ການນຳ HUFO ຊົມເຊີຍ 63 ປີແຫ່ງວັນຊາດຂອງມາເລເຊຍ

15:28 | 17/09/2020

ຍສໝ - ຫວຽດນາມ ແລະມາເລເຊຍ ໄດ້ສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການໃນວັນທີ 30 ມີນາ 1973, ນັບແຕ່ການສ້າງຕັ້ງສາຍພົວພັນທາງການທູດມາຮອດປະຈຸບັນ, ການພົວພັນຫວຽດນາມ - ມາເລເຊຍ ຍາມໃດກໍ່ໄດ້ຮັບການພັດທະນາຢ່າງດີງາມ, ໂດຍສະເພາະແມ່ນພາຍຫຼັງ ສອງປະເທດຍົກລະດັບການເປັນຄູ່ຮ່ວມຍຸດທະສາດໃນປີ 2015.

ການນຳ hufo ຊ ມເຊ ຍ 63 ປ ແຫ ງວ ນຊາດຂອງມາເລເຊຍ ທົ່ວໂລກໄດ້ຢັ້ງຢືນວ່າ ມີຜູ້ຕິດເຊື້ອພະຍາດ Covid – 19 ຈຳນວນ 29,71 ລ້ານຄົນ
ການນຳ hufo ຊ ມເຊ ຍ 63 ປ ແຫ ງວ ນຊາດຂອງມາເລເຊຍ ທະຫານປ້ອງກັນຊາຍແດນ ເຫງ້ອານ ມອບຂອງຂວັນ ໃຫ້ແກ່ກຳລັງປະກອບອາວຸດ ແລະ ປະຊາຊົນເຂດຊາຍແດນຢູ່ແຂວງຫົວພັນ, ປະເທດລາວ
ການນຳ hufo ຊ ມເຊ ຍ 63 ປ ແຫ ງວ ນຊາດຂອງມາເລເຊຍ
ບັນດາຜູ້ແທນໄດ້ຖ່າຍຮູບທີ່ລະລຶກ.

ວັນທີ 15 ກັນຍາ, ທ່ານ ເວືອງຮວ່າງກວນ ປະທານສະຫະພັນບັນດາອົງການມິດຕະພາບນະຄອນໂຮ່ຈີມິນ (HUFO) ໄດ້ນຳໜ້າ ຄະນະຜູ້ແທນ HUFO ເຂົ້າມາອວຍພອນສະຖານກົງສຸນໃຫຍ່ ແລະພະນັກງານຂອງກົງສຸນມາເລເຊຍ ເນື່ອງໃນໂອກາດສະຫຼອງ 63 ປີແຫ່ງວັນຊາດຂອງມາເລເຊຍ, ພ້ອມກັນນັ້ນກໍ່ສະແດງຄວາມເຊື່ອໝັ້ນວ່າການຮ່ວມມື ລະຫວ່າງ ຫວຽດນາມ ແລະມາເລເຊຍຍາມໃດກໍ່ໄດ້ຮັບການເພີ່ມທະວີ ແລະພັດທະນາ ແລະ ເປີດກວ້າງໃນຫລາຍຂົງເຂດ.

ທີ່ພິທີ, ທ່ານນາງ Wong Chia Chiann - ສະຖານກົງສູນໃຫຍ່ມາເລເຊຍ ປະຈຳ ນະຄອນໂຮ່ຈີມິນ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ປະຊາຊົນຫວຽດນາມທີ່ມີຄວາມຮັກແພງຕໍ່ປະເທດມາເລເຊຍ.

ຫວຽດນາມ ແລະ ມາເລເຊຍ ໄດ້ສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການໃນວັນທີ 30 ມີນາ 1973, ນັບແຕ່ການສ້າງຕັ້ງສາຍພົວພັນທາງການທູດມາຮອດປະຈຸບັນ, ການພົວພັນຫວຽດນາມ - ມາເລເຊຍ ຍາມໃດກໍ່ໄດ້ຮັບການພັດທະນາຢ່າງດີງາມ, ໂດຍສະເພາະແມ່ນພາຍຫຼັງສອງປະເທດຍົກລະດັບການເປັນຄູ່ຮ່ວມຍຸດທະສາດໃນປີ 2015.

ໃນຊຸມປີມໍ່ໆມານີ້, ຫວຽດນາມ ແລະມາເລເຊຍ ໄດ້ຮ່ວມມືຢ່າງມີປະສິດທິຜົນໃນຫຼາຍຂົງເຂດ, ປະກອບສ່ວນເຮັດໃຫ້ການພົວພັນລະຫວ່າງສອງປະເທດເລິກເຊິ່ງກວ່າເກົ່າ. ການຄ້າສອງຝ່າຍບັນລຸປະມານເກືອບ 15 ຕື້ໂດລາສະຫະລັດ/ປີ.

ປີ 2020 ແມ່ນຂີດໝາຍສຳຄັນສຳລັບທັງສອງປະເທດ, ເມື່ອຫວຽດນາມຮັບໜ້າ ທີ່ເປັນປະທານອາຊຽນ ແລະສະມາຊິກບໍ່ປະຈໍາຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ແລະມາເລເຊຍເປັນປະທານ APEC. ສອງປະເທດໄດ້ຮ່ວມມືກັນຢ່າງແໜ້ນແຟ້ນ ແລະພ້ອມກັນກັບບັນດາປະເທດອາຊຽນອື່ນໆ ໃນຄວາມມານະພະຍາຍາມສ້າງວົງຄະນະຍາດອາຊຽນ ແຫ່ງສາມັກຄີ, ເປັນເອກະພາບ, ອຸທິດຕົນເພື່ອສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງໃນພາກພື້ນ ແລະໃນໂລກ.

ການນຳ hufo ຊ ມເຊ ຍ 63 ປ ແຫ ງວ ນຊາດຂອງມາເລເຊຍ ທ່ານ ເອກອັກຄະລັດຖະທູດໄທ Tanee Sangrat ຮູ້ສຶກປະທັບໃຈຕໍ່ຄວາມຮັກແພງຂອງຊາວຫວຽດນາມອາໃສຢູ່ໄທທີ່ສະຫງວນໃຫ້ແກ່ປະເທດໄທ

ຍສໝ - ທີ່ການຕ້ອນຮັບ, ທ່ານເອກອັກຄະລັດຖະທູດ Tanee Sangrat ສະແດງຄວາມຂອບອົກຂອບໃຈຕໍ່ສະມາຄົມມິດຕະພາບຫວຽດນາມ - ໄທ ແລະບັນດາສາຂາສະມາຄົມຢູ່ບັນດາທ້ອງຖິ່ນທີ່ໄດ້ເຂົ້າຮ່ວມເດີນທາງ ແລະຮ່ວມມືໃນບັນດາການເຄື່ອນໄຫວຂອງສະຖານທູດ.

ການນຳ hufo ຊ ມເຊ ຍ 63 ປ ແຫ ງວ ນຊາດຂອງມາເລເຊຍ ການພົວພັນຕ່າງປະເທດດ້ານປ້ອງກັນຊາດ ໄດ້ປະກອບສ່ວນຍົກສູງອິດທິພົນຊື່ສຽງ, ຖານະທີ່ຕັ້ງຂອງກອງທັບ ແລະ ປະເທດຫວຽດນາມ ບົນເວທີສາກົນ

ຍສໝ - ການເຄື່ອນໄຫວພົວພັນຕ່າງປະເທດດ້ານປ້ອງກັນຊາດນັບມື້ນັບໄດ້ຮັບການຍູ້ແຮງຕາມທິດພັດທະນາຢ່າງເລິກເຊິ່ງກວ້າງຂວາງທາງດ້ານຂອບຂະໜາດ ແລະລະດັບການຮ່ວມມືກັບບັນດາປະເທດ, ບັນດາອົງການຈັດຕັ້ງສາກົນ, ປະກອບສ່ວນນໍາການປ້ອງກັນຊາດຫວຽດນາມ ເຊື່ອມໂຍງເຂົ້າກັບສາກົນເທື່ອລະກ້າວ.

ການນຳ hufo ຊ ມເຊ ຍ 63 ປ ແຫ ງວ ນຊາດຂອງມາເລເຊຍ ນະຄອນໂຮ່ຈີມິນ ສສ.ຫວຽດນາມ ຍູ້ແຮງການຮ່ວມມືກັບ ນະຄອນ Daegu ສ.ເກົາຫຼີ

ຍສໝ - ນະຄອນໂຮ່ຈີມິນ ກໍ່ພ້ອມແລ້ວທີ່ຈະຮ່ວມມືກັບນະຄອນ Daegu ໃນບັນດາຂົງເຂດທີ່ Daegu ມີທ່າແຮງ ແລະນະຄອນມີຄວາມເອົາໃຈໃສ່ລົງທຶນພັດທະນາ ເປັນຕົ້ນຄື: ການກໍາຈັດນໍ້າ, ການທ່ອງທ່ຽວ...

ໄຊພອນ

ເຫດການ
302 Found

Found

The document has moved here.