ຫວຽດນາມໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນປີ​ເປັນ​ປະ​ທານ AIPA

07:20 | 09/09/2020

ຍ​ສ​ໝ - ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ກໍ່ສະເໜີໃຫ້ເພີ່ມທະວີການຮ່ວມມືຢ່າງແທດ​ຈິງລະຫວ່າງ AIPA ແລະອາຊຽນເພື່ອແນ​ໃສ່ຊຸກຍູ້ບັນດາຄູ່ຮ່ວມມືໃນການເຊື່ອມຕໍ່ພາກພື້ນ ແລະ ຍົກສູງກຳລັງຄວາມສາມາດຂອງບັນດາປະເທດອາຊຽນໃນການແກ້ໄຂ ບັນຫາຄວາມປອດໄພແບ​ໃໝ່.

ຫວຽດນາມໄດ ປະກອບສ ວນຢ າງຕ ງໜ າເຂ າໃນປ ເປ ນ ປະ ທານ aipa ຫວຽດນາມ ແລະ 25 ປີແຫ່ງການເຂົ້າເປັນສະມາຊິກຂອງ AIPA
ຫວຽດນາມໄດ ປະກອບສ ວນຢ າງຕ ງໜ າເຂ າໃນປ ເປ ນ ປະ ທານ aipa ຮັບປະກັນຄວາມໝັ້ນຄົງ ແລະ ຄວາມປອດໄພດ້ານສາທາລະນະສຸກ ໃນການຈັດຕັ້ງກອງປະຊຸມສະມັດຊາໃຫຍ່ AIPA 41
ຫວຽດນາມໄດ ປະກອບສ ວນຢ າງຕ ງໜ າເຂ າໃນປ ເປ ນ ປະ ທານ aipa
ຜູ້​ແທນ​ບັນ​ດາ​ປະ​ເທດ​ອາ​ຊຽນ​ເຂົ້າ​ຮ່ວມພິ​ທີ​ໄຂກອງ​ປະ​ຊຸມ AIPA 41 (ພາບ: TTXVN)

ເວບໄຊ Foreignaffairsasia ຂອງມາເລເຊຍ ໄດ້ລົງພິມບົດຂຽນ​ຕີ​ລາ​ຄາວ່າຫວຽດນາມໄດ້ປະກອບສ່ວນຢ່າງ​ຕັ້ງ​ໜ້າໃນ​ປີ​ເປັນ ປະທານ​ຂອງ​ສະ​ມັດ​ຊາ​ໃຫຍ່ ລະ​ຫວ່າງ​ລັດ​ຖະ​ສະ​ພາ ບັນ​ດາ​ປະ​ເທດອາຊຽນຄັ້ງທີ 41, ເພື່ອປະຊາຄົມອາຊຽນທີ່​ສະ​ໜິດ​ຕິ​ພັນ ແລະເປັບເຈົ້າ​ການ​ຮັບ​ມື. ຕາມເວັບໄຊດັ່ງ​ກ່າວ​ແລ້ວ, AIPA 41 ​ໂດຍຫວຽດນາມເປັນເຈົ້າພາບຈັດ​ຕັ້ງ​ຕາມ​ຮູບ​ການ​ທາງ​ອອນ​ລາຍ​ໄດ້ດຳເນີນໃນ​ລະ​ຫວ່າງວັນທີ 8-10 ກັນຍາ ແລະ ການຈັດຕັ້ງຂອງ AIPA 41 ແລະ ບັນ​ດາ​ການ​ເຄື່ອນ​ໄຫວທີ່ກ່ຽວຂ້ອງແມ່ນຈຸດພົ້ນເດັ່ນໃນວຽກງານການຕ່າງປະເທດຂອງສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ໃນ​ຄັ້ງ​ທີ 3 ຮັບ​ດຳ​ລົງ​ຕຳ​ແໜ່ງ​ປະ​ທານ AIPA

ຕາມລາຍການ Foreignaffairsasia, ນັບແຕ່ເມື່ອເຂົ້າເປັນສະມາຊິກ AIPA ໃນປີ 1995, ສະພາແຫ່ງຊາດຫວຽດນາມໄດ້ປະກອບສ່ວນ ສຳ ຄັນເຂົ້າໃນກອງປະຊຸມໃຫຍ່. ປີ 2020, ສະພາແຫ່ງຊາດຫວຽດນາມ, ໃນຖານະເປັນປະທານ AIPA 41, ໄດ້ຈັດຕັ້ງການເຄື່ອນໄຫວຕ່າງໆຂອງ AIPA ໃນຮູບແບບທີ່ ເໝາະ ສົມຍ້ອນຄວາມສັບສົນຈາກ​ໂລກ​ລະ​ບາດ COVID-19. ຫວຽດນາມ ກຳນົດ 2 ເປົ້າ​ໝາຍຢູ່ AIPA41, ລວມ​ມີຂໍ້ສະເໜີ ສ້າງຕັ້ງກອງປະຊຸມລັດຖະສະພາໜຸ່ມເພື່ອແນ​ໃສ່ຍົກສູງບົດບາດຂອງບັນດາສະມາຊິກລັດ​ຖະສະພາແລະເຊື່ອມຕໍ່ການເຄື່ອນໄຫວຂອງ AIPA ກັບສະຫະພັນລັດຖະສະພາໂລກ (IPU) ຕິດພັນກັບການປະ​ຕິ​ບັດ​ໂຄງ​ການ​ດຳ​ເນີນ​ງານ 2030 ເພື່ອການພັດທະນາແບບຍືນຍົງ.

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ກໍ່ສະເໜີໃຫ້ເພີ່ມທະວີການຮ່ວມມືຢ່າງແທດ​ຈິງລະຫວ່າງ AIPA ແລະອາຊຽນເພື່ອແນ​ໃສ່ຊຸກຍູ້ບັນດາຄູ່ຮ່ວມມືໃນການເຊື່ອມຕໍ່ພາກພື້ນ ແລະ ຍົກສູງກຳລັງຄວາມສາມາດຂອງບັນດາປະເທດອາຊຽນໃນການແກ້ໄຂ ບັນຫາຄວາມປອດໄພແບ​ໃໝ່; ເພີ່ມທະວີການຮ່ວມມືເພື່ອສ້າງນະໂຍບາຍພັດທະນາພື້ນ​ຖານເສດຖະກິດ, ພະລັງງານ​ຜະ​ລິດ​ຄືນ​ໃໝ່ ແລະ ປ່​ຽນ​ແປງ​ໃໝ່, ມຸ່ງໄປສູ່ການເປັນ​ເຈົ້າ​ການ​ໃນ​ປັບ​ຕົວ​ໃຫ້​ແທດ​ເໝາະ​ກັບ​ການປະຕິວັດອຸດສາຫະກຳຄັ້ງທີສີ່.

ຫວຽດນາມໄດ ປະກອບສ ວນຢ າງຕ ງໜ າເຂ າໃນປ ເປ ນ ປະ ທານ aipa ຫວຽດນາມ ແລະ 25 ປີແຫ່ງການເຂົ້າເປັນສະມາຊິກຂອງ AIPA

ຍສໝ - 25 ປີແຫ່ງການເຂົ້າເປັນສະມາຊິກຂອງ AIPA, ສະພາແຫ່ງຊາດຫວຽດນາມ ບໍ່ພຽງແຕ່ເຂົ້າຮ່ວມບັນດາການເຄື່ອນໄຫວໃນຂອບເຂດ AIPA ຢ່າງຄົບຖ້ວນເທົ່ານັ້ນ, ຫາກຍັງປະກອບຄຳຄິດຄຳເຫັນ, ຂໍ້ລິເລີ່ມທີ່ແທດຈິງຫຼາຍຢ່າງ ເພື່ອປ່ຽນແປງໃໝ່ອົງການຈັດຕັ້ງ, ການເຄື່ອນໄຫວ, ໂຄງການດຳເນີນງານຂອງ AIPO/AIPA, ຊຸກຍູ້ບົດບາດຂອງ AIPO/AIPA ແລະ ການເຊື່ອມຕໍ່ກັບອາຊຽນ ໃນການແກ້ໄຂບັນດາບັນຫາລວມຂອງພາກພື້ນອີກດ້ວຍ.

ຫວຽດນາມໄດ ປະກອບສ ວນຢ າງຕ ງໜ າເຂ າໃນປ ເປ ນ ປະ ທານ aipa ຮັບປະກັນຄວາມໝັ້ນຄົງ ແລະ ຄວາມປອດໄພດ້ານສາທາລະນະສຸກ ໃນການຈັດຕັ້ງກອງປະຊຸມສະມັດຊາໃຫຍ່ AIPA 41

ຍສໝ - ທ່ານຮອງລັດຖະມົນຕີ ບຸ່ຍວັນນາມ ຮຽກຮ້ອງໃຫ້ອະນຸກຳມະການອາຊຽນດ້ານຄວາມໝັ້ນຄົງ - ສາທາລະນະສຸກ ອາຊຽນ 2020 ຕ້ອງເປັນເອກະພາບໃນການຮັບຮູ້ກ່ຽວກັບການຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພດ້ານສຸຂະອະນາໄມມີຄວາມສຳຄັນ ແລະ ຮີບດ່ວນທີ່ສຸດ.

ຫວຽດນາມໄດ ປະກອບສ ວນຢ າງຕ ງໜ າເຂ າໃນປ ເປ ນ ປະ ທານ aipa AIPA 41: ບັນດາປະເທດຕີລາຄາສູງວຽກງານການກະກຽມຂອງຫວຽດນາມ

ຍສໝ - ຕາມທ່ານນາງ ຫງວຽນເຕື່ອງເວີນ ເລຂາທິການໃຫຍ່ ສະພາລັດຖະສະພາລະຫວ່າງຊາດ ອາຊຽນ ແລ້ວ, ວຽກງານກະກຽມຢ່າງລອບຄອບຖິ່ຖ້ວນ, ເປັນມືອາຊີບຂອງ ສະພາແຫ່ງຊາດ ຫວຽດນາມ ໃຫ້ແກ່ AIPA 41 ໄດ້ສ້າງຂີດໝາຍອັນດີງາມ ແລະ ຄວາມເຊື່ອໝັ້ນໃນເພື່ອນມິດສາກົນ, ພາກພື້ນ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.