ຍສໝ - ຕອນບ່າຍວັນທີ 27 ຕຸລາ, ຢູ່ສຳນັກງານຄະນະຜູ້ແທນສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ, ຮອງປະທານຜູ້ປະຈໍາການສະພາປະຊາຊົນແຂວງ ຢາລາຍ ໄດ້ຕ້ອນຮັບຄະນະຜູ້ແທນແຂວງ ສາລະວັນ (ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ).
ຍສໝ - ກຳລັງຕຳຫຼວດທະເລຂອງສອງປະເທດຫວຽດນາມ ແລະ ອິນໂດເນເຊຍ ຫາກໍ່ສຳເລັດການຊ້ອມຮົບຮ່ວມຢູ່ເຂດທະເລນອກຝັ່ງທະເລແຂວງ ບາເຣ້ຍ - ຫວຸງເຕົ່າ ຢ່າງຈົບງາມ.ເຫດການນີ້ໄດ້ປະກອບສ່ວນຮັດແໜ້ນນ້ຳໃຈສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອ, ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດ, 2 ກຳລັງ; ແມ່ນໂອກາດເພື່ອໃຫ້ພະນັກງານ, ນັກຮົບຂອງສອງປະເທດໄດ້ແລກປ່ຽນ, ຮ່ຳຮຽນ, ມີປະສົບການອັນລ້ຳຄ່າຕື່ມອີກໃນການປະຕິບັດໜ້າທີ່ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ປະຕິບັດກົດໝາຍຢູ່ທະເລ.
ຍສໝ - ບັນດາແຂກເຂົ້າຮ່ວມສະແດງຄວາມປະທັບໃຈຕໍ່ບັນດາໝາກຜົນແຫ່ງການພັດທະນາເສດຖະກິດຂອງຫວຽດນາມ, ປາດຖະໜາຢາກຄົ້ນຫາທັດສະນິຍະພາບທີ່ມີຊື່ສຽງຢູ່ 3 ເຂດພາກຂອງປະເທດ ຫວຽດນາມ ແລະ ຊອກຫາກາລະໂອກາດລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມ.
ຍສໝ - ວັນທີ 31 ຕຸລາ, ຢູ່ແຂວງ ດົ່ງທາບ, ສະມາຄົມມິດຕະພາບ ຫວຽດນາມ - ໂຮນລັງ ແຂວງ ດົ່ງທາບ ໄດ້ຈັດຕັ້ງກອງປະຊຸມໃຫຍ່ຄັ້ງທີ 3 ອາຍຸການ 2024 – 2029.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນມູນເຊື້ອທະຫານອາສາສະໝັກ ແລະ ນັກຊ່ຽວຊານການທະຫານ ຫວຽດນາມ ຊ່ວຍການປະຕິວັດລາວ, ຫາຍເຢືອງ ແລະ ແທັງຮ໋ວາ ໄດ້ຈັດຕັ້ງການພົບປະທົບທວນຄືນມູນເຊື້ອທີ່ຢູ່ຄຽງບ່າຄຽງໄຫຼ່ຊາວ ລາວ ໃນການຕໍ່ສູ້ປົກປັກຮັກສາເອກະລາດ.
ຍສໝ - ຕ້ອງຢັ້ງຢືນວ່າ ປະຫວັດສາດຕິດພັນກັນສະໜິດແໜ້ນອັນຍາວນານ ແລະມູນເຊື້ອສາມັກຄີຊ່ວຍເຫຼືອ, ອຸ້ມຊູ້ຊ່ວຍເຫຼືອເຊິ່ງກັນ ແລະກັນລະຫວ່າງສອງຊາດພວກເຮົາບໍ່ແມ່ນຍ້ອນຄວາມປາດຖະໜາຢຢາກພາວະວິໄສຂອງຝ່າຍໃດຝ່າຍໜຶ່ງ ເຊິ່ງເລີ່ມຈາກຕົວຈິງວ່າ ຫວຽດນາມ ແລະລາວ ແມ່ນສອງປະເທດບ້ານໃກ້ເຮືອນຄຽງຕິດພັນກັນສະໜິດແໜ້ນ, ພູຜາປ່າດົງແມ່ນ້ຳລຳເຊຫຼາຍສາຍຕິດຈອດກັນ, ອີງຫຼັງໃສ່ສາຍພູຫຼວງໃຫຍ່ໂຕມະໂຫຖານ, ຮ່ວມກິນນ້ຳແມ່ນ້ຳຂອງ, ມີຫຼາຍຈຸດຄ້າຍຄືກັນດ້ານປະຫວັດສາດ, ເສດຖະກິດ, ວັດທະນະທຳ, ປະຊາຊົນສອງປະເທດອົງອາດກ້າແກ່ນຕ້ານສັດຕູຜູ້ຮຸກຮານ, ເຕັມໄປດ້ວຍຄວາມເມດຕາ, ຕ່າງຝ່າຍຕ່າງມີຜົນປະໂຫຍດກ່ຽວກັບເອກະລາດ, ເປັນເຈົ້າຕົນເອງ ແລະຄວາມມຸ່ງມາດປາດຖະໜາອັນຊອບທຳກ່ຽວກັບສັນຕິພາບ, ພັດທະນາ.
ຍສໝ - ໂດຍໃຫ້ຮູ້ວ່າ ຫວຽດນາມ ພວມຍູ້ແຮງບັນດາບາດກ້າວບຸກທະລຸຍຸດທະສາດກ່ຽວກັບລະບອບລະບຽບການ, ພື້ນຖານໂຄງລ່າງ ແລະ ຊັບພະຍາກອນມະນຸດ, ໃນນັ້ນ ມີພື້ນຖານໂຄງລ່າງຄົມມະນາຄົມຍຸດທະສາດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ສະເໜີໃຫ້ບັນດາກຸ່ມບໍລິສັດສະຫະນະຄອນ ອາຮັບ ເອມີເລັດ (UAE) ຮ່ວມມື, ລົງທຶນເຂົ້າໃນບັນດາຂົງເຂດນີ້ ແລະ ຂົງເຂດທີ່ມີຄວາມສາມາດບົ່ມຊ້ອນອື່ນໆ.
ຍສໝ - ທ່ານເລຂາທິການໃຫຍ່ ສະເໜີໃຫ້ຄະນະພົວພັນຕ່າງປະເທດສູນກາງຕ້ອງຖືການກໍ່ສ້າງຖັນແຖວພະນັກງານພົວພັນຕ່າງປະເທດທີ່ມີຄຸນນະທາດດ້ານການເມືອງຢ່າງໝັ້ນຄົງເປັນສຳຄັນ, ຍາມໃດກໍ່ຖືຜົນປະໂຫຍດຂອງປະເທດຊາດ, ຊົນເຜົ່າ, ປະຊາຊົນເປັນອັນດັບໜຶ່ງ.
ຍສໝ - ປະຫວັດສາດຂອງການພົວພັນສາກົນມີການພົວພັນຮ່ວມມື, ເປັນພັນທະມິດ, ສະໜັບສະໜູນເຊິ່ງກັນ ແລະກັນ ເພື່ອຄວາມຄົງຕົວ ແລະຂະຫຍາຍຕົວຂອງປະເທດຕົນໃນດ້ານຕ່າງໆເປັນຕົ້ນດ້ານການເມືອງ, ຄວາມໝັ້ນຄົງເສດຖະກິດ, ການຄ້າ, ການລົງທຶນ ແລະວັດທະນະທຳສັງຄົມ, ແຕ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ແມ່ນສາຍພົວພັນແບບພິເສດມີໜຶ່ງບໍ່ມີສອງຢູ່ໃນໂລກ ຊຶ່ງເປັນກົດເກນແຫ່ງການເພີ່ມທະວີການພົວພັນຮ່ວມມືສອງຝ່າຍເຂົ້າສູ່ລວງເລິກ ແລະລວງກວ້າງ.
ຍສໝ - ວັນທີ 25 ຕຸລາ ຢູ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ເປັນປະທານ, ຈັດຕັ້ງການສຳມະນາວິທະຍາສາດດ້ວຍຫົວຂໍ້: “ທະຫານອາສາສະໝັກ ແລະ ນັກຊ່ຽວຊານການທະຫານຫວຽດນາມ ຊ່ວຍການປະຕິວັດລາວ - ຄວາມໝາຍປະຫວັດສາດ ແລະ ບົດຮຽນປະສົບການ”.
ຍສໝ - ນັ້ນແມ່ນຈິດໃຈຂອງການພົບປະແລກປ່ຽນລະຫວ່າງທ່ານ ຫວໍວັນຮວານ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈິມິນ ແລະ ທ່ານ David Toland, ຮອງຜູ້ວ່າການລັດ Kansas (ອາເມລິກາ) ໃນວັນທີ 24 ຕຸລາ ຢູ່ນະຄອນ ໂຮ່ຈິມິນ.
ຍສໝ - ວັນທີ 11 ມິຖຸນາ, ຢູ່ນະຄອນ ໂຮ່ຈີມິນ, ສະຫາຍ ຫງວຽນເຟືອກລົກ, ຮອງເລຂາພັກນະຄອນ ໂຮ່ຈີມິນ ໄດ້ໃຫ້ການຕ້ອນຮັບ ພົນຈັດຕະວາ ຜາລົມ ລິນທອງ, ປະທານສະມາຄົມນັກຮົບເກົ່າ ນະຄອນຫຼວງ ວຽງຈັນ (ລາວ) ພ້ອມດ້ວຍຄະນະຜູ້ແທນສະມາຄົມນັກຮົບເກົ່າ ວຽງຈັນ.
ຍສໝ - ແຕ່ວັນທີ 7-8 ມິຖຸນາ, ຄະນະປະຕິບັດງານ ຫວຽດນາມ ໂດຍທ່ານຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຫວຽນຮູຍຢຸ້ງ ນຳໜ້າຄະນະ ໄປຢ້ຽມຢາມເຮັດວຽກຢູ່ Fukuoka, ຍີ່ປຸ່ນ.
ຍສໝ - ວັນທີ 27 ຕຸລາ, ຄະນະຕິດຕໍ່ປະສານງານທະຫານອາສາສະໝັກ ແລະ ນັກຊ່ຽວຊານການທະຫານຫວຽດນາມ ຊ່ວຍການປະຕິວັດລາວ ຢູ່ແຂວງ ແທງຮວ໋າ ໄດ້ຈັດພິທີສະເຫຼີມສະຫຼອງ 75 ປີແຫ່ງວັນມູນເຊື້ອທະຫານອາສາສະໝັກ ແລະ ນັກຊ່ຽວຊານການທະຫານຫວຽດນາມ ຊ່ວຍການປະຕິວັດລາວ (ວັນທີ 30 ຕຸລາ 1949 – 30 ຕຸລາ 2024).
ຍສໝ - ໂລໂກ້ (Logo) ທີ່ໄດ້ຮັບລາງວັນແມ່ນຄວາມຄິດປະດິດສ້າງຂອງກຸ່ມນັກສຶກສາມາຈາກ ຮ່າໂນ້ຍ, ນາງ ຫງວຽນເຈີນໝີແອັງ ຈາກມະຫາວິທະຍາໄລເສດຖະກິດແຫ່ງຊາດ (NEU) ແລະ ທ້າວ ໂດ໊ດືກເກືອງ ຈາກມະຫາວິທະຍາໄລສັບພະວິຊາ ຮ່າໂນ້ຍ (HUST).
ຍສໝ - ນີ້ແມ່ນເນື້ອໃນຂອງການພົບປະແລກປ່ຽນລະຫວ່າງທ່ານ ຟານແອງເຊີນ, ປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ (VUFO) ແລະ ທ່ານ Jigjee Sereejav, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ມົງໂກນ ປະຈຳ ຫວຽດນາມ, ໃນວັນທີ 24 ຕຸລາ ຢູ່ ຮ່າໂນ້ຍ.
ຍສໝ - ຕອນຄ່ຳວັນທີ 23 ຕຸລານີ້, ຢູ່ແຂວງ ຊຽງຂວາງ, ພາກເໜືອຂອງລາວ ໄດ້ດຳເນີນງານຕະຫຼາດນັດວາງສະແດງ, ແນະນຳ, ໂຄສະນາບັນດາຜະລິດຕະພັນວັດທະນະທຳ, ທ່ອງທ່ຽວ, ຜະລິດຕະພັນກະສິກຳຂອງ ຫວຽດນາມ ແລະ ລາວ.
ຍສໝ - ວັນທີ 24 ຕຸລາ, ຕາມເວລາທ້ອງຖິ່ນ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດບັນດາການນຳກຸ່ມ BRICS ເປີດກວ້າງຢູ່ Kazan, ສະຫະພັນລັດເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ມີການພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ.
ຍສໝ - "Đỗ" ບໍ່ແມ່ນ "Đố", "Quằn quại" ບໍ່ແມ່ນ "Quan quại"... ບັນດາຊ່ວງເວລາທີ່ຫນ້າຮັກເຫຼົ່ານີ້ ໄດ້ປະກົດຢູ່ໃນບັນດາວິດີໂອ TikTok ແລະ YouTube ຂອງທ່ານນາງ Liliya Kholodova (ລັດເຊຍ). ບັນດາວິດີໂອເຫຼົ່ານີ້ ໄດ້ດຶງດູດຜູ້ຊົມ ແລະ ແບ່ງປັນນັບໝື່ນຄັ້ງ, ກາຍເປັນສັນຍາລັກທີ່ມີຊີວິດຊີວາກ່ຽວກັບການຜູກພັນດ້ານວັດທະນະທຳ, ເຜີຍແຜ່ຄວາມຮັກແພງພາສາຫວຽດນາມ ຂ້າມຊາຍແດນ.
ຍສໝ - ສະຖານທູດແຫ່ງ ລາຊະອານາຈັກມາຣົກ ປະຈຳ ຫວຽດນາມ ຫາກໍມີຈົດໝາຍສະແດງຄວາມຂອບໃຈຢ່າງຈິງໃຈເຖິງໂຮງໝໍມິດຕະພາບ ຫວຽດດຶກ ພາຍຫຼັງທີ່ໄດ້ເບິ່ງແຍງໃຫ້ແກ່ພົນລະເມືອງ ມາຣົກ ສອງຄົນທີ່ປະສົບອຸບັດຕິເຫດເມື່ອບໍ່ດົນມານີ້.