![]() | ການອະນຸລັກ ແລະ ເສີມຂະຫຍາຍຄຸນຄ່າ ມໍລະດົກວັດທະນະທຳໂລກ ພະລາດຊະວັງ ທັງລອງ |
![]() | ສ້າງມໍລະດົກວັດທະນະທຳໂລກ ໂຮ້ຍອານ ກາຍເປັນຕົວແບບການ “ທ່ອງທ່ຽວຂຽວ” |
ງານບຸນວັດທະນະທຳໂລກຄັ້ງທຳອິດຢູ່ຮ່າໂນ້ຍໃນປີ 2025 ໄດ້ບັນທຶກແຂກທ່ອງທ່ຽວປະມານ 1 ລ້ານເທື່ອຄົນ, ກາຍເປັນໜຶ່ງໃນບັນດາເຫດການວັດທະນະທຳສາກົນມີຂະໜາດໃຫຍ່ທີ່ສຸດທີ່ເຄີຍຈັດຂຶ້ນຢູ່ຫວຽດນາມ.
ດ້ວຍ 48 ປະເທດ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມ, ບັນດາການເຄື່ອນໄຫວທີ່ເປັນເອກະລັກສະເພາະນັບແຕ່ງານວາງສະແດງ, ແຟຊັ່ນ, ການສະແດງຮູບເງົາ, ງານຕະຫຼາດນັດປຶ້ມ, ອາຫານ ຈົນເຖິງບັນດາລາຍການສິລະປະ ໄດ້ຫັນນະຄອນຫຼວງ ກາຍເປັນຈຸດສຸມໃສ່ເຕັມໄປດ້ວຍສີສັນແຫ່ງບັນດາອາລະຍະທຳ.
![]() |
ທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫງວຽນວັນຮຸ່ງ ກ່າວຄຳປາໄສທີ່ພິທີປິດງານ. (ພາບ: hanoimoi). |
ກ່າວຄຳປາໄສທີ່ພິທີປິດງານ, ທ່ານລັດຖະມົນຕີ ຫງວຽນວັນຮຸ່ງ ໃຫ້ຮູ້ວ່າ, ການພັດທະນາແບບຍືນຍົງ, ມີຫົວຄິດປະດິດສ້າງ ແລະ ລວມໄດ້ກາຍເປັນເປົ້າໝາຍຂອງຫຼາຍປະເທດໃນໂລກ, ແລະ ຫວຽດນາມ ບໍ່ແມ່ນຢູ່ນອກວົງໂຄຈອນທົ່ວໄປ. ລັດຫວຽດນາມ ຖືການພັດທະນາແບບຍືນຍົງໂດຍອີງໃສ່ການພັດທະນາວັດທະນະທຳ ແລະ ມະນຸດເປັນພື້ນຖານ, ຊຸກຍູ້ວຽກງານການຕ່າງປະເທດ ແລະ ການເຊື່ອມໂຍງເຂົ້າກັບສາກົນແມ່ນສຳຄັນ ແລະ ເປັນປະຈຳ...
ຫວຽດນາມ - ເປັນປະເທດຊາດທີ່ມີວັດທະນະທຳ ແລະ ວິລະຊົນທີ່ມີປະຫວັດສາດນັບພັນປີ - ຍາມໃດກໍຖືປະເພນີຮັກສາສັນຕິພາບ, ນ້ຳໃຈມະນຸດ ແລະ ຄວາມອົດທົນ. ປະຊາຊົນຫວຽດນາມ ເຂົ້າໃຈຢ່າງເລິກເຊິ່ງເຖິງຄຸນຄ່າຂອງຄວາມໝັ້ນຄົງ ແລະ ການຮ່ວມມື, ຖືການປົກປັກຮັກສາ ແລະ ເສີມຂະຫຍາຍມໍລະດົກວັດທະນະທຳ, ເຄົາລົບ ແລະ ປົກປັກຮັກສາທຳມະຊາດ ບໍ່ພຽງແຕ່ແມ່ນຄວາມຮູ້ບຸນຄຸນຕໍ່ຮີດຄອງປະເພນີເທົ່ານັ້ນ ຫາກຍັງແມ່ນຄວາມຮັບຜິດຊອບອັນສັກສິດໃຫ້ແກ່ຄົນລຸ້ນຫຼັງ, ທັງເປັນພື້ນຖານໃຫ້ແກ່ການພັດທະນາຢ່າງວ່ອງໄວ ແລະ ຍືນຍົງຂອງປະເທດ.
ຈິດໃຈນັ້ນໄດ້ຮັບການສະແດງໃຫ້ເຫັນຈາກປະຊາຊົນຫວຽດນາມໃນທຸກຂົງເຂດການເຄື່ອນໄຫວ ແລະ ການຮ່ວມມືກັບບັນດາປະເທດ, ຄູ່ຮ່ວມມືໃນໂລກ. ຫວຽດນາມ ຍາມໃດກໍ່ແມ່ນສະມາຊິກທີ່ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງ UNESCO, ຕັ້ງໜ້າປະກອບສ່ວນເຂົ້າໃນຂອບ ແລະ ຂໍ້ລິເລີ່ມສາກົນ, ພິເສດແມ່ນໃນການຊຸກຍູ້ການເຈລະຈາ, ການຮ່ວມມື ແລະ ກໍ່ສ້າງສັນຕິພາບ ແລະ ການພັດທະນາ.
“ງານບຸນວັດທະນະທຳໂລກຄັ້ງທຳອິດຢູ່ຫວຽດນາມ ແມ່ນການສະແດງອອກຢ່າງສະຫງ່າຜ່າເຜີຍຂອງຈິດໃຈນັ້ນ - ເປັນຂໍ້ລິເລີ່ມຈາກແນວຄິດຂອງທ່ານນາງ ຫງວຽນເຟືອງລີ, ພັນລະຍາຂອງທ່ານເລຂາທິການໃຫຍ່ ໂຕເລີມ ກ່ຽວກັບການຈັດຕັ້ງບັນດາເຫດການວັດທະນະທຳສາກົນຢູ່ນະຄອນຫຼວງ ຮ່າໂນ້ຍ. ງານບຸນໄດ້ເຊີດຊູຄວາມງາມທີ່ເປັນເອກະລັກສະເພາະຂອງແຕ່ລະປະເທດ, ຢັ້ງຢືນກຳລັງແຮງວັດທະນະທຳໃນການເຊື່ອມຕໍ່ປະຊາຊົນ ກັົບ ປະຊາຊົນ, ພ້ອມກັນນັ້ນ, ແຕ້ມຮູບຢ່າງມີມີຊີວິດຊີວາກ່ຽວກັບ ‘ສາມັກຄີໃນຄວາມຫຼາກຫຼາຍ’. ທ່ານທ່ານລັດຖະມົນຕີ ຫງວຽນວັນຮຸ່ງ ເນັ້ນໜັກ.
![]() |
ລາຍການ “ບາດກ້າວມໍລະດົກ” ໃນຂອບເຂດງານບຸນ. (ພາບ: hanoimoi). |
ໃນຂອບເຂດຂອງເຫດການ, ໄດ້ດຳເນີນບັນດາການເຄື່ອນໄຫວທີ່ອຸດົມສົມບູນຄື: ງານວາງສະແດງ “ເສັ້ນທາງວັດທະນະທຳ” - ການເດີນທາງຄົ້ນພົບມໍລະດົກໂລກຜ່ານມຸມມອງສິລະປະ; ການສະແດງຊຸດອາພອນສາກົນ ແລະ ຊຸດເສື້ອຍາວ ຫວຽດນາມ ດ້ວຍຫົວຂໍ້ “ບາດກ້າວມໍລະດົກ”; ລາຍການສາຍຮູບເງົາສິລະປະ, ງານບຸນປື້ມ ແລະ ບັນດາຮ້ານອາຫານຫຼາຍແຫ່ງຊາດ; 30 ລາຍການສະແດງສິລະປະສາກົນທີ່ເປັນເອກະລັກສະເພາະໄດ້ດຳເນີນເປັນເວລາ 3 ວັນ.
ພິເສດ, ລາຍການປະມູນ ແລະ ລະດົມທຶນເພື່ອການກຸສົນໃນວັນບຸນໄດ້ຮັບເງິນ 2,5 ຕື້ດົ່ງ. ເງິນທັງໝົດນີ້ຈະສົ່ງໃຫ້ບັນດາທ້ອງຖິ່ນທີ່ໄດ້ຮັບຜົນກະທົບໜັກຈາກໄພນໍ້າຖ້ວມ, ໜູນຊ່ວຍກໍ່ສ້າງເຮືອນ, ໂຮງຮຽນ, ສະແດງໃຫ້ເຫັນນໍ້າໃຈແບ່ງປັນ, ຄວາມເມດຕາຂອງປະຊາຄົມສາກົນ ແລະ ປະຊາຊົນຫວຽດນາມ.
![]() | ເຜີຍແຜ່ວັດທະນະທຳ ແລະ ພາສາຫວຽດນາມ ຢູ່ລາວ ຍສໝ - ຕາມນັກຂ່າວ VNA ຢູ່ລາວແລ້ວ, ຢູ່ຂອບເຂດວັດເຟິດຕິກ ຢູ່ນະຄອນຫຼວງວຽງຈັນ, ມີສະຖານທີ່ພິເສດທີ່ເປັນທີ່ຮັກແພງຂອງຊາວຫວຽດນາມ ອາໄສຢູ່ຫ່າງໄກຈາກບ້ານ ແລະ ເພື່ອນລາວຫຼາຍຄົນຄື: ຕູ້ປຶ້ມຫວຽດນາມ. ນີ້ບໍ່ພຽງແຕ່ເປັນບ່ອນເກັບມ້ຽນປຶ້ມກວ່າປື້ມ 500 ຫົວເທົ່ານັ້ນ, ຕູ້ປຶ້ມແຫ່ງນີ້ຍັງກາຍເປັນສະຖານທີ່ທີ່ຄຸ້ນເຄີຍຂອງບັນດານັກຮຽນພາສາຫວຽດນາມ ທີ່ບໍ່ເສຍຄ່າຢູ່ວັດ, ພ້ອມກັນນັ້ນກໍ່ແມ່ນ “ຂົວເຊື່ອມຕໍ່” ບຳລຸງສ້າງຄວາມຮັກແພງພາສາ, ວັດທະນະທຳ ແລະ ຄວາມຮູ້ ຫວຽດນາມໃນປະເທດລາວ. |
![]() | ໄຂເປີດສັບປະດາວັດທະນະທຳລາວ ຢູ່ ຫວຽດນາມ ປີ 2025 ຍສໝ - ພິທີໄຂສັບປະດາວັດທະນະທຳລາວ ຢູ່ ຫວຽດນາມ ປີ 2025 ດຳເນີນໃນບັນຍາກາດທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບຢູ່ໂຮງລະຄອນໃຫຍ່ ຮ່າໂນ້ຍ ໃນຕອນຄ່ຳວັນທີ 02 ຕຸລາ, ເປີດອອກບັນດາເທດສະການວັດທະນະທຳທີ່ເຂັ້ມຂຸ້ນໄປດ້ວຍສີສັນຂອງປະເທດລາວລ້ານຊ້າງ ຢູ່ ຫວຽດນາມ. |
ແທັງຮັ່ງ