ສະຫະສະມາຄົມບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ນະຄອນໂຮ່ຈີມິນ ໄດ້ຈັດງານພົບປະສ້າງສັນເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ລາວ ຄົບຮອບ 45 ປີ

15:46 | 28/11/2020

ຍສໝ - ໃນວັນທີ 27 ພະຈິກ, ສະຫະສະມາຄົມບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ນະຄອນໂຮ່ຈີມິນ ໄດ້ຈັດງານພົບປະສ້າງສັນເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ລາວ ຄົບຮອບ 45 ປີ ເພື່ອແນໃສ່ສະແດງໃຫ້ເຫັນຄວາມສາມັກຄີທີ່ເປັນມູນເຊື້ອອັນດີງາມລະຫວ່າງປະຊາຊົນນະຄອນໂຮ່ຈີມິນ ແລະ ປະຊາຊົນລາວ.

ສະຫະສະມາຄ ມບ ນດາອ ງການຈ ດຕ ງມ ດຕະພາບຫວຽດນາມ ນະຄອນໂຮ ຈ ມ ນ ໄດ ຈ ດງານພ ບປະສ າງສ ນເນ ອງໃນໂອກາດສະເຫ ມສະຫ ອງວ ນຊາດ ລາວ ຄ ບຮອບ 45 ປ ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາລາວ ອວຍພອນວັນຊາດ ແຫ່ງ ສປປ ລາວ ຄົບຮອບ 45 ປີ
ສະຫະສະມາຄ ມບ ນດາອ ງການຈ ດຕ ງມ ດຕະພາບຫວຽດນາມ ນະຄອນໂຮ ຈ ມ ນ ໄດ ຈ ດງານພ ບປະສ າງສ ນເນ ອງໃນໂອກາດສະເຫ ມສະຫ ອງວ ນຊາດ ລາວ ຄ ບຮອບ 45 ປ ພິທີສະເຫຼີມສະຫຼອງວັນມູນເຊື້ອທະຫານອາສາສະໝັກ ແລະຊ່ຽວຊານ ການທະຫານຫວຽດນາມ ຢູ່ລາວ ຄົບຮອບ 71 ປີ
ສະຫະສະມາຄ ມບ ນດາອ ງການຈ ດຕ ງມ ດຕະພາບຫວຽດນາມ ນະຄອນໂຮ ຈ ມ ນ ໄດ ຈ ດງານພ ບປະສ າງສ ນເນ ອງໃນໂອກາດສະເຫ ມສະຫ ອງວ ນຊາດ ລາວ ຄ ບຮອບ 45 ປ
ສະຫະສະມາຄົມບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ນະຄອນໂຮ່ຈີມິນ ໄດ້ຈັດງານພົບປະສ້າງສັນເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ລາວ ຄົບຮອບ 45 ປີ.ພາບ:thanhuytphcm.vn

ຕາມ ທ່ານ ຮີ່ນແກ໊ກມ້າງ, ປະທານສະມາຄົມມິດຕະພາບຫວຽດນາມ - ລາວ ນະຄອນໂຮ່ຈີມິນ ແລ້ວ, ສະມາຄົມມິດຕະພາບຫວຽດນາມ - ລາວ ນະຄອນໂຮ່ຈີມິນ ຈະສືບຕໍ່ປະຕິບັດບົດບາດຂອງຕົນເປັນຂົວເຊື່ອມຕໍ່, ໜູນຊ່ວຍ ເພື່ອແນໃສ່ພັດທະນາ, ເປີດກວ້າງການຮ່ວມມືກັບລາວ. ກ່າວຄໍາເຫັນທີ່ພິທີ, ທ່ານ ວັນໄຊ ໄຊເສນາ, ຮອງຫົວໜ້າກົງສູນໃຫຍ່ ສປປ.ລາວ ປະຈຳ ນະຄອນໂຮ່ຈີມິນ ໄດ້ແບ່ງປັນກ່ຽວກັບບັນດາຜົນງານຢ່າງຕັ້ງໜ້າໃນບັນດາຂົງເຂດເຊິ່ງປະຊາຊົນລາວ ບັນລຸໄດ້ໃນໄລຍະ 45 ປີຜ່ານມາ, ທ່ານຢືນຢັນວ່າ ບັນດາຜົນງານນັ້ນແມ່ນມີການສະໜັບສະໜູນອັນໃຫຍ່ຫຼວງ, ການຊ່ວຍເຫຼືອອັນລຳຄ່າ, ທັນການຂອງພັກ, ລັດດຖະບານ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງ.

ກ່ອນໜ້ານັ້ນ, ທີ່ກະຊວງການຕ່າງປະເທດ ສະຫາຍ ຫງວຽນບ໋າຮຸ່ງ ເອກອັກຄະລັດຖະທູດ ແຫ່ງ ສສ. ຫວຽດນາມ ປະຈໍາລາວ ໄດ້ນໍາພາຄະນະ ຈາກສະຖານທູດ ຫວຽດນາມ ແລະ ຫ້ອງການຜູ້ຕາງໜ້າຫວຽດນາມ ປະຈໍາ ລາວ ເຂົ້າມອບກະຕ່າດອກໄມ້ອວຍພອນ ສະຫາຍ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດລາວເນື່ອງໃນໂອກາດວັນຊາດ ແຫ່ງ ສປປ ລາວ ຄົບຮອບ 45 ປີ.ທີ່ການຕ້ອນຮັບ, ສອງຝ່າຍໄດ້ຕີລາຄາສູງ ຕໍ່ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ ແລະ ຫວຽດນາມ ທີ່ນັບມື້ໄດ້ຮັບການສົ່ງເສີມ ແລະ ຂະຫຍາຍຕົວໃຫ້ເຂົ້າສູ່ລວງເລິກ ໃນປັດຈຸບັນ. ສອງຝ່າຍຍັງໄດ້ຢືນຢັນ ທີ່ຈະເຮັດວຽກຮ່ວມກັນຢ່າງໃກ້ຊິດເພື່ອຮ່ວມກັນຊຸກຍູ້ ແລະ ສົ່ງເສີມສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ລາວ-ຫວຽດນາມ ໃຫ້ຈະເລີນ ແລະ ງອກງາມແຕກດອກອອກຜົນ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດຢ່າງແທ້ຈິງ. ພ້ອມນີ້, ກໍ່ຈະຮ່ວມມືກັນເພື່ອກະກຽມໃຫ້ແກ່ກອງປະຊຸມປຶກສາຫາລືດ້ານການເມືອງຂັ້ນລັດຖະມົນຕີ ລະຫວ່າງສອງກະຊວງການຕ່າງປະເທດ, ກອງປະຊຸມສອງກົມການເມືອງ ລາວ-ຫວຽດນາມ ແລະ ກອງປະຊຸມຄະນະກໍາມະການຮ່ວມມື ລາວ-ຫວຽດນາມ ຄັ້ງທີ 43 ທີ່ຈະມີຂຶ້ນໃນອະນາຄົດອັນໃກ້ນີ້.

ໃນເຫດການທີ່ກ່ຽວຂ້ອງ, ງານວາງສະແດງ “ສາຍພົວພັນມິດຕະພາບແບບພິເສດລາວ-ຫວຽດນາມ” ໂດຍສະຖານທູດລາວ ປະຈຳຫວຽດນາມ ໄດ້ສົມທົບກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ຈະຈັດຂຶ້ນໃນລະຫວ່າງວັນທີ 01 - 05 ທັນວາ, ຢູ່ຫໍພິພິທະພັນ ໂຮ່ຈີມິນ, ຮ່າໂນ້ຍ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດລາວ ຄົບຮອບ 45 ປີ. ງານວາງສະແດງຄັ້ງນີ້ຈະແນະນຳບັນດາພາບຖ່າຍກ່ຽວກັບປະຫວັດສາດ, ສາຍພົວພັນມິດຕະພາບແບບພິເສດລະຫວ່າງ 2 ປະເທດ ຫວຽດນາມ - ລາວ.

ສະຫະສະມາຄ ມບ ນດາອ ງການຈ ດຕ ງມ ດຕະພາບຫວຽດນາມ ນະຄອນໂຮ ຈ ມ ນ ໄດ ຈ ດງານພ ບປະສ າງສ ນເນ ອງໃນໂອກາດສະເຫ ມສະຫ ອງວ ນຊາດ ລາວ ຄ ບຮອບ 45 ປ ພິທີໂຮມຊຸມນຸມສະເຫລີມສະຫລອງວັນສ້າງຕັ້ງສະພາແຫ່ງຊາດ ຄົບຮອບ 45 ປີ (2/12/1975-2/12/2020) ດ້ວຍບັນຍາກາດອັນຟົດຟື້ນ

ຄະນະປະຈຳສະພາແຫ່ງຊາດ ແລະ ສະມາຊິກສະພາແຫ່ງຊາດ ນຳໂດຍທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເຂົ້າວາງພວງມະລາ ຢູ່ອະນຸສາວະລີນັກຮົມນິລະນາມ (ດາວແດງ) ແລະ ວາງກະຕ່າດອກໄມ້ ຢູ່ຫໍພິພິທະພັນ ປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດ ສະເຫລີມສະຫລອງວັນສ້າງຕັ້ງສະພາແຫ່ງຊາດ ຄົບຮອບ 45 ປີ.

ສະຫະສະມາຄ ມບ ນດາອ ງການຈ ດຕ ງມ ດຕະພາບຫວຽດນາມ ນະຄອນໂຮ ຈ ມ ນ ໄດ ຈ ດງານພ ບປະສ າງສ ນເນ ອງໃນໂອກາດສະເຫ ມສະຫ ອງວ ນຊາດ ລາວ ຄ ບຮອບ 45 ປ ສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ສ.ເກົາຫລີ ຄົບຮອບ 25 ປີ

ຍສໝ - ໃນຕອນຄໍ່າວັນທີ 23 ຕຸລາ 2020 ທີ່ໂຮງແຮມແລນມາກ ນະຄອນຫລວງວຽງຈັນ, ສະຖານເອກອັກຄະລັດຖະທູດ ສ.ເກົາຫລີ ປະຈຳ ສປປ.ລາວ ແລະ ກະຊວງການຕ່າງປະເທດ ໄດ້ຈັດງານລ້ຽງເພື່ອສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ເກົາຫລີຄົບຮອບ 25 ປີຂຶ້ນ.

ສະຫະສະມາຄ ມບ ນດາອ ງການຈ ດຕ ງມ ດຕະພາບຫວຽດນາມ ນະຄອນໂຮ ຈ ມ ນ ໄດ ຈ ດງານພ ບປະສ າງສ ນເນ ອງໃນໂອກາດສະເຫ ມສະຫ ອງວ ນຊາດ ລາວ ຄ ບຮອບ 45 ປ ສະເຫຼີມສະຫຼອງວັນສ້າງຕັ້ງການທູດລາວ ຄົບຮອບ 75 ປີ

ເມື່ອບໍ່ດົນມານີ້, ທີ່ກະຊວງການຕ່າງປະເທດ ສປປ.ລາວ​​ ໄດ້ມີພິທີ​ປາຖະກະຖາ​ກ່ຽວກັບວັນສ້າງຕັ້ງ​ການ​ທູດລາວ ຄົບຮອບ 75 ປີ (12 ຕຸລາ 1945 -12 ຕຸລາ 2020) ​ເຊິ່ງໃຫ້​ກຽດ​ປາຖະກະຖາ​ໂດຍ ທ່ານ ສົມສະຫວາດ ເລັ່ງສະຫວັດ, ທີ່ປຶກສາຄະນະບໍລິຫານງານສູນກາງພັກ, ອະດີດກຳມະການກົມການເມືອງ, ອະດີດຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການຕ່າງປະເທດ.

ໄຊພອນ

ເຫດການ
302 Found

Found

The document has moved here.