ໃນຕອນແລງຂອງ ວັນທີ 25 ທັນວາ 2020 ຢູ່ນະຄອນຫຼວງ ວຽງຈັນ ໄດ້ຈັດຂຶ້ນພິທີເຊັນສັນຍາໂຄງການ ກໍ່ສ້າງຕຶກອາຄານກອງບັນຊາ ການທະຫານອາກາດ ລະຫວ່າງ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ແລະ ບໍລິສັດ (Fron tier Services Group Co, Ltd).
ຄະນະສະເພາະກິດ ອອກມາດຕະການໃໝ່ ບຸກຄົນທີ່ເດີນທາງເຂົ້າມາໃນ ສປປ ລາວ ຈະຕ້ອງໃສ່ອຸປະກອນຕິດຕາມທາງການແພດເພື່ອໃຫ້ສາມາດຕິດຕາມການເຄື່ອນໄຫວຂອງບຸກຄົນດັ່ງກ່າວໄດ້ໃນຂອບເຂດ 14 ວັນ.
ໃນວັນທີ 20 ທັນວາ 2020 ນີ້, ຢູ່ສະຖານີເກັບເງິນ ນະຄອນຫລວງວຽງຈັນ ໄດ້ມີພິທີເປີດນຳໃຊ້ເສັ້ນທາງດ່ວນນະຄອນຫລວງວຽງຈັນ-ວັງວຽງ ເຊິ່ງເປັນໄລຍະທີ 1 ຂອງທາງດ່ວນນະຄອນຫລວງວຽງຈັນ ຫາ ດ່ານຊາຍແດນບໍ່ເຕັນ-ບໍ່ຫານ ຢ່າງເປັນທາງການ.
ເມື່ອບໍ່ດົນມານີ້, ຢູ່ໂຮງແຮມດອນຈັນພາເລດ ໄດ້ຈັດຕັ້ງພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍໂຄງການພັດທະນາເຂດອ້ອມຂ້າງສະຖານນີລົດໄຟລາວ-ຈີນ ຢູ່ 3 ແຂວງ 1 ນະຄອນຫຼວງວຽງຈັນ (ນະຄອນຫຼວງວຽງຈັນ ແຂວງວຽງຈັນ ຫຼວງພະບາງ ແລະ ແຂວງອຸດົມໄຊ) ລະຫວ່າງລັດຖະບານແຫ່ງ ສປປ ລາວ ແລະ ບໍລິສັດທາງລົດໄຟລາວ-ຈີນ.
ສູນອິນເຕີເນັດ ແຫ່ງຊາດ (ສອຊ) ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ ສານ (ປທສ) ໄດ້ຈັດກອງປະຊຸມສຳມະນາ ກະກຽມຄວາມພ້ອມເຂົ້າສູ່ ເສດຖະກິດດິຈິຕອນ ແລະ ອຸດສາ ຫະກຳ 4.0 ຂຶ້ນໃນວັນທີ 17 ທັນວາ 2020, ໂດຍການເປັນປະທານຂອງ ທ່ານ ບຸນສະເຫລີມໄຊ ເຄນນາວົງ ຮອງລັດຖະມົນຕີ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ, ພ້ອມດ້ວຍພາກ ສ່ວນຂ້ອງກ່ຽວເຂົ້າຮ່ວມ.
ໃນວັນທີ 15 ທັນວາ 2020, ໄດ້ມີກອງປະຊຸມທາງໄກ ສອງ ຝ່າຍລະຫວ່າງກົມພົວພັນຕ່າງ ປະເທດກະຊວງປ້ອງກັນປະເທດ ສປປ ລາວ ກັບ ກົມນະໂຍບາຍ ແລະ ແຜນການຍຸດທະສາດ ກະ ຊວງປ້ອງກັນປະເທດມາເລເຊຍ ເຊິ່ງຄະນະຜູ້ແທນຝ່າຍລາວນຳ ໂດຍທ່ານ ພົນຈັດຕະວາ ແກ່ນຈັນນັນທະລັງສີ ຫົວໜ້າກົມພົວ ພັນຕ່າງປະເທດ ກະຊວງປ້ອງ ກັນປະເທດ ສປປ ລາວ, ຝ່າຍມາເລເຊຍ ມີ ທ່ານ ໂມຮາມັດ ອໍາຣັນ ບິນ ຮາຊັນ ຫົວໜ້າກົມນະໂຍບາຍ ແລະ ແຜນການຍຸດທະສາດ, ກະຊວງປ້ອງກັນປະ ເທດມາເລເຊຍ ພ້ອມຄະນະເຂົ້າຮ່ວມ.
ໃນອາທິດຜ່ານມາ, ປະເທດລາວ ໄດ້ມີການທົດລອງສົ່ງກະແສໄຟຟ້າຈາກໂຄງການໄຟຟ້າແສງຕາເວັນເຂົ້າສູ່ລະບົບຂອງໄຟຟ້າລາວ ຢູ່ແຂວງສະຫວັນນະເຂດ.
ຍສໝ - ໃນວັນທີ 6 ທັນວາ 2020 ຢູ່ຮ່າໂນ້ຍ, ເນື່ອງໃນໂອກາດກອງປະຊຸມຄັ້ງທີ 43 ຂອງຄະນະກຳມະການລະຫວ່າງ ລັດຖະບານສອງປະເທດຫວຽດນາມ - ລາວ, ໂດຍພາຍໃຕ້ການເປັນສັກຂີພິຍານ ຂອງທ່ານນາຍົກລັດຖະມົນຕີແຫ່ງ ສສ.ຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີແຫ່ງ ສປປ.ລາວ ທອງລຸນ ສີສຸລິດ, ທ່ານ ເຈີນດີງເຍີນ - ຜູ້ອຳນວຍການໃຫຍ່ກຸ່ມໄຟຟ້າຫວຽດນາມ (EVN) ໄດ້ເຊັນບົດບັນທຶກກັບບັນດານັກລົງທຶນໂຄງການໄຟຟ້າຕ່າງໆໃນປະເທດລາວ ເພື່ອຂາຍໄຟຟ້າໃຫ້ຫວຽດນາມ.
ຍສໝ - ໃນວັນທີ 1 ທັນວາ, ທ່ານນາງ ຈິ້ງຖິເຕີມອຸປະທູດຊົ່ວຄາວແຫ່ງ ສສ.ຫວຽດນາມ ປະຈຳ ສປປ.ລາວ ໄດ້ນຳພາຄະນະຜູ້ແທນສະຖານທູດ ແລະ ບັນດາອົງການຂອງຫວຽດນາມ ຢູ່ ອ້ອມຂ້າງສະຖານທູດ ໄດ້ໄປຢ້ຽມຢາມສຳນັກງານໃຫຍ່ກະຊວງປ້ອງກັນຄວາມສະຫງົບ ແລະ ກະຊວງປ້ອງກັນປະເທດລາວ ທີ່ນະຄອນຫຼວງວຽງຈັນ ເພື່ອອວຍພອນຊົມວັນຊາດ ສປປ.ລາວ ຄົບຮອບ 45 ປີ (2 ທັນວາ 1975 - 2 ທັນວາ 2020).
ຄາດວ່າການກໍ່ສ້າງຈະສໍາເລັດ 100% ແລະ ເປີດຜະລິດກະແສໄຟຟ້າ ຈໍາໜ່າຍຢ່າງເປັນທາງການ ໃນເດືອນມິຖຸນາ ຫລື ເດືອນກໍລະກົດ 2021 ທີ່ຈະມາເຖິງນີ້, ເຊິ່ງກະແສໄຟຟ້າ ທີ່ຜະລິດໄດ້ທັງໝົດ 54 MW (3x18 MW), ຈະສົ່ງຂາຍໃຫ້ ປະເທດຫວຽດນາມ.
ໃນປີ 2020 ປະເທດລາວ ມີພື້ນທີ່ຢັ້ງຢືນວ່າມີຄວາມອັນຕະລາຍ ຈາກລະເບີດບໍ່ທັນແຕກທັງໝົດ 853 ພື້ນທີ່ ຫລື ປະມານ 11.152 ເຮັກຕາ, ເທົ່າກັບ 22% ຂອງແຜນການ (50.000 ເຮັກຕາ) ທີ່ຢືນຢັນວ່າ ມີຄວາມອັນຕະລາຍ ຈາກລະເບີດບໍ່ທັນແຕກ ແລະ ໃນການດຳເນີນການ ກວດກູ້ລະເບີດບໍ່ທັນແຕກ ໄດ້ທັງໝົດ 3.328 ເຮັກຕາ, ເທົ່າກັບ 52% ຂອງແຜນການປີ (6.364 ເຮັກຕາ) ແລະ ສາມາດທຳລາຍໄດ້ທັງໝົດ 67.146 ໜ່ວຍ, ໃນນີ້ 50.089 ແມ່ນລະເບີດລູກຫວ່ານ.
ມາຮອດປະຈຸບັນ, ບັນດາການລົງທຶນຈາກ ສສ ຫວຽດນາມມີ 414 ໂຄງການ ດ້ວຍຍອດຈຳນວນເງິນລົງທຶນທັງໝົດ ມີເຖິງ 4,2 ຕື້ ໂດລາສະຫະລັດ ໄດ້ຮັບໃບຢັ້ງຢືນການລົງທຶນຢູ່ ສປປ ລາວ.
ໜັງສືພິມຂ່າວສານປະເທດລາວ ລາຍງານວ່າ: ໂຮງງານກັ່ນນໍ້າມັນແຫ່ງທຳອິດຂອງລາວ ຄາດວ່າຈະເປີດທົດລອງການຜະລິດນ້ຳມັນເຊື້ອໄຟ ໃນວັນທີ 30 ພະຈິກ 2020 ນີ້ ເພື່ອຊົມໃຊ້ຢູ່ພາຍໃນປະເທດ. ພ້ອມກັນນີ້, ເພື່ອຊ່ວຍຫລຸດຜ່ອນການນຳເຂົ້ານ້ຳມັນເຊື້ອໄຟ ຈາກຕ່າງປະເທດ, ທັງຫລຸດຜ່ອນລາຄານ້ຳມັນໃນຕະຫລາດພາຍໃນນຳອີກ, ໂດຍຈະຜະລິດ ນ້ຳມັນແອັດຊັງ, ກາຊວນ ແລະ ອາຍແກັດ ໃຫ້ໄດ້ 1 ລ້ານໂຕນຕໍ່ປີ.
ໃນວັນທີ 24 ພະຈິກ 2020 ຢູ່ສຳນັກງານໜັງສືພິມ ພາສາຕ່າງປະເທດ ນະຄອນຫລວງວຽງຈັນ, ຫົວໜ້າອົງການຈັດຕັ້ງສື່ສິ່ງພິມ, ໂທລະພາບ ແລະ ວິທະຍຸ ໄດ້ເຂົ້າຮ່ວມກອງປະຊຸມ ສຸດຍອດສື່ມວນຊົນ ຂອບການຮ່ວມມື ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຜ່ານລະບົບອອນລາຍ ຮ່ວມກັບຄະນະ ຜູ້ແທນຈາກ ສປ.ຈີນ, ກຳປູເຈຍ, ມຽນມາ, ໄທ ແລະ ຫວຽດນາມ ທີ່ເປັນປະເທດສະມາຊິກ ຂອບຮ່ວມມື ແມ່ນ້ຳຂອງ-ແມ່ນ້ຳ ລ້ານຊ້າງ, ໂດຍການເປັນເຈົ້າພາບ ຂອງໜັງສືພິມປະຊາຊົນຈີນ (People's Daily) ຮ່ວມກັບກະຊວງ ຖະຫລງຂ່າວມຽນມາ ຜ່ານລະບົບອອນລາຍ ຫລື ວິດີໂອຄອນເຟຣີນ.
ຍສໝ - ໃນຕອນເຊົ້າວັນທີ 18 ພະຈິກ 2020 ທີ່ກະຊວງແຜນການ ແລະ ການລົງທຶນ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ຕ້ອນຮັບການຢ້ຽມຂໍ່ານັບ ຂອງທ່ານນາງ ເພຍ ບຣິດໂຕ(Pia Britto) ຜູ້ຕາງໜ້າຂອງອົງການ ອຸຍນີເຊບ (UNICEF) ຄົນໃໝ່ ປະຈຳ ສປປ ລາວ.
ຍສໝ - ທ່ານພົນຈັດຕະວາ ຫງວຽນກວ໋ກຢຸງ, ຜູ້ບັນຊາການພົນລະພາກຫຼວງ 11 ໄດ້ມອບຈໍານວນເງິນ 500 ລ້ານກີບ ແລະເຄື່ອງສີດຢາຂ້າເຊື້ອອັດຕະໂນມັດ 25 ໜ່ວຍ ໃຫ້ທ່ານພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດລາວ.
ຍສໝ - ທ່ານ ສະເຫຼີມໄຊ ກົມມະສິດ ຕີລາຄາສູງບົດບາດນໍາພາ, ຄວາມສາມາດຊັກຈູງຂອງຫວຽດນາມ ໃນຖານະຕໍາແໜ່ງເປັນປະທານອາຊຽນ 2020, ກໍ່ຄືບັນດາການປະກອບສ່ວນຂອງຫວຽດນາມ ໃນການຍົກສູງບົດບາດຂອງອາຊຽນໃນເວທີປາໄສພາກພື້ນ ແລະສາກົນ.
ຍສໝ - ໃນວັນທີ 13 ພະຈິກ, ອີງຕາມການປະກາດຂອງກະຊວງການຕ່າງປະເທດຫວຽດນາມ, ທ່ານ ຫງວຽນກ໋ວກຢູງ - ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ຮັບການອະນຸຍາດຈາກທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເຊິ່ງໄດ້ມອບເຂົ້າສານຈຳນວນ 1.000 ໂຕນ ໃຫ້ທ່ານ ຈັນທະພອນ ຄຳມະນີຈັນ ອຸປະທູດຊົ່ວຄາວ, ສະຖານເອກອັກ ຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ທີ່ນະຄອນຫລວງຮ່າໂນ້ຍ.
ຍສໝ - ເວບໄຊໜັງສືພິມອອນໄລ "vientianetimes.org.la" ຂອງປະເທດລາວ ໃນວັນທີ 10 ພະຈິກ ໄດ້ລົງບົດຂຽນທີ່ຢັ້ງຢືນໃຫ້ຫູ້ວ່າ ບັນດາລັດຖະມົນຕີຕ່າງປະເທດອາຊຽນ ໄດ້ຕີລາຄາສູງຕໍ່ຄວາມກ້າວໜ້າ ໃນການເຊື່ອມເຂົ້າກັບຊຸມຊົນອາຊຽນ.
ກະຊວງຖະແຫຼງຂ່າວ ວັດທະນະທຳແລະທ່ອງທ່ຽວ (ຖວທ) ຮ່ວມກັບຜູ້ປະກອບການດ້ານການທ່ອງທ່ຽວໄດ້ເປີດງານວາງສະແດງແນວທາງການພັດທະນາການທ່ອງທ່ຽວແບບຍືນຍົງອາຊຽນ 2020 ຂຶ້ນໂດຍການນໍາສະເໜີຜະລິດຕະພັນທີ່ເປັນມິດກັບສິ່ງແວດລ້ອມ ເພື່ອໂຄສະນາອາຊຽນ ໃຫ້ກາຍເປັນຈຸດໝາຍປາຍທາງການທ່ອງທ່ຽວທີ່ຍືນຍົງ.