ກອງປະຊຸມທາງອອນລາຍລັດຖະມົນຕີປ້ອງກັນຊາດບັນດາປະເທດອາຊຽນຄັ້ງທີ 15

17:00 | 16/06/2021

ຖະແຫຼງການໄດ້ເນັ້ນໜັກເຖິງຄຳໝັ້ນສັນຍາຂອງທຸກຝ່າຍໃນການຮ່ວມມືສັນຕິພາບ ແລະ ມີລັກສະນະສ້າງສັນ ເພື່ອໃຫ້ທະເລຕາເວັນອອກກາຍເປັນເຂດທະເລແຫ່ງສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນ.

ເວທີປາໄສອາຊຽນ - ຍີ່ປຸ່ນ: ຕົກລົງຮັບປະກັນຄວາມໝັ້ນຄົງ ແລະ ຄວາມປອດໄພໃນການເດີນທະເລຢູ່ທະເລຕາເວັນອອກ ເວທີປາໄສອາຊຽນ - ຍີ່ປຸ່ນ: ຕົກລົງຮັບປະກັນຄວາມໝັ້ນຄົງ ແລະ ຄວາມປອດໄພໃນການເດີນທະເລຢູ່ທະເລຕາເວັນອອກ
ຫວຽດນາມ ໄດ້ຕີລາຄາສູງການຊຸກຍູ້ການຮ່ວມມືອາຊຽນ - ຈີນໃນທຸກຂົງເຂດ ຫວຽດນາມ ໄດ້ຕີລາຄາສູງການຊຸກຍູ້ການຮ່ວມມືອາຊຽນ - ຈີນໃນທຸກຂົງເຂດ
ກອງປະຊຸມທາງອອນລາຍລັດຖະມົນຕີປ້ອງກັນຊາດບັນດາປະເທດອາຊຽນຄັ້ງທີ 15

ກອງປະຊຸມທາງອອນລາຍລັດຖະມົນຕີປ້ອງກັນຊາດບັນດາປະເທດອາຊຽນ ຄັ້ງທີ 15 (ADMM-15). (ພາບ: TTXVN)

ຕອນເຊົ້າວັນທີ 15 ມິຖຸນາ ໄດ້ດຳເນີນກອງປະຊຸມທາງອອນລາຍລັດຖະມົນຕີປ້ອງກັນຊາດບັນດາປະເທດອາຊຽນ ຄັ້ງທີ 15 (ADMM-15). ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ປຶກສາຫາລື, ເປັນເອກະພາບກ່ຽວກັບບັນດາວຽກງານກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີປ້ອງກັນຊາດບັນດາປະເທດອາຊຽນ ເປີດກວ້າງ (ADMM+) ຄັ້ງທີ 8; ຮັບຮອງເອົາການຈັດຕັ້ງບັນດາການພົບປະບໍ່ເປັນທາງການລັດຖະມົນຕີປ້ອງກັນຊາດບັນດາປະເທດອາຊຽນ ແລະ ລັດຖະມົນຕີປ້ອງກັນຊາດບັນດາປະເທດຄູ່ຮ່ວມມືໃນປີ 2021. ກອງປະຊຸມໄດ້ຮັບຮອງເອົາຖະແຫຼງການຮ່ວມ ADMM ຄັ້ງທີ 15… ຖະແຫຼງການໄດ້ເນັ້ນໜັກເຖິງຄຳໝັ້ນສັນຍາຂອງທຸກຝ່າຍໃນການຮ່ວມມືສັນຕິພາບ ແລະ ມີລັກສະນະສ້າງສັນ ເພື່ອໃຫ້ທະເລຕາເວັນອອກກາຍເປັນເຂດທະເລແຫ່ງສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນ ຜ່ານການປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ, ສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໃຫ້ສົມບູນແບບ, ມີປະສິດທິຜົນ, ແທດຈິງ, ເໝາະສົມກັບກົດໝາຍສາກົນ, ລວມທັງສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS) ຕາມແຜນການທີ່ໄດ້ຮັບຄວາມເຫັນດີ.

ຖະແຫຼງການກໍ່ສະແດງໃຫ້ເຫັນຄຳໝັ້ນສັນຍາຂອງບັນດາສະມາຊິກ ອາຊຽນ ໃນໄລຍະຈະມາເຖິງກ່ຽວກັບເລື່ອງສືບຕໍ່ຍູ້ແຮງການຮັບມືກັບໂລກລະບາດ ຕາມການຊີ້ນຳຂອງກອບຟື້ນຟູຮອບດ້ານອາຊຽນ ແລະ ຖະແຫຼງການຮ່ວມຂອງລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດອາຊຽນ ກ່ຽວກັບການຮ່ວມມືໃນການຮັບມືກັບໂລກລະບາດ.

ເວທີປາໄສອາຊຽນ - ຍີ່ປຸ່ນ: ຕົກລົງຮັບປະກັນຄວາມໝັ້ນຄົງ ແລະ ຄວາມປອດໄພໃນການເດີນທະເລຢູ່ທະເລຕາເວັນອອກ ເວທີປາໄສອາຊຽນ - ຍີ່ປຸ່ນ: ຕົກລົງຮັບປະກັນຄວາມໝັ້ນຄົງ ແລະ ຄວາມປອດໄພໃນການເດີນທະເລຢູ່ທະເລຕາເວັນອອກ

ຍສໝ - ເມື່ອບໍ່ດົນມານີ້, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫງວຽນກວກຢູ້ງ, ຫົວໜ້າ SOM ອາຊຽນຂອງຫວຽດນາມ ແລະ ທ່ານ Mori Takeo - ຮອງລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ ໄດ້ເປັນປະທານຮ່ວມເວທີປາໄສອາຊຽນ - ຍີ່ປຸ່ນຄັ້ງທີ 36.

ຫວຽດນາມ ໄດ້ຕີລາຄາສູງການຊຸກຍູ້ການຮ່ວມມືອາຊຽນ - ຈີນໃນທຸກຂົງເຂດ ຫວຽດນາມ ໄດ້ຕີລາຄາສູງການຊຸກຍູ້ການຮ່ວມມືອາຊຽນ - ຈີນໃນທຸກຂົງເຂດ

ຍສໝ - ກ່າວຄຳເຫັນຕາງໜ້າບັນດາປະເທດອາຊຽນ, ທ່ານຮອງລັດຖະມົນຕີ ຫງວຽນກ໊ວກຢຸງ ສະເໜີໃຫ້ບັນດາຝ່າຍ ໃຫ້ບຸລິມະສິດການສົມທົບກັນຮັບມືກັບໂລກລະບາດ; ພ້ອມກັນນັ້ນ, ຮັບມືກັບບັນດາສິ່ງທ້າທາຍທີ່ພົ້ນເດັ່ນຂຶ້ນຢ່າງມີປະສິດທິຜົນ ເໝາະສົມກັບຈິດໃຈປີຮ່ວມມືພັດທະນາແບບຍືນຍົງອາຊຽນ - ຈີນ 2021.

ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ໄດ້ຕີລາຄາສູງການຮ່ວມມືຂອງທ່ານເລຂາທິການໃຫຍ່ອາຊຽນກັບຫວຽດນາມ ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ໄດ້ຕີລາຄາສູງການຮ່ວມມືຂອງທ່ານເລຂາທິການໃຫຍ່ອາຊຽນກັບຫວຽດນາມ

ຍສມ - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານເລຂາທິການໃຫຍ່ອາຊຽນ Lim Jock Hoi ໃນໂອກາດເຂົ້າຮ່ວມກອງປະຊຸມຜູ້ນຳອາຊຽນ ທີ່ສຳນັກງານໃຫຍ່ຂອງກອງເລຂາອາຊຽນ ຢູ່ນະຄອນຫຼວງຈາກາຕາ.

vovworld.vn

ເຫດການ
302 Found

Found

The document has moved here.