ມອບຫຼຽນໄຊແຮງງານ, ໃບຍ້ອງຍໍໃຫ້ແກ່ບຸກຄົນຢູ່ນະຄອນໂຮ່ຈີມິນ ທີ່ມິຜົນງານໃນການປ້ອງກັນ ແລະຄວບຄຸມການລະບາດຂອງພະຍາດ

11:30 | 10/09/2021

ຍສໝ - ນີ້ແມ່ນບຸກຄົນທີ່ໄດ້ເຂົ້າຮ່ວມໃນວຽກງານຂອງສະມາຄົມ ແລະຄະນະໃນທ້ອງຖິ່ນ, ເຄີຍເປັນພົນທະຫານປະຊາຊົນ, ເປັນບັນດາຫົວໜ້າໜ່ວຍ ແລະ ຮອງຫົວໜ້າໜ່ວຍຂອງຄຸ້ມບ້ານ... ທີ່ໄດ້ເຂົ້າຮ່ວມໃນວຽກງານປ້ອງກັນ ແລະ ຄວບຄຸມການລະບາດ.

ດານັງ ຕັ້ງໂທລະສັບສາຍດ່ວນ ເພື່ອຊ່ວຍເຫຼືອຄົນຕ່າງປະເທດທີ່ປະສົບກັບຄວາມຫຍຸ້ງຍາກ ເນື່ອງຈາກການລະບາດຂອງພະຍາດ COVID-19 ດານັງ ຕັ້ງໂທລະສັບສາຍດ່ວນ ເພື່ອຊ່ວຍເຫຼືອຄົນຕ່າງປະເທດທີ່ປະສົບກັບຄວາມຫຍຸ້ງຍາກ ເນື່ອງຈາກການລະບາດຂອງພະຍາດ COVID-19
ພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງ ແລະ ຮັບຫຼຽນໄຊແຮງງານຊັ້ນໜຶ່ງຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງ ແລະ ຮັບຫຼຽນໄຊແຮງງານຊັ້ນໜຶ່ງຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ

ໃນຕອນເຊົ້າວັນທີ 5 ກັນຍາ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ລົງນາມໃນຂໍ້ຕົກລົງມອບຫຼຽນໄຊແຮງງານຊັ້ນສາມ ໃຫ້ທ່ານໝໍ ຈິງຮຶວເຍິນ ແລະ ອະດີດພະຍາບານ ເຈິ່ນຖິເຝຶ່ອງຮັ່ງ. ທ່ານໝໍ ຈິງຮຶວເຍິນ, ທ່ານໝໍ (ຊັ້ນ II), ອະດີດຫົວໜ້າສຸກສາລາຕາແສງ ເຟືອກໂລກ, ສູນການແພດເມືອງ ຍ່າແບ່, ພະແນກສາທາລະນະສຸກນະຄອນໂຮ່ຈີມິນ.

ມອບຫຼຽນໄຊແຮງງານ, ໃບຍ້ອງຍໍໃຫ້ແກ່ບຸກຄົນຢູ່ນະຄອນໂຮ່ຈີມິນ ທີ່ມິຜົນງານໃນການປ້ອງກັນ ແລະຄວບຄຸມການລະບາດຂອງພະຍາດ
ມອບຫຼຽນໄຊແຮງງານ, ໃບຍ້ອງຍໍໃຫ້ແກ່ບຸກຄົນຢູ່ນະຄອນໂຮ່ຈີມິນ ທີ່ມິຜົນງານໃນການປ້ອງກັນ ແລະຄວບຄຸມການລະບາດຂອງພະຍາດ. ພາບ: TTXVN

ທ່ານນາງ ເຈິ່ນຖິເຝຶ່ອງຮັ່ງ, ອະດີດພະຍາບານ (ຊັ້ນ IV), ພະແນກຟື້ນຟູສຸຂະພາບ, ໂຮງໝໍປະຊາຊົນ ຢາດິ້ງ. ທັງສອງທ່ານໄດ້ມີຜົນງານອັນດີເລີດໃນການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດ COVID-19 ຢູ່ນະຄອນໂຮ່ຈີມິນ, ປະກອບສ່ວນເຂົ້າໃນພາລະກິດສ້າງສັງຄົມນິຍົມ ແລະ ປົກປັກຮັກສາປະເທດຊາດ.

ກ່ອນໜ້ານີ້, ວັນທີ 4 ກັນຍາ, ນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຊັນຂໍ້ຕົກລົງມອບໃບຍ້ອງຍໍໃຫ້ແກ່ບຸກຄົນ 18 ຄົນ ທີ່ມີຜົນງານ ແລະ ການປະກອບສ່ວນຫຼາຍຢ່າງ ໃນການປ້ອງກັນຕ້ານພະຍາດ COVID-19 ຢູ່ນະຄອນໂຮ່ຈີມິນ. ບັນດາຄົນເຫຼົ່ານີ້ແມ່ນປະຊາຊົນທຳມະດາ, ບຸກຄົນຜູ້ທີ່ໄດ້ເຂົ້າຮ່ວມໃນວຽກງານຂອງສະມາຄົມ ແລະ ຄະນະໃນທ້ອງຖິ່ນ, ເຄີຍເປັນພົນທະຫານປະຊາຊົນ, ເປັນຫົວໜ້າໜ່ວຍ, ແລະ ເປັນຮອງຫົວໜ້າໜ່ວຍຂອງຄຸ້ມບ້ານ ແລະ ຜູ້ຮ່ວມງານໃນທີມງານຄວາມເປັນລະບຽບຕົວເມືອງ .... ເຂົາເຈົ້າເຄີຍເຂົ້າຮ່ວມໃນວຽກງານປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດ, ຖືກຕິດເຊື້ອພະຍາດ COVID-19 ໃນໄລຍະປະຕິບັດໜ້າທີ່ ແລະ ເສຍຊີວິດຍ້ອນອາການແຊກຊ້ອນຮ້າຍແຮງ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.