ຫວຽດນາມ-ອິນໂດເນເຊຍ ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ

06:07 | 10/11/2021

ວັນທີ 8 ພະຈິກ, ທີ່ສໍານັກງານກະຊວງປ້ອງກັນປະເທດ, ທ່ານພົນຕີ ຝຸ່ງຊີເຕີ໊ນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງທ່ານພັນເອກ Ilham Army Ritonga ທີ່ປຶກສາທູດຝ່າຍປ້ອງກັນຊາດອິນໂດເນເຊຍ ຄົນເກົ່າ ແລະຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານພັນເອກ Dian Tri Hutanto ທີ່ປຶກສາທູດຝ່າຍປ້ອງກັນຊາດ ອິນໂດເນເຊຍ ປະຈໍາ ຫວຽດນາມ ຄົນໃໝ່.

AFF Suzuki Cup 2020: ຫວຽດນາມ ພົບກັບມາເລເຊຍ, ອິນໂດເນເຊຍ, ກຳປູເຈຍ ແລະ ລາວ AFF Suzuki Cup 2020: ຫວຽດນາມ ພົບກັບມາເລເຊຍ, ອິນໂດເນເຊຍ, ກຳປູເຈຍ ແລະ ລາວ
ຫວຽດນາມ-ສ.ເກົາຫຼີ ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ສ.ເກົາຫຼີ ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ
ທ່ານພົນຕີ ຝຸ່ງຊີເຕີ໊ນ ແລະທ່ານພັນເອກ Ilham Army Ritonga. ພາບ: qdnd.
ທ່ານພົນຕີ ຝຸ່ງຊີເຕີ໊ນ ແລະທ່ານພັນເອກ Ilham Army Ritonga. ພາບ: qdnd.

ທີ່ການຕ້ອນຮັບ, ທ່ານພົນຕີ ຝຸ່ງຊີເຕີ໊ນ ຮັບຮູ້ ແລະຕີລາຄາສູງການປະກອບສ່ວນຢ່າງຕັ້ງໜ້າຂອງທ່ານພັນເອກ Ilham Army Ritonga ໃນອາຍຸການປະຕິບັດງານຜ່ານມາ, ປະກອບສ່ວນນໍາການຮ່ວມມືດ້ານປ້ອງກັນຊາດສອງຝ່າຍພັດທະນາຕາມທິດໄວ້ເນື້ອເຊື່ອໃຈ, ມີປະສິດທິຜົນ, ສອດຄ່ອງກັບຄວາມຕ້ອງການ, ກຳລັງຄວາມສາມາດຂອງແຕ່ລະປະເທດ. ຊົມເຊີຍທ່ານພັນເອກ Dian Tri Hutanto ທີ່ໄດ້ຮັບຕໍາແໜ່ງເປັນທີ່ປຶກສາທູດຝ່າຍປ້ອງກັນຊາດອິນໂດເນເຊຍ ປະຈໍາ ຫວຽດນາມ ຄົນໃໝ່, ທ່ານພົນຕີ ຝຸ່ງຊີເຕີ໊ນ ຢັ້ງຢືນວ່າ ກະຊວງປ້ອງກັນປະເທດຫວຽດນາມ ຈະສ້າງເງື່ອນໄຂສະດວກເພື່ອໃຫ້ທ່ານພັນເອກ Dian Tri Hutanto ປະຕິບັດສໍາເລັດໜ້າທີ່ຂອງຕົນເປັນຢ່າງດີ, ປະກອບສ່ວນເຂົ້າໃນການຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດທີ່ນັບມື້ນັບພັດທະນາຢ່າງໝັ້ນຄົງ, ຮອບດ້ານ ແລະມີປະສິດທິຜົນ; ສະເໜີທ່ານພັນເອກ Dian Tri Hutanto ສືບຕໍ່ຜັນຂະຫຍາຍເນື້ອໃນຮ່ວມມືດ້ານປ້ອງກັນຊາດສອງຝ່າຍຢ່າງມີປະສິດທິຜົນ, ສຸມໃສ່ຂົງເຂດຕ່າງໆ, ຄື: ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ໂດຍສະເພາະແມ່ນຂັ້ນສູງ; ຮັກສາກົນໄກຮ່ວມມືທີ່ມີຢູ່ໃນປະຈຸບັນ; ບໍາລຸງສ້າງ; ການຮ່ວມມືລະຫວ່າງເຫຼົ່າທັບ, ເຫຼົ່າຮົບ; ເສນາຮັກ; ໜູນຊ່ວຍດ້ານມະນຸດສະທຳ, ກູ້ຊ່ວຍໄພພິບັດ; ປ້ອງກັນ, ຕ້ານພະຍາດໂຄວິດ-19.

ທ່ານພັນເອກ Ilham Army Ritonga ຂອບໃຈກະຊວງປ້ອງກັນປະເທດຫວຽດນາມ ຍາມໃດກໍ່ສະໜັບສະໜູນ, ສ້າງເງື່ອນໄຂສະດວກເພື່ອໃຫ້ ທ່ານ ປະຕິບັດສໍາເລັດໜ້າທີ່ຢູ່ຫວຽດນາມ; ທ່ານ ຢັ້ງຢືນວ່າ ເຖິງວ່າຈະຢູ່ຕຳແໜ່ງວຽກງານໃດກໍ່ຕາມ ທ່ານ ກໍ່ຈະສືບຕໍ່ເອົາໃຈໃສ່ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ; ສະແດງຄວາມປາດຖະໜາຢາກໃຫ້ກະຊວງປ້ອງກັນປະເທດຫວຽດນາມ ສືບຕໍ່ສະໜັບສະໜູນ, ສ້າງເງື່ອນໄຂສະດວກເພື່ອໃຫ້ທ່ານພັນເອກ Dian Tri Hutanto ປະຕິບັດສໍາເລັດໜ້າທີ່ຢູ່ຫວຽດນາມ ໃຫ້ເປັນຢ່າງດີ.

la.qdnd.vn

ເຫດການ
302 Found

Found

The document has moved here.