ການນຳ ພັກ-ລັດ ວາງພວງມາລາ ສະຫລອງວັນຊາດ ຄົບຮອບ 45 ປີ

ການນຳ ພັກ-ລັດ ວາງພວງມາລາ ສະຫລອງວັນຊາດ ຄົບຮອບ 45 ປີ

 ໃນຕອນເຊົ້າວັນທີ 1 ທັນວາ 2020, ບັນດາການນຳພັກ-ລັດ ໄດ້ເຂົ້າວາງພວງມາລາ  ຢູ່ທີ່ອະນຸສາວະລີ ນັກຮົບນິລະນາມ (ດາວແດງ) ແລະ ສຸສານນັກຮົບ ປະຕິວັດແຫ່ງຊາດ (ຫລັກ24) ເນື່ອງໃນໂອກາດ ສະຫລີມສະຫລອງ ວັນສະຖາປານາ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ທີ 2 ທັນວາ ຄົບຮອບ 45 ປີ,  ໂດຍມີ ຄະນະບໍລິຫານງານ ສູນກາງພັກ ນຳໂດຍ ທ່ານ ບຸນຍັງ ວໍລະຈິດ ປະທານ ປະເທດ ແຫ່ງ ສປປ ລາວ, ຄະນະລັດຖະບານ ນຳໂດຍ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ພ້ອມບັນດາເຈົ້າຄອງ ນະຄອນຫລວງວຽງຈັນ. 

ການນຳແຂວງຈຳປາສັກ ຕ້ອນຮັບກົງສູນໃຫຍ່ ແຫ່ງ ຣາຊະອານາຈັກ ກຳປູເຈຍ ເຂົ້າອວຍພອນ ວັນຊາດ ຄົບຮອບ 45 ປີ

ການນຳແຂວງຈຳປາສັກ ຕ້ອນຮັບກົງສູນໃຫຍ່ ແຫ່ງ ຣາຊະອານາຈັກ ກຳປູເຈຍ ເຂົ້າອວຍພອນ ວັນຊາດ ຄົບຮອບ 45 ປີ

ໃນວັນທີ 30 ພະຈິກ 2020 ນີ້, ທີ່ຫ້ອງວ່າການ ແຂວງຈຳປາສັກ, ທ່ານ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງຈຳປາສັກ ພ້ອມຄະນະ ໄດ້ຕ້ອນຮັບ ທ່ານ ຊິມ ສຸຄົມ ກົງສູນໃຫຍ່ ແຫ່ງ ຣາຊະອານາຈັກ ກຳປູເຈຍ ປະຈຳພາກ ໃຕ້ລາວ, ພ້ອມຄະນະ ໃນໂອກາດ ອວຍພອນວັນຊາດ ຄົບຮອບ 45 ປີ (2/12/1975-2/12/2020) ແລະ ຊົມເຊີຍຕໍ່ຜົນ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກ ແຂວງຈຳປາສັກ.

ການນຳແຂວງຈຳປາສັກ ຕ້ອນຮັບ ກົງສູນໃຫຍ່ ສສ ຫວຽດນາມ ປະຈຳພາກໃຕ້ລາວ ເຂົ້າອ່ວຍພອນວັນຊາດ ຄົບຮອບ 45 ປີ

ການນຳແຂວງຈຳປາສັກ ຕ້ອນຮັບ ກົງສູນໃຫຍ່ ສສ ຫວຽດນາມ ປະຈຳພາກໃຕ້ລາວ ເຂົ້າອ່ວຍພອນວັນຊາດ ຄົບຮອບ 45 ປີ

ໃນວັນທີ 30 ພະຈິກ 2020 ທີ່ຫ້ອງວ່າການ ແຂວງຈຳປາສັກ, ສະຫາຍ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງຈຳປາສັກ ພ້ອມຄະນະໄດ້ຕ້ອນຮັບ ສະຫາຍ ບຸ່ຍ ເຖ ຢຸງ ກົງສູນໃຫຍ່ແຫ່ງ ສສ ຫວຽດນາມ ປະຈຳພາກໃຕ້ ລາວ, ພ້ອມດ້ວຍຄະນະ ຜູ້ປະກອບການ, ນັກທຸລະກິດຊາວຫວຽດນາມ ທີ່ດຳເນີນທຸລະກິດ ຢູ່ແຂວງຈຳປາສັກ ເຂົ້າອ່ວຍພອນ ວັນຊາດ ແຫ່ງ ສປປ ລາວ ຄົບຮອບ 45 ປີ (2/12/1975-2/12/2020).

ສະຖານທູດລາວ ປະຈຳຫວຽດນາມ ຈັດຕັ້ງພິທີສະເຫຼີມສະຫຼອງວັນຊາດແຫ່ງ ສປປ.ລາວ ຄົບຮອບ 45 ປີ

ສະຖານທູດລາວ ປະຈຳຫວຽດນາມ ຈັດຕັ້ງພິທີສະເຫຼີມສະຫຼອງວັນຊາດແຫ່ງ ສປປ.ລາວ ຄົບຮອບ 45 ປີ

ຍສໝ - ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ໄດ້ເນັ້ນໜັກວ່າ, ໃນໄລຍະ 45 ປີແຫ່ງການສ້າງຕັ້ງສປປ.ລາວ, ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງລາວ - ຫວຽດນາມ ສືບຕໍ່ສ້າງຄວາມເຂັ້ມແຂງ ແລະ ພັດທະນາ ເຂົ້າສູ່ລວງກວ້າງ ແລະ ລວງເລິກ, ໂດຍສະເພາະ ໃນສະພາບການທີ່ມີການປ່ຽນແປງຢ່າງໄວວາ ໃນພາກພື້ນ ແລະ ສາກົນ, ໂລກລະບາດ COVID-19 ໄດ້ສ້າງຜົນກະທົບທາງລົບຕໍ່ພາກພື້ນ, ໃນນັ້ນມີປະເທດລາວ ແລະ ຫວຽດນາມ.

ການນໍາພັກ, ລັດ ສສ.ຫວຽດນາມ  ໄດ້ສົ່ງສານອວຍພອນວັນຊາດ ສປປ.ລາວ ຄົບຮອບ 45 ປີ

ການນໍາພັກ, ລັດ ສສ.ຫວຽດນາມ ໄດ້ສົ່ງສານອວຍພອນວັນຊາດ ສປປ.ລາວ ຄົບຮອບ 45 ປີ

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຄົບຮອບ 45 ປີ (02/12/1975 – 02/12/2020), ວັນທີ 01 ທັນວາ 2020, ການນໍາພັກ, ລັດ ສສ.ຫວຽດນາມ  ໄດ້ສົ່ງສານອວຍພອນມາຍັງ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດ ລາວ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ລາວ ແລະ ທ່ານນາງ ປານີ ຢ່າທໍ່ຕູ້ ປະທານສະພາແຫ່ງຊາດ ລາວ. 

ເພີ່ມພູນຄຸນສ້າງ, ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຢ່າງຮອບດ້ານລະຫວ່າງລາວ - ຫວຽດນາມ ຢ່າງແໜ້ນແຟ້ນກວ່າອີກ

ເພີ່ມພູນຄຸນສ້າງ, ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຢ່າງຮອບດ້ານລະຫວ່າງລາວ - ຫວຽດນາມ ຢ່າງແໜ້ນແຟ້ນກວ່າອີກ

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດລາວ ຄົບຮອບ 45 ປີ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຫງວຽນກວກຢຸງ ໄດ້ອວຍພອນໃຫ້ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ພ້ອມກັບພະນັກງານ, ພາລະກອນສະຖານທູດລາວ ທັງໝົດ ແລະ ທ່ານໄດ້ຕີລາຄາສູງບັນດາຜົນງານອັນໃຫຍ່ຫຼວງເຊິ່ງປະເທດລາວ ບັນລຸໄດ້ໃນພາລະກິດແຫ່ງການສ້າງສາ, ພັດທະນາ ແລະ ປົກປັກຮັກສາປະເທດຊາດໃນໄລຍະ 45 ປີຜ່ານມາ.

ສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງດົ່ງນາຍ ສົມທົບກັບສະມາຄົມມິດຕະພາບຫວຽດນາມ- ລາວ ແຂວງດົ່ງນາຍ ຈັດຕັ້ງພິທີສະເຫຼີມສະຫຼອງວັນຊາດລາວ ຄົບຮອບ 45 ປີ

ສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງດົ່ງນາຍ ສົມທົບກັບສະມາຄົມມິດຕະພາບຫວຽດນາມ- ລາວ ແຂວງດົ່ງນາຍ ຈັດຕັ້ງພິທີສະເຫຼີມສະຫຼອງວັນຊາດລາວ ຄົບຮອບ 45 ປີ

ຍສໝ - ທີ່ພິທີ, ສະມາຄົມມິດຕະພາບຫວຽດນາມ- ລາວ ແຂວງດົ່ງນາຍ ໄດ້ມອບຂອງຂວັນ 10 ພູດ ໃຫ້ແກ່ນັກສຶກສາລາວ 10 ຄົນ ທີ່ພວມຮໍ່າຮຽນຢູ່ມະຫາວິທະຍາໄລດົ່ງນາຍ.

ສະຫະສະມາຄົມບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ນະຄອນໂຮ່ຈີມິນ ໄດ້ຈັດງານພົບປະສ້າງສັນເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ລາວ ຄົບຮອບ 45 ປີ

ສະຫະສະມາຄົມບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ນະຄອນໂຮ່ຈີມິນ ໄດ້ຈັດງານພົບປະສ້າງສັນເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ລາວ ຄົບຮອບ 45 ປີ

ຍສໝ - ໃນວັນທີ 27 ພະຈິກ, ສະຫະສະມາຄົມບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ນະຄອນໂຮ່ຈີມິນ ໄດ້ຈັດງານພົບປະສ້າງສັນເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ລາວ ຄົບຮອບ 45 ປີ ເພື່ອແນໃສ່ສະແດງໃຫ້ເຫັນຄວາມສາມັກຄີທີ່ເປັນມູນເຊື້ອອັນດີງາມລະຫວ່າງປະຊາຊົນນະຄອນໂຮ່ຈີມິນ ແລະ ປະຊາຊົນລາວ.

ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາລາວ  ອວຍພອນວັນຊາດ ແຫ່ງ ສປປ ລາວ ຄົບຮອບ 45 ປີ

ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາລາວ ອວຍພອນວັນຊາດ ແຫ່ງ ສປປ ລາວ ຄົບຮອບ 45 ປີ

ສະຫາຍ ຫງວຽນບ໋າຮຸ່ງ ເອກອັກຄະລັດຖະທູດ ແຫ່ງ ສສ. ຫວຽດນາມ ປະຈໍາ ລາວ ໄດ້ຕີລາຄາສູງ ການພັດທະນາຂອງ ສປປ ລາວ ຕະຫລອດໄລຍະ 45 ປີ ຜ່ານມາ ເຮັດໃຫ້ການເມືອງມີສະຖຽນລະພາບ, ສັງຄົມມີຄວາມສະຫງົບ, ເສດຖະກິດມີການຂະຫຍາຍຕົວໄວ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງເທື່ອລະກ້າວ.

ຜູ້ນຳພັກ ແລະ ລັດຖະບານຫວຽດນາມ ໄດ້ສົ່ງຄຳອວຍພອນເນື່ອງໃນໂອກາດວັນຊາດປະເທດຈີນ

ຜູ້ນຳພັກ ແລະ ລັດຖະບານຫວຽດນາມ ໄດ້ສົ່ງຄຳອວຍພອນເນື່ອງໃນໂອກາດວັນຊາດປະເທດຈີນ

ຍສໝ - ພັກ, ລັດ ແລະ ປະຊາຊົນຫວຽດນາມ ຍາມໃດກໍ່ຖືຄວາມສຳຄັນຕໍ່ການພັດທະນາສາຍພົວພັນທີ່ເປັນມູນເຊື້ອ ແລະ ສະຖຽນລະພາບລະຫວ່າງຫວຽດນາມ - ຈີນ, ພ້ອມທັງຍິນດີຮ່ວມມືກັບປະເທດຈີນໃນການຊຸກຍູ້ການຮ່ວມມືທີ່ມີຜົນປະໂຫຍດລວມ.

ທ່ານ ເລຮ່ວາຍຈູງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ກ່າວຄຳເຫັນອວຍພອນວັນຊາດ ຈີນ

ທ່ານ ເລຮ່ວາຍຈູງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ກ່າວຄຳເຫັນອວຍພອນວັນຊາດ ຈີນ

ຍ​ສ​ໝ - ທ່ານ​ເລ​ຮ່​ວາຍ​ຈຸງຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ​ຍັງ​ເນັ້​ນ​ໜັກ​ວ່າ ປີ 2020 ແມ່ນ​ປີ​ມີ​ຄວາມ​ໝາຍ​ຢ່າງ​ຍິ່ງ​ເມື່ອ​ສອງ​ປະ​ເທດ​ໄດ້​ຈັດ​ຕັ້ງ​ພິ​ທີ​ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ.

ສະມາຄົມມິດຕະພາບຫວຽດນາມ - ອາກເມນີ ສະເຫຼີມສະຫຼອງ 29 ປີແຫ່ງວັນຊາດສາທາລະນະລັດ ອາກເມນີ

ສະມາຄົມມິດຕະພາບຫວຽດນາມ - ອາກເມນີ ສະເຫຼີມສະຫຼອງ 29 ປີແຫ່ງວັນຊາດສາທາລະນະລັດ ອາກເມນີ

ຍສໝ - ທີ່ການພົບປະ, ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສາທາລະນະລັດ Armenia Vahram Kazhoyan ໄດ້ສະແດງຄວາມຂອບໃຈຕໍ່ສະມາຄົມມິດຕະພາບຫວຽດນາມ - ອາກເມນີ ທີ່ໄດ້ສະໜັບສະໜູນ ດ້ວຍຈຳນວນເງິນ 5.000 ໂດລະສະຫະລັດ ໃຫ້ແກ່ອາກເມນີ ເພື່ອປ້ອງກັນການລະບາດຂອງ COVID-19.    

ການນຳ HUFO ຊົມເຊີຍ 63 ປີແຫ່ງວັນຊາດຂອງມາເລເຊຍ

ການນຳ HUFO ຊົມເຊີຍ 63 ປີແຫ່ງວັນຊາດຂອງມາເລເຊຍ

ຍສໝ - ຫວຽດນາມ ແລະມາເລເຊຍ ໄດ້ສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການໃນວັນທີ 30 ມີນາ 1973, ນັບແຕ່ການສ້າງຕັ້ງສາຍພົວພັນທາງການທູດມາຮອດປະຈຸບັນ, ການພົວພັນຫວຽດນາມ - ມາເລເຊຍ ຍາມໃດກໍ່ໄດ້ຮັບການພັດທະນາຢ່າງດີງາມ, ໂດຍສະເພາະແມ່ນພາຍຫຼັງ ສອງປະເທດຍົກລະດັບການເປັນຄູ່ຮ່ວມຍຸດທະສາດໃນປີ 2015.

ບັນດາພາຫະນະສື່ມວນຊົນຂອງລາວ ໄດ້ໃຫ້ຂ່າວຢ່າງຫຼວງຫຼາຍກ່ຽວກັບການສະເຫຼີມສະຫຼອງ 75 ປີແຫ່ງການປະຕິວັດເດືອນສິງຫາ ແລະວັນຊາດທີ 2 ກັນຍາ ປະເທດ ສສ ຫວຽດນາມ

ບັນດາພາຫະນະສື່ມວນຊົນຂອງລາວ ໄດ້ໃຫ້ຂ່າວຢ່າງຫຼວງຫຼາຍກ່ຽວກັບການສະເຫຼີມສະຫຼອງ 75 ປີແຫ່ງການປະຕິວັດເດືອນສິງຫາ ແລະວັນຊາດທີ 2 ກັນຍາ ປະເທດ ສສ ຫວຽດນາມ

ຍສໝ - ໃນໜ້າ 1 ຂອງໜັງສືພິມປະຊາຊົນ, ອົງການກະບອກສຽງຂອງສູນກາງພັກປະຊາຊົນປະຕິວັດລາວ ໄດ້ລົງພິມບົດນໍາດ້ວຍຫົວຂໍ້ “ສາຍພົວພັນ ລາວ-ຫວຽດນາມ ບໍ່ມີມື້ຈືດຈາງ”.

ສະຖານທູດຫວຽດນາມ ປະຈຳຣັດເຊຍ ໄດ້ຈັດພິທີສະເຫຼີມສະຫຼອງວັນຊາດທີ 2 ກັນຍາ

ສະຖານທູດຫວຽດນາມ ປະຈຳຣັດເຊຍ ໄດ້ຈັດພິທີສະເຫຼີມສະຫຼອງວັນຊາດທີ 2 ກັນຍາ

ຍສໝ - ພະນັກງານຫຼາຍຄົນຂອງສະຖານທູດ, ບັນດາອົງການໃກ້ຄຽງ ແລະ ຜູ້ຕາງໜ້າສະມາຄົມຊາວຫວຽດນາມຢູ່ສະຫະພັນລັດເຊຍ ໄດ້ເຂົ້າຮ່ວມມິດຕິງສະເຫຼີມສະຫຼອງວັນຊາດທີ 2 ກັນຍາ.

ບັນດາການເຄື່ອນໄຫວສະເຫລີມສະຫລອງ 75 ປີແຫ່ງວັນຊາດຫວຽດນາມ ຢູ່ຫລາຍປະເທດ

ບັນດາການເຄື່ອນໄຫວສະເຫລີມສະຫລອງ 75 ປີແຫ່ງວັນຊາດຫວຽດນາມ ຢູ່ຫລາຍປະເທດ

ຍ​ສ​ໝ - .ເນື່ອງໃນໂອກາດນີ້, ສະຖານທູດຫວຽດນາມປະ ຈຳ ມຽນມາ, ໄທກໍ່ໄດ້ຈັດຕັ້ງສະເຫຼີມສະຫຼອງ 75 ປີແຫ່ງວັນຊາດແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ (2 ກັນຍາ 1945 -ວັນທີ 2 ກັນຍາ 2020).

ກົງສຸນໃຫຍ່ຂອງຫວຽດນາມ ປະຈໍາ ຂອນແກ່ນ ສະເຫຼີມສະຫຼອງ 75 ປີແຫ່ງວັນຊາດ 2 ກັນຍາ

ກົງສຸນໃຫຍ່ຂອງຫວຽດນາມ ປະຈໍາ ຂອນແກ່ນ ສະເຫຼີມສະຫຼອງ 75 ປີແຫ່ງວັນຊາດ 2 ກັນຍາ

ຍສໝ - ເນື່ອງໃນໂອກາດນີ້, ສະຖານກົງສຸນໃຫຍ່ຫວຽດນາມ ໄດ້ມອບໃບຢັ້ງຢືນຂອງສະຖານກົງສຸນໃຫຍ່ໃຫ້ແກ່ຊາວຫວຽດນາມຢູ່ເຂດທາງທິດຕາເວັນອອກສ່ຽງເໜືອຂອງປະເທດໄທ  45 ຄົນ ສຳລັບການປະກອບສ່ວນອັນລ້ຳຄ່າຂອງປະຊາຄົມຊາວຫວຽດນາມທີ່ບ່ອນຢູ່ອາໄສຂອງພວກເຂົາ, ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການກໍ່ສ້າງ ແລະ ການພັດທະນາຊຸມຊົນຊາວຫວຽດນາມ ຢູ່ ເຂດຕາເວັນອອກສຽງເໜືອຂອງປະເທດໄທ.  

ຄະນະນຳກະຊວງປ້ອງກັນປະເທດລາວ ໄດ້ເຂົ້າອວຍພອນວັນຊາດຫວຽດນາມ ຄົບຮອບ 75 ປີ

ຄະນະນຳກະຊວງປ້ອງກັນປະເທດລາວ ໄດ້ເຂົ້າອວຍພອນວັນຊາດຫວຽດນາມ ຄົບຮອບ 75 ປີ

ໃນວັນທີ 2 ກັນຍາ 2020, ທີ່ສະຖານເອກອັກຄະລັດຖະທູດແຫ່ງ ສສ.ຫວຽດນາມ ປະຈໍາ ສປປ.ລາວ, ສະຫາຍພົນຕີ ແອສະໄໝ ເລືອງວັນໄຊ - ຮອງລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ.ລາວ ໄດ້ນໍາພາຄະນະເຂົ້າອວຍພອນ ສະຫາຍ ຫງວຽນບ່າຮຸ່ງ - ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ. ຫວຽດນາມ ປະຈໍາ ສປປ ລາວ, ເນື່ອງໃນໂອກາດວັນຊາດສສ.ຫວຽດນາມ ຄົບຮອບ 75 ປີ(2/9/1945-2/9/2020).

ທະຫານປ້ອງກັນຊາຍແດນ ແຂວງກວາງຊີ ອອຍພອນ ທະຫານປ້ອງກັນຊາຍແດນ ແຂວງຮ່າຢາງ  ເນື່ອງໃນໂອກາດ 75 ປີແຫ່ງວັນຊາດຫວຽດນາມ

ທະຫານປ້ອງກັນຊາຍແດນ ແຂວງກວາງຊີ ອອຍພອນ ທະຫານປ້ອງກັນຊາຍແດນ ແຂວງຮ່າຢາງ ເນື່ອງໃນໂອກາດ 75 ປີແຫ່ງວັນຊາດຫວຽດນາມ

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນຊາດ 2.9 (ປີ 1945 - 2020), ໃນວັນທີ 1 ກັນຍາ, ຢູ່ທີ່ຫຼັກໝາຍ 504, ຢູ່ເຂດບໍລິເວນຕາແສງ ເຊີນຫວີ, ເມືອງ ແມ່ວວາກ, ຄະນະຜູ້ແທນທະຫານປ້ອງກັນຊາຍແດນ ແຂວງກວາງຊີ (ປະເທດຈີນ) ໄດ້ມາອອຍພອນ ຄ້າຍທະຫານປ້ອງກັນຊາຍແດນ ເຊີນຫວີ ແລະ ທະຫານປ້ອງກັນຊາຍແດນແຂວງຮ່າຢາງ.

ເປີດງານວາງສະແດງຮູບພາບກ່ຽວກັບການຮ່ວມມືລາວ - ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນຊາດຫວຽດນາມ

ເປີດງານວາງສະແດງຮູບພາບກ່ຽວກັບການຮ່ວມມືລາວ - ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນຊາດຫວຽດນາມ

ຍສໝ - ຕອນບ່າຍວັນທີ 1 ກັນຍາ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ລາວ ໄດ້ສົມທົບກັບສະຖານທູດຫວຽດນາມປະ ຈຳລາວຈັດງານວາງສະແດງຮູບພາບ“ ສາຍພົວພັນລາວ - ຫວຽດນາມ” ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນຊາດຫວຽດນາມ.