ນະຄອນໂຮ່ຈີມິນ ກຳນົດແຜນຂັ້ນຕອນການສັກຢາກັນພະຍາດໂຄວິດ -19 ໃຫ້ປະຊາຊົນຫຼາຍກວ່າ 7,2 ລ້ານຄົນ ທີ່ມີອາຍຸ 18 ປີຂຶ້ນໄປ

16:55 | 07/09/2021

ຍສໝ - ນະຄອນໂຮ່ຈີມິນ ມີເປົ້າໝາຍຈະປະຕິບັດສຳເລັດການສັກຢາປ້ອງກັນພະຍາດໂຄວິດ -19 ໃຫ້ປະຊາຊົນ 7,2 ລ້ານຄົນ ທີ່ມີອາຍຸ 18 ປີຂຶ້ນໄປ ໃນປີ 2021. ນີ້ເປັນເນື້ອໃນສຳຄັນ ໃນແຜນການສັກຢາປ້ອງກັນພະຍາດໂຄວິດ -19 ທີ່ປະກາດໃຊ້ໂດຍຄະນະກຳມະການປະຊາຊົນນະຄອນ.

ນະຄອນໂຮ່ຈີມິນ ວິເຄາະກວດຫາເຊື້ອພະຍາດໂດຍບໍ່ເສຍຄ່າ ສຳລັບຜູ້ຂົນສົ່ງທັງໝົດ ນະຄອນໂຮ່ຈີມິນ ວິເຄາະກວດຫາເຊື້ອພະຍາດໂດຍບໍ່ເສຍຄ່າ ສຳລັບຜູ້ຂົນສົ່ງທັງໝົດ
ນະຄອນໂຮ່ຈີມິນຮັບອຸປະກອນການແພດໜູນຊ່ວຍໃນການປ້ອງກັນ ແລະຄວບຄຸມການລະບາດຂອງພະຍາດ ເພີ່ມຕື່ມ ນະຄອນໂຮ່ຈີມິນຮັບອຸປະກອນການແພດໜູນຊ່ວຍໃນການປ້ອງກັນ ແລະຄວບຄຸມການລະບາດຂອງພະຍາດ ເພີ່ມຕື່ມ

ຕາມນັ້ນແລ້ວ, ນະຄອນຈະຈັດຕັ້ງການສັກຢາກັນພະຍາດໃຫ້ປະຊາຊົນທີ່ຄົບກະສຽນອາຍຸຕາມທີ່ໄດ້ກຳນົດໃນການນຳໃຊ້ວັກຊີນຢູ່ໃນພື້ນທີ່, ສຸມໃສ່ຜູ້ສູງອາຍຸ, ຜູ້ທີ່ມີພະຍາດປະຈຳຕົວ, ແມ່ຍິງຖືພາ 13 ອາທິດຂຶ້ນໄປ, ແມ່ທີ່ລ້ຽງລູກດ້ວຍນົມແມ່, ກຳລັງແນວໜ້າໃນການຕ້ານພະຍາດລະບາດ (ຜູ້ທີ່ບໍ່ໄດ້ສັກຢາວັກຊີນ), ກຳລັງແນວໜ້າໃນການພັດທະນາເສດຖະກິດ.

ໄລຍະທີ 1 (ແຕ່ວັນທີ 29 ສິງຫາຫາ 15 ກັນຍາ) ສັກຢາເຂັມທຳອິດ ໃຫ້ປະມານ 680,000 ຄົນ, ບັນລຸອັດຕາ 90% ຂອງຄົນທີ່ມີອາຍຸ 18 ປີຂຶ້ນໄປ ໄດ້ຮັບການສັກຢາເຂັມທຳອິດ; ສັກເຂັມທີສອງ ໃຫ້ປະມານ 2 ລ້ານຄົນທີ່ໄດ້ຮັບການສັກຢາເຂັມທີ 1 ທີ່ຄົບຕາມກຳນົດເວລາຂອງແຕ່ລະວັກຊີນ.

ນະຄອນໂຮ່ຈີມິນ ກຳນົດແຜນຂັ້ນຕອນການສັກຢາກັນພະຍາດໂຄວິດ -19 ໃຫ້ປະຊາຊົນຫຼາຍກວ່າ 7,2 ລ້ານຄົນ ທີ່ມີອາຍຸ 18 ປີຂຶ້ນໄປ
ນະຄອນໂຮ່ຈີມິນ ກຳນົດແຜນຂັ້ນຕອນການສັກຢາກັນພະຍາດໂຄວິດ -19 ໃຫ້ປະຊາຊົນຫຼາຍກວ່າ 7,2 ລ້ານຄົນ ທີ່ມີອາຍຸ 18 ປີຂຶ້ນໄປ

ໄລຍະທີ 2 (ແຕ່ວັນທີ 16 ຫາວັນທີ 30 ກັນຍາ) ສັກຢາເຂັມທຳອິດໃຫ້ປະຊາຊົນ 720,000 ຄົນທີ່ມີອາຍຸ 18 ປີຂຶ້ນໄປ (ປະມານ 10%); ສັກເຂັມທີສອງ ໃຫ້ປະມານ 656,900 ຄົນທີ່ໄດ້ຮັບການສັກຢາເຂັມທີ 1 ທີ່ຄົບຕາມກຳນົດເວລາຂອງແຕ່ລະວັກຊີນ.

ໄລຍະທີ 3 (ແຕ່ວັນທີ 16 ຕຸລາຫາວັນທີ 31 ທັນວາ 2021) ສັກເຂັມທີສອງໃຫ້ກັບປະຊາຊົນ 1.4 ລ້ານຄົນທີ່ໄດ້ຮັບການສັກຢາເຂັມທີ 1 ທີ່ຄົບຕາມກຳນົດເວລາຂອງແຕ່ລະວັກຊີນ ໃນໄລຍະວັນທີ 29 ສິງຫາ ຫາ 30 ກັນຍາ.

ດັ່ງນັ້ນ, ຈໍານວນວັກຊີນທັງໝົດທີ່ຈະໃຊ້ແມ່ນ 8,145,900 ໂດສ, ເຊິ່ງສັກເຂັມທໍາອິດແມ່ນ 1,4 ລ້ານໂດສ, ສ່ວນທີ່ເຫຼືອແມ່ນສັກເຂັມທີສອງ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.