ຍົກ​ສູງ​ຄວາມ​ຮູ້​ດ້ານ​ກົດ​ໝາຍ ແລະ ເຕັກ​ນິກ​ໂຄ​ສະ​ນາ​ກ່ຽວ​ກັບ​ສະ​ພາບ​ການ​ເຂດ​ຊາຍ​ແດນ​ລະ​ຫວ່າງ ຫວຽດ​ນາມ - ລາວ

16:29 | 21/11/2020

ຍ​ສ​ໝ - ທີ່ກອງ​ປະ​ຊຸມ, ບັນ​ດາ​ຜູ້​ແທນ​ໄດ້​ຝຶກ​ອົບ​ຮົບ​ບາງ​ເຕັກ​ນິກ​ກ່ຽວ​ກັບ​ການ​ຂຽນ​ຂ່າວ, ບົດ​ໂຄ​ສະ​ນາ, ສ່ອງ​ແສງ, ປຶກ​ສາ​ຫາ​ລື ແລະ ແລກ​ປ່ຽນ​ກ່ຽວ​ກັບ​ວິ​ຊາ​ການ, ປະ​ສົບ​ການ​ໃນ​ການ​ຂຸດ​ຄົ້ນ ແລະ ແກ້​ໄຂ​ຫົວ​ຂໍ້.

ຍ ກ ສ ງ ຄວາມ ຮ ດ ານ ກ ດ ໝາຍ ແລະ ເຕ ກ ນ ກ ໂຄ ສະ ນາ ກ ຽວ ກ ບ ສະ ພາບ ການ ເຂດ ຊາຍ ແດນ ລະ ຫວ າງ ຫວຽດ ນາມ ລາວ ພິທີມອບ-ຮັບງົບປະມານໜູນຊ່ວຍການກໍ່ສ້າງໂຄງການມິດຕະພາບການທະຫານປີ 2020 ໃຫ້ແກ່ກອງບັນຊາການທະຫານແຂວງຈໍາປາສັກ ສປປ.ລາວ
ຍ ກ ສ ງ ຄວາມ ຮ ດ ານ ກ ດ ໝາຍ ແລະ ເຕ ກ ນ ກ ໂຄ ສະ ນາ ກ ຽວ ກ ບ ສະ ພາບ ການ ເຂດ ຊາຍ ແດນ ລະ ຫວ າງ ຫວຽດ ນາມ ລາວ ກອງທັບປະຊາຊົນຫວຽດນາມ ແລະກອງທັບປະຊາຊົນ ລາວ ເຫັນດີເປັນເອກະພາບກັນພັດທະນາການພົວພັນຮ່ວມມືໃຫ້ຂຶ້ນສູ່ລະດັບສູງໃໝ່
ຍ ກ ສ ງ ຄວາມ ຮ ດ ານ ກ ດ ໝາຍ ແລະ ເຕ ກ ນ ກ ໂຄ ສະ ນາ ກ ຽວ ກ ບ ສະ ພາບ ການ ເຂດ ຊາຍ ແດນ ລະ ຫວ າງ ຫວຽດ ນາມ ລາວ
ຊຸດ​ຝຶກ​ອົບ​ຮົບວິ​ຊາ​ການ ໂຄ​ສະ​ນາ​ເຜີຍ​ແຜ່ ກົດ​ໝາຍ ແລະ ເຕັກ​ນິກ​ຂຽນ​ຂ່າວ (ພາບ: TTXVN)

ຕອນ​ບ່າຍ​ວັນ​ທີ 19 ພະ​ຈິກ, ຢູ່​ນະ​ຄອນ​ດ່າ​ນັ້ງ, ກະ​ຊວງ​ຖະ​ແຫຼງ​ຂ່າວ ແລະ ການ​ສື່​ສານ​ໄດ້​ສົມ​ທົບ​ກັບ​ກອງ​ບັນ​ຊາ​ການ​ທະ​ຫານ​ຊາຍ​ແດນ ຈັດ​ຕັ້ງ “ຊຸດ​ຝຶກ​ອົບ​ຮົບວິ​ຊາ​ການ ໂຄ​ສະ​ນາ​ເຜີຍ​ແຜ່ ກົດ​ໝາຍ ແລະ ເຕັກ​ນິກ​ຂຽນ​ຂ່າວ​ໃຫ້​ແກ່​ນັກ​ຂ່າວ, ບັນ​ນາ​ທິ​ການ, ນັກ​ລາຍ​ງານ ແລະ ພະ​ນັກ​ງານ​ດ້ານ​ວັດ​ທະ​ນະ​ທຳ ຂໍ້​ມູນ​ຂ່າວ​ສານ​ບັນ​ດາ​ທ້​ອງ​ຖິ່ນ ທີ່​ມີ​ເສັ້ນ​ຊາຍ​ແດນ​ກັບ​ລາວ”.

ທີ່ກອງ​ປະ​ຊຸມ, ບັນ​ດາ​ຜູ້​ແທນ​ໄດ້​ຝຶກ​ອົບ​ຮົບ​ບາງ​ເຕັກ​ນິກ​ກ່ຽວ​ກັບ​ການ​ຂຽນ​ຂ່າວ, ບົດ​ໂຄ​ສະ​ນາ, ສ່ອງ​ແສງ, ປຶກ​ສາ​ຫາ​ລື ແລະ ແລກ​ປ່ຽນ​ກ່ຽວ​ກັບ​ວິ​ຊາ​ການ, ປະ​ສົບ​ການ​ໃນ​ການ​ຂຸດ​ຄົ້ນ ແລະ ແກ້​ໄຂ​ຫົວ​ຂໍ້.

ນອກ​ຈາກ​ນັ້ນ, ຜູ້​ຕາງ​ໜ້າ​ກຳ​ລັງ​ທະ​ຫານ​ຊາຍ​ແດນ​ກໍ່​ໄດ້​ສະ​ໜອງ​ໃຫ້​ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມ​ບັນ​ດາ​ຂໍ້​ມູນ​ຂ່າວ​ສານ​ທີ່​ກ່ຽວ​ຂ້ອງ​ເຖິງ​ແນວ​ທາງ, ນະ​ໂຍ​ບາຍ​ຂອງ​ພັກ ແລະ ລັດ​ກ່ຽວ​ກັບ​ວຽກ​ງານ​ທາງ​ການ​ທູດ, ສະ​ພາບ​ການ​ເສັ້ນ​ຊາຍ​ແດນ ຫວຽດ​ນາມ - ລາວ. ໃນ​ນັ້ນ, ເພື່ອ​ປະ​ຕິ​ບັດ​ວຽກ​ງານ​ໂຄ​ສະ​ນາ, ນັກ​ຂ່າວ, ບັນ​ນາ​ທິ​ການ, ນັກ​ລາຍ​ງານ ແລະ ພະ​ນັກ​ງານ​ດ້ານ​ວັດ​ທະ​ນະ​ທຳ ແລະ ຂໍ້​ມູນ​ຂ່າ​ວ​ສານ ໄດ້​ເປັນ​ຢ່າງ​ດີ​ຕ້ອງ​ສຸມ​ໃສ່​ເຂົ້າ​ບັນ​ດາ​ບັນ​ຫາ​ຄື: ໝາກ​ຜົນ​ຂອງ​ວຽກ​ງານ​ສ້າງ​ລະ​ບົບ​ຊາຍ​ແດນ, ຫຼັກ​ໝາຍ​ຊາຍ​ແດນ​ລະ​ຫວ່າງ​ສອງ​ປະ​ເທດ, ຄວາມ​ສຳ​ຄັນ​ ແລະ ຄວາມ​ໝາຍ​ດ້ານ​ປະ​ຫວັດ​ສາດ, ຜົນ​ປະ​ໂຫຍດ​ຂອງ​ການ​ປະ​ຕິ​ບັດ​ສຳ​ເລັດ​ໂຄງ​ການ​ບູ​ລະ​ນະ ແລະ ປະ​ຕິ​ສັງ​ຂອນ​ລະ​ບົບຫຼັກ​ໝາຍ​ແຫ່ງ​ຊາດ, ໂຄ​ສະ​ນາ​ພາບ​ພົດ​ຂອງ​ທະ​ຫານ​ຊາຍ​ແດນ​ຫວຽດ​ນາມ, ການ​ພົວ​ພັນທີ່​ເປັນ​ມູ​ນ​ເຊື້ອ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ໃນ​ບັນ​ດາ​ຂົງ​ເຂດ, ສ້າງ​ເຂດ​ຊາຍ​ແດນ​ແຫ່ງ​ສັນ​ຕິ​ພາບ, ມິດ​ຕະ​ພາບ ແລະ ການ​ພັດ​ທະ​ນາ​ລະ​ຫວ່າງ​ສອງ​ປະ​ເທດ.

ທ່ານ​ໂຮ່​ຮົ່ງ​ຫ໋າຍ, ຮອງ​ຫົວ​ໜ້າ​ກົດ​ລະ​ບົບ​ກົດ​ໝາຍ, ກະ​ຊວງຖະ​ແຫຼງ​ການ ແລະ ສື່​ສານ ຫວຽດ​ນາມ​ໃຫ້​ຮູ້​ວ່າ: ກອງ​ປະ​ຊຸມ​ຝຶກ​ອົບ​ຮົມ​ນີ້​ແມ່ນ​ໂອ​ກາດ​ເພື່ອ​ແລກ​ປ່ຽນ​ກັບ​ບັນ​ດາ​ສະ​ຫາຍ, ພະ​ນັກ​ງານ, ລັດ​ຖະ​ກອນ, ນັກ​ຂ່າວ, ບັນ​ນາ​ທິ​ການ ກ່ຽວ​ກັບ​ແນວ​ທາງ​ນະ​ໂຍ​ບາຍ​ຂອງ​ພັກ ແລະ ລັດ, ວຽກ​ງານ​ໂຄ​ສະ​ນາ ແລະ ທັກ​ສະ​ໃນ​ການ​ໂຄ​ສະ​ນາ​ເຜີຍ​ແຜ່​ກົດ​ໝາຍ​ຢູ່​ທ້ອງ​ຖິ່ນ. ຜ່ານ​ນັ້ນ, ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມ​ຈະ​ມີ​ບັນ​ດາ​ຄວາມ​ຮູ້​ທີ່​ມີ​ປະ​ໂຫຍດ, ສືບ​ຕໍ່​ເພີ່ມ​ທະ​ວີ​ວຽກ​ງານ​ຂໍ້​ມູນ​ຂ່າວ​ສານ​ທາງ​ການ​ທູດ ກັ​ບ​ປະ​ເທດ​ລາວ ໄປ​ຍັງ​ມາ​ຫະ​ຊົນ ຢ່າງ​ຖືກ​ຕ້ອງ​ຕາມ​ທັດ​ສະ​ນະ​ຂອງ​ພັກ ແລະ ລັດ.

ຍ ກ ສ ງ ຄວາມ ຮ ດ ານ ກ ດ ໝາຍ ແລະ ເຕ ກ ນ ກ ໂຄ ສະ ນາ ກ ຽວ ກ ບ ສະ ພາບ ການ ເຂດ ຊາຍ ແດນ ລະ ຫວ າງ ຫວຽດ ນາມ ລາວ ພິທີມອບ-ຮັບງົບປະມານໜູນຊ່ວຍການກໍ່ສ້າງໂຄງການມິດຕະພາບການທະຫານປີ 2020 ໃຫ້ແກ່ກອງບັນຊາການທະຫານແຂວງຈໍາປາສັກ ສປປ.ລາວ

ຍສໝ - ການນໍາກອງບັນຊາການທະຫານແຂວງກວ໋າງຫງາຍ ໄດ້ມອບເງິນຈໍານວນ 1 ຕື້ດົ່ງໃຫ້ກອງບັນຊາການທະຫານແຂວງຈໍາປາສັກ ເພື່ອໜູນຊ່ວຍການກໍ່ສ້າງໂຄງການມິດຕະພາບການທະຫານປີ 2020.

ຍ ກ ສ ງ ຄວາມ ຮ ດ ານ ກ ດ ໝາຍ ແລະ ເຕ ກ ນ ກ ໂຄ ສະ ນາ ກ ຽວ ກ ບ ສະ ພາບ ການ ເຂດ ຊາຍ ແດນ ລະ ຫວ າງ ຫວຽດ ນາມ ລາວ ກອງທັບປະຊາຊົນຫວຽດນາມ ແລະກອງທັບປະຊາຊົນ ລາວ ເຫັນດີເປັນເອກະພາບກັນພັດທະນາການພົວພັນຮ່ວມມືໃຫ້ຂຶ້ນສູ່ລະດັບສູງໃໝ່

ຍສໝ - ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນບົນຈິດໃຈສາມັກຄີ, ມິດຕະພາບ, ພ້ອມກັນແລກປ່ຽນເພື່ອເປັນ ເສນາທິການ, ສະເໜີກັບສອງກະຊວງປ້ອງກັນປະເທດ ເພີ່ມຄວາມສາມາດຮັບປະກັນວຽກງານດ້ານການເງິນໃຫ້ແກ່ການປະຕິບັດບັນດາໜ້າທີ່...

ຍ ກ ສ ງ ຄວາມ ຮ ດ ານ ກ ດ ໝາຍ ແລະ ເຕ ກ ນ ກ ໂຄ ສະ ນາ ກ ຽວ ກ ບ ສະ ພາບ ການ ເຂດ ຊາຍ ແດນ ລະ ຫວ າງ ຫວຽດ ນາມ ລາວ ລາວ: ບໍ່ມີຄົນຕິດເຊື້ອໂຄວິດ-19 ເພີ່ມ

ໃນປັດຈຸບັນ, ທົ່ວປະເທດມີສູນຈໍາກັດ ບໍລິເວນທີ່ຍັງເປີດຢູ່ທັງໝົດ 34 ສູນ, ມີຜູ້ຖືກຈຳກັດບໍລິ ເວນຢູ່ສູນ 2.612 ຄົນ, ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ, ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 18 ພະຈິກ 2020 ໄດ້ເກັບຕົວຢ່າງ ມາກວດທັງໝົດ 74.068 ຕົວຢ່າງ, ກວດພົບເຊື້ອສະສົມ 25 ຄົນ, ສ່ວນຄົນເຈັບຕິດເຊື້ອພະຍາດ COVID-19 ເບີ 24 ແລະ ເບີ 25 ແມ່ນຍັງສືບຕໍ່ປີ່ນປົວ ຢູ່ໂຮງໝໍມິດຕະພາບ.

​ບຸນ​ຄົງ

ທ່ານອາດຈະມັກ

302 Found

Found

The document has moved here.