MRC ໄຂກອງປະຊຸມເປີດກວ້າງປຶກສາຫາລືກ່ຽວກັບເຂື່ອນໄຟຟ້າ ປາກລາຍ

09:35 | 21/09/2018

ກອງປະຊຸມເປີດກວ້າງ ຜູ້ມີສ່ວນຮ່ວມລະດັບພາກພື້ນຄັ້ງທີ 5 ຂອງ ຄະນະກໍາມາທິການແມ່ນໍ້າຂອງສາກົນ (MRC) ກ່ຽວກັບ ໂຄງການ ສະເໜີຂອງເຂື່ອນໄຟຟ້າ ປາກລາຍ ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 20 ກັນຍາ ຢູ່ນະຄອນຫຼວງວຽງຈັນ ປະເທດລາວ.

MRC ໄຂກອງປະຊຸມເປີດກວ້າງປຶກສາຫາລືກ່ຽວກັບເຂື່ອນໄຟຟ້າ ປາກລາຍ

ກອງປະຊຸມມີການເຂົ້າຮ່ວມຂອງຜູ້ແທນຕາງໜ້າໃຫ້ລັດຖະບານລາວ ແລະ ຄະນະກໍາມາທິການແມ່ນໍ້າຂອງສາກົນ ກວ່າ 150 ຄົນ.

ນີ້ແມ່ນໂຄງການເຂື່ອນໄຟຟ້າທີ 4 ຢູ່ລໍາແມ່ນໍ້າຂອງ ເຊິ່ງລັດຖະບານລາວ ໄດ້ສະເໜີກໍ່ສ້າງ ຖັດຈາກເຂື່ອນດອນສະຫົງ, ເຂື່ອນໄຊຍະບູລີ ແລະ ເຂື່ອນ ປາກແບງ. ຄາດວ່າ ລັດຖະບານລາວ ຈະລົງມືກໍ່ສ້າງ ເຂື່ອນໄຟຟ້າ ປາກລາຍ ໃນປີ 2022 ແລະ ສໍາເລັດໃນປີ 2029. ນອກຈາກຮັບໃຊ້ຄວາມຕ້ອງການຢູ່ພາຍໃນປະເທດແລ້ວ, ໄຟຟ້າຈາກເຂື່ອນປາກລາຍ ຈະໄດ້ສົ່ງອອກໄປຍັງປະເທດໄທ ອີກດ້ວຍ.

ຈຸດປະສົງຂອງກອງປະຊຸມ ເພື່ອແນໃສ່ແລກປ່ຽນຂໍ້ມູນຂ່າວສານ ກ່ຽວກັບໂຄງການ ກໍ່ສ້າງເຂື່ອນໄຟຟ້າ ປາກລາຍ, ປຶກສາຫາລືວິວັດການສໍາຫຼວດຄັ້ງກ່ອນຂອງ ຄະນະກໍາມາທິການແມ່ນໍ້າຂອງສາກົນ ແລະ ແຈ້ງໃຫ້ຜູ້ມີສ່ວນຮ່ວມຮັບຊາບ ກ່ຽວກັບສະພາບການຂອງວຽກງານ ເຊິ່ງ ຄະນະກໍາມາທິການແມ່ນໍ້າຂອງສາກົນ ປະຕິບັດ. ບັນດາອົງການຈັດຕັ້ງຫວັງວ່າ ກອງປະຊຸມ ຈະແມ່ນພື້ນຖານສ້າງຄວາມສະດວກໃຫ້ຜູ້ມີສ່ວນຮ່ວມ ຍົກອອກບັນດາສິ່ງກີດຂວາງ ຢ່າງຊອບທໍາ ແລະ ຍົກອອກຂໍ້ເຈາະຈີ້ມ ກ່ຽວກັບໂຄງການ ສ້າງເຂື່ອນໄຟຟ້າ ປາກລາຍ ແລະ ບັນດາການເຄື່ອນໄຫວທີ່ພວມດໍາເນີນ; ກອງປະຊຸມກໍ່ແມ່ນໂອກາດ ເພື່ອສະແດງອອກ, ແບ່ງປັນ ແລະ ຮັບຮູ້ສິ່ງກີດຂວາງທັງໝົດກັບບັນດາປະເທດສະມາຊິກຂອງ ຄະນະກໍາມາທິການແມ່ນໍ້າຂອງສາກົນ, ພິເສດແມ່ນ ສປປ ລາວ ທີ່ພວມສະເໜີສ້າງເຂື່ອນ, ເພື່ອຊອກຫາວິທີແກ້ໄຂບັນດາສິ່ງກີດຂວາງດັ່ງກ່າວ.

(ແຫຼ່ງ​ຂໍ້​ມູນ​: vov5)

ເຫດການ
302 Found

Found

The document has moved here.