
ສ້າງຄວາມເຂັ້ມແຂງພູມປັນຍາໜຸ່ມອາສາສະໝັກ ໃນເຂດເສດຖະກິດ - ປ້ອງກັນຊາດ
ຍສໝ - ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຫາກໍ່ລົງນາມໃນຂໍ້ຕົກລົງອະນຸມັດການປະຕິບັດໂຄງການ “ສ້າງຄວາມເຂັ້ມແຂງພູມປັນຍາໜຸ່ມ ທີ່ອາສາສະໝັກເຮັດວຽກຢູ່ບັນດາເຂດເສດຖະກິດ - ປ້ອງກັນຊາດ” ຮອດທ້າຍປີ 2030.
ຍສໝ - ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຫາກໍ່ລົງນາມໃນຂໍ້ຕົກລົງອະນຸມັດການປະຕິບັດໂຄງການ “ສ້າງຄວາມເຂັ້ມແຂງພູມປັນຍາໜຸ່ມ ທີ່ອາສາສະໝັກເຮັດວຽກຢູ່ບັນດາເຂດເສດຖະກິດ - ປ້ອງກັນຊາດ” ຮອດທ້າຍປີ 2030.
ຍສໝ - ຫວຽດນາມ ແລະຍີ່ປຸ່ນ ໄດ້ປຶກສາຫາລືທິດທາງການຮ່ວມມືດ້ານປ້ອງກັນຊາດໃນໄລຍະພັດທະນາໃໝ່; ຊົມເຊີຍການເຊັນສັນຍາວ່າດ້ວຍການມອບໂອນອຸປະກອນ ແລະເຕັກໂນໂລຍີປ້ອງກັນຊາດຈາກສອງປະເທດ...
ຍສໝ - ທີ່ຕ້ອນຮັບ ທ່ານເອກອັກຄະລັດຖະທູດອິນເດຍ ປະຈຳ ຫວຽດນາມ Pranay Verma (ວັນທີ 6 ກັນຍາ ຢູ່ຮ່າໂນ້ຍ), ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ສະເໜີສອງປະເທດຍູ້ແຮງການຮ່ວມມືໃນຫຼາຍຂົງເຂດ, ໃນນັ້ນມີການແລກປ່ຽນປະຊາຊົນ, ການຮ່ວມມືດ້ານເສດຖະກິດ, ການທ່ອງທ່ຽວ, ຄວາມໝັ້ນຄົງ ແລະການປ້ອງກັນຊາດ, ສາທາລະນະສຸກ...
ຕອນບ່າຍວັນທີ 29 ກໍລະກົດ, ທີ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານພົນໂທ ຮວ່າງຊວນຈ໊ຽນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານພັນເອກ Ryou Jae Guen ທີ່ປຶກສາທູດປ້ອງກັນຊາດ ສ.ເກົາຫຼີ ຫາກໍ່ສິ້ນສຸດອາຍຸການປະຕິບັດງານ ແລະທ່ານພັນເອກ Kim Dae Young ມາຮັບໜ້າທີ່ເປັນທີ່ປຶກສາທູດປ້ອງກັນຊາດສ.ເກົາຫຼີ ປະຈໍາ ຫວຽດນາມ.
ຍສໝ - ຫວຽດນາມ ແລະ ສະຫະລັດອາເມລິກາ ຈະຮ່ວມມືເພື່ອຍົກສູງຄຸນນະພາບຊີວິດໃຫ້ແກ່ຄົນພິການຫວຽດນາມ ຢູ່ບັນດາແຂວງທີ່ຖືກສີດຫວ່ານທາດພິດສີສົ້ມ ແລະ ບັນດາເນື້ອໃນຮ່ວມມືດ້ານການປ້ອງກັນຊາດ ແມ່ນເໝາະສົມກັບຜົນປະໂຫຍດຂອງສອງປະເທດ, ເພື່ອສັນຕິພາບ ແລະ ການພັດທະນາຮ່ວມກັນໃນພາກພື້ນ ແລະ ໃນໂລກ…
ເນື່ອງໃນໂອກາດການຢ້ຽມຢາມສັນຖະວະໄມຕີຫວຽດນາມ ຢ່າງເປັນທາງການຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ແລະພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງພັກ ແລະລັດລາວ, ຕອນບ່າຍວັນທີ 28 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານພົນເອກ ຈັນສະໝອນ ຈັນຍາລາດ, ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີລາວ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ ໄດ້ມີການພົບປະກັບທ່ານພົນໂທ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ.
ຖະແຫຼງການໄດ້ເນັ້ນໜັກເຖິງຄຳໝັ້ນສັນຍາຂອງທຸກຝ່າຍໃນການຮ່ວມມືສັນຕິພາບ ແລະ ມີລັກສະນະສ້າງສັນ ເພື່ອໃຫ້ທະເລຕາເວັນອອກກາຍເປັນເຂດທະເລແຫ່ງສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນ.
ຍສໝ - ທ່ານພົນເອກ ເລືອງເກື່ອງ ໄດ້ປາດຖະໜາວ່າ ການພົວພັນຫວຽດນາມ - ລັດເຊຍ, ໃນນັ້ນມີການຮ່ວມມືດ້ານປ້ອງກັນຊາດ ໃຫ້ພັດທະນາ, ນຳມາເຊິ່ງຜົນປະໂຫຍດໃຫ້ປະຊາຊົນສອງປະເທດ, ປະກອບສ່ວນເຂົ້າໃນສັນຕິພາບໃນພາກພື້ນ ແລະ ໂລກ.
ຫວຽດນາມ ແລະຈີນ ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອສືບຕໍ່ຮັກສາ, ເພີ່ມພູນຄູນສ້າງໃຫ້ສາຍພົວພັນການຮ່ວມມື ມິດຕະພາບ ລະຫວ່າງປະຊາຊົນ ແລະ ບັນດາກຳລັງປົກປັກຮັກສາຊາຍແດນສອງປະເທດ.
ຍສໝ - ສອງຝ່າຍຕີລາຄາສູງການພົວພັນດ້ານປ້ອງກັນຊາດຫວຽດນາມ-ລາວ, ຢັ້ງຢືນນີ້ແມ່ນໜຶ່ງໃນບັນດາເສົາຄໍ້າໃນການພົວພັນລະຫວ່າງສອງປະເທດ.
ຍສໝ - ທ່ານພົນຕີ ຫວູຈຽນຖັງ, ຫົວໜ້າກົມພົວພັນຕ່າງປະເທດ, ກະຊວງປ້ອງກັນປະເທດຫວຽດນາມ ຢັ້ງຢືນວ່າ ການຮ່ວມມືດ້ານປ້ອງກັນຊາດແມ່ນໜຶ່ງໃນບັນດາເສົາຄໍ້າທີ່ສໍາຄັນຂອງການພົວພັນຫວຽດນາມ-ລາວ.
ຫວ່າງແລ້ວນີ້, ຢູ່ກະຊວງປ້ອງກັນປະເທດ, ໄດ້ມີກອງປະຊຸມສະຫລຸບຕີລາຄາວຽກງານປ້ອງກັນຊາດ ປະຈໍາສົກ ປີ 2020 ແລະ ຫາລືທິດທາງວຽກງານປະຈໍາປີ 2021, ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີ ກະ ຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະບັນຊາ ພາຍໃນກະຊວງດັ່ງກ່າວເຂົ້າຮ່ວມ.
ຫວ່າງແລ້ວນີ້,, ທີ່ຮ່າໂນ້ຍ, ກົມພົວພັນຕ່າງປະເທດ (ກະຊວງປ້ອງກັນປະເທດຫວຽດນາມ) ໄດ້ຮັບຟັງການແນະນໍາບັນດາໂຄງການຂອງສະຫະພາບເອີລົບ (ອີຢູ) ຜ່ານລະບົບທາງໄກ ພາຍໃຕ້ການເປັນປະທານຂອງທ່ານພັນເອກພິເສດ ຟ້າມແມັງຖັ໊ງ ຮອງຫົວໜ້າກົມພົວພັນຕ່າງປະເທດ.
ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ຕາງໜ້າໃຫ້ການນໍາພັກ-ລັດ, ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນສູນກາງ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ໄຊຊະນະທີ່ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບທຸກຂັ້ນ ພ້ອມດ້ວຍອໍານາດການປົກຄອງ-ທ້ອງຖິ່ນ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ຂອງແຂວງຊຽງຂວາງ, ຫົວພັນ, ໄຊສົມບູນ ຍາດມາໄດ້ໃນຕະຫລອດໄລຍະຜ່ານມາ.
ຍສໝ - ເຖິງແມ່ນວ່າໄດ້ຮັບຜົນກະທົບຈາກ ໂລກລະບາດ ໂຄວິດ-19 ກໍ່ຕາມ, ແຕ່ການຮ່ວມມືດ້ານປ້ອງກັນຊາດລະຫວ່າງກອງທັບສອງປະເທດຫວຽດນາມ - ອິນເດຍ ຍັງໄດ້ຮັບການຮັກສາ ແລະຊຸກຍູ້ໃຫ້ສອດຄ່ອງກັບສະພາບໂລກລະບາດຢູ່ແຕ່ລະປະເທດ.
ຍສໝ - ກິດຈະກຳທີ 5 ແມ່ນກອງປະຊຸມສໍາມະນາກ່ຽວກັບ 70 ປີແຫ່ງການພົວພັນຮ່ວມມືໃນຂົງເຂດການທະຫານຫວຽດນາມ-ໂຊວຽດ/ສະຫະພັນລັດເຊຍ ຄາດຄະເນວ່າຈະຈັດຕັ້ງໃນເດືອນມັງກອນ 2021.
ຍສໝ - ລາວ - ຫວຽດນາມພວມສືບຕໍ່ຜັນຂະຫຍາຍອະນຸສັນຍາ ແລະແຜນການຮ່ວມມືປະຈໍາປີ, ສຸມໃສ່ຂົງເຂດຕ່າງໆ ເປັນຕົ້ນຄື: ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ການສົມທົບກັນລະຫວ່າງບັນດາກໍາລັງຄຸ້ມຄອງ ແລະປົກປັກຮັກສາຊາຍແດນສອງປະເທດ ລາວ - ຫວຽດນາມ ໃນການປ້ອງກັນ, ຕ້ານອາດຊະຍາກໍາຂ້າມຊາດປະເພດຕ່າງໆ...
ໃນໄລຍະຜ່ານມາ, ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ສິງກະໂປ ໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ, ສົມດັ່ງຄວາມມຸ່ງມາດປາຖະໜາ ແລະຜົນປະໂຫຍດຂອງປະຊາຊົນແຕ່ລະປະເທດ, ປະກອບສ່ວນສໍາຄັນເຂົ້າໃນການປັບປຸງການພົວພັນມິດຕະພາບລະຫວ່າງບັນດາປະເທດອາຊຽນ, ຍົກສູງຖານະບົດບາດຂອງແຕ່ລະປະເທດ ແລະທັງປະຊາຄົມອາຊຽນຢູ່ເວທີສາກົນ.
ຍສໝ - ທ່ານພົນໂທ ຮວ່າງຊວນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ເນັ້ນໜັກວ່າ ໃນປີ 2020, ເຖິງວ່າພະຍາດໂຄວິດ-19 ມີການຜັນແປຢ່າງສັບສົນກໍ່ຕາມ, ແຕ່ການພົວພັນຮ່ວມມືຫວຽດນາມ-ກໍາປູເຈຍ ໃນຫຼາຍຂົງເຂດ, ໃນນັ້ນມີການພົວພັນຮ່ວມມືດ້ານປ້ອງກັນຊາດຍັງໄດ້ຮັບການຮັກສາເປັນປົກກະຕິ ແລະບັນລຸໝາກຜົນທີ່ຕັ້ງໜ້າ.
ຍສໝ - ກະຊວງປ້ອງກັນປະເທດຫວຽດນາມໄດ້ປະຕິບັດສຳເລັດບົດບາດຂອງຕົນໃນການປະກອບສ່ວນເຂົ້າໃນຜົນສໍາເລັດຂອງປີຫວຽດນາມ ເປັນປະທານອາຊຽນ 2020.