ຍສໝ - ວັນທີ 5 ທັນວາ, ຢູ່ສຸກສາລາ ແດນສະຫວັນ (ເມືອງເຊໂປນ, ແຂວງ ສະຫວັນນາເຂດ, ລາວ) ບັນດາໜ່ວຍງານ ຫວຽດນາມ - ລາວ ໄດ້ສົມທົບກັນຈັດຕັ້ງການປິ່ນປົວພະຍາດ ແລະ ສະໜອງຢາໃຫ້ແກ່ປະຊາຊົນໃນບໍລິເວນໂດຍບໍ່ເສຍຄ່າ. ນີ້ແມ່ນການເຄື່ອນໄຫວນອນໃນລະບົບການເຄື່ອນໄຫວຂອງໂຄງການພົບປະແລກປ່ຽນມິດຕະພາບການປ້ອງກັນຊາດເຂດຊາຍແດນ ລະຫວ່າງ ຫວຽດນາມ - ລາວ ຄັ້ງທີ 1 ປີ 2021.
ສອງຝ່າຍໄດ້ເຫັນດີເປັນເອກະພາບຕໍ່ບົດລາຍງານຕີລາຄາໝາກຜົນຂອງການຮ່ວມມືໄລຍະ 2019 – 2021 ແລະ ການກຳນົດທິດການຮ່ວມມືໄລຍະ 2021 – 2025 ກ່ຽວກັບແຮງງານ ແລະ ສັງຄົມ, ລົງນາມບົດບັນທຶກກອງປະຊຸມທາງໄກລັດຖະມົນຕີແຮງງານ ແລະ ສະຫວັດດີການສັງຄົມ ຄັ້ງທີ 7 ແລະ ຂໍ້ຕົກລົງ ຮ່ວມມືໃນຂົງເຂດແຮງງານ ແລະ ສະຫວັດດີການສັງຄົມ ລະຫວ່າງສອງປະເທດ.
ງານພົບປະແລກປ່ຽນຊາວໜຸ່ມມິດຕະພາບ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ປີ 2021 ໂດຍ ສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິນ ຈັດຕັ້ງຕາມຮູບການທາງໄກໃນລະຫວ່າງວັນທີ 22 – 24 ຕຸລາ ຜ່ານມາ ແມ່ນຮູບການເຄື່ອນໄຫວທີ່ມີໄຫວພິບ, ປະດິດຄິດສ້າງ, ມີປະສິດທິຜົນ ແລະ ເໝາະສົມກັບສະພາບການຕົວຈິງ. ເຫດການດັ່ງກ່າວໄດ້ປະກອບສ່ວນສ້າງກາລະໂອກາດໃຫ້ຊາວໜຸ່ມສາມປະເທດແລກປ່ຽນບົດຮຽນ, ປະສົບການໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແລະ ຍົກອອກມາດຕະການຫຼາຍຢ່າງເພື່ອຮັບມື ແລະ ເຊື່ອມໂຍງເຂົ້າກັບສາກົນ.
ໃນໄລຍະເວລາສອງວັນ ແຕ່ວັນທີ 22 – 23 ຕຸລາ, ຜູ້ແທນ 65 ທ່ານ ເຊິ່ງເປັນຊາວໜຸ່ມ, ນັກສຶກສາຜູ້ດີເດັ່ນຂອງ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ໄດ້ພ້ອມກັນແບ່ງປັນປະສົບການຕົວຈິງ, ແລກປ່ຽນ, ປຶກສາຫາລືກ່ຽວກັບ 3 ຫົວຂໍ້: ໄວໜຸ່ມ ຫວຽດນາມ - ລາວ - ກຳປູເຈຍ ຮ່ວມແຮງຮ່ວມໃຈເພີ່ມພູນຄູນສ້າງສາຍພົວພັນໄມຕີຈິດມິດຕະພາບ, ຄວາມສາມັກຄີ; ຊາວໜຸ່ມ ຫວຽດນາມ - ລາວ - ກຳປູເຈຍ ປະຈັນບານ, ອາສາສະໝັກເຂົ້າຮ່ວມວຽກງານປ້ອງກັນ, ຕ້ານໂລກລະບາດ ໂຄວິດ - 19, ເພື່ອການຊ່ວຍໜູນສັງຄົມ; ຍົກສູງກຳລັງຄວາມສາມາດນຳໃຊ້ເຕັກໂນໂລຢີດີຈີຕອນໃຫ້ແກ່ຊາວໜຸ່ມ ຫວຽດນາມ - ລາວ - ກຳປູເຈຍ.
ຍສໝ - ກ່າວຄຳເຫັນທີ ພິທີ, ທ່ານນາງ ຫງວຽນທິກິມແອັງ, ຫົວໜ້າໜ່ວຍມິດຕະພາບ ຫວຽດນາມ - ລາວ ເຮືອນລວມໝູ່ ເລກທີ 79 – 81 ຖະໜົນລີ໊ນາມເດ໊ ໃຫ້ຮູ້ວ່າ: ປີ 1959, ຄະນະປະຕິດງານພາກຕາເວັນອອກ ໄດ້ສ້າງຕັ້ງເພື່ອແນໃສ່ຊ່ວຍເຫຼືອໃຫ້ແກ່ການປະຕິວັດລາວໃນໄລຍະຕໍ່ສູ້ຕ້ານອາເມລິກາ. ຄະນະທີ່ມີສຳນັກງານລັບ ຢູ່ເຮືອນເລກທີ 79 – 81 ຖະໜົນ ລີ໊ນາມເດ໊ ໂດຍທ່ານພົນເອກ ຫວໍງວຽນຢາບ ເປັນຫົວໜ້າຄະນະ.
ຍສໝ - ບົນເນື້ອໃນຈິດໃຈມິດຕະພາບ, ຄວາມເຂົ້າໃຈເຊິ່ງກັນແລະກັນ, ສອງຝ່າຍໄດ້ຕີລາຄາສູງບັນດາຜົນກະທົບ, ຄວາມສາມາດບົ່ມຊ້ອນໃນການຮ່ວມມື ພັດທະນາ ຂອງການເປີດຊ່ອງທາງຊາຍແດນຫຼັກໝາຍ 65 ແລະ ເຫັນດີເປັນເອກະພາບບາງເນື້ອໃນ.
ຍສໝ - ກ່າວຄຳເຫັນທີ່ການເຮັດວຽກ, ທ່ານເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນ ລາວ ປະຈຳ ຫວຽດນາມ ແສງເພັດ ຮຸ່ງບວນຍວງ ໄດ້ສົ່ງຄຳຂອບອົກຂອບໃຈໄປຍັງວິທະຍາຄານປ້ອງກັນຫວຽດນາມ ເພື່ອໄດ້ໜູນຊ່ວຍ, ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາພະນັກງານ, ນັກຮົບ, ນາຍທະຫານໃນກອງທັບລາວ ປະຕິບັດ ໜ້າທີ່ການເມືອງ ໃຫ້ສຳເລັດຜົນ.
ຍສໝ - ການພົວພັນລະຫວ່າງ ຫວຽດນາມ ລາວ ສືບຕໍ່ແມ່ນແບບຢ່າງທີ່ດີເດັ່ນໃນການພົວພັນສາກົນ, ບໍ່ພຽງແຕ່ສືບຕໍ່ໃສແຈ້ງ, ບໍລິສຸດພຸດຜ່ອງ ຫາກຍັງຍິ່ງພິເສດກ່ວາເກົ່າ.
ຍສໝ - ເມື່ອບໍ່ດົນມານີ້, ຢູ່ດ່ານຊາຍແດນສາກົນ ເກົ່າແຈວ, ຄະນະຜູ້ແທນແຂວງ ບໍລິຄຳໄຊ ໂດຍທ່ານ ກອງແກ້ວ ໄຊສົງຄຳ ກຳມະການຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ເລຂາ ເຈົ້າແຂວງ ນຳໜ້າມາຢ້ຽມຢາມ ແລະ ອວຍພອນປີໃໝ່ ອົງຄະນະພັກ, ປະຊາຊົນແຂວງຮ່າຕິງເນື່ອງໃນໂອກາດບຸນເຕັດປີສະຫຼຸຂອງຫວຽດນາມ.
ຍສໝ - ຫ້ອງການຕິດຕໍພົວພັນຜ່ານເຂດຊາຍແດນ ທີ່ຫາກໍ່ໄດ້ສ້າງຕັ້ງຂຶ້ນ ຈະເຄື່ອນໄຫວຢູ່ເຂດຊາຍແດນ ກັບແຂວງຄຳມ່ວນ ແລະ ສາຫວັນນາເຂດ ຂອງ ສປປ.ລາວ, ເຂົ້າຮ່ວມເຄືອຂ່າຍຫ້ອງວ່າການ BLO ຢ່າງເປັນທາງການ, ໄດ້ກາຍເປັນຫ້ອງການພົວພັນຕິດຕໍ່ພົວພັນຄັ້ງທີ 21 ຢູ່ ຫວຽດນາມ ໂດຍ UNODC ໜູນຊ່ວຍ.
ຍສໝ - ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສປປ.ລາວ ປະຈຳ ຫວຽດນາມ ໄດ້ຢັ້ງຢືນວ່າ ໃນຕະຫຼອດໄລຍະ 45 ປີທີ່ຜ່ານມາ, ເຖິງວ່າສະພາບການໂລກ ແລະ ພາກພື້ນມີການຜັນແປສັບສົນໂດຍໄວ ກໍ່ຕາມ, ແຕ່ການພົວພັນມິດຕະພາບແບບຍິ່ງໃຫຍ່, ຄວາມສາມັກຄີສັດຊື່ບໍລິສຸດ, ສ່ອງໃສ ແລະ ການຮ່ວມມືຮອບດ້ານລະຫວ່າງລາວ ແລະ ຫວຽດນາມ ໂດຍທ່ານ ປະທານໂຮ່ຈີມິນທີ່ຍິ່ງໃຫຍ່, ປະທານສຸພານຸວົງ ສ້າງຕັ້ງ ແລະ ອອກເຫືອເທແຮງເພີ່ມພູນຄູນສ້າງ ພ້ອມກັບການນຳ, ນັກປະຕິວັດ ຫຼາຍລຸ້ນຄົນ ແລະ ປະຊາຊົນສອງປະເທດສືບຕໍ່ເສີມຂະຫຍາຍ ແລະ ປັດຈຸບັນໄດ້ກາຍເປັນຊັບສົມບັດອັນລ້ຳຄ່າຂອງສອງປະເທດ.
ຍສໝ - ທ່ານພັນໂທ ຟ້າມຕຸງເລິມ, ຮອງຜູ້ຮັບຜິດຊອບການເມືອງ ທະຫານຊາຍແດນ ແຂວງເທື່ອທຽນເຫ້ວ ໄດ້ຕາງໜ້າຄະນະປະຕິບັດງານງານ ໄດ້ສົ່ງຄຳຢຶ້ຢາມຖາມຂ່າວໄປຍັງພະນັກງານ, ນັກຮົບກຳລັງປະກອບອາວຸດ ແລະ ປະຊາຊົນສອງບ້ານ ກາໂລ ແລະ ບ້ານເຊຊາບ, ເມືອງ ກາລືມ, ແຂວງເຊກອງ.
ຍສໝ - ແຜນການພັດທະນາການທ່ອງທ່ຽວເຂດສາມລ່ຽມພັດທະນາ CLV ໄດ້ຮັບການສ້າງ ແລະ ຈັດຕັ້ງປະຕິບັດ ຈະປະກອບສ່ວນເຊື່ອມຕໍ່ບັນດາຄວາມສາມາດບົ່ມຊ້ອນການທ່ອງທ່ຽວຂອງສາມປະເທດ, ສ້າງບັນດາສາຍການທ່ອງທ່ຽວ, ເຊື່ອມໂຍງບັນດາຈຸດນັດພົບ, ສ້າງການແຜ່ຂະຫຍາຍ, ຊຸກຍູ້ການເຕີບໂຕເສດຖະກິດ - ສັງຄົມຢູ່ເຂດນີ້ ແລະ ຈາກນັ້ນເປີດກ້ວາງໄປສູ່ບັນດາທ້ອງຖິ່ນໃນຂອບເຂດສາມປະເທດ
ຍສໝ - ຫວຽດນາມ ແລະ ລາວມີການພົວພັນຮ່ວມມືສະໜິດແໜ້ນ ແລະ ມີປະສິດທິຜົນໃນຂົງເຂດ ການສຶກສາ ແລະ ບຳລຸງສ້າງ. ໃນໄລຍະ ປີ 2011 – 2020, ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ແລະ ກະຊວງສຶກສາທິການ ແລະ ກິລາ ລາວໄດ້ສົມທົບກັນປະຕິບັດບັນດເນື້ອໃນຂອງແຜນຮ່າງຍົກສູງຄຸນນະພາບ ແລະ ປະສິດທິຜົນການຮ່ວມມື ລະຫວ່າງ ຫວຽດ - ລາວໃນຂົງເຂດສຶກສາ ແລະ ພັດທະນາແຫຼ່ງຊັບພະຍາກອນໄລຍະ 2011 – 2020 ໃຫ້ເປັນຢ່າງດີ.
ຍສໝ - ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ຝຶກອົບຮົບບາງເຕັກນິກກ່ຽວກັບການຂຽນຂ່າວ, ບົດໂຄສະນາ, ສ່ອງແສງ, ປຶກສາຫາລື ແລະ ແລກປ່ຽນກ່ຽວກັບວິຊາການ, ປະສົບການໃນການຂຸດຄົ້ນ ແລະ ແກ້ໄຂຫົວຂໍ້.
ຍສໝ - ໄລຍະຜ່ານມາ, ສະມາຄົມມິດຕະພາບຫວຽດນາມ - ລາວເມືອງ ເຕິນອຽນ ໄດ້ຈັດຕັ້ງກອງປະຊຸມໃຫຍ່ຄັ້ງທີ 3 ໄລຍະ 2020 - 2025.
ຍສໝ - ທ່ານ ເຈິ່ນເຍິດແທັ່ງ, ເລຂາທິການຄະນະກຳມະການຮ່ວມມື ຫວຽດນາມ - ລາວຕີລາຄາວ່າ, ເຖິງວ່າ ຊຸມເດືອນຕົ້ນປີນີ້, ໂລກລະບາດ Covid – 19 ມີການຜັນແປຢ່າງສັບສົນກໍ່ຕາມ, ແຕ່ການນຳຂັ້ນສູງຂອງສອງປະເທດໄດ້ແກ້ໄຂເປັນຢ່າງດີບັນດາບັນຫາສຳຄັນໃນທຸກດ້ານຄື: ການເມືອງ, ເສດຖະກິດ, ການທູດ ແລະ ການປ້ອງກັນຄວາມສະຫງົບ.
ຍສໝ - ການສ້າງແຜນການດ້ວຍວິໄສທັດ ຮອດປີ 2050, ຈະຊ່ວຍໃຫ້ແຂວງລະດົມບັນດາແຫຼ່ງກຳລັງຂອງຕົນຢ່າງມີປະສິດທິຜົນ, ເຊື່ອມຕໍ່ບັນດາແຫຼ່ງກຳລັງທັງຢູ່ພາຍໃນ ແລະ ຕ່າງປະເທດຢ່າງມີປະສິດທິຜົນ ເພື່ອພັດທະນາເສດຖະກິດແບບຍືນຍົງ , ຮັກສາອະທິປະໄຕເຂດຊາຍແດນ.
ຍສໝ - ໃນຕອນເຊົ້າວັນທີ 27 ພະຈິກ 2019, ຢູ່ແຂວງເງະອານ ສສ ຫວຽດນາມ, ຄະນະກຳມະການຮ່ວມມືຫວຽດນາມ - ລາວ ແລະ ລາວ - ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມ ຂັ້ນຮອງປະທານເພື່ອຕີລາຄາການປະຕິບັດຂໍ້ຕົກລົງຮ່ວມມື ປີ 2019 ແລະ ແລກປ່ຽນທິດທາງໃນການຮ່ວມມືປີ 2020.
ໃນຂອບເຂດການໄປຢ້ຽມຢາມ ແລະ ເຮັດວຽກຢູ່ ລາວໃນລະຫວ່າງວັນທີ 26 – 29 ກັນຍາ, ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ຫວຽດນາມ ແລະ ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ໄດ້ໄປຢ້ຽມຢາມຫໍສະພາແຫ່ງຊາດລາວຫຼັງໃໝ່, ເຊິ່ງເປັນຂອງຂວັນຈາກພັກ, ລັດ, ລັດຖະບານ ແລະ ປະຊາຊົນ ຫວຽດນາມມອບໃຫ້ ພັກ, ລັດ, ລັດຖະບານ ແລະ ປະຊາຊົນ ລາວ.