ເຂື່ອນໄຟຟ້ານ້ຳງຽບ 1 ຈະສ້າງລາຍຮັບໃຫ້ ສປປ ລາວ ຫລາຍກວ່າ 4.800 ຕື້ກີບ

14:47 | 30/05/2018

ໂຄງການເຂື່ອນໄຟຟ້ານໍ້າງຽບ 1 ມີກຳລັງຕິດຕັ້ງການຜະລິດ 290 ເມກາວັດ, ປະກອບມີ 2 ເຂື່ອນ ແລະ 2 ເຮືອນຈັກ, ເຊິ່ງເຂື່ອນໃຫຍ່ມີຄວາມສູງເຖິງ 168 ແມັດ, ຍາວ 530 ແມັດ ແລະ ເປັນເຂື່ອນຮັບນໍ້າໜັກ ແບບຄອນກຣີດອັດແໜ້ນທີ່ສູງທີ່ສຸດ ໃນປະເທດລາວ ແລະ ພາກພື້ນ.

ເຂື່ອນໄຟຟ້ານ້ຳງຽບ 1 ຈະສ້າງລາຍຮັບໃຫ້ ສປປ ລາວ ຫລາຍກວ່າ 4.800 ຕື້ກີບ

ໂຄງການເຂື່ອນໄຟຟ້ານ້ຳງຽບ

ໂຄງການເຂື່ອນໄຟຟ້ານ້ຳງຽບ 1 ຊຶ່ງແມ່ນໂຄງການໄຟຟ້າພະລັງນ້ຳ ທີ່ຕັ້ງຢູ່ ແຂວງບໍລິຄຳໄຊ ແລະ ແຂວງໄຊສົມບູນ ຄາດວ່າຈະສ້າງລາຍຮັບໂດຍກົງ ໃຫ້ລັດຖະບານ ແຫ່ງ ສປປ ລາວ ຫລາຍກວ່າ 4.800 ຕື້ກີບ ຕະຫລອດໄລຍະສຳປະທານ 27 ປີ ຈາກຄ່າພາກຫລວງ, ອາກອນ ແລະ ເງິນປັນຜົນ.

ອີງຕາມຂໍ້ມູນຈາກ ບໍລິສັດ ໄຟຟ້ານ້ຳງຽບ 1 ຈຳກັດ ລະບຸວ່າ: ນອກຈາກລາຍຮັບທາງກົງແລ້ວ ກໍຍັງມີຜົນປະໂຫຍດທາງອ້ອມຕ່າງໆ ເຊັ່ນ: ການມີໄຟຟ້າຊົມໃຊ້ທີ່ພຽງພໍ, ການຈ້າງງານຄົນລາວ, ການພັດທະນາຊຸມຊົນ, ການພັດທະນາພື້ນຖານໂຄງລ່າງ ຂອງຊຸມຊົນ ຖະໜົນຫົນທາງ, ຂົວ, ການພັດທະນາທັກສະ ແລະ ຄວາມສາມາດຂອງວິສະວະກອນລາວ ລວມທັງການປັບປຸງຊີວິດການເປັນຢູ່ ຂອງປະຊາຊົນທ້ອງຖິ່ນ ດ້ວຍການຝຶກອົບຮົມ ເພື່ອສ້າງອາຊີບທີ່ໝັ້ນຄົງໃຫ້ແກ່ເຂົາເຈົ້າ. ພາຍຫລັງສິ້ນສຸດການສໍາປະທານແລ້ວ ໂຄງການດັ່ງກ່າວ ຈະຖືກໂອນມາ ເປັນກຳມະສິດຂອງລັດຖະບານລາວ.

ເຂື່ອນໄຟຟ້ານ້ຳງຽບ 1 ຈະສ້າງລາຍຮັບໃຫ້ ສປປ ລາວ ຫລາຍກວ່າ 4.800 ຕື້ກີບ

ໂຄງການເຂື່ອນໄຟຟ້ານໍ້າງຽບ

ໂຄງການເຂື່ອນໄຟຟ້ານໍ້າງຽບ 1 ມີກຳລັງຕິດຕັ້ງການຜະລິດ 290 ເມກາວັດ, ປະກອບມີ 2 ເຂື່ອນ ແລະ 2 ເຮືອນຈັກ, ເຊິ່ງເຂື່ອນໃຫຍ່ມີຄວາມສູງເຖິງ 168 ແມັດ, ຍາວ 530 ແມັດ ແລະ ເປັນເຂື່ອນຮັບນໍ້າໜັກ ແບບຄອນກຣີດອັດແໜ້ນທີ່ສູງທີ່ສຸດ ໃນປະເທດລາວ ແລະ ພາກພື້ນ. ມາຮອດເດືອນ ເມ ສາ 2018, ໂຄງການດັ່ງກ່າວ ມີຄວາມຄືບໜ້າປະມານ 95 ສ່ວນຮ້ອຍ ນັບແຕ່ເລີ່ມຕົ້ນການກໍ່ສ້າງມາ ແຕ່ເດືອນສິງຫາ 2014 ​ເປັນ​ຕົ້ນ​ມາ. ການຜະລິດໄຟຟ້າຄາດວ່າ ຈະເລີ່ມຂຶ້ນ ໃນທ້າຍປີ 2018 ຫລື ຕົ້ນປີ 2019 ແລະ ກະແສໄຟຟ້າທີ່ຜະລິດໄດ້ປະມານ 95 ສ່ວນຮ້ອຍຂອງທັງໝົດ ແມ່ນຈະສົ່ງຂາຍໃຫ້ລາຊະອານາຈັກໄທ ແລະ ສ່ວນທີ່ເຫລືອ​ ແມ່ນຈະຊົມໃຊ້ພາຍໃນປະເທດ ໂດຍສະເພາະແຂວງ ບໍລິຄຳໄຊ ແລະ ແຂວງໄຊສົມບູນ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ເຫດການ
302 Found

Found

The document has moved here.