ນັບແຕ່ວັນທີ 23 ສິງຫາ, ມີພະນັກງານ, ນັກຮົບຫລາຍໆພັນຄົນທີ່ຂຶ້ນກັບຫລາຍກົມກອງແຕກຕ່າງກັນຂອງກອງທັບ ໄດ້ຮັບການຜັນຂະຫຍາຍ, ເພີ່ມທະວີຫນູນຊ່ວຍວຽກງານປ້ອງກັນຕ້ານໂລກລະບາດໂຄວິດ -19 ໃຫ້ແກ່ນະຄອນໂຮ່ຈີມິນ. ໂດຍມີການຊ່ວຍເຫລືອຈາກທະຫານ ກໍ່ຄື ກຳລັງອື່ນ, ຊີວິດການເປັນຢູ່ຂອງປະຊາຊົນຢູ່ເຂດຕ່າງໆໃນນະຄອນນັບມື້ນັບໄດ້ຮັບປະກັນ. ຄວາມສຸດຈິດສຸດໃຈ, ນ້ຳໃຈຮັກແພງຊ່ວຍເຫລືອປະຊາຊົນຂອງບັນດານັກຮົບ, ໄດ້ເຮັດໃຫ້ປະຊາຊົນມີຄວາມອຸ່ນອ່ຽນໃຈກວ່າໃນບັ້ນຕໍ່ສູ້ຕ້ານໂລກລະບາດ.
ຍສໝ - ວັນທີ 7 ກັນຍາ, ນ້ຳນົມຫຼາຍກວ່າ 80,000 ກ່ອງໂດຍຊຸມຊົນຊາວຫວຽດນາມຢູ່ນິວຊີແລນໄດ້ບໍລິຈາກໃຫ້ ໂຮງໝໍ ແລະ ໂຮງໝໍພາກສະໜາມ 26 ແຫ່ງ, ໂດຍການຮ່ວມມື ແລະໜູນຊ່ວຍຂອງ ສະມາຄົມພຸດທະສາສະໜາ ຫວຽດນາມ ແລະກຸ່ມການກຸສົນອາສາສະໝັກແບ່ງປັນ - Sharing.
ຍສໝ - ນີ້ແມ່ນບຸກຄົນທີ່ໄດ້ເຂົ້າຮ່ວມໃນວຽກງານຂອງສະມາຄົມ ແລະຄະນະໃນທ້ອງຖິ່ນ, ເຄີຍເປັນພົນທະຫານປະຊາຊົນ, ເປັນບັນດາຫົວໜ້າໜ່ວຍ ແລະ ຮອງຫົວໜ້າໜ່ວຍຂອງຄຸ້ມບ້ານ... ທີ່ໄດ້ເຂົ້າຮ່ວມໃນວຽກງານປ້ອງກັນ ແລະ ຄວບຄຸມການລະບາດ.
ຍສໝ - ວັນທີ 4 ກັນຍາ, ສະຫະພັນນັກທຸລະກິດຍິງ ຫວຽດນາມ ຢູ່ ໄຕ້ຫວັນ (ຈີນ) ໄດ້ມອບເງິນເປັນຈຳນວນ 25 ລ້ານດົ່ງ ໃຫ້ແກ່ໂຄງການ ATM ອົກຊີແຊນ ຜ່ານຄະນະຊາວໜຸ່ມກອມມູນິດ ນະຄອນໂຮ່ຈີມິນ ເມືອງເຕິນບິ່ງ.
ຍສໝ - ນະຄອນໂຮ່ຈີມິນ ມີເປົ້າໝາຍຈະປະຕິບັດສຳເລັດການສັກຢາປ້ອງກັນພະຍາດໂຄວິດ -19 ໃຫ້ປະຊາຊົນ 7,2 ລ້ານຄົນ ທີ່ມີອາຍຸ 18 ປີຂຶ້ນໄປ ໃນປີ 2021. ນີ້ເປັນເນື້ອໃນສຳຄັນ ໃນແຜນການສັກຢາປ້ອງກັນພະຍາດໂຄວິດ -19 ທີ່ປະກາດໃຊ້ໂດຍຄະນະກຳມະການປະຊາຊົນນະຄອນ.
ຍສໝ - ນະຄອນໂຮ່ຈີມິນ ໄດ້ມີແຜນນະໂຍບາຍກວດຫາເຊື້ອພະຍາດໂດຍບໍ່ເສຍຄ່າ ສຳລັບຜູ້ຂົນສົ່ງທັງໝົດ ໃນພື້ນທີ່. ໃນຕອນເຊົ້າຂອງວັນທີ 30 ສິງຫາ, ຜູ້ຂົນສົ່ງຫຼາຍຄົນ ໄດ້ຮັບການກວດວິເຄາະ COVID-19 ຢ່າງໄວວາ ໂດຍບັນດາສຸກສາລາເຄື່ອນທີ່ ເພື່ອເລີ່ມເຂົ້າເຮັດວຽກຄືນໃໝ່ໃນ 8 ເຂດສີແດງ.
ຍສໝ - ໂດຍຂໍ້ມູນຈາກພະແນກສາທາລະນະສຸກ ນະຄອນໂຮ່ຈີມິນ, ໃນຕອນເຊົ້າຂອງວັນທີ 27 ສິງຫາ, ຢາຕ້ານເຊື້ອໄວຣັສ Molnupiravir ໄດ້ຖືກສົ່ງໄປໃຫ້ສູນສາທາລະນະສຸກ ນະຄອນ Thu Duc ແລະ ບັນດາທ້ອງຖິ່ນເພື່ອຮັບໃຊ້ການປິ່ນປົວຜູ້ທີ່ຕິດເຊື້ອ COVID-19 ທີ່ມີອາການບໍ່ຮຸນແຮງ ແລະ ກຳລັງປະຕິບັດການແຍກປ່ຽວຢູ່ເຮືອນ.
ຍສໝ - ເຄື່ອງຊ່ວຍຫາຍໃຈ HFNC ປະສົມອອກຊິເຈນອັດດ້ວຍເອເລັກໂຕຣນິກ 115 ອັນ ໄດ້ມອບໃຫ້ໂຮງໝໍບິ່ງແຈງ, ໂຮງໝໍພາກສະໜາມ 5D, ກອງບັນຊາການນະຄອນ, ໂຮງໝໍ 30/4, ໂຮງໝໍເມືອງ 8, ໂຮງໝໍພາກສະໜາມ ເລກທີ 13 (ພະແນກຟື້ນຟູຊີບຂອງໂຮງໝໍແບກມາຍຮັບຜິດຊອບ)...
ຍສໝ - ໃນຕອນເຊົ້າຂອງວັນທີ 26 ສິງຫາ, ສູນຮັບປະກັນຊີວິດສັງຄົມ ນະຄອນໂຮ່ຈີມິນ ໄດ້ເປີດຕົວ “ທີມ shipper ອາສາສະໝັກໜູນຊ່ວຍການຮັບ ແລະ ແຈກຢາຍສິນຄ້າໃຫ້ກັບປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກ”, ເອີ້ນຫຍໍ້ວ່າ “ທີມ shipper ອາສາສະໝັກ”
ຍສໝ - ຕອນເຊົ້າວັນທີ 26 ສິງຫາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໄປຢ້ຽມຢາມສະຖານທີ່ແຍກປ່ຽວ ຢູ່ຂັ້ນຕາແສງສໍາລັບ F0 ແລະ F1 ຢູ່ຖູດຶກ, ນະຄອນໂຮ່ຈີມິນ.
ຍສໝ - ຕອນເຊົ້າວັນທີ 26 ສິງຫາ, ທ່ານນາງ ຮອງປະທານາທິບໍດີສະຫະລັດອາເມລິກາ Kamala Harris ໄດ້ໄປຢ້ຽມຢາມບ່ອນເກັບຮັກສາວັກຊີນ Pfizer ທີ່ໄດ້ຮັບການຊ່ວຍເຫຼືອຈາກສະຫະລັດອາເມລິກາຢູ່ທີ່ສາງເກັບຮັກສາວັກຊີນປ້ອງກັນພະຍາດແຫ່ງຊາດຂອງສະຖາບັນອະນາໄມ ແລະ ສຸຂາພິບານສູນກາງ ຢູ່ນະຄອນຫຼວງຮ່າໂນ້ຍ.
ຍສໝ - ໃນວັນທີ 19 ສິງຫາ, ໂປແກລມການບໍລິການຫຼາຍແບບ Gojek ໄດ້ເປີດຕົວການບໍລິການລົດຮັບ-ສົ່ງເຕັກໂນໂລຍີ GoCar ຢູ່ນະຄອນໂຮ່ຈີມິນ.
ຍສໝ - ອີງຕາມແຜນການເລກທີ 2715 ກ່ຽວກັບການຈັດຕັ້ງປະຕິບັດມາດຕະການອັນຮີບດ່ວນ ເພື່ອປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດ COVID-19 ຕາມມະຕິເລກທີ 86 ຂອງລັດຖະບານ, ເຊິ່ງຫາກໍ່ໄດ້ເຊັນ ແລະ ປະກາດໃຊ້ໂດຍ ທ່ານປະທານຄະນະກໍາມະການປະຊາຊົນນະຄອນໂຮ່ຈີມິນ ຫງວຽນແທ່ງຟອງ ໃຫ້ຮູ້ວ່າ:
ຍສໝ - ຄະນະກຳມະການປະຊາຊົນນະຄອນຮຽກຮ້ອງໃຫ້ມີການຮັກສາຄວາມເປັນປົກກະຕິໃນການຜະລິດທີ່ປອດໄພຕາມບັນດາແຜນງານທີ່ເໝາະສົມ, ບໍ່ປະໃຫ້ລະບົບຕ່ອງໂສ້ການສະໜອງ, ການຜະລິດສະບຽງອາຫານ, ອຸປະກອນການແພດຖືກຂາດຕອນ.
ຍສໝ - ມາຮອດປັດຈຸບັນ, ນະຄອນໂຮ່ຈີມິນໄດ້ສັກຢາວັກຊີນຫຼາຍກວ່າ 4.6 ລ້ານເຂັມ, ໃນນັ້ນ 150.000 ຄົນໄດ້ສັກຄົບ 2 ເຂັມ.
ຍສໝ - ວັນທີ 12 ສິງຫາ, ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມຢູ່ຕ່າງປະເທດ - ກະຊວງການຕ່າງປະເທດໄດ້ປະສານສົມທົບກັບຄະນະກຳ ມະການຊາວຫວຽດນາມຢູ່ຕ່າງປະເທດ ນະຄອນໂຮ່ຈີມິນ ເພື່ອຈັດຕັ້ງໂຄງການ: “ຊ່ຽວຊານຊາວຫວຽດນາມຢູ່ຕ່າງປະເທດຮ່ວມແຮງຮ່ວມໃຈກັບນະຄອນໂຮ່ຈີມິນ ເພື່ອຕ້ານການລະບາດຂອງພະຍາດ ໂຄວິດ -19”.
ຍສໝ - ແຕ່ເມື່ອນະຄອນໂຮ່ຈີມິນປະຕິບັດການປິດເມືອງ ຫຼື ການແຍກຫ່າງສັງຄົມ ຕາມຄໍາສັ່ງເລກທີ 16 ຂອງນາຍົກລັດຖະມົນຕີ ເພື່ອປ້ອງກັນການລະບາດຂອງພະຍາດ COVID-19, ໃນຊຸມວັນຜ່ານມາ, ປະຊາຊົນຢູ່ບັນດາແຂວງພາກກາງ ໄດ້ບໍລິຈາກຜະລິດຕະພັນກະເສດເພື່ອຊ່ວຍເຫຼືອປະຊາຊົນຢູ່ພາກໃຕ້.
ໄລ່ຮອດຕອນເຊົ້າວັນທີ 06 ສິງຫາ, ຫວຽດນາມ ໄດ້ສັກວັກຊິນກັນໂຄວິດ-19 ກວ່າ 8 ລ້ານໂດສ, ໃນນັ້ນມີປະຊາຊົນກວ່າ 820.000 ຄົນໄດ້ສັກເຂັມທີ 2 ແລ້ວ.
ຍສໝ - ເພື່ອຕອບສະໜອງກັບບັ້ນຍຸດທະສາດຫວຽດນາມ ທີ່ຮັກແພງ ແລະ ຄວາມປາຖະໜາທີ່ຈະປະກອບສ່ວນໃນການຕໍ່ສູ້ຕ້ານການລະບາດຂອງພະຍາດໂຄວິດ -19, ອົງການບໍ່ຂຶ້ນກັບລັດຖະບານ Operation Smile Vietnam ໄດ້ຈັດຕັ້ງການຮຽກຮ້ອງ ການຮ່ວມແຮງຮ່ວມໃຈສະໜັບສະໜູນຂອງຊຸມຊົນ, ລະດົມທຶນເພື່ອຊື້ຊຸດອຸປະກອນການປ້ອງກັນພະຍາດໃຫ້ພະນັກງານການແພດແນວໜ້າ.
ຈາກມຸມມອງຂອງລຸກຮັກຂອງນະຄອນໂຮ່ຈີມິນ ທີ່ສຸມຈິດສຸມໃຈກັບນະຄອນຫຼວງ, ຈິດຕະກອນ ຮ່ວາງຟອງ ຫາກໍ່ແນະນຳຕໍ່ຜູ້ຊົມຊຸດພາບແຕ້ມທີ່ປະທັບໃຈກ່ຽວກັບ ຮ່າໂນ້ຍ ທີ່ມີຊື່ວ່າ “ຄວາມຮັກແພງຕໍ່ຄຸ້ນຖະໜົນ”.