ຈະສືບຕໍ່ເປັນຂົວຕໍ່ທີ່ສຳຄັນ ເພື່ອສົ່ງເສີມການພົວພັນຮ່ວມມື ສອງປະເທດ ລາວ - ຫວຽດນາມ ໃຫ້ນັບມື້ນັບ ມີການພັດທະນາ ເຂົ້າສູ່ລວງເລິກ ແລະ ກວ້າງຂວາງ | |
7 ບັນຫາສຳຄັນ ທີ່ລັດຕ້ອງເອົາໃຈໃສ່ແກ້ໄຂຢ່າງຮີບດ່ວນໃນ 5 ປີຕໍ່ໜ້າ |
![]() |
ພິທີປະກາດ ຫ້ອງການຕິດຕໍພົວພັນຜ່ານຊາຍແດນຮັບມືກັບອາດຊະຍາກຳຢາເສັບຕິດ ຫວຽດນາມ - ລາວ. (ພາບ: nhandan.com.vn) |
ເມື່ອບໍ່ດົນມານີ້, ອົງການປ້ອງກັນ, ຕ້ານອາດຊະຍາກຳ ແລະ ຢາເສັບຕິດຂອງ ສປຊ (UNODC) ສົມທົບ ກົມຕຳຫຼວດສືບສວນອາດຊະຍາກຳກ່ຽວກັບຢາເສັບຕິດ (ກະຊວງຕຳຫຼວດ) ແລະ ຕຳຫຼວດແຂວງກ໋ວາງບິ່ງ ໄດ້ຈັດຕັ້ງພິທີເປີດຕົວຫ້ອງວ່າການຕິດຕໍພົວພັນຜ່ານຊາຍແດນ (BLO) ຈາລໍ, ແຂວງກ໋ວາງບິ່ງ.
ຫ້ອງການຕິດຕໍພົວພັນຜ່ານເຂດຊາຍແດນ ທີ່ຫາກໍ່ໄດ້ສ້າງຕັ້ງຂຶ້ນ ຈະເຄື່ອນໄຫວຢູ່ເຂດຊາຍແດນ ກັບແຂວງຄຳມ່ວນ ແລະ ສາຫວັນນາເຂດ ຂອງ ສປປ.ລາວ, ເຂົ້າຮ່ວມເຄືອຂ່າຍຫ້ອງວ່າການ BLO ຢ່າງເປັນທາງການ, ໄດ້ກາຍເປັນຫ້ອງການພົວພັນຕິດຕໍ່ພົວພັນຄັ້ງທີ 21 ຢູ່ ຫວຽດນາມ ໂດຍ UNODC ໜູນຊ່ວຍ.
ທີ່ພິທີ, ທ່ານພົນຈັດຕະວາ ໂດດຶກບິ່ງ, ຮອງຫົວໜ້າກົມຄຳຫຼວດສືບສວນອາດຊະຍາກຳກ່ຽວກັບຢາເສັບຕິດ, ໃຫ້ຮູ້ວ່າ: ໃນຊຸມປີຜ່ານມາ, ສະພາບການອາດຊະຍາກຳຢາເສັບຕິດ ຢູ່ເຂດຊາຍແດນຂຶ້ນກັບບັນດາແຂວງຕິດພັນຢູ່ເຂດຊາຍແດນລາວ ສືບຕໍ່ຜັນແປຢ່າງສັບສົນພໍສົມຄວນ, ລັກສະນະຍິ່ງນັບມື້ນັບຮ້າຍແຮງກ່ວາ ແລະ ອັນຕະລາຍກ່ວາ. ອາດຊະຍາກຳຢາເສັບຕິດ ໄດ້ສ້າງຕັ້ງເສັ້ນທາງຄ້າຂາຍ, ຄ້າຂາຍຂ້າມຊາດນຳຢາເສັບຕິດຈາກເຂດ ສາມລ່ຽມຄຳ ເຂົ້າຫວຽດນາມ.
ກ໋ວາງຍິ່ງ ດ້ວຍເສັ້ນຊາຍແດນທີ່ມີລວງຍາວກ່ວາ 200 ກີໂລແມັດ, ມີດ່ານຊາຍແດນຫຼາຍແຫ່ງ ແມ່ນໜຶ່ງໃນບັນດາຈຸດຮ້ອນແຮງທີ່ສັບສົນກ່ຽວກັບການຊື້ຂາຍ, ຂົນສົ່ງຢາເສັບຕິດຜ່ານຊາຍແດນ. ໃນປີ 2020, ຕຳຫຼວດ ກ໋ວາງບິ່ງໄດ້ກັກ10 ເຫດດ້ວຍເປົ້າໝາຍອາດຊະຍາກຳ 12 ຄົນ ກ່ຽວກັບຢາເສັບຕິດຈາກລາວ ໄປຍັງ ກ໋ວາງບິ່ງ.
ເຂົ້າຮ່ວມພິທີທາງອອນລາຍ, ທ່ານນາງ Valentina Pancieri, ປະສານງານ ໂຄງການຄຸ້ມຄອງເຂດຊາຍແດນ ຂອງ UNODC ປະຈຳພາກພື້ນໃຫ້ຮູ້ວ່າ: ຄຸ້ມຄອງ ເຂດຊາຍແດນ ແລະ ຮ່ວມມືສາກົນ ແມ່ນໜຶ່ງໃນບັນດາຈຸດສຸມໃນໂຄງການດຳເນີນງານ ອາຊຽນ, ໃນນັ້ນ ການຮ່ວມມືສາກົນ ໄດ້ຖືວ່າ ແມ່ນເຊື່ອມຕໍ່ຄວາມໝັ້ນຄົງພາກພື້ນໃນວຽກງານປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດ ແລະ ບັນດາຫ້ອງການ BLO ໄດ້ມີການປະກອບສ່ວນທີສຳຄັນເຂົ້າວຽກງານທີ່ມີຄວາມໝາຍນີ້.
ທ່ານພົນຈັດຕະວາ ໂດດຶກບິ່ງ ໄດ້ເນັ້ນໜັກເຖິງ ຄວາມສຳຄັນຂອງລະບົບ BLO ດ້ວຍບົດບາດແມ່ນຊາວແລກປ່ຽນຂໍ້ມູນຂ່າວສານສຳຄັນ, ໜູນຊ່ວຍຕັ້ງໜ້າ ແລະ ຍົກສູງການຮ່ວມມືໃນການປ້ອງກັນ, ຕ້ານອາດຊະຍາກຳຢາເສັບຕິດຜ່ານຊາຍແດນຢ່າງມີປະສິດທິຜົນ, ປະກອບສ່ວນເຂົ້າໃນການຊຸກຍູ້ການພົວພັນການຮ່ວມມືລະຫວ່າງບັນດາກຳລັງປ້ອງກັນ, ຕ້ານຢາເສັບຕິດ ລະຫວ່າງສອງປະເທດ ໃຫ້ນັບມື້ນັບສະໜິດຕິດພັນ ແລະພັດທະນາ. ດັ່ງນັ້ນ, ຈະມີຫຼາຍເຫດຄ້າຂາຍຢາເສັບຕິດ, ມີປັດໄຈຕ່າງປະເທດໄດ້ພົບເຫັນ ແລະ ສະກັດກັ້ນຢ່າງທັນການ, ປະກອບສ່ວນບໍ່ແມ່ນໜ້ອຍໃນການປົກປັກຮັກສາລະບອບລະບຽບການ ແລະ ຄວາມສະຫງົບໃນເຂດຊາຍແດນ.
![]() | ຈະສືບຕໍ່ເປັນຂົວຕໍ່ທີ່ສຳຄັນ ເພື່ອສົ່ງເສີມການພົວພັນຮ່ວມມື ສອງປະເທດ ລາວ - ຫວຽດນາມ ໃຫ້ນັບມື້ນັບ ມີການພັດທະນາ ເຂົ້າສູ່ລວງເລິກ ແລະ ກວ້າງຂວາງ ຫວ່າງແລ້ວນີ້, ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ. ລາວ ປະຈຳ ສສ.ຫວຽດນາມ ພ້ອມດ້ວຍຄະນະ ຈາກສະຖານທູດລາວ, ສະຖານກົງສຸນໃຫຍ່ລາວ ທີ່ນະຄອນໂຮ່ຈິມິນ ແລະ ນະຄອນດານັງ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ຟ້າມ ແອດ ຮອງປະທານຄະນະກໍາມະການປະຊາຊົນແຂວງເລິມດົ່ງ ແລະ ທ່ານ ເລ ຫງອກ ... |
![]() | 7 ບັນຫາສຳຄັນ ທີ່ລັດຕ້ອງເອົາໃຈໃສ່ແກ້ໄຂຢ່າງຮີບດ່ວນໃນ 5 ປີຕໍ່ໜ້າ ຍສໝ - ສະຫາຍ ທອງລຸນ ສີສຸລິດ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ກ່າວໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີັ XI ຂອງພັກປະຊາຊົນປະຕິວັດລາວ ທີ່ໄຂຂຶ້ນໃນວັນທີ 13 ມັງ ກອນ 2021 ນີ້ວ່າ: 7 ບັນຫາສຳຄັນຕົ້ນຕໍທີ່ຄວນເອົາໃຈໃສ່ແກ້ໄຂຢ່າງຮີບດ່ວນໃນ 5 ປີຕໍ່ໜ້າຄື: |
![]() | ນັກສຶກສາລາວ: 4 ປີທີ່ດໍາລົງຊີວິດ ແລະຮໍ່າຮຽນຢູ່ຮ່າຕິ້ງ ນ້ອງ ຮູ້ສຶກຮັກຫອມດິນແດນແຫ່ງນີ້ ແລະຮັກແພງປະຊາຊົນຢູ່ທີ່ນີ້ຫຼາຍກວ່າ 10 ກວ່າປີຜ່ານມາ, ມະຫາວິທະຍາໄລຮ່າຕິ້ງ ສສ.ຫວຽດນາມ ໄດ້ກາຍເປັນສະຖານທີ່ບໍາລຸງສ້າງທີ່ດຶງດູດນັກສຶກສາລາວ ມາສຶກສາຮໍ່າຮຽນ, ຈາກແຫຼ່ງບໍາລຸງສ້າງນີ້ມີນັກສຶກສາລາວ ຮຸ່ນຕ່າງໆໄດ້ເຕີບໃຫຍ່ຂະຫຍາຍຕົວ, ນັກສຶກສາລາວຫຼາຍຄົນມີວຽກເຮັດງານທໍາຖືກຕາມວິຊາສະເພາະທີ່ຕົນເອງໄດ້ຮຽນມາ. |
ບຸນຄົງ
ຂ່າວທີ່ກ່ຽວຂ້ອງ

ຊອກຫາ “ຊ່ອງທາງ” ເພື່ອສົ່ງອອກສິນຄ້າໄປຍັງອາຊີຕາເວັນອອກສ່ຽງໃຕ້ ໂດຍຜ່ານຊາວຫວຽດນາມ ຢູ່ຕ່າງປະເທດ

ເຕັມໄປດ້ວຍຄວາມຮັກແພງອັນອົບອຸ່ນ ຫວຽດນາມ ໃນໂອກາດບຸນປີໃໝ່ຂອງບັນດາປະເທດເພື່ອນມິດ

ເພີ່ມທະວີຄວາມເຂົ້າໃຈ, ການພັດທະນາການພົວພັນຫວຽດນາມ - ຣູມານີ ໃຫ້ເໝາະສົມກັບຄວາມສາມາດບົ່ມຊ້ອນ
ທ່ານອາດຈະມັກ

ຈຳໜ່າຍປຶ້ມບັນທຶກຄວາມຊົງຈຳ“ຄອບຄົວ, ເພື່ອນມິດ ແລະ ປະເທດ” ຂອງອະດີດຮອງປະທານປະເທດ ຫງວຽນທິບິ່ງ

ຈິດໃຈຮ່ວມມື, ຮັກສາສັນຕິພາບ ແມ່ນຊັບສິນອັນລ້ຳຄ່າຂອງຊາວຫວຽດນາມ ແລະ ອາເມລິກາ

ສະຫະພັນບັນດາອົງການມິດຕະພາບຫວຽດນາມ ຕ້ອນຮັບຮອງລັດຖະມົນຕີກະຊວງການຕ່າງປະເທດ ເອທິໂອປີ

ຫວຽດນາມ-ລາວ ສາມັກຄີສະໜິດຕິດພັນ, ໜູນຊາວຍເຊິ່ງກັນ ແລະກັນ ເພື່ອພ້ອມກັນພັດທະນາ

ພົບປະແລກປ່ຽນມິດຕະພາບ ຫວຽດນາມ - ກູບາ ເພື່ອສະເຫຼີມສະຫຼອງ 64 ປີແຫ່ງວັນໄຊຊະນະ Giron
