ຍສໝ - ທ່ານເອກອັກຄະລັດຖະທູດ ຫງວຽນຮ່ວາຍເຢືອງ ໃຫ້ຄຳໝັ້ນສັນຍາຈະເຮັດຈົນສຸດຄວາມສາມາດຂອງຕົນ, ສົມທົບກັບບັນດາເຂດຂອງ 2 ກະຊວງການຕ່າງປະເທດ ແລະ ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຂອງ 2 ປະເທດຢ່າງແໜ້ນແຟ້ນ ເພື່ອຍູ້ແຮງການພົວພັນມິດຕະພາບ ແລະ ການຮ່ວມມື 2 ຝ່າຍຫວຽດນາມ - Honduras, ພິເສດແມ່ນໃນການພົວພັນທາງດ້ານເສດຖະກິດ, ການຄ້າ, ການລົງທຶນໃນໄລຍະຈະມາເຖິງ.
ຍສໝ - ພາຍຫຼັງເຮືອບິນລົງຈອດຢູ່ສະໜາມບິນສາກົນ ເກິ່ນເທີ ແລະ ເຕິນເຊີນເຍິດ, ຜູ້ໂດຍສານທຸກຄົນ ໄດ້ຮັບການກວດສຸຂະພາບ ແລະ ແຍກຕົວຕາມຂໍ້ກຳນົດ.
ໃນຊຸມວັນຜ່ານມາ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງ ພັກກອມມູນິດ ຫວຽດນາມ ສືບຕໍ່ໄດ້ຮັບສານອວຍພອນຕ່າງໆ ຂອງບັນດາພັກການເມືອງ, ອົງການຈັດຕັ້ງ ແລະ ເພື່ອນມິດສາກົນ ຈາກບັນດາທະວີບໃນໂລກ.
ຍສໝ - ທ່ານເຈິ່ນດຶກບິ່ງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳອາຊຽນ ຢັ້ງຢືນວ່າ ເລື່ອງ ສ.ເກົາຫຼ ີໜູນຊ່ວຍບັນດາອຸປະກອນວິເຄາະ ແລະ ເຄື່ອງປົກປ້ອງໃຫ້ແກ່ບັນດາປະເທດສະມາຊິກອາຊຽນແນ່ນອນວ່າ ຈະຊ່ວຍສະກັດກັ້ນການແຜ່ລາມຂອງເຊື້ອໄວຣັດໃນພາກພື້ນ.
ໄປພ້ອມກັບການພັດທະນາຊີວິດ, ສັງຄົມ, ປັດຈຸບັນ, ມາດຕະການເຮືອນຢູ່ອັດສະລິຍະ ພວມນັບມື້ນັບໄດ້ຮັບຄວາມນິຍົມຊົມຊອບຈາກຫຼາຍຄອບຄົວ. ດ້ວຍການໝູນໃຊ້ເຕັກໂນໂລຢີທັນສະໄໝ, ເຮືອນຢູ່ອັດສະລິຍະ ບໍ່ພຽງແຕ່ຊ່ວຍໃຫ້ເຮືອນຂອງທ່ານມີຄວາມສະດວກກວ່າເທົ່ານັ້ນ, ຫາກຍັງຊ່ວຍໃຫ້ທ່ານຍົກລະດັບຊີວິດການເປັນຢູ່ດ້ວຍເຄື່ອງໃຊ້ຢ່າງຄົບຖ້ວນ. ມາດຕະການເຮືອນຢູ່ອັດສະລິຍະ Lumi ແມ່ນໜຶ່ງໃນຈຳນວນນັ້ນ, ເຊິ່ງໄດ້ຮັບການຄົ້ນຄວ້າ ແລະ ສ້າງຕັ້ງຂຶ້ນແຕ່ປີ 2012. Lumi ແມ່ນເຄື່ອງໝາຍການຄ້າທຳອິດກ່ຽວກັບເຮືອນຢູ່ອັດສະລິຍະ ຫວຽດນາມ ໄດ້ຮັບໃບຢັ້ງຢືນ ບັນລຸມາດຕະຖານເອີຣົບ CE ແລະ ໃບຢັ້ງຢືນເປັນຜະລິດຕະພັນທີ່ເໝາະສົມ ແລະ ໄດ້ມາດຕະຖານ (QUACERT) ທີ່ຢັ້ງຢືນຜະລິດຕະພັນພູມປັນຍາ ຫວຽດ, “Make in Vietnam”.
ທ່ານນາງ ຫວໍທິແອັງຊວັນເກີດວັນທີ 8 ມັງກອນ 1970, ບ້ານເກີດຢູ່ຕາແສງ ເທີ້ຍເຊີນ, ແຂວງອານຢາງ, ທ່ານແມ່ນເລຂາສູນກາງພັກສະໄໝທີ XIV, ກຳມະການທາງການສູນກາງພັກສະໄໝທີ XII, XIII, XIV;ກຳມະການສຳຮອງສູນກາງພັກຊຸດທີ XI, ສະມາຊິກສະພາແຫ່ງຊ່າດສະໄໝທີ XIV, XV, XVI.
ຍສໝ - ຫວ່າງແລ້ວນີ້, ສະຖາບັນຂໍ້ມູນໃຫຍ່ VinBigData (ກຸ່ມບໍລິສັດ Vingroup) ໄດ້ປະກາດສຳເລັດໂຄງການ “ສ້າງຖານຂໍ້ມູນປ່ຽນຮູບສືບພັນເຂົ້າກັນຂອງຊາວ ຫວຽດນາມ”.
ຍສໝ - ທີ່ບັນດາການພົບປະ, ສອງຝ່າຍໄດ້ເຫັນດີເພີ່ມທະວີການຮ່ວມມື, ແບ່ງປັນບັນດາການເຄື່ອນໄຫວ, ພິເສດແມ່ນໃນຂົງເຂດຈຸດສຸມຂອງແຕ່ລະເມືອງແລະຊຸກຍູ້ການແລກປ່ຽນຄະນະຜູ້ແທນພາຍຫລັງບັນດາຂໍ້ຈຳກັດການເດີນທາງທີ່ເກີດຈາກໂລກລະບາດ COVID-19 ໄດ້ຜ່ອນຄາຍລົງ.
ໃນຕະຫຼອດ 76 ປີຜ່ານມາ, ຫວຽດນາມ ໄດ້ສ້າງກຸ່ມກ້ອນມະຫາສາມັກຄີທີ່ເປັນປຶກແຜ່ນແໜ້ນໜາ, ຜ່ານຜ່າທຸກຄວາມຫຍຸ້ງຍາກເພື່ອສ້າງສາ ແລະ ປົກປັກຮັກສາປະເທດຊາດ, ປົກປັກຮັກສາພື້ນຖານເອກະລາດ, ເສລີພາບຂອງຊາດ; ສ້າງສາ ແລະ ພັດທະນາປະເທດຊາດໃຫ້ “ນັບມື້ນັບອຸດົມຮັ່ງມີ, ຮຸ່ງເຮືອງສີວິໄລ ແລະ ສວຍງາມກວ່າ”; ພ້ອມທັງປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນກິດຈະການສ້າງພື້ນຖານສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະ ພັດທະນາໃນພາກພື້ນ ແລະ ໃນໂລກ.
ຍສໝ - ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ກໍ່ສະເໜີໃຫ້ເພີ່ມທະວີການຮ່ວມມືຢ່າງແທດຈິງລະຫວ່າງ AIPA ແລະອາຊຽນເພື່ອແນໃສ່ຊຸກຍູ້ບັນດາຄູ່ຮ່ວມມືໃນການເຊື່ອມຕໍ່ພາກພື້ນ ແລະ ຍົກສູງກຳລັງຄວາມສາມາດຂອງບັນດາປະເທດອາຊຽນໃນການແກ້ໄຂ ບັນຫາຄວາມປອດໄພແບໃໝ່.
ຍສໝ - ວັນທີ 21 ພຶດສະພາ, ຢູ່ນະຄອນຫຼວງ Phnom Penh (ກຳປູເຈຍ), ໄດ້ດຳເນີນພິທີເປີດສັບປະດາວັດທະນະທຳ ຫວຽດນາມ ຢູ່ ກຳປູເຈຍ ປີ 2024. ລາຍການມີການເຂົ້າຮ່ວມຂອງທ່ານເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ຫວຽດນາມ ປະຈຳ ກໍາປູເຈຍ ຫງວຽນຮູຍຕັງ, ຜູ້ແທນຂັ້ນສູງທຸກກະຊວງ, ຂະແໜງການຂອງ 2 ປະເທດ, ນັກທ່ອງທ່ຽວ ແລະ ປະຊາຊົນ, ນັກຮຽນ, ນັກສຶກສາ ຫວຽດນາມ ແລະ ກຳປູເຈຍ ເປັນຈຳນວນຫຼວງຫຼາຍ.
ເດືອນເຄື່ອນໄຫວ “ເພື່ອຜູ້ທຸກຍາກ” ປີ 2021 ພວມດຳເນີນໃນສະພາບໂລກລະບາດໂຄວິດ -19 ສົ່ງຜົນກະທົບຢ່າງຫນັກຫນ່ວງເຖິງຜູ້ທຸກຍາກ, ຄອບຄົວປະສົບກັບຄວາມຫຍຸ້ງຍາກ ເຮັດໃຫ້ຜູ້ອອກແຮງງານຫລາຍຄົນຖືກວ່າງງານ, ບໍ່ມີລາຍຮັບເພື່ອຮັບປະກັນຊີວິດການເປັນຢູ່. ສະນັ້ນ ການເຄື່ອນໄຫວ ແລະ ນະໂຍບາຍຫນູນຊ່ວຍຫລຸດຜ່ອນຄວາມທຸກຍາກ ກໍ່ມີການປ່ຽນແປງໄປນຳເພື່ອໃຫ້ເໝາະສົມກັບສະພາບຕົວຈິງ, ນັບມື້ນັບມີຫລາຍຮູບແບບກວ່າ, ບໍ່ພຽງແຕ່ຫນູນຊ່ວຍໂດຍດ່ວນເທົ່ານັ້ນ ຫາກຍັງມີທິດຊ່ວຍຫນູນການຫາເງິນລ້ຽງຊີບ, ວຽກເຮັດງານທຳ, ໃຫ້ຜູ້ທຸກຍາກໄດ້ກູ້ຢຶມທຶນບຸລິມະສິດເພື່ອຫລຸດພົ້ນອອກຈາກຄວາມທຸກຍາກແບບຍືນຍົງ.
ຍສໝ - ທ່ານ ຫງວຽນດຶກແທງ ອຸປະທູດການຄ້າຫວຽດນາມ ປະຈຳ ອີຕາລີ ໄດ້ແນະນຳກ່ຽວກັບການພັດທະນາຢ່າງຂະຫຍັນຂັນເຄື່ອນຂອງຫວຽດນາມ, ເປັນພື້ນຖານເສດຖະກິດເຊື່ອມໂຍງເຂົ້າກັນຢ່າງເລິກເຊິ່ງກວ້າງຂວາງທີ່ສຸດໃນພາກພື້ນ.
ຍສໝ - ທ່ານພັນໂທ ຟ້າມຕຸງເລິມ, ຮອງຜູ້ຮັບຜິດຊອບການເມືອງ ທະຫານຊາຍແດນ ແຂວງເທື່ອທຽນເຫ້ວ ໄດ້ຕາງໜ້າຄະນະປະຕິບັດງານງານ ໄດ້ສົ່ງຄຳຢຶ້ຢາມຖາມຂ່າວໄປຍັງພະນັກງານ, ນັກຮົບກຳລັງປະກອບອາວຸດ ແລະ ປະຊາຊົນສອງບ້ານ ກາໂລ ແລະ ບ້ານເຊຊາບ, ເມືອງ ກາລືມ, ແຂວງເຊກອງ.
ຍສໝ - ຕອນເຊົ້າວັນທີ 31 ຕຸລາ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນໂຮ່ຈິມິນ ໄດ້ຈັດຕັ້ງກອງປະຊຸມລົງນາມໃນໂຄງການສົມທົບກັນວຽກງານການທູດປະຊາຊົນ ແລະ ວຽກງານຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄລຍະ 2024-2029.
ຍສໝ - ທ່ານຫງວຽນກ໊ວກຢຸງເນັ້ນໜັກວ່າ : ດ້ວຍຫົວຂໍ້ອາຊຽນ 2020 ແມ່ນ ສະໜິດຕິດພັນ ແລະ ເປັນເຈົ້າການໃນການຮັບມື, ຫວຽດນາມໄດ້ເປັນເຈົ້າການ ໃນການຊຸກຍູ້ບັນດາຄວາມມານະພະຍາຍາມຮັບມືກັບບັນດາຜົນກະທົບຂອງໂລກລະບາດ Covid – 19ຂອງ ອາຊຽນ ໂດຍໄວ.
ນີ້ແມ່ນການຢ້ຽມຢາມຄັ້ງປະຫວັດສາດ ໂດຍທ່ານປະທານປະເທດ ຫງວຽນຊວັນຟຸກ ແມ່ນປະມຸກລັດຕ່າງປະເທດຄົນທຳອິດໄປຢ້ຽມຢາມ ກູບາ ພາຍຫຼັງປະເທດກູບາ ຈັດຕັ້ງ ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກປະສົບຜົນສຳເລັດ ແລະ ຫວຽດນາມກໍ່ປະຕິບັດສຳເລັດກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ XIII ຂອງພັກ.
ພັກກອມມູນິດ ອາເມລິກາໄດ້ສົ່ງສານມິດຕະພາບໄປຍັງພັກກອມມູນິດ ຫວຽດນາມ ເນື່ອງໃນໂອກາດກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 13 ຂອງພັກ.
ຍສໝ - ຫວ່າງແລ້ວນີ້, ກະຊວງຄົມມະນາຄົມ ແລະ ຂົນສົ່ງ ຫວຽດນາມ ຫາກໍ່ປະກາດ ການວາງແຜນຜັງສັງລວມ ກ່ຽວກັບການພັດທະນາລະບົບທ່າກ່ຳປັ່ນທະເລ ຫວຽດນາມ ໄລຍະ 2021 – 2030 ແລະ ວິໄສທັດຮອດປີ 2050.
ຍສໝ - ການເຂົ້າຮ່ວມຂອງຄະນະປະຕິບັດງານກູ້ໄພກູ້ຊີບຂອງກະຊວງຕຳຫຼວດຫວຽດນາມ ຢູ່ຕວັກກີຈະປະກອບສ່ວນ, ແບ່ງປັນສ່ວນໜຶ່ງກຳລັງຂອງ ຫວຽດນາມ ກັບປະຊາຊົນຕວັກກີ ພ້ອມທັງສະແດງຄຳໝັ້ນສັນຍາທາງການເມືອງຂອງພັກ ແລະ ລັດຕໍ່ບົດບາດແມ່ນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ, ພ້ອມແລ້ວທີ່ຈະຮ່ວມແຮງຮ່ວມໃຈແກ້ໄຂບັນດາບັນຫາປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍ ແລະ ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບເພື່ອການຮ່ວມມື, ພັດທະນາໃນພາກພື້ນ ແລະ ໂລກ