ປະເທດລາວ ເລີ່ມດຳເນີນການທົດລອງຂອງເຂື່ອນໄຟຟ້ານ້ຳຕົກ ດອນສະໂຮງ
ຍສໝ - ຕາມແຜນການ, ເຂື່ອນໄຟຟ້ານ້ຳຕົກ ດອນສະໂຮງ ຈະດຳເນີນການທົດລອງ ຂອງແຕ່ລະໜ່ວຍຫົວຈັກ 10 ວັນກ່ອນທີ່ທຸກໜ່ວຍຫົວຈັກ ຈະດຳເນີນການຢ່າງເປັນທາງການໃນທ້າຍປີນີ້.
ຍສໝ - ຕາມແຜນການ, ເຂື່ອນໄຟຟ້ານ້ຳຕົກ ດອນສະໂຮງ ຈະດຳເນີນການທົດລອງ ຂອງແຕ່ລະໜ່ວຍຫົວຈັກ 10 ວັນກ່ອນທີ່ທຸກໜ່ວຍຫົວຈັກ ຈະດຳເນີນການຢ່າງເປັນທາງການໃນທ້າຍປີນີ້.
ຍສໝ - ກ່ຽວກັບຫົວເລື່ອງ “ລາຄາຖືກ, ປະຢັດ, ທັນສະໄໝ”, ງານວາງສະແດງ Vientiane International Motor Expo 2019 ກຳລັງໄດ້ເກີດຂຶ້ນຢ່ລາວ ໂດຍກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ລາວ ກັບ ຄູ່ຮ່ວມມື ໄດ້ຈັດຕັ້ງ ແລະ ນຳເອົາມາ 20 ສະແຕມລົດເກັ່ງຂອງ 16 ອົງການຜະລິດລົດເກັ່ງທີ່ມີຊື່ສຽງໃນທົ່ວໂລກ. ຄັ້ງນີ້ແມ່ນຄັ້ງທີ 4 ງານວາງສະແດງລົດເກັ່ງທີ່ມີອັນດັບສາກົນ ໄດ້ຈັດຂຶ້ນທີ່ ວຽງຈັນ, ລາວ.
ຍສໝ - ຕອນບ່າຍວັນທີ 23 ກັນຍາ, ທີ່ສຳນັກງານໃຫຍ່ຂອງກະຊວງອຸດສາຫະກຳ ແລະ ການຄ້າ, ໂດຍການເຮັດວຽກກັບຄະນະຜູ້ແທນກະຊວງພະລັງງານ ແລະ ບໍ່ແຮ່ຂອງລາວ ນຳໜ້າໂດຍທ່ານລັດຖະມົນຕີ ຄຳມະນີ ອິນທິລາດ, ທ່ານລັດຖະມົນຕີ ເຈີ່ນຕ໋ວນແອງ ໄດ້ເນັ້ນໜັກ ວ່າ: ກະຊວງ ອຸດສາຫະກຳ ແລະ ການຄ້າຫວຽດນາມ ຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນກັບກະຊວງພະລັງງານ ແລະ ບໍ່ແຮ່ລາວ ເພື່ອສົ່ງເສີມການຮ່ວມມືໃນຂົງເຂດພະລັງງານເວົ້າລວມ ແລະ ພະລັງງານໄຟຟ້າເວົ້າສະເພາະ
ຍສໝ - ໃນຄວາມເປັນຈິງ, ການສົ່ງອອກກະແສໄຟຟ້າຂອງລາວໄປປະເທດຫວຽດນາມ ມີພຽງແຕ່ປະມານ 300 MW, ຄາດວ່າຈະເພີ່ມຂື້ນເປັນ 1,000 MW ໃນປີ 2020, ຫວັງວ່າຈະເພີ່ມການສົ່ງອອກກະແສໄຟຟ້າໄປຫວຽດນາມເຖິງ 3,000 MW ໃນປີ 2025 ແລະຫຼາຍກ່ວາ 5,000 MW ຮອດປີ 2030.
ສປປ ລາວ ຈະມີແຫລ່ງຜະລິດພະລັງງານໄຟຟ້າ 100 ແຫ່ງ, ມີກຳລັງຕິດຕັ້ງປະມານ 13.062 ເມກາວັດ ແລະ ມີກຳລັງຜະລິດປະມານ 66.944 ລ້ານ ກິໂລວັດໂມງ/ປີ ໃນນີ້ 85% ຈະສົ່ງອອກໄປຈຳໜ່າຍຢູ່ຕ່າງປະເທດ.
ຄະນະລັດຖະບານ ກໍາລັງຂຸ້ນຂ້ຽວພິຈາລະນາ ກ່ຽວກັບການປັບປຸງລາຄາໄຟຟ້າຄືນໃໝ່ ສຳລັບປີ 2019-2025 ຈາກ 2 ຮູບແບບ ທີ່ສະເໜີໂດຍກະຊວງພະລັງງານ ແລະ ບໍ່ແຮ່ ຄື ຮູບແບບເດີມທີ່ມີ 6 ລາຄາ ແລະ ຮູບແບບໃໝ່ທີ່ມີລາຄາດຽວ, ຊຶ່ງຜູ້ແທນ ສ່ວນຫລາຍ ແມ່ນເຫັນດີ ໃນຮູບແບບ ໃໝ່ທີ່ມີລາຄາດຽວ.
ຍສໝ - ກໍາລັງການຕິດຕັ້ງຂອງແຫຼ່ງພະລັງງານໄຟຟ້າຂອງຫວຽດນາມຈະບັນລຸ 130. 000 ເມກາວັດ ໃນປີ 2030 ທຽບກັບ 47.000 ເມກາວັດ ໃນປັດຈຸບັນ.
ໃນວັນທີ 23 ເດືອນກໍລະກົດ ປີ 2018, ເກີດເຫດການເຂື່ອນໄຟຟ້າເຊປຽນ - ເຊນ້ານ້ອຍ ທີ່ສັນເຂື່ອນແຕກ (ລາວ). ມີຫຼາຍກ່ວາ 1.300 ຄອບຄົວ ແລະ ປະມານ 6.600 ຄົນບໍ່ມີບ່ອນພັກເຊົາ. ຫຼັງຈາກເຫດການນັ້ນເກີດຂຶ້ນ, ພໍ່ແມ່ປະຊາຊົນຫວຽດນາມຫຼາຍຄົນໄດ້ມີການຊ່ວຍເຫຼືອຢ່າງທັນທີຕໍ່ກັບພໍ່ແມ່ປະຊາຊົນຜູ້ຖືກເຄາະຮ້າຍຂອງປະເທດລາວອ້າຍນ້ອງ. ໂດຍສະເພາະແມ່ນສະມາຄົມມິດຕະພາບຫວຽດນາມ - ລາວ, ນອກຈາກໄດ້ມີການຖາມຂ່າວຢູ່ແລ້ວກໍ່ໄດ້ມີການສະຫນັບສະຫນູນໃຫ້ຜູ້ເຄາະຮ້າຍມີເງິນຫຼາຍກວ່າ 500 ລ້ານດົ່ງ ແລະ ຫຼາຍກວ່າ 200 ລ້ານດົ່ງເພື່ອຊື້ວັດຖຸອຸປະກອນກູ້ໄພ.
ຍສໝ - ອີງຕາມແຜນພັດທະນາຮອດປີ 2030 ວິໄສທັດ ຮອດ ປີ 2050, ຮ່າໂນ້ຍ ມີແຜນສ້າງເສັ້ນທາງລົດໄຟຟ້າລາງດຽວ (monorail).
ກອງປະຊຸມເປີດກວ້າງ ຜູ້ມີສ່ວນຮ່ວມລະດັບພາກພື້ນຄັ້ງທີ 5 ຂອງ ຄະນະກໍາມາທິການແມ່ນໍ້າຂອງສາກົນ (MRC) ກ່ຽວກັບ ໂຄງການ ສະເໜີຂອງເຂື່ອນໄຟຟ້າ ປາກລາຍ ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 20 ກັນຍາ ຢູ່ນະຄອນຫຼວງວຽງຈັນ ປະເທດລາວ.
ສອງວັນທີ່ຜ່ານມາ, ບໍລິສັດໃຫຍ່ໄຟຟ້າພາກກາງຫວຽດນາມ ໄດ້ສົມທົບກັບກຸ່ມບໍລິສັດໄຟຟ້າລາວ ຈັດກອງປະຊຸມຄຸ້ມຄອງເຕັກນິກ ແລະດໍາເນີນທຸລະກິດຂາຍໄຟຟ້າຫວຽດນາມ-ລາວ.
ຍສໝ - ໃນວັນທີ 7 ສິງຫາ, ສະຖານທູດຫວຽດນາມ ປະຈໍາ ແມັກຊີໂກ ໄດ້ລະດົມເງິນບໍລິຈາກ ສະໜັບສະໜູນປະຊາຊົນລາວ ອ້າຍນ້ອງ ຫຼັງເຫດການເຂື່ອນໄຟຟ້າພະລັງງານນຳ້ ເຊປຽນ-ເຊນ້ຳນ້ອຍແຕກ ຢູ່ແຂວງອັດຕະປື, ລາວ, ກໍ່ຄວາມເສຍຫາຍຢ່າງຮ້າຍແຮງໃຫ້ແກ່ຊີວິດ ແລະ ຊັບສິນຂອງພໍ່ແມ່ປະຊາຊົນ.
ພາຍຫຼັງເຄື່ອນທັບໄປຮອດປະເທດເພື່ອນມິດລາວ, ພະນັກງານ, ນັກຮົບກອງບັນຊາການທະຫານແຂວງກອນຕຸມ 50 ຄົນໄດ້ແບ່ງເປັນຫຼາຍກຸ່ມສົມທົບກັບກອງພົນທີ 5 (ກອງທັບລາວ) ໄປສູ່ໝູ່ບ້ານຕ່າງໆຂອງເມືອງສະໜາມໄຊ, ແຂວງອັດຕະປື, ລາວ ເພື່ອໜູນຊ່ວຍປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກ.
ຍສໝ - ກຳລັງທະຫານເຂດ 5 ສສ ຫວຽດນາມ ປະສານສົມທົບກັບ ກອງບັນຊາການ ທະຫານແຂວງອັດຕະປື ປະຕິບັດການໃຫ້ຄວາມຊ່ວຍເຫຼືອພໍ່ແມ່ປະຊາຊົນ ແກ້ໄຂຜົນກະທົບຈາກເຫດການຄູກັ້ນນຳ້ເຂື່ອນແຕກ.
ຍສໝ - ທິດທີ່ຜ່ານມາ ຢູ່ນະຄອນຫຼວງວຽງຈັນ ກະຊວງປ້ອງກັນຄວາມສະຫງົບ ຈັດພິທີຮັບເງິນບໍລິຈາກ ຈາກ ກະຊວງຕຳຫຼວດ ຫວຽດນາມ ຊ່ວຍເຫຼືອພໍ່ແມ່ປະຊາຊົນລາວ ທີ່ຮັບຜົນກະທົບຈາກຄູກັ້ນນຳ້ເຂື່ອນໄຟຟ້າພະລັງງານນຳ້ເຊປ່ຽນ-ເຊນຳ້ນ້ອຍແຕກ ຢູ່ ແຂວງອັດຕະປື
ຕາມຂໍ້ມູນຂ່າວສານຈາກກົມກູູ້ໄພ-ກູ້ຊີບ, ກົມໃຫຍ່ເສນາທິການ, ກອງບັນຊາການທະຫານເຂດ 5 ແລະຄະນະເສດຖະກິດປ້ອງກັນຊາດ 206 ພວມສືບຕໍ່ຊີ້ນໍາບັນດາກົມກອງສົ່ງກໍາລັງ, ພາຫະນະຊ່ວຍເຫຼືອປະຊາຊົນແຂວງ ອັດຕະປື, ສປປ ລາວ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດເຂື່ອນໄຟຟ້າແຕກ.
ທ້າຍອາທິດທີ່ຜ່ານມາ, ບໍລິສັດມິດຕະພາບພາກໃຕ້ລາວຈໍາກັດຜູ້ດຽວ ສືບຕໍ່ມອບເງິນສົດ 100 ລ້ານດົ່ງ ແລະຢຸກຢາປິ່ນປົວພະຍາດດ້ວຍມູນຄ່າ 50 ລ້ານດົ່ງ, ໂສ້ງເສື້ອ 1.700 ຊຸດ ໃຫ້ແກ່ພໍ່ແມ່ປະຊາຊົນຢູ່ເຂດປະສົບໄພພິບັດເຂື່ອນໄຟຟ້າແຕກຢູ່ແຂວງອັດຕະປື (ລາວ) ຕື່ມອີກ.
ໃນວັນທີ 26 ແລະວັນທີ 27 ກໍລະກົດ, ຄະນະປະຕິບັດງານກອງບັນຊາການທະຫານຊາຍແດນແຂວງ ກອນຕຸມ ໂດຍທ່ານພັນເອກ ເລແທງຕຸ່ງ ຮອງຜູ້ບັນຊາການທະຫານຊາຍແດນແຂວງກອນຕຸມ ເປັນຫົວໜ້າຄະນະ ໄດ້ໄປຢ້ຽມຢາມຖາມຂ່າວ, ປຸກລະດົມກໍາລັງໃຈ ແລະໜູນຊ່ວຍປະຊາຊົນແຂວງອັດຕະປື, ສປປ ລາວ ທີ່ຖືກຜົນສະທ້ອນຈາກເຫດເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກໃນວັນທີ 23 ກໍລະກົດທີ່ຜ່ານມາ
ຍສໝ - ຕາມການລາຍງານຂອງກະຊວງການຕ່າງປະເທດ ມາຮອດວັນທີ 26 ກໍລະກົດ ຍັງບໍ່ທັນພົບເຫັນວ່າມີຄົນຫວຽດສູນຫາຍ; ຄົນຫວຽດນາມ ຈຳນວນ 15 ຄອບຄົວທີ່ໄດ້ຮັບຜົນກະທົບຈາກສາຍເຫດນຳ້ຖ້ວມແມ່ນໄດ້ຮັບການອົບພະຍົບໄປສະຖານທີ່ທີ່ປອດໄພແລ້ວ.
ບໍລິສັດ ໄຟຟ້ານໍ້າງຽບ 1 ໃຊ້ງົບປະມານຫລາຍກວ່າ 50 ລ້ານໂດລາສະຫະລັດ ສຳລັບຄ່າຊົດເຊີຍ ຕໍ່ຜູ້ທີ່ໄດ້ຮັບຜົນກະທົບຈາກໂຄງການ.