າວວ່າ: ການມອບອຸປະກອນໃນຄັ້ງນີ້, ຈະຮັບປະກັນການສື່ສານ ແລະ ການປະສານງານ ລະຫວ່າງ ອຳນາດການປົກຄອງແຫ່ງຊາດ ແລະ ຂັ້ນແຂວງ ໃນການຮັບມືກັບການລະບາດ ຂອງພະຍາດໂຄວິດ-19 ໄດ້ຢ່າງວ່ອງໄວ ແລະ ມີປະສິດທິພາບດີຂຶ້ນ. ພະຍາດໂຄວິດ-19 ໄດ້ແຜ່ລະບາດໄປໃນທົ່ວໂລກ. ໃນ ສປປ ລາວ, ຊີວິດຂອງຫລາຍຄົນ ກໍໄດ້ຢຸດສະງັກລົງ ໃນໄລຍະຂອງການປິດປະເທດ. ບັນດາໂຮງຮຽນ ກໍໄດ້ຢຸດຕິການຮຽນ-ການສອນຊົ່ວຄາວ ສົ່ງຜົນກະທົບຕໍ່ການຮໍ່າຮຽນ ຂອງນັກຮຽນຫລາຍກວ່າ 1,4 ລ້ານຄົນ ແລະ ການສະໜອງອຸປະກອນສາທາ ລະນະສຸກ ແລະ ວຽກງານການສັກຢາກັນພະຍາດ ກໍ່ໄດ້ຮັບຜົນກະທົບເຊັ່ນດຽວກັນ ເຮັດໃຫ້ເດັກມີຄວາມສ່ຽງຫລາຍຂຶ້ນ ຕໍ່ກັບພະຍາດຕ່າງໆ ເນື່ອງຈາກພວກເຂົາ ບໍ່ໄດ້ຮັບການຄຸ້ມຄອງ ການສັກຢາທີ່ຄົບຖ້ວນ. ຍິ່ງໄປກວ່ານັ້ນ, ຫລາຍຄອບຄົວໄດ້ຮັບ ແຮງກົດດັນຫລາຍຂຶ້ນ ເຮັດໃຫ້ເກີດການໃຊ້ ຄວາມຮຸນແຮງ ໃນຄອບຄົວເພີ່ມຂຶ້ນ. ການຈໍາກັດຂອງການເດີນທາງ ໄປມາຫາສູ່ ຂອງພະນັກງານ ສັງຄົມສົງເຄາະທີ່ຢູ່ຖັນແຖວໜ້າ ກໍສົ່ງຜົນໃຫ້ການບໍລິການ ບໍ່ສາມາດເຂົ້າເຖິງຊຸມຊົນເທົ່າທີ່ຄວນ ໃນທຸກຂະແໜງການ.

ທ່ານ ນາງ ແອນນາ ໄດເຊິນ ກ່າວວ່າ: ລັດຖະບານອົດສະຕາລີ ຖືເປັນກຽດຢ່າງສູງ ໃນການສະໜັບສະໜູນ ລັດຖະບານແຫ່ງ ສປປ ລາວ ແລະ ເດັກທີ່ດ້ອຍໂອກາດ ໃນໄລຍະຂອງ ຄວາມທ້າທ້າຍນີ້. ພວກເຮົາຍຶດໝັ້ນ ໃນການປັບປຸງຊີວິດ ຂອງເດັກທຸກໆຄົນໃນລາວ ແລະ ຈະສືບຕໍ່ເຮັດວຽກຮ່ວມກັບອົງການຢູນິເຊັບ ແລະ ບັນດາຄູ່ຮ່ວມງານ ເພື່ອໃຫ້ເຂົ້າ ເຖິງຜູ້ທີ່ມີ ຄວາມຕ້ອງການຄວາມຊ່ວຍ ເຫລືອ. ພະຍາດໂຄວິດ-19 ໄດ້ນໍາມາເຊິ່ງວິກິດ ການດ້ານສຸຂະພາບ ແລະ ວິກິດການສັງຄົມທີ່ຮ້າຍແຮງສູ່ ສປປ ລາວ ເຊັ່ນດຽວກັນກັບ ປະເທດອື່ນໆ ໃນທົ່ວໂລກ, ໂດຍສະເພາະແມ່ຍິງ ແລະ ເດັກຍິງຈາກຄອບຄົວ ທີ່ມີລາຍຮັບຕໍ່າ ແມ່ນຍິ່ງໄດ້ຮັບຜົນກະທົບ. ການສູນເສຍວຽກເຮັດງານທໍາ, ບໍ່ສາມາດເຂົ້າເຖິງຂໍ້ມູນຂ່າວສານ, ການຮັກສາສຸຂະພາບ ແລະ ການບໍລິການສັງຄົມ ຂັ້ນພື້ນຖານ ໄດ້ເພີ່ມຄວາມສ່ຽງໃຫ້ແກ່ພວກເຂົາ ທີ່ຈະຕົກເປັນເຫຍື່ອ ຂອງຄວາມຮຸນແຮງ, ການຂູດຮີດ, ການປ່ອຍປະລະເລີຍ ແລະ ການຄ້າມະນຸດ.

ໂອກາດດຽວກັນນີ້, ທ່ານ ນາງ ເພຍ ບຣິໂຕ ໄດ້ກ່າວວ່າ: ການລະບາດຂອງພະຍາດ ໂຄວິດ-19 ໄດ້ສົ່ງຜົນກະທົບຕໍ່ຊີວິດ ຂອງເດັກຫລາຍໆຄົນໃນ ສປປ ລາວ. ໃນເວລານີ້ ພວກເຂົາຕ້ອງການ ການສະໜັບສະໜູນ ຂອງພວກເຮົາເປັນພິເສດ. ພວກເຮົາມີຄວາມມຸ້ງໝັ້ນ ທີ່ຈະສືບຕໍ່ໃຫ້ການສະໜັບສະໜູນ ລັດຖະບານໂດຍຜ່ານ ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າ ຂອງແມ່ຍິງ ແລະ ແມ່-ເດັກ ເພື່ອຮັບປະກັນວ່າບໍ່ມີເດັກຄົນ ໃດທີ່ຖືກປະໄວ້ຢູ່ທາງຫລັງ, ສາເຫດນີ້ແມ່ນ ເຫດຜົນທີ່ພວກເຮົາຕັ້ງໜ້າ ເຮັດວຽກເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ລະບົບການ ປົກປ້ອງເດັກ. ນັບຕັ້ງແຕ່ການເລີ່ມຕົ້ນ ມີການລະບາດຂອງພະຍາດ, ອົງການຢູນິເຊັບ ໄດ້ສະໜັບສະໜູນ ລັດຖະບານແຫ່ງ ສປປ ລາວ ໃນການສະໜອງ ອຸປະກອນ ທີ່ຈຳເປັນ, ລວມທັງອຸປະກອນການແພດ, ຊຸດອະນາໄມ ແລະ ຊຸດເຄື່ອງຫລີ້ນ ສຳລັບເດັກໃນສູນການດູແລ ແລະ ອຸປະກອນຄວາມປອດໄພສ່ວນບຸກຄົນ ສຳລັບພະນັກງານ ສັງຄົມສົງເຄາະ ທີ່ຢູ່ຖັນແຖວໜ້າ.

ລ ດຖະບານ ອ ດສະຕຣາລ ແລະ ອ ງການຢ ນ ເຊ ບ ຂະຫຍາຍການ ສະໜ ບສະໜ ນ ການຮ ບມ ກ ບພະຍາດໂຄວ ດ 19 ໃນ ສປປ ລາວ ນະ​ຄອ​ນ​ໂຮ່​ຈີ​ມິນ​ຍ້ອງຍໍ​ສັນ​ລະ​ເສີນ ນັກ​ສຶກ​ສາ​ລາວ - ກຳ​ປູ​ເຈຍ ດີ​ເດັ່ນ122 ຄົນ​ໃນ​ປີ 2020

ຍ​ສ​ໝ - ນາມ​ມະ​ຍົດ “ນັກ​ສຶກ​ສາ ລາວ - ກຳ​ປູ​ເຈຍທີ່​ດີ​ເດັ່ນ” ເພື່ອ​ແນ​ໃສ່​ເຊີດ​ຊູ, ຍ້ອງ​ຍໍ​ໃຫ້​ແກ່​ບັນ​ດາ​ຜູ້​ທີ່​ເປັນ​ແບບ​ຢ່າງ​ຂອງ​ນັກ​ສຶກ​ສາ​ລາວ, ກຳ​ປູ​ເຈຍ​ໃນ​ການ​ຮ່ຳ​ຮຽນ, ຕັ້ງ​ໜ້າເຂົ້າ​ຮ່ວມ ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ຂະ​ບວນ​ການ. ຜ່ານ​ນັ້ນ, ປະ​ກອບ​ສ່ວນເຂົ້າ​ການ​ທະ​ວີ​ຄູນ​ບັນ​ດາ​ແບບ​ຢ່າງ​ນັກ​ສຶກ​ສາ​ລາວ, ກຳ​ປູ​ເຈຍ​ເພື່ອ​ແນ​ໃສ່​ສ້າງ​ການ​ແຜ່​ຂະ​ຫາຍ​ອອກ​ສູ່​ນັກ​ສຶກ​ສາ​ສອງ​ປະ​ເທດ​ທີ່​ພວມ​ຮ່ຳ​ຮຽນ​ຢູ່​ນະ​ຄອນ ໂຮ່​ຈີ​ມິນ.

ລ ດຖະບານ ອ ດສະຕຣາລ ແລະ ອ ງການຢ ນ ເຊ ບ ຂະຫຍາຍການ ສະໜ ບສະໜ ນ ການຮ ບມ ກ ບພະຍາດໂຄວ ດ 19 ໃນ ສປປ ລາວ ກອງ​ປະ​ຊຸມວິ​ສາ​ຫະ​ກິດ ຫວຽດ​ນາມ ຮ່ວມ​ມື ແລະ ລົງ​ທຶນ​ຢູ່​ລາວ

ຍ​ສ​ໝ - ທ່ານ ຫງວຽນ​ບ໊າ​ຮຸ່ງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ​ລາວ ໃຫ້​ຮູ້​ວ່າ ກອງ​ປະ​ຊຸມ​ໄດ້​ຈັດ​ຕັ້ງ​ເພື່ອ​ແນ​ໃສ່​ຮັບ​ເອົາ​ຄຳ​ເຫັນ, ຂໍ້​ສະ​ເໜີ​ແນະ​ຂອງ ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ທີ່​ພວມ​ລົງ​ທຶນ, ຮ່ວມ​ມື, ດຳ​ເນີນ​ທຸ​ລະ​ກິດ ຢູ່​ລາວ ເພື່ອ​ຍືນ​ສະ​ເໜີ​ຕໍ່​ນາ​ຍົກ​ລັດ​ຖະ​ມົນ​ຕີ ສອງ​ປະ​ເທດ ພິ​ຈາ​ລະ​ນາແກ້​ໄຂ​ເພື່ອ​ແນ​ໃສ່​ມີ​ບັນ​ດາ​ມາດ​ຕະ​ການ​ແກ້​ໄຂ ແລະ ໜູນ​ຊ່ວ​ຍ​ບັນ​ດາ​ວິ​ສາ​ຫະ​ກິດ.

ລ ດຖະບານ ອ ດສະຕຣາລ ແລະ ອ ງການຢ ນ ເຊ ບ ຂະຫຍາຍການ ສະໜ ບສະໜ ນ ການຮ ບມ ກ ບພະຍາດໂຄວ ດ 19 ໃນ ສປປ ລາວ ລາວ - ຫວຽດນາມ ມີ ດ່ານຊາຍແດນສາກົນ ມີ 08 ແຫ່ງ

ປະຈຸບັນຢູ່ຕາມ ເສັ້ນຊາຍແດນ ລາວ - ຫວຽດນາມ ມີ ດ່ານຊາຍແດນສາກົນ ມີ 08 ແຫ່ງ.

kpl.gov.la/

ເຫດການ
302 Found

Found

The document has moved here.