ວັນທີ 24 ພະຈິກ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູຈ້ອງ ແລະ ຄະນະສະມາຊິກສະພາແຫ່ງຊາດນະຄອນຮ່າໂນ້ຍ, ຫົວໜ່ວຍເລືອກຕັ້ງເລກ 1, ໄດ້ມີບັນດາການພົບປະກັບຜູ້ມີສິດເລືອກຕັ້ງເມືອງບາດິ່ງ, ໄຕໂຮ່ ແລະ ຮ່ວານກຽມ.
ພາຍຫຼັງດໍາເນີນການກໍ່ສ້າງຢ່າງຮີບດ່ວນມາເປັນເວລາ 01 ປີ, ໂຮງຮຽນມັດທະຍົມຕອນປາຍສິທ່ານາໄຊ, ຢູ່ແຂວງບໍລີຄໍາໄຊ, ລາວ ໄດ້ເປີດສະຫຼອງຢ່າງເປັນທາງການ ແລະ ນໍາເຂົ້າເຄື່ອນໄຫວນັບແຕ່ຕອນເຊົ້າວັນທີ 11 ພະຈິກເປັນຕົ້ນໄປ.
ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ຕີລາຄາສູງການປະກອບສ່ວນອັນໃຫຍ່ຫຼວງຂອງທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ ໃນພາລະກິດແຫ່ງການຕໍ່ສູ້ຍາດເອົາເອກະລາດໃຫ້ແກ່ປະເທດຊາດ ກໍ່ຄືໃນພາລະກິດແຫ່ງການສ້າງສາ, ພັດທະນາ ແລະ ປົກປັກຮັກສາປະເທດ ຫວຽດນາມ;
ຍສໝ - ຕອນເຊົ້າວັນທີ 26 ກັນຍາ, ທີ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ໄດ້ຕ້ອນຮັບຄະນະຜູ້ແທນຂັ້ນສູງພັກ, ລັດລາວ ໂດຍ ທ່ານຮອງປະທານປະເທດ ແຫ່ງ ສປປ ລາວ ພັນຄຳ ວິພາວັນ ນຳໜ້າມາຮ່ວມພິທີສົບ ທ່ານປະທານປະເທດ ສສ ຫວຽດນາມ ເຈີນດ້າຍກວາງ.
ຍສໝ - ຕອນເຊົ້າວັນທີ 11 ກັນຍາ, ຢູ່ນະຄອນຫຼວງ Budapest, ທ່ານເລຂາທິການໃຫຍ່ ຫງວ໋ຽນຝູ ຈ້ອງ ໄດ້ໃຫ້ກຽດຕ້ອນຮັບ ທ່ານຫົວໜ້າພັກກຳມະກອນ ຮົງກາຣີ Thurmer Gyulat ເຂົ້າພົບປະໂອ້ລົມ.
ຍສໝ - ໃນຂອບເຂດການຢ້ຽມຢາມ, ຕອນເຊົ້າວັນທີ 9 ກັນຍາ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຢ້ຽມຢາມນະຄອນ Szentendre ແລະ ເຮັດວຽກກັບການນໍານະຄອນແຫ່ງນີ້.
ຍສໝ - ເວລາ 16 ໂມງ 40 ນາທີ ຂອງວັນທີ 08 ກັນຍາ 2018 ຕາມເວລາທ້ອງຖິ່ນ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຮອດ ນະຄອນຫຼວງບູດາເປັດ ເລີ່ມການຢ້ຽມຢາມ ຢ່າງເປັນທາງການ ຮົງກາລີ ຕາມການເຊື້ອເຊີນຂອງ ນາຍົກລັດຖະມົນຕີ ຮົງກາລີ Viktor Orban.
ຍສໝ - ໃນຂອບເຂດການຢ້ຽມຢາມຢ່າງເປັນທາງການ ສະຫະພັນ ລັດເຊຍ, ຕອນບ່າຍວັນທີ 07 ກັນຍາ, ທີ່ ມົດສະກູ, ທ່ານເລຂາທິການໃຫຍ່ ຫງວຽນຝູ ຈ້ອງ ໄດ້ໃຫ້ການຕ້ອນຮັບການນຳບັນດາກຸ່ມບໍລິສັດ Gazprom ແລະ Zarubezneft. ນີ້ແມ່ນບັນດາກຸ່ມບໍລິສັດນ້ຳມັນອາຍແກັດແຖວໜ້າຂອງສະຫະພັນ ລັດເຊຍ, ມີການພົວພັນຮ່ວມມືທີ່ເປັນມູນເຊື້ອ ແລະ ມີປະສິດທິຜົນກັບ ຫວຽດນາມ.
ຍສໝ - ຕອນບ່າຍວັນທີ 07 ກັນຍາ, ທີ່ນະຄອນຫລວງ ມົດສະກູ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານປະທານພັກປະເທດ ລັດເຊຍ ຍຸຕິທຳ Seigey Mironov.
ໃນຂອບເຂດການຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ, ຕອນບ່າຍວັນທີ 07 ກັນຍາ, ທີ່ສຳນັກງານສະພາສະຫະພັນ (ສະພາສູງ ລັດເຊຍ) ຢູ່ນະຄອນຫລວງ ມົດສະກູ.
ໃນຂອບເຂດການຢ້ຽມຢາມລັດເຊຍ ຢ່າງເປັນທາງການ, ຕອນເຊົ້າວັນທີ 6 ກັນຍາ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ອອກຈາກນະຄອນຫລວງ ມົດສະກູ ເດີນທາງເຖິງນະຄອນ Shochi. ນະທີ່ນີ້ ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ມີການເຈລະຈາກັບທ່ານປະທານາທິບໍດີ ລັດເຊຍ V. Putin.
ຍສໝ - ທ່ານເລຂາທິການໃຫຍ່ຕີລາຄາສູງ ມວນຊົນຄົນຫວຽດນາມ ທີ່ອາໄສ ຢູ່ ສະຫະພັນທະລັດ ລັດເຊຍ ແມ່ນ ກຸ່ມກ້ອນທີ່ເຂັ້ມແຂງ ມີຜົນສຳເລັດຫຼາຍຢ່າງ ແລະ ມີມູນເຊື້ອຊ່ວຍເຫຼືອເຊິ່ງກັນແລະກັນ.
ຕອນເຊົ້າວັນທີ 4 ກັນຍາ, ທີ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ໃຫ້ການຕ້ອນຮັບ ຄະນະຜູ້ແທນ ຄະນະກຳມະການສູນກາງແນວລາວສ້າງຊາດ ນຳໂດຍທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານຄະນະກຳມະການສູນກາງແນວລາວສ້າງຊາດ ກຳລັງຢ້ຽມຢາມ ສສ ຫວຽດນາມ.
ວັນທີ 11 ກໍລະກົດ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູຈ້ອງ ໄດ້ມາຢ້ຽມຢາມ ແລະ ເຮັດວຽກກັບຄະນະຮັບຜິດຊອບວຽກງານພັກ ແລະ ການນຳຫຼັກແຫຼ່ງກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ
ຄວາມ “ແຕກຫັກ” ຂອງ G7 ໄດ້ເຮັດໃຫ້ຄວາມວິຕົກກັງວົນເພີ່ມຂຶ້ນກ່ຽວກັບການສິ້ນສຸດຂອງສາຍພົວພັນຂ້າມມະຫາສະມຸດອັດລັງຕິກ...
ຕອນເຊົ້າວັນທີ 17 ມິຖຸນາ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ແລະ ຄະນະສະມາຊິກສະພາແຫ່ງຊາດນະຄອນ ຮ່າໂນ້ຍ ຊຸດທີ 14 ໄດ້ພົບປະກັບຜູ້ມີສິດເລືອກຕັ້ງເມືອງ ແທງຊວນ ແລະ ຮ່າດົງ, ເພື່ອປະກາດໝາກຜົນຂອງກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດຊຸດທີ 14.
ຕອນເຊົ້າວັນທີ 15 ພຶດສະພາ, ທີ່ຫໍສະພາແຫ່ງຊາດ, ທ່ານນາງ ຕອງທິຟ໋ອງ ຜູ້ປະຈຳການສະພາແຫ່ງຊາດຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງສູນກາງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ໂດຍທ່ານ ອາລຸນໄຊ ສູນນະລາດ, ເລຂາຄະນະບໍລິຫານງານສູນກາງ ຊາວໜຸ່ມປະຊາຊົນປະຕິວັດລາວນຳໜ້າ ເຊິ່ງພວມຢ້ຽມຢາມຫວຽດນາມ.