ເປັນເຈົ້າການກໍ່ສ້າງຍຸດທະສາດ, ແຜນການຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ

06:30 | 09/12/2021

ຫວ່າງແລ້ວນີ້, ທີ່ສໍານັກງານປະທານປະເທດ, ທ່ານ ຫງວຽນຊວນຟຸກ, ກຳມະການກົມການເມືອງ, ປະທານປະເທດ, ປະທານສະພາປ້ອງກັນຊາດ ແລະປ້ອງກັນຄວາມສະຫງົບ, ຜູ້ບັນຊາການບັນດາກຳລັງປະກອບອາວຸດປະຊາຊົນ ເປັນປະທານກອງປະຊຸມຄັ້ງທີ 1 ສະພາປ້ອງກັນຊາດ ແລະປ້ອງກັນຄວາມສະຫງົບ, ອາຍຸການ 2021-2026.

ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະຊາຍແດນ ລະຫວ່າງ ຫວຽດນາມ ແລະ ລາວ ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະຊາຍແດນ ລະຫວ່າງ ຫວຽດນາມ ແລະ ລາວ
ປະທານຄະນະ ກຳມະການປະຊາຊົນແຂວງນາມດິ້ງ ຕ້ອນຮັບຄະນະຜູ້ແທນ ພະແນກ ປ້ອງກັນຄວາມສະຫງົບ ແຂວງອຸດົມໄຊ ສປປ ລາວ ປະທານຄະນະ ກຳມະການປະຊາຊົນແຂວງນາມດິ້ງ ຕ້ອນຮັບຄະນະຜູ້ແທນ ພະແນກ ປ້ອງກັນຄວາມສະຫງົບ ແຂວງອຸດົມໄຊ ສປປ ລາວ
ເປັນເຈົ້າການກໍ່ສ້າງຍຸດທະສາດ, ແຜນການຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ
ປະທານປະເທດ ຫງວຽນຊວນຟຸກ ຖ່າຍຮູບທີ່ລະນຶກກັບບັນດາຜູ້ແທນ. ພາບ: TTXVN

ເຂົ້າຮ່ວມກອງປະຊຸມມີທ່ານ ຟ້າມມິງຈິ໊ງ, ກຳມະການກົມການເມືອງ, ນາຍົກລັດຖະມົນຕີ, ຮອງປະທານສະພາປ້ອງກັນຊາດ ແລະປ້ອງກັນຄວາມສະຫງົບ, ພ້ອມກັບບັນດາສະຫາຍກຳມະການສະພາປ້ອງກັນຊາດ ແລະປ້ອງກັນຄວາມສະຫງົບ: ທ່ານ ເວືອງດິ່ງເຫ້ວ, ກຳມະການກົມການເມືອງ, ປະທານສະພາແຫ່ງຊາດ; ທ່ານພົນເອກ ຟານວັນຢາງ, ກຳມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ; ທ່ານພົນເອກ ໂຕເລິມ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງຕຳຫຼວດ; ທ່ານ ບຸ່ຍແທັງເຊີນ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ. ເຂົ້າຮ່ວມກອງປະຊຸມຍັງມີທ່ານ ຟານດິ່ງຈາກ, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະການເມືອງພາຍໃນສູນກາງ.

ຕາງໜ້າສະພາປ້ອງກັນຊາດ ແລະປ້ອງກັນຄວາມສະຫງົບ, ທ່ານ ຫງວຽນຊວນຟຸກ ຍ້ອງຍໍຊົມເຊີຍກຳລັງກອງທັບ, ຕຳຫຼວດ, ການຕ່າງປະເທດ ທີ່ມີການປະກອບສ່ວນສຳຄັນເຂົ້າໃນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ໃນໄລຍະຜ່ານມາ. ກໍາລັງກອງທັບ, ຕໍາຫຼວດໄດ້ສົມທົບກັນຢ່າງແໜ້ນແຟ້ນກັບບັນດາກະຊວງ, ຄະນະ, ຂະແໜງການ, ທ້ອງຖິ່ນພ້ອມກັບກຳລັງກ່ຽວຂ້ອງຊາບຊຶມ, ຜັນຂະຫຍາຍແຜນນະໂຍບາຍ, ການຊີ້ນຳຂອງພັກ, ລັດ, ລະດົມທຸກແຫຼ່ງກຳລັງ, ທັງປ້ອງກັນ, ຕ້ານພະຍາດໂຄວິດ-19 ຢ່າງຂ້ຽວຂາດ, ທັງຮັບປະກັນການປະຕິບັດໜ້າທີ່ທາງການທະການ, ການປ້ອງກັນຊາດ, ຮັກສາຄວາມໝັ້ນຄົງແຫ່ງຊາດ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມໃຫ້ເປັນຢ່າງດີ...

ໃນໄລຍະຈະມາເຖິງ, ໃນສະພາບການພະຍາດໂຄວິດ-19 ມີການຜັນແປສັບສົນ, ປະທານປະເທດ ສະເໜີໃຫ້ກຳລັງກອງທັບ, ຕຳຫຼວດ ແລະກຳລັງກ່ຽວຂ້ອງຄວນສືບຕໍ່ສົມທົບກັນ, ປະສານງານກັນຢ່າງແໜ້ນແຟ້ນເພື່ອຜັນຂະຫຍາຍປະຕິບັດບັນດາແຜນນະໂຍບາຍ, ຄຳຊີ້ນຳຂອງສູນກາງພັກ, ສະພາແຫ່ງຊາດ, ລັດຖະບານ, ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານພະຍາດໂຄວິດ-19 ຢ່າງມີປະສິດທິຜົນ, ຮັບປະກັນທິດນຳໃນການຮັບມືຢ່າງປອດໄພ, ມີໄຫວພິບ, ຄວບຄຸມໂລກລະບາດຢ່າງມີປະສິດທິຜົນ; ສືບຕໍ່ເພີ່ມທະວີວຽກງານກຳແໜ້ນສະພາບການກ່ຽວຂ້ອງເຖິງຄວາມໝັ້ນຄົງດ້ານເສດຖະກິດ, ໂດຍສະເພາະແມ່ນການຕີລາຄາຜົນກະທົບ, ຜົນສະທ້ອນຂອງພະຍາດໂຄວິດ-19 ທີ່ມີຕໍ່ການເຄື່ອນໄຫວເສດຖະກິດ-ສັງຄົມຂອງຫວຽດນາມ ແລະໂລກ.

ສຳລັບໜ້າທີ່ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ, ທ່ານ ຫງວຽນຊວນຟຸກ ເນັ້ນໜັກວ່າ ກຳລັງກອງທັບຕ້ອງສືບຕໍ່ຄົ້ນຄວ້າຂະຫຍາຍກຳລັງ ແລະບໍລິເວນເຂົ້າຮ່ວມ; ໃນສະເພາະໜ້າກຳລັງຕຳຫຼວດຄວນສຸມໃສ່ຍູ້ແຮງວຽກງານບຳລຸງສ້າງ, ຝຶກແອບເພື່ອກະກຽມຈັດສົ່ງພະນັກງານເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ. ກ່ຽວກັບແຜນການດຳເນີນງານປີ 2022, ປະທານປະເທດ ເນັ້ນໜັກເຖິງຄວາມຮຽກຮ້ອງກຳແໜ້ນສະພາບການ, ເປັນເຈົ້າການກໍ່ສ້າງຍຸດທະສາດ, ແຜນການຮັບມືກັບການຜັນແປສະພາບການຂອງພາກພື້ນ ແລະໂລກ, ປະທານປະເທດ ສະເໜີໃຫ້ບັນດາສະມາຊິກ, ອົງການຂອງສະພາປ້ອງກັນຊາດ ແລະປ້ອງກັນຄວາມສະຫງົບເສີມຂະຫຍາຍບົດບາດໃນວຽກງານຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຂອງປະເທດ.

la.qdnd.vn

ເຫດການ
302 Found

Found

The document has moved here.