ຍສໝ - ການສຳມະນາດ້ານການທ່ອງທ່ຽວລະຫວ່າງ ຫວຽດນາມ -ຍີ່ປຸ່ນ ຄັ້ງທີ 2 ໂດຍມີຫົວຂໍ້ວ່າ “ການສົມດຸນລະຫວ່າງການພັດທະນາການທ່ອງທ່ຽວ ແລະ ການອະນຸລັກມໍລະດົກວັດທະນະທໍາ ຫວຽດນາມ - ຍີ່ປຸ່ນ ຮ່ວມມືມຸ່ງໄປເຖິງການທ່ອງທ່ຽວແບບຍືນຍົງ” ຈັດຂຶ້ນໃນວັນທີ 2 ຕຸລາ ຢູ່ນະຄອນຫຼວງ ຮ່າໂນ້ຍ.
ຍສໝ - ການຝຶກອົບຮົມວິທີການສອນພາສາລັດເຊຍ, ແນະນຳການປ່ຽນແປງໃນພາສາລັດເຊຍຍຸກສະໄໝ, ການຮຽນພາສາລັດເຊຍຜ່ານເກມຕ່າງໆ, ການປະພັນບົດກະວີເປັນພາສາລັດເຊຍ... ແມ່ນກິດຈະກຳຕ່າງໆທີ່ຢູ່ພາຍໃນຂອບເຂດໂຄງການ “ພາສາລັດເຊຍ ຢູ່ຫວຽດນາມ: ການສົນທະນາບັນດາພື້ນຖານວັດທະນະທຳ” ທີ່ຈັດໂດຍມະຫາວິທະຍາໄລພາສາສາດແຫ່ງຊາດ ມົດສະກູ (MGLU) ສົມທົບກັບອົງການສະຫະພາບ Rossotrudnichestvo (ລັດເຊຍ) ໃນວັນທີ 1 ຕຸລາ ຢູ່ມະຫາວິທະຍາໄລພາສາຕ່າງປະເທດ – ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ.
ຍສໝ - ນີ້ແມ່ນໂອກາດເພື່ອໃຫ້ບັນດານັກສິລະປິນ ຫວຽດນາມ ໄດ້ແລກປ່ຽນ, ແນະນຳຈຸດວັດທະນະທຳ ແລະ ສິລະປະທີ່ເປັນເອກະລັກພິເສດຂອງ ຫວຽດນາມ ໃຫ້ແກ່ຜູ້ຊົມ ຈີນ ກໍ່ຄືເພື່ອນມິດບັນດາປະເທດໃນພາກພື້ນແມ່ນ້ຳຂອງ - ລ້ານຊ້າງ; ປະກອບສ່ວນຊຸກຍູ້ການພົບປະແລກປ່ຽນລະຫວ່າງປະຊາຊົນ, ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ແລະ ເສີມສ້າງນໍ້າໃຈມິດຕະພາບ.
ຍສໝ - ວັນທີ 29 ເດືອນກັນຍາ, ຢູ່ຮຶງອຽນ, ສະຖານທູດໄທ ປະຈຳ ຫວຽດນາມ ແລະ ກົມໃຫຍ່ການທ່ອງທ່ຽວແຫ່ງຊາດ ໄທ ໄດ້ຮ່ວມມືກັບແຂວງຮຶງອຽນ ຈັດງານລາຍການ “ໄທ – ຍິ່ງເຂົ້າໃຈຍິ່ງຮັກ”.
ຍສໝ - ວັນວັດທະນະທໍາຫວຽດນາມ ຈັດຂຶ້ນຢູ່ນະຄອນຫຼວງອູລານບາຕໍ ຂອງປະເທດມົງໂກນ ແຕ່ວັນທີ 30 ກັນຍາ ຫາ ວັນທີ 1 ສິງຫາ. ເຫດການດັ່ງກ່າວມີຄວາມໝາຍສຳຄັນໃນການສົ່ງເສີມມິດຕະພາບ ແລະ ຄວາມເຂົ້າໃຈເຊິ່ງກັນແລະກັນລະຫວ່າງປະຊາຊົນສອງຊາດ.
ຍສໝ - ວັນທີ 11 ພຶດສະພາ, ຢູ່ແຂວງ ລາວກາຍ, ໂຮງຮຽນມັດທະຍົມຕອນປາຍລົງເລິກວິຊາສະເພາະ ລາວກາຍ ໄດ້ຈັດຕັ້ງລາຍການພົບປະແລກປ່ຽນສາກົນກ່ຽວກັບດ້ານສິລະປະ, ກິລາ ກັບໂຮງຮຽນມັດທະຍົມຊັ້ນສູງ ແລະ ໂຮງຮຽນມັດທະຍົມຊັ້ນສູງອາຊີວະສຶກສາ (ເມືອງ ເຫີ່ໂຊ່ເຢົາ, ແຂວງ ຢູນໜານ, ຈີນ).
ຍາໝ - ວັນທີ 29 ສິງຫາ, ຢູ່ຮ່າໂນ້ຍ, ສະຖານທູດ UAE ໄດ້ຈັດຕັ້ງໂຄງການແລກປ່ຽນວັດທະນະທຳ UAE - ຫວຽດນາມ ໂດຍມີການເຂົ້າຮ່ວມຂອງຄະນະສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິນ.
ຍສໝ -
ຍສໝ - ຕອນຄ່ຳວັນທີ 23 ສິງຫາ, ສະມາຄົມມິດຕະພາບ ມາເລເຊຍ - ຫວຽດນາມ (MVFA) ແລະ ມະຫາວິທະຍາໄລ Malaya ໄດ້ຈັດຕັ້ງງານລາຕີພົບປະແລກປ່ຽນວັດທະນະທຳເພື່ອເຊື່ອມຕໍ່ນ້ຳໃຈມິດຕະພາບ. ເຫດການດັ່ງກ່າວ ໄດ້ດຶງດູດ ຊາວຫວຽດນາມ ຢູ່ມາເລເຊຍ, ຄູອາຈານ ແລະ ນັກສຶກສາຂອງໂຮງຮຽນເຂົ້າຮ່ວມນັບຮ້ອຍຄົນ.
ຍສໝ - ນີ້ແມ່ນເນື້ອໃນຂອງການພົບປະແລກປ່ຽນລະຫວ່າງທ່ານ ຟ່ານແອງເຊີນ, ປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ (VUFO) ແລະ ທ່ານ Shawn Steil, ເອກອັກຄະລັດຖະທູດ ການາດາ ປະຈຳ ຫວຽດນາມ, ໃນຕອນເຊົ້າວັນທີ 27 ສິງຫາ ຢູ່ ຮ່າໂນ້ຍ.
ຍສໝ - ນີ້ແມ່ນການປະກອບຄໍາເຫັນທີ່ການເຮັດວຽກ ແນ່ໃສ່ການກວດກາຄືນ, ຕີລາຄາວຽກປະສານສົມທົບ ລະຫວ່າງ ຄະນະກຳມະການແຫ່ງລັດ ກ່ຽວກັບຄົນຫວຽດນາມ ທີ່ອາໄສຢູ່ຕ່າງປະເທດ ແລະ ສູນກາງສະຫະພັນແມ່ຍິງ ຫວຽດນາມ ໃນການຜັນຂະຫຍາຍບົດສະຫຼຸບ ສະບັບເລກທີ 12-KL/TW ລົງວັນທີ 12 ສິງຫາ 2021 ຂອງກົມການເມືອງ ກ່ຽວກັບວຽກງານສໍາລັບຄົນຫວຽດນາມ ຢູ່ຕ່າງປະເທດ ຢ່າງມີປະສິດທິຜົນ.
ຍສໝ - Festival ຊາວໜຸ່ມສາກົນ ຄັ້ງທີ III ປີ 2024 ດ້ວຍການເຂົ້າຮ່ວມຂອງຊາວໜຸ່ມປະມານ 5.000 ຄົນ, ຄາດວ່າຈະດຳເນີນໃນວັນທີ 14 ກັນຍາ ຢູ່ເຂດຖະໜົນຄົນຍ່າງ ເຈີ່ນເຍີນຕົງ ແລະ ເຂດອ້ອມແອ້ມ (ຕາແສງ ຫງວຽນຢູ, ເມືອງ ຮາຍບາຈື່ງ, ນະຄອນ ຮ່າໂນ້ຍ).
ຍສໝ - ຫວ່າງມໍ່ໆມານີ້, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ອອກມະຕິເລກທີ 2062/QD-BVHTTDL ກ່ຽວກັບການຈັດຕັ້ງໂຄງການໜູນຊ່ວຍການຄົ້ນຄວ້າ, ຟື້ນຟູ, ອະນຸລັກ ແລະ ເສີມຂະຫຍາຍວັດທະນະທຳທີ່ບໍ່ເປັນວັດຖຸຂອງບັນດາຊົນເຜົ່າສ່ວນໜ້ອຍທີ່ມີຄວາມສ່ຽງຕໍ່ການຄ່ອຍໆເສື່ອມເສຍໄປ ຢູ່ແຂວງກອນຕູມ, ດ້ຽນບຽນ, ກວາງບິ່ງ ແລະ ເລິມດົ່ງ.
ຍສໝ - ນີ້ແມ່ນເນື້ອໃນ ທີ່ໄດ້ຮັບການເຫັນດີເປັນເອກະພາບທີ່ການພົບປະເຮັດວຽກລະຫວ່າງທ່ານ ນາງ ຫງວຽນເຟືອງຮວ່າ ຫົວໜ້າກົມຮ່ວມມືສາກົນ (ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ) ແລະ ທ່ານ Yoshioka Norihiko ຜູ້ອຳນວຍການໃໝ່ສູນພົບປະແລກປ່ຽນວັດທະນະທຳ ຍີ່ປຸ່ນ ປະຈຳ ຫວຽດນາມ ໃນວັນທີ 23 ພຶດສະພາ ຢູ່ ຮ່າໂນ້ຍ.
ຍສໝ - ໂດຍໄດ້ຮັບການປັບປຸງຜ່ານການເຄື່ອນໄຫວທີ່ມີຫຼາຍຮູບຫຼາຍແບບ ແລະ ມີຫົວຄິດປະດິດສ້າງ, ນ້ຳໃຈມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ ແລະ ເບລາຣຸດຊີ ກຳລັງສືບຕໍ່ພັດທະນາຢ່າງແຮງ. ບັນດາສະມາຊິກຂອງສະມາຄົມມິດຕະພາບ ຫວຽດນາມ - ເບລາຣຸດຊີ ແລະ ບັນດາຜູ້ທີ່ມີຄວາມຮັກແພງກັບ ເບລາຣຸດຊີ ບໍ່ພຽງແຕ່ຈັດຕັ້ງບັນດາເຫດການວັດທະນະທໍາ, ດົນຕີທີ່ເປັນເອກະລັກພິເສດເທົ່ານັ້ນ ຫາກຍັງຮັກສາບັນດາວັດຖຸທີ່ລະນຶກອັນລໍ້າຄ່າຂອງ ເບລາຣຸດຊີ ອີກດ້ວຍ. ເຂົາເຈົ້າໄດ້ສົ່ງຄວາມຮັກແພງທີ່ມີຕໍ່ ເບລາຣຸດຊີ ຜ່ານບັນດາການເຄື່ອນໄຫວໃນປະຈຸບັນ, ພ້ອມທັງສະແດງຄວາມປາດຖະໜາຢາກພົບປະກັບເພື່ອນເກົ່າ ແລະ ສືບຕໍ່ກໍ່ສ້າງສາຍພົວພັນມິດຕະພາບລະຫວ່າງ 2 ປະເທດໃຫ້ນັບມື້ນັບແໜ້ນແຟ້ນ.
ຍສໝ - ວັນທີ 25 ພຶດສະພາ, ພະແນກການຕ່າງປະເທດແຂວງ ກວາງຫງາຍ ໄດ້ຈັດຕັ້ງໂຄງການ Homestay ປີ 2024 ໃຫ້ແກ່ນັກສຶກສາລາວ ທີ່ກຳລັງຮໍ່າຮຽນສຶກສາຢູ່ ກວາງຫງາຍ.
ຍສໝ - ນັ້ນແມ່ນໜຶ່ງໃນບັນດາໜ້າທີ່ຈຸດສຸມ ທີ່ສະມາຄົມວັດທະນະທຳສິລະປະ ຫວຽດນາມ ປະຈຳ ສ.ເຊັກໂກ (ສະມາຄົມ) ໄດ້ວາງອອກຢູ່ກອງປະຊຸມໃຫຍ່ ຄັ້ງທີ 4 ອາຍຸການ 2024 – 2028.
ຍສໝ - ສະມາຄົມພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ຍີ່ປຸ່ນ ຫາກໍ່ຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນຄັ້ງທີ 6 ອາຍຸການ 2024 – 2029 ຢູ່ ຮ່າໂນ້ຍ. ທ່ານ ເລຫງອກດິ້ງ, ອະດີດຮອງຫົວໜ້າກົມຮ່ວມມືສາກົນ ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫວຍດນາມ, ປະທານສະມາຄົມພົບປະແລກປ່ຽນວັດທະນະທຳຫວຽດນາມ - ຍີ່ປຸ່ນ, ສະໄໝທີ 5, ສືບຕໍ່ໄດ້ເລືອກຕັ້ງເປັນປະທານສະມາຄົມ ສະໄໝທີ 6, ອາຍຸການ 2024. -2029.
ຍສໝ - ຕາມທ່ານເອກອັກຄະລັດຖະທູດ ດິງຕວ່ານຖັງ ແລ້ວ, ການໂຄສະນາວັດທະນະທຳແມ່ນໜ້າທີ່ສຳຄັນ. ບັນດາອົງການຕາງໜ້າ ປະຈຳ ຝລັ່ງ ໄດ້ມານະພະຍາຍາມປະຕິບັດຫຼາຍກິດຈະກຳ ເພື່ອແນໃສ່ເຊີດຊູບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອອັນດີງາມຂອງ ຫວຽດນາມ ເຖິງເພື່ອນມິດສາກົນ.
ຍສໝ - ຄະນະກຳມະການປະຊາຊົນນະຄອນ ເກີນເທີ ຫາກໍ່ປະກາດໃຊ້ແຜນການສົມທົບກັນຈັດຕັ້ງວັນວັດທະນະທຳ ຫວຽດນາມ - ສ.ເກົາຫຼີ ຢູ່ນະຄອນ ເກີນເທີ ປີ 2024.