ນະຄອນໂຮ່ຈີມິນຮັບອຸປະກອນການແພດໜູນຊ່ວຍໃນການປ້ອງກັນ ແລະຄວບຄຸມການລະບາດຂອງພະຍາດ ເພີ່ມຕື່ມ

16:38 | 31/08/2021

ຍສໝ - ເຄື່ອງຊ່ວຍຫາຍໃຈ HFNC ປະສົມອອກຊິເຈນອັດດ້ວຍເອເລັກໂຕຣນິກ 115 ອັນ ໄດ້ມອບໃຫ້ໂຮງໝໍບິ່ງແຈງ, ໂຮງໝໍພາກສະໜາມ 5D, ກອງບັນຊາການນະຄອນ, ໂຮງໝໍ 30/4, ໂຮງໝໍເມືອງ 8, ໂຮງໝໍພາກສະໜາມ ເລກທີ 13 (ພະແນກຟື້ນຟູຊີບຂອງໂຮງໝໍແບກມາຍຮັບຜິດຊອບ)...

ມູນຄ່າການສົ່ງອອກໃນ 8 ເດືອນເພີ່ມຂຶ້ນ 21,2% ມູນຄ່າການສົ່ງອອກໃນ 8 ເດືອນເພີ່ມຂຶ້ນ 21,2%
ຫວຽດນາມເປັນຈຸດເຊື່ອມຕໍ່ທີ່ສຳຄັນໃນລະບົບຕ່ອງໂສ້ການສະໜອງ ຂອງສະຫະລັດອາເມລິກາ ຫວຽດນາມເປັນຈຸດເຊື່ອມຕໍ່ທີ່ສຳຄັນໃນລະບົບຕ່ອງໂສ້ການສະໜອງ ຂອງສະຫະລັດອາເມລິກາ
ນະຄອນໂຮ່ຈີມິນຮັບອຸປະກອນການແພດໜູນຊ່ວຍໃນການປ້ອງກັນ ແລະຄວບຄຸມການລະບາດຂອງພະຍາດ ເພີ່ມຕື່ມ. ພາບປະກອບ
ນະຄອນໂຮ່ຈີມິນຮັບອຸປະກອນການແພດໜູນຊ່ວຍໃນການປ້ອງກັນ ແລະຄວບຄຸມການລະບາດຂອງພະຍາດ ເພີ່ມຕື່ມ. ພາບປະກອບ

ວັນທີ 30 ສິງຫາ, ກຸ່ມບໍລິສັດ ເຟືອງຈາງ (FUTA group) ສືບຕໍ່ມອບອຸປະກອນການແພດຫຼາຍຢ່າງເພື່ອໜູນຊ່ວຍໃນການປ້ອງກັນ ແລະປິ່ນປົວຄົນເຈັບຕິດພະຍາດ Covid-19 ໃຫ້ແກ່ບັນດາຮາກຖານ, ໜ່ວຍງານຢູ່ນະຄອນໂຮ່ຈີມິນ.

ຕາມນັ້ນແລ້ວ, ມີເຄື່ອງຊ່ວຍຫາຍໃຈ 2 ເຄື່ອງ ໄດ້ມອບໃຫ້ແກ່ໂຮງໝໍ 30/4 (ຂຶ້ນກັບກະຊວງຕໍາຫຼວດ) ເພື່ອຮັບໃຊ້ເຂດປິ່ນປົວອາການ Covid-19 ຫຼາຍຂັ້ນ ທີ່ຫາເອົາເຂົ້າໃນນໍາໃຊ້ (ວັນທີ 30 ສິງຫາ) ຢູ່ເມືອງ ຍ່າແບ່.

ເຄື່ອງຊ່ວຍຫາຍໃຈ HFNC ປະສົມອອກຊິເຈນອັດດ້ວຍເອເລັກໂຕຣນິກ 115 ອັນ ໄດ້ມອບໃຫ້ໂຮງໝໍບິ່ງແຈງ, ໂຮງໝໍພາກສະໜາມ 5D, ກອງບັນຊາການນະຄອນ, ໂຮງໝໍ 30/4, ໂຮງໝໍເມືອງ 8, ໂຮງໝໍພາກສະໜາມ ເລກທີ 13 (ພະແນກຟື້ນຟູຊີບຂອງໂຮງໝໍແບກມາຍຮັບຜິດຊອບ)...

ເຄື່ອງຜະລິດອົກຊີທີ່ໄຫຼວຽນສູງ ຫຼາຍກວ່າ 2.000 ໜ່ວຍ ໄດ້ມອບໃຫ້ໂຮງໝໍພາກສະໜາມ ເລກ 5, ກອງບັນຊາການນະຄອນ, ຄະນະກໍາມະການປະຊາຊົນເມືອງບິ່ງແທ້ງ, ໂຮງໝໍເມືອງ 4...

ບັນດາເຄື່ອງຊ່ວຍຫາຍໃຈເຫຼົ່ານີ້ມີບົດບາດສຳຄັນໃນການສ້າງແຫຼ່ງການສະໜອງອົກຊີໃຫ້ແກ່ຄົນເຈັບ, ສະນັ້ນເຮັດໃຫ້ການເສຍຊີວິດເນື່ອງຈາກ Covid-19 ຫຼຸດຜ່ອນລົງ. ມາຮອດປັດຈຸບັນ, ກຸ່ມ FUTA ໄດ້ ໜູນຊ່ວຍໃນດ້ານອຸປະກອນການແພດ, ຊັບພະຍາກອນມະນຸດ ເພື່ອຮັບໃຊ້ໃນການປ້ອງກັນ ແລະຄວບຄຸມການລະບາດ ລວມມີມຸນຄ່າເກືອບ 800 ຕື້ດົ່ງ.

ທີ່ກອງປະຊຸມຖະແຫຼງຂ່າວກ່ຽວກັບສະພາບການປ້ອງກັນ, ຕ້ານໂລກລະບາດ Covid-19 ໃນບໍລິເວນນະຄອນໂຮ່ຈີມິນ ໃນຕອນບ່າຍວັນທີ 29 ສິງຫາ 2021, ທ່ານຟ້າມດຶກຫ໋າຍ, ຮອງຫົວໜ້າຄະນະຊີ້ນຳການປ້ອງກັນ, ຕ້ານໂລກລະບາດ Covid-19 ນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ ໄລ່ຮອດທ້າຍວັນທີ 27 ສິງຫາ ບັນດາທ້ອງຖິ່ນເກືອບທັງໝົດ ໄດ້ປະຕິບັດສຳເລັດການກວດວິໄຈຫາເຊື້ອໃຫ້ແກ່ປະຊາຊົນຢູ່ເຂດມີຄວາມສ່ຽງຕິດເຊື້ອສູງໃນບໍລິເວນນະຄອນ.

ໃນ 7 ວັນທີ່ຜ່ານມາ, ນະຄອນໂຮ່ຈີມິນ ໄດ້ຍູ້ແຮງການຜັນຂະຫຍາຍ ເລື່ອງປະຊາຊົນເອົາຕົວຢ່າງຫາເຊື້ອດ້ວຍຕົນເອງ ແລະ ການວິໄຈຫາເຊື້ອໃນຂອບເຂດທົ່ວນະຄອນ, ສຸມໃສ່ຢູ່ບັນດາເຂດທີ່ມີຄວາມສ່ຽງຕິດເຊື້ອສູງ ແລະ ສູງທີ່ສຸດ. ທາງນະຄອນໄດ້ເອົາຕົວຢ່າງມາວິໄຈໄວຈຳນວນ 1,6 ລ້ານຕົວຢ່າງ ໃຫ້ແກ່ປະຊາຊົນໝົດທຸກຄົນ ຢູ່ເຂດທີ່ມີຄວາມສ່ຽງຕິດເຊື້ອສູງ ດ້ວຍໝາກຜົນແມ່ນກວດຫາຜູ້ຕິດເຊື້ອ Covid-19 ເປັນບວກໄດ້ກ່ວາ 64.000 ຄົນ

ໄຊພອນ

ເຫດການ
302 Found

Found

The document has moved here.