ບໍລິສັດ ໄຟຟ້ານໍ້າງຽບ 1 ຈະໃຊ້ງົບ 195.000 ໂດລາ ສະຫະລັດຕໍ່ປີ ເພື່ອພັດທະນາຊຸມຊົນ ໃນໄລຍະສໍາປະທານ

15:28 | 04/06/2018

ບໍລິສັດ ໄຟຟ້ານໍ້າງຽບ 1 ໃຊ້ງົບປະມານຫລາຍກວ່າ 50 ລ້ານໂດລາສະຫະລັດ ສຳລັບຄ່າຊົດເຊີຍ ຕໍ່ຜູ້ທີ່ໄດ້ຮັບຜົນກະທົບຈາກໂຄງການ.

ບໍລິສັດ ໄຟຟ້ານໍ້າງຽບ 1 ຈະໃຊ້ງົບ 195.000 ໂດລາ ສະຫະລັດຕໍ່ປີ ເພື່ອພັດທະນາຊຸມຊົນ ໃນໄລຍະສໍາປະທານ

​ເຂື່ອນໄຟຟ້ານໍ້າງຽບ 1.

ບໍລິສັດ ໄຟຟ້ານໍ້າງຽບ 1 ຈຳກັດ ຈະໃຊ້ງົບປະມານ 195.000 ໂດລາສະຫະລັດຕໍ່ປີ ຕະຫລອດໄລຍະສຳປະທານ 27 ປີ, ໂດຍເລີ່ມປີ2019 ເປັນຕົ້ນໄປ ເປັນທຶນພັດທະນາຊຸມຊົນ ລວມທັງການຟື້ນຟູຊີວິດການເປັນຢູ່ ຂອງປະຊາຊົນ ຜູ້ທີ່ໄດ້ຮັບຜົນກະທົບ ໂດຍກົງຈາກໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າງຽບ 1 ທີ່ແຂວງ ບໍລິຄຳໄຊ ແລະ ແຂວງ ໄຊສົມບູນ ແນໃສ່ຮັບປະກັນເຮັດໃຫ້ເຂົາເຈົ້າ ມີລາຍຮັບສູງເຖິງ 200% ເມື່ອທຽບກັບລາຍຮັບເດີມທີ່ເຄີຍໄດ້. ມີປະຊາຊົນທັງໝົດ 524 ຄອບຄົວ, 7 ໝູ່ບ້ານ ຂອງແຂວງ ບໍລິຄຳໄຊ ແລະ ແຂວງ ໄຊສົມ ບູນ, ຊຶ່ງ 90 ສ່ວນຮ້ອຍເປັນຊົນເຜົ່າມົ້ງ ທີ່ໄດ້ຮັບຜົນກະທົບໂດຍກົງ ຈາກໂຄງການກໍ່ສ້າງເຂື່ອນດັ່ງກ່າວ, ໃນນັ້ນ ມີ 517 ຄອບຄົວໄດ້ຖືກຍົກຍ້າຍ ແລະ ອີກ 7 ຄອບຄົວຖືກຫຍັບຍ້າຍ. ໃນຈຳນວນຄອບຄົວທັງໝົດ ມີ 71 ຄອບຄົວ ຍົກຍ້າຍມາຢູ່ ບ້ານຈັດສັນພູໂຮມໄຊ, ເມືອງ ບໍລິຄັນ ທີ່ຈັດຫາໂດຍບໍລິສັດ ໄຟຟ້ານໍ້າງຽບ 1, ຊຶ່ງບ້ານຈັດສັນດັ່ງ ກ່າວ ປະກອບມີ ລະບົບໄຟຟ້າ, ນໍ້າລິນ, ໂຮງຮຽນແຕ່ຊັ້ນອານຸບານ ຫາມັດທະຍົມຕົ້ນ, ສຸກສາລາ, ຕະຫລາດ, ຄີວລົດ, ເດີ່ນໄວ້ສຳລັບຈັດງານບຸນປະເພນີ, ຫໍວາງສະແດງຊົນເຜົ່າ ແລະ ສິ່ງອຳນວຍຄວາມສະດວກອື່ນໆອີກ ສ່ວນຄອບຄົວທີ່ເຫລືອແມ່ນຍົກຍ້າຍນອກແຜນ ກໍຄື ບໍລິສັດຈ່າຍເງິນຄ່າຊົດເຊີຍ ໃຫ້ທຸກຢ່າງຕາມຄວາມເໝາະສົມ ນັບຕັ້ງແຕ່ເບ້ຍໄມ້ 1 ເບ້ຍ, ສັດ 1 ໂຕ ຈົນຮອດເນື້ອທີ່ດິນ ແລະ ໂອກາດເສຍລາຍໄດ້ຕ່າງໆ, ຊຶ່ງເຂົາເຈົ້າເລືອກສະຖານທີ່ຢູ່ດ້ວຍຕົວເອງ.

ອີງຕາມຂໍ້ມູນ ບໍລິສັດ ໄຟຟ້ານໍ້າງຽບ 1 ຈຳກັດ ລະບຸວ່າ: ບໍລິສັດ ຈະຮັບປະກັນໃຫ້ທຸກຄອບຄົວ ພາຍໃນບ້ານຈັດສັນພູໂຮມໄຊ ໃຫ້ມີລາຍຮັບສູງເຖິງ 200% ຈາກລາຍຮັບເດີມ ທີ່ເຂົາເຈົ້າເຄີຍໄດ້ໃນເມື່ອກ່ອນ ພາຍໃນ 10 ປີ ຫລັງຈາກຍົກຍ້າຍມາຢູ່ ກໍຄື ແຕ່ນີ້ຫາປີ 2028. ເພື່ອໃຫ້ບັນລຸລາຍຮັບດັ່ງກ່າວ, ບໍລິສັດ ຈະສະໜອງທຶນ ພ້ອມກັບການຝຶກອົບຮົມໃຫ້ເຂົາເຈົ້າມີວິຊາຊີບ ແລະ ຮຽນຮູ້ການຜະລິດຕ່າງໆ ເພື່ອໃຫ້ເຂົາເຈົ້າມີລາຍຮັບທີ່ໝັ້ນຄົງ ເຊັ່ນ: ການປູກຝັງ, ການລ້ຽງສັດ, ການແປຮູບສິນຄ້າຕ່າງໆ ລວມທັງການເຂົ້າເຖິງຕະຫລາດອີກດ້ວຍ. ໂຄງການດັ່ງກ່າວ, ໄດ້ສະໜອງດິນ ປຸກສ້າງຂະໜາດ800 ຕາແມັດຕໍ່ຄອບຄົວ, ພ້ອມຮົ້ວອ້ອມ, ນໍ້າສະອາດ, ໄຟຟ້າ, ດິນທຳການຜະລິດກະສິກຳຄື: ດິນນາ 1000 ຕາແມັດຕໍ່ຄົນ, ຊຶ່ງສາມາດເຮັດໄດ້ສອງລະດູ, ດິນສວນປູກພືດ 1000 ຕາແມັດຕໍ່ຄົນ, ດິນສວນປູກຕົ້ນໄມ້ອຸດສາຫະກຳ 1000 ຕາແມັດຕໍ່ຄົນ, ດິນປູກໄມ້ເຮັດຟືນ 800 ຕາແມັດຕໍ່ຄົນ, ດິນເຮັດສວນຄົວ400 ຕາແມັດຕໍ່ຄອບຄົວ. ນອກຈາກນັ້ນ, ຍັງສະໜອງເຂົ້າສານຈ້າວຟີ ໃນໄລຍະ 5 ປີ ຊຶ່ງສອງປີທຳອິດແມ່ນ 100%, ປີທີສາມ 75%, ປີທີສີ່ 50% ແລະ ປີສຸດທ້າຍ 25% (ອາຍຸ 15 ປີ ລົງມາແມ່ນໄດ້ຮັບ 15 ກິໂລ ຕໍ່ຄົນຕໍ່ເດືອນ ແລະ 15 ປີ ຂຶ້ນເມືອໄດ້ຮັບ 21 ກິໂລຕໍ່ຄົນຕໍ່ເດືອນ), ພ້ອມທັງຊ່ວຍເຫລືອ ຄ່ານໍ້າ,ຄ່າໄຟຟ້າ, ຄ່າຂີ້ເຫຍື້ອ ແລະ ອາຫານ ໃນໄລຍະຂ້າມຜ່ານ ລວມທັງເງິນຊົດເຊີຍຕ່າງໆ.

ບໍລິສັດ ໄຟຟ້ານໍ້າງຽບ 1 ໃຊ້ງົບປະມານຫລາຍກວ່າ 50 ລ້ານໂດລາສະຫະລັດ ສຳລັບຄ່າຊົດເຊີຍ ຕໍ່ຜູ້ທີ່ໄດ້ຮັບຜົນກະທົບຈາກໂຄງການ. 5 ບ້ານທີ່ໄດ້ຮັບຜົນກະທົບ ແລະ ຖືກຍົກຍ້າຍຄື: ບ້ານ ຫາດສາຍຄຳ, ເມືອງ ບໍລິຄັນ, ແຂວງ ບໍລິຄຳໄຊ; ບ້ານຫ້ວຍປ່າມ້ອມ, ບ້ານສົບພວນ, ບ້ານນໍ້າຫຍວກ ແລະ ບ້ານສົບຫຍວກ ເມືອງຮົ່ມ ແຂວງ ໄຊສົມບູນ; ສ່ວນບ້ານທີ່ຫຍັບຍ້າຍ ແມ່ນບ້ານປູ້ ແລະ ບ້ານຫາດສາມຄອນ, ເມືອງ ທ່າໂທມ, ແຂວງ ໄຊສົມບູນ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ເຫດການ
302 Found

Found

The document has moved here.