ການນຳແຂວງຈຳປາສັກ ຕ້ອນຮັບກົງສູນໃຫຍ່ ແຫ່ງ ຣາຊະອານາຈັກ ກຳປູເຈຍ ເຂົ້າອວຍພອນ ວັນຊາດ ຄົບຮອບ 45 ປີ

14:26 | 02/12/2020

ໃນວັນທີ 30 ພະຈິກ 2020 ນີ້, ທີ່ຫ້ອງວ່າການ ແຂວງຈຳປາສັກ, ທ່ານ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງຈຳປາສັກ ພ້ອມຄະນະ ໄດ້ຕ້ອນຮັບ ທ່ານ ຊິມ ສຸຄົມ ກົງສູນໃຫຍ່ ແຫ່ງ ຣາຊະອານາຈັກ ກຳປູເຈຍ ປະຈຳພາກ ໃຕ້ລາວ, ພ້ອມຄະນະ ໃນໂອກາດ ອວຍພອນວັນຊາດ ຄົບຮອບ 45 ປີ (2/12/1975-2/12/2020) ແລະ ຊົມເຊີຍຕໍ່ຜົນ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກ ແຂວງຈຳປາສັກ.

ການນຳແຂວງຈຳປາສ ກ ຕ ອນຮ ບກ ງສ ນໃຫຍ ແຫ ງ ຣາຊະອານາຈ ກ ກຳປ ເຈຍ ເຂ າອວຍພອນ ວ ນຊາດ ຄ ບຮອບ 45 ປ ການນຳແຂວງຈຳປາສັກ ຕ້ອນຮັບ ກົງສູນໃຫຍ່ ສສ ຫວຽດນາມ ປະຈຳພາກໃຕ້ລາວ ເຂົ້າອ່ວຍພອນວັນຊາດ ຄົບຮອບ 45 ປີ
ການນຳແຂວງຈຳປາສ ກ ຕ ອນຮ ບກ ງສ ນໃຫຍ ແຫ ງ ຣາຊະອານາຈ ກ ກຳປ ເຈຍ ເຂ າອວຍພອນ ວ ນຊາດ ຄ ບຮອບ 45 ປ ສະຖານທູດລາວ ປະຈຳຫວຽດນາມ ຈັດຕັ້ງພິທີສະເຫຼີມສະຫຼອງວັນຊາດແຫ່ງ ສປປ.ລາວ ຄົບຮອບ 45 ປີ
ການນຳແຂວງຈຳປາສ ກ ຕ ອນຮ ບກ ງສ ນໃຫຍ ແຫ ງ ຣາຊະອານາຈ ກ ກຳປ ເຈຍ ເຂ າອວຍພອນ ວ ນຊາດ ຄ ບຮອບ 45 ປ

ການນຳແຂວງຈຳປາສັກ ຕ້ອນຮັບກົງສູນໃຫຍ່ ແຫ່ງ ຣາຊະອານາຈັກ ກຳປູເຈຍ ເຂົ້າອວຍພອນ ວັນຊາດ ຄົບຮອບ 45 ປີ

ໂອກາດນີ້, ທ່ານ ຊິມ ສຸຄົມ ກົງສູນໃຫຍ່ ແຫ່ງ ຣາຊະອານາຈັກ ກຳປູເຈຍ ປະຈຳພາກໃຕ້ ລາວ ໄດ້ນຳເອົາກະຕ່າດອກໄມ້ ພ້ອມດ້ວຍ ຄຳອວຍພອນ ອັນປະເສີດ ມາຍັງບັນດາທ່ານ ການນຳ ແຂວງຈຳປາສັກ ເພື່ອສະແດງຄວາມ ຂໍ່ານັບຊົມເຊີຍ ແລະ ອ່ວຍພອນວັນຊາດ ສປປ ລາວ ຄົບຮອບ 45 ປີ, ໂດຍສອງປະເທດ ລາວ-ກຳປູເຈຍ ໄດ້ໃຫ້ການຊ່ວຍເຫລືອຊຶ່ງກັນ ແລະ ກັນ, ການຮ່ວມມືກັນຕະຫລອດມາ ນັບແຕ່ໄລຍະ ການຕໍ່ສູ້ກູ້ຊາດ ຈົນມາເຖິງປັດຈຸບັນ. ນອກຈາກນັ້ນ, ການພົວພັນ ຂອງການນຳຂັ້ນສູງ ຂອງສອງປະເທດ ກໍ່ໄດ້ມີການພົວພັນ ຢ່າງສະໜິດແໜ້ນ, ໂດຍສະເພາະ ການຢ້ຽມຢາມຖາມຂ່າວ, ແລກປ່ຽນບົດຮຽນດ້ານຕ່າງໆ ແລະ ໄລຍະເມື່ອບໍ່ດົນມານີ້, ກໍ່ໄດ້ມອບອຸປະກອນປ້ອງກັນພະຍາດ ໂຄວິດ-19 ໃຫ້ກັບລັດຖະບານ ສປປ ລາວ ແລະ ຕີລາຄາສູງ ຕໍ່ການສ້າງສາພັດທະນາ ປະເທດຊາດ ຕະຫລອດໄລຍະ 45 ປີ ແລະ ການພົວພັນ ການຮ່ວມມື ລະຫວ່າງ ສອງປະເທດ ເວົ້າລວມ, ເວົ້າສະເພາະ ແມ່ນແຂວງຈຳປາສັກ ກັບບັນດາແຂວງ ຂອງຣາຊະອານາຈັກ ກຳປູເຈຍ.

ໂອກາດດັ່ງກ່າວ, ທ່ານ ວິໄລວົງ ບຸດດາຄຳ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ ທ່ານ ຊິມ ສຸຄົມ ກົງສູນໃຫຍ່ ແຫ່ງ ຣາຊະ ອານາຈັກ ກຳປູເຈຍ ປະຈຳພາກໃຕ້ລາວ ແລະ ຊົມເຊີຍໃນບົດບາດ ການເປັນໃຈກາງປະສານງານ ຊ່ວຍຮັດແໜ້ນ ຄວາມສາມັກຄີ, ຜັນຂະຫຍາຍ ການຮ່ວມມື ມິດຕະພາບ ອັັນເປັນມູນເຊື້ອ ບ້ານໃກ້ເຮືອນຄຽງ ລະຫວ່າງ ປະຊາຊົນສອງຊາດ, ບັນດາແຂວງພາກໃຕ້ ຂອງ ສປປ ລາວ ກັບ ຣາຊະອານາຈັກ ກຳປູເຈຍ, ພ້ອມອວຍພອນແດ່ ທ່ານກົງສູນໃຫຍ່, ບັນດາການນຳທຸກໆຂັ້ນ ແລະ ປະຊາຊົນກຳປູເຈຍ ຈົ່ງມີຄວາມສຸກ, ມີຜົນສຳເລັດ ໃນໜ້າທີ່ ວຽກງານທຸກດ້ານ, ພ້ອມສືບຕໍ່ຮັດແໜ້ນ ຄວາມສາມັກຄີ ສ້າງສາຍພົວພັນ ການຮ່ວມມື ມິດຕະພາບອັນ ເປັນມູນເຊື້ອ ໃຫ້ແໜ້ນແຟ້ນ ຍິ່ງຂຶ້ນ.

ການນຳແຂວງຈຳປາສ ກ ຕ ອນຮ ບກ ງສ ນໃຫຍ ແຫ ງ ຣາຊະອານາຈ ກ ກຳປ ເຈຍ ເຂ າອວຍພອນ ວ ນຊາດ ຄ ບຮອບ 45 ປ ການນໍາພັກ, ລັດ ສສ.ຫວຽດນາມ ໄດ້ສົ່ງສານອວຍພອນວັນຊາດ ສປປ.ລາວ ຄົບຮອບ 45 ປີ

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຄົບຮອບ 45 ປີ (02/12/1975 – 02/12/2020), ວັນທີ 01 ທັນວາ 2020, ການນໍາພັກ, ລັດ ສສ.ຫວຽດນາມ ໄດ້ສົ່ງສານອວຍພອນມາຍັງ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດ ...

ການນຳແຂວງຈຳປາສ ກ ຕ ອນຮ ບກ ງສ ນໃຫຍ ແຫ ງ ຣາຊະອານາຈ ກ ກຳປ ເຈຍ ເຂ າອວຍພອນ ວ ນຊາດ ຄ ບຮອບ 45 ປ ສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງດົ່ງນາຍ ສົມທົບກັບສະມາຄົມມິດຕະພາບຫວຽດນາມ- ລາວ ແຂວງດົ່ງນາຍ ຈັດຕັ້ງພິທີສະເຫຼີມສະຫຼອງວັນຊາດລາວ ຄົບຮອບ 45 ປີ

ຍສໝ - ທີ່ພິທີ, ສະມາຄົມມິດຕະພາບຫວຽດນາມ- ລາວ ແຂວງດົ່ງນາຍ ໄດ້ມອບຂອງຂວັນ 10 ພູດ ໃຫ້ແກ່ນັກສຶກສາລາວ 10 ຄົນ ທີ່ພວມຮໍ່າຮຽນຢູ່ມະຫາວິທະຍາໄລດົ່ງນາຍ.

ການນຳແຂວງຈຳປາສ ກ ຕ ອນຮ ບກ ງສ ນໃຫຍ ແຫ ງ ຣາຊະອານາຈ ກ ກຳປ ເຈຍ ເຂ າອວຍພອນ ວ ນຊາດ ຄ ບຮອບ 45 ປ ສະຫະສະມາຄົມບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ນະຄອນໂຮ່ຈີມິນ ໄດ້ຈັດງານພົບປະສ້າງສັນເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ລາວ ຄົບຮອບ 45 ປີ

ຍສໝ - ໃນວັນທີ 27 ພະຈິກ, ສະຫະສະມາຄົມບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ນະຄອນໂຮ່ຈີມິນ ໄດ້ຈັດງານພົບປະສ້າງສັນເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ລາວ ຄົບຮອບ 45 ປີ ເພື່ອແນໃສ່ສະແດງໃຫ້ເຫັນຄວາມສາມັກຄີທີ່ເປັນມູນເຊື້ອອັນດີງາມລະຫວ່າງປະຊາຊົນນະຄອນໂຮ່ຈີມິນ ແລະ ປະຊາຊົນລາວ.

kpl.gov.la

ເຫດການ
302 Found

Found

The document has moved here.