ນະຄອນໂຮ່ຈີມິນ ນຳຢາ Molnupiravir ເພື່ອປິ່ນປົວ F0 ທີ່ມີອາການບໍ່ຮຸນແຮງ

19:15 | 31/08/2021

ຍສໝ - ໂດຍຂໍ້ມູນຈາກພະແນກສາທາລະນະສຸກ ນະຄອນໂຮ່ຈີມິນ, ໃນຕອນເຊົ້າຂອງວັນທີ 27 ສິງຫາ, ຢາຕ້ານເຊື້ອໄວຣັສ Molnupiravir ໄດ້ຖືກສົ່ງໄປໃຫ້ສູນສາທາລະນະສຸກ ນະຄອນ Thu Duc ແລະ ບັນດາທ້ອງຖິ່ນເພື່ອຮັບໃຊ້ການປິ່ນປົວຜູ້ທີ່ຕິດເຊື້ອ COVID-19 ທີ່ມີອາການບໍ່ຮຸນແຮງ ແລະ ກຳລັງປະຕິບັດການແຍກປ່ຽວຢູ່ເຮືອນ.

ນະຄອນໂຮ່ຈີມິນຮັບອຸປະກອນການແພດໜູນຊ່ວຍໃນການປ້ອງກັນ ແລະຄວບຄຸມການລະບາດຂອງພະຍາດ ເພີ່ມຕື່ມ ນະຄອນໂຮ່ຈີມິນຮັບອຸປະກອນການແພດໜູນຊ່ວຍໃນການປ້ອງກັນ ແລະຄວບຄຸມການລະບາດຂອງພະຍາດ ເພີ່ມຕື່ມ
ທ່ານນາຍົກລັດຖະມົນຕີ ລົງກວດກາວຽກງານຕ້ານພະຍາດໂຄວິດ -19 ຢູ່ນະຄອນໂຮ່ຈີມິນ ທ່ານນາຍົກລັດຖະມົນຕີ ລົງກວດກາວຽກງານຕ້ານພະຍາດໂຄວິດ -19 ຢູ່ນະຄອນໂຮ່ຈີມິນ

ທ່ານ ດຣ. ຕັງຈີເທື້ອງ, ຮອງຜູ້ອຳນວຍການພະແນກສາທາລະນະສຸກ ນະຄອນໂຮ່ຈີມິນ ໄດ້ກ່າວວ່າ ເປົ້າໝາຍທີ່ໄດ້ນຳໃຊ້ຢາ Molnupiravir ແມ່ນຜູ້ທີ່ກວດພົບເຊື້ອໄວຣັດ SARS-CoV-2 (RT) PCR ຫຼື ວິເຄາະໄວ), ອາຍຸ 18-65 ປີ ແລະ ມີອາການບໍ່ຮຸນແຮງ ເຊັ່ນ: ໄຂ້, ໄອແຫ້ງ, ເຈັບຄໍ, ຕັນດັງ, ເມື່ອຍລ້າ, ເຈັບຫົວ, ເຈັບກ້າມເນື້ອ, ລີ້ນມືນ, ອັດຕາການຫາຍໃຈ ≤ 20 ເທື່ອ/ນາທີ, SpO> 96% ເມື່ອຫາຍໃຈ ແລະ ບໍ່ມີອາການຂອງປອດອັກເສບ ຫຼື ຂາດອົກຊີ.

ນະຄອນໂຮ່ຈີມິນ ນຳຢາ Molnupiravir ເພື່ອປິ່ນປົວ F0 ທີ່ມີອາການບໍ່ຮຸນແຮງ
ນະຄອນໂຮ່ຈີມິນ ນຳຢາ Molnupiravir ເພື່ອປິ່ນປົວ F0 ທີ່ມີອາການບໍ່ຮຸນແຮງ. ພາບ: TTXVN

ຫຼັງຈາກການຈັດສັນ, ພະແນກສາທາລະນະສຸກ ໄດ້ແນະນໍາໃຫ້ສູນສາທາລະນະສຸກ ຮັບເອົາ ແລະ ແຈກຢາຍໃຫ້ແຕ່ລະກໍລະນີ F0 ທີ່ກຳລັງປະຕິບັດການແຍກປ່ຽວຢູ່ເຮືອນ ຢ່າງຮີບດ່ວນ ໃນພື້ນທີ່ພາຍໃຕ້ການຄຸ້ມຄອງ, ຮັບປະກັນຖືກເປົ້າໝາຍ, ຖືກຕ້ອງຕາມຄໍາແນະນໍາ.

ສຸກສາລາເຄື່ອນທີ່ ເມື່ອແຈກຢາຍຢາໃຫ້ F0 ທີ່ກຳລັງປະຕິບັດການແຍກປ່ຽວຢູ່ເຮືອນ ຕ້ອງແນະນໍາໃຫ້ F0 ຕິດຕາມບັນດາອາການ ຫຼື ສັນຍານອາການທີ່ບໍ່ປາຖະໜາ ຜ່ານໂປແກລມ "ແຄ້ງອາການສຸຂະພາບເອເລັກໂຕຣນິກ" ແລະ ຄຸ້ມຄອງລາຍຊື່ບັນດາ F0 ທີ່ຮັບຢາ ເພື່ອ ອຳນວຍຄວາມສະດວກໃນການຄຸ້ມຄອງ ແລະ ການລາຍງານສະຖິຕິ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.