ກອງປະຊຸມສະຫລຸບວຽກງານປ້ອງກັນຊາດ ປະຈໍາສົກ ປີ 2020

10:57 | 30/03/2021

ຫວ່າງແລ້ວນີ້, ຢູ່ກະຊວງປ້ອງກັນປະເທດ, ໄດ້ມີກອງປະຊຸມສະຫລຸບຕີລາຄາວຽກງານປ້ອງກັນຊາດ ປະຈໍາສົກ ປີ 2020 ແລະ ຫາລືທິດທາງວຽກງານປະຈໍາປີ 2021, ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີ ກະ ຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະບັນຊາ ພາຍໃນກະຊວງດັ່ງກ່າວເຂົ້າຮ່ວມ.

ກອງປະຊ ມສະຫລ ບວຽກງານປ ອງກ ນຊາດ ປະຈ າສ ກ ປ 2020 ລາວຍັງບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ
ກອງປະຊ ມສະຫລ ບວຽກງານປ ອງກ ນຊາດ ປະຈ າສ ກ ປ 2020 ປີ 2020 ແມ່ນປີທີ່ດີສຳລັບການພົວພັນສອງຝ່າຍລະຫວ່າງບຣາຊິນ ແລະຫວຽດນາມ
ກອງປະຊ ມສະຫລ ບວຽກງານປ ອງກ ນຊາດ ປະຈ າສ ກ ປ 2020
ກອງປະຊຸມສະຫລຸບວຽກງານປ້ອງກັນຊາດ ປະຈໍາສົກ ປີ 2020 (ພາບ: Kpl)

ໃນໂອກາດກ່າວເປີດກອງປະຊຸມ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກ່າວວ່າ: ກອງປະຊຸມຄັ້ງນີ້, ເພື່ອຕີລາຄາການຈັດຕັ້ງປະຕິບັດວຽກງານໃນປີຜ່ານມາ, ໂດຍສະເພາະແມ່ນ 4 ໜ້າທີ່ໃຫຍ່, 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດ ລາວ ວາງອອກ, ເພື່ອຄວາມເປັນເອກະພາບ ໃນການປັບປຸງກໍ່ສ້າງກອງທັບເຮົາ ໃຫ້ມີການຫັນປ່ຽນໃໝ່ຢ່າງຕັ້ງໜ້າ ແລະ ພ້ອມກັນຄົ້ນຄວ້າເປັນເອກະພາບໃນທິດທາງແຜນການ ທີ່ຈະສຸມໃສ່ຈັດຕັ້ງປະຕິບັດໃນປີ 2021 ນີ້.

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ຕີລາຄາວ່າ: ໃນປີ 2020 ຜ່ານມາ, ພາຍໃຕ້ການຊີ້ນໍາ-ນໍາພາຂອງຄະນະພັກກະຊວງ ກໍຄື ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ ແລະ ວຽກງານຈຸດສຸມຂອງກະຊວງ ພວກເຮົາສາມາດຍາດໄດ້ຜົນສໍາເລັດໃນຫລາຍດ້ານ, ຮັບປະກັນໄດ້ສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບເປັນລະບຽບຮຽບຮ້ອຍໃນສັງຄົມ, ແກ້ໄຂຄວາມທຸກຍາກຂອງປະຊາຊົນຢ່າງໜັກແໜ້ນ ແລະ ທົ່ວເຖິງ ມີຜົນສໍາເລັດເປັນຢ່າງດີ, ເຮັດໃຫ້ບົດບາດອິດທິພົນຂອງຊາດລາວເຮົາ ພົ້ນເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ. ໃນນັ້ນ, ກອງທັບເຮົາໄດ້ເປັນກໍາລັງຫລັກແຫລ່ງໃນການປ້ອງກັນບັນດາວັນບຸນ ແລະ ກອງປະຊຸມສໍາຄັນຂອງຊາດ ໃຫ້ມີຄວາມສະຫງົບປອດໄພ 100% ສາມາດສ້າງໄດ້ຄວາມເຊື່ອໝັ້ນ, ຄວາມໄວ້ວາງໃຈຈາກການນໍາພັກ-ລັດ ກໍຄື ປະຊາຊົນບັນດາເຜົ່າ. ພວກເຮົາໄດ້ສຸມໃສ່ຮັບປະກັນປົກປັກຮັກສາ ອໍານາດອະທິປະໄຕຂອງຊາດ, ຮັບປະກັນເຮັດໃຫ້ການເມືອງມີສະຖຽນລະພາບ, ສັງຄົມມີ ຄວາມສະຫງົບປອດໄພໂດຍພື້ນຖານ, ການປະຕິບັດແນວທາງແຜນນະໂຍບາຍຂອງພັກ, ການພັດທະ ນາເສດຖະກິດ, ວັດທະນະທໍາ-ສັງຄົມ ຍັງສືບຕໍ່ຂະຫຍາຍຕົວ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນເປັນກ້າວໆ, ການປັບປຸງກໍ່ສ້າງກອງທັບເຮົາ ກໍມີຫລາຍດ້ານພົ້ນເດັ່ນຂຶ້ນ ແລະ ກ້າວເຂົ້າສູ່ຄວາມເປັນລະບຽບ, ມີແບບແຜນ ແລະ ທັນສະໄໝ, ແຕ່ຂະນະດຽວກັນ ກໍເຫັນວ່າຍັງມີຫລາຍບັນຫາ ທີ່ພວກເຮົາຈະຕ້ອງໄດ້ສຸມໃສ່ແກ້ໄຂ ເປັນຕົ້ນ ແມ່ນປະກົດການຫຍໍ້ທໍ້ຕ່າງໆ, ຄຸນທາດການເມືອງຂອງພະນັກງານຈໍານວນໜຶ່ງ ຍັງມີການເຊື່ອມຖອຍ, ຂາດຄວາມຈູບຈ້າວຫ້າວຫັນ ຕໍ່ວຽກງານ, ບັນຫາຢາເສບຕິດ, ການຄ້າມະນຸດ, ອາຊະຍາກໍາ ແລະ ອື່ນໆ, ເຊິ່ງໄດ້ສົ່ງຜົນກະທົບໂດຍກົງ ຕໍ່ການພັດທະນາເສດຖະກິດ-ສັງຄົມ. ເວົ້າລວມ, ເວົ້າສະເພາະ ກໍຄືການປັບປຸງກໍ່ສ້າງກອງທັບ, ການຈັດຕັ້ງປະຕິບັດແນວທາງແຜນນະໂຍບາຍຂອງພັກ ແລະ ວຽກງານຈຸດສຸມຂອງກະຊວງ ເປັນຕົ້ນແມ່ນ ວຽກງານເຮັດໃຫ້ສະພາບມີຄວາມສະຫງົບ, ການປັບປຸງກໍ່ສ້າງກໍາລັງ, ການປະກອບສ່ວນພັດທະນາເສດຖະກິດ, ວັດທະນະທໍາ-ສັງຄົມ ກໍຄື ວຽກງານອື່ນໆ ຂອງກອງທັບ ມີບາງດ້ານຕ້ອງໄດ້ເບິ່ງຄືນ ແລະ ພ້ອມກັນຄົ້ນຄວ້າໃຫ້ຈະແຈ້ງຕື່ມ ເພື່ອມີວິທີການຊຸກຍູ້-ຊີ້ນໍາການຈັດຕັ້ງປະຕິບັດ ໃຫ້ມີການຫັນປ່ຽນດີຂຶ້ນກວ່າເກົ່າ.

ກອງປະຊ ມສະຫລ ບວຽກງານປ ອງກ ນຊາດ ປະຈ າສ ກ ປ 2020 ລາວຍັງບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ

ໃນວັນທີ 19 ກຸມພາ 2021 ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ໄດ້ຕາງໜ້າໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ຖະແຫລງໃຫ້ຮູ້ວ່າ: ໃນວັນທີ 18 ກຸມພາ 2021 ນີ້, ທົ່ວປະເທດມີຜູ້ເດີນທາງເຂົ້າມາທັງໝົດ 2.003 ຄົນ. ໃນນັ້ນຜ່ານດ່ານ ລາວ-ໄທ ...

ກອງປະຊ ມສະຫລ ບວຽກງານປ ອງກ ນຊາດ ປະຈ າສ ກ ປ 2020 ລາວ: 40 ໜ່ວຍເລືອກຕັ້ງທີ່ປະຈໍາຢູ່ຕ່າງປະເທດ ສຳເລັດການປ່ອນບັດເລືອກຕັ້ງ ສສຊ ຊຸດທີ IX

ການເລືອກຕັ້ງສະມາຊິກ ສະພາແຫ່ງຊາດໃນຄັ້ງນີ້, ໄດ້ດໍາເນີນໄປຢ່າງເປັນ ຂະບວນຟົດຟື້ນ, ມີຜູ້ມີສິດເລືອກຕັ້ງ ທີ່ມາລົງທະບຽນລວມທັງໝົດ 13.404 ຄົນ, ຍິງ 5.493 ຄົນ, ເຊິ່ງລວມມີບັນດານັກການທູດ, ພະນັກງານສະຖານ ເອກອັກຄະລັດຖະທູດ, ສໍານັກງານຜູ້ຕາງໜ້າຖາວອນ, ສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວແລະ ພົນລະເມືອງລາວ ທີ່ອາໄສຢູ່ ປະເທດຕ່າງໆ.

ກອງປະຊ ມສະຫລ ບວຽກງານປ ອງກ ນຊາດ ປະຈ າສ ກ ປ 2020 ການນຳ ສປປ.ລາວ ໄດ້ໄປໃຊ້ສິດປ່ອນບັດເລືອກຕັ້ງເອົາສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ IX ແລະ ສະມາຊິກສະພາ ປະຊາຊົນຂັ້ນແຂວງ, ນະຄອນຫລວງ ຊຸດ​ທີ II ​

ຜູ້ມີສິດປ່ອນບັດເລືອກຕັ້ງ ທົ່ວປະເທດມີທັງໝົດ 4.279.243 ຄົນ, ຍິງ 2.128.167 ຄົນ, ມີໜ່ວຍປ່ອນບັດທັງໝົດ 7.217 ໜ່ວຍ. ໃນນີ້ ມີ 40 ໜ່ວຍເລືອກຕັ້ງ ທີ່ປະຈໍາຢູ່ຕ່າງປະເທດ, ມີພົນລະເມືອງລາວອາ​​ໄສ​ ຢູ່​ຕ່າງປະ​ເທດ ມີສິດປ່ອນບັດເລືອກຕັ້ງ ຈຳນວນ 13.404 ຄົນ, ຍິງ 5.493 ຄົນ.

kpl.gov.la/

ເຫດການ
302 Found

Found

The document has moved here.