ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟຸຈ້ອງ ຕ້ອນຮັບ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດໄທ

00:54 | 13/05/2019

ຕອນບ່າຍວັນທີ 23 ມັງກອນ, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດໄທ ປຣາວິດ ວົງສຸວັນ ຊຶ່ງພວມຢ້ຽມຢາມຫວຽດນາມແຕ່ວັນທີ 23 ຫາວັນທີ 24 ມັງກອນຕາມຄຳເຊີນຂອງທ່ານລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໂງຊວນລິກ

ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟຸຈ້ອງ ຕ້ອນຮັບ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດໄທ

ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟຸຈ້ອງ ແລະ ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດໄທ ປຣາວິດ ວົງສຸວັນ.(ພາບ: ສຳນັກຂ່າວຫວຽດນາມ)

ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟຸຈ້ອງ ໄດ້ຢືນຢັນ ນະໂຍບາຍຢ່າງສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນຖືເປັນສຳຄັນການເພີ່ມທະວີ ແລະ ເປີດກ້ວາງສາຍພົວພັນມິດຕະພາບ ແລະ ການຮ່ວມມືຫຼາຍດ້ານກັບໄທ; ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟຸຈ້ອງ ໄດ້ສະແດງຄວາມຂອບໃຈຕໍ່ການສະໜັບສະໜູນອັນໃຫຍ່ຫຼວງຊຶ່ງລັດຖະບານ ແລະ ປະຊາຊົນຫວຽດນາມໄດ້ສະຫງວຽນໃຫ້ແກ່ຫວຽດນາມໃນກິດຈະການສ້າງສາ ແລະ ປົກປັກຮັກສາປະເທດຊາດໃນປະຈຸບັນ ແລະ ສະແດງຄວາມເຊື່ອໝັ້ນວ່າ ການຢ້ຽມຢາມຈະປະກອບສ່ວນຊຸກຍູ້ສາຍພົວພັນມິດຕະພາບລະຫວ່າງກອງທັຍປະຊາຊົນ 2 ປະເທດເວົ້າສະເພາະ ແລະ ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ໄທ.

ກ່ອນໜ້ານັ້ນ, ໃນຕອນບ່າຍວັນທີ 23 ມັງກອນ, ຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນຫວຽດນາມໂດຍທ່ານພົນໂທ ໂງຊວນລິກ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມເປັນຫົວໜ້າຄະນະ ແລະ ຄະນະຜູ້ແທນການທະຫານຂັ້ນສູງຂອງໄທ ໂດຍທ່ານລັດຖະມົນຕີກະຊວງປ້ອງກັນປະເທດໄທ ປຣາວິດ ວົງສຸວັນ ເປັນຫົວໜ້າຄະນະ ໄດ້ດຳເນີນການເຈລະຈາ. 2 ຝ່າຍໄດ້ເປັນເອກະພາບກັນວ່າ ໃນໄລຍະທີ່ຈະມາເຖິງ, ຈະສືບຕໍ່ເສີມຂະຫຍາຍປະສິດທິຜົນບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວ, ເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ເປັນຕົ້ນແມ່ນຂັ້ນສູງ, ເພີ່ມທະວີການຮ່ວມມືລະຫວ່າງບັນດາເຫຼົ່າຮົບ, ການຮ່ວມມືກໍ່ສ້າງພະນັກງານນັກຮົບ, ປະກອບສ່ວນເພີ່ມທະວີສາຍພົວພັນທີ່ເປັນມູນເຊື້ອ ອັນດີງາມລະຫວ່າງກອງທັບ ແລະ ປະຊາຊົນ 2 ປະເທດ.

(ແຫຼ່ງ​ຂໍ້​ມູນ​: VOVWORLD)

ເຫດການ
302 Found

Found

The document has moved here.