![]() | ໄຂເປີດສັບປະດາວັດທະນະທຳລາວ ຢູ່ ຫວຽດນາມ ປີ 2025 |
![]() | ວັດທະນະທໍາ ແລະ ອາຫານຫວຽດນາມ ປະການແຈ້ງ ຢູ່ຊູແອດ |
ຕາມແຜນການແລ້ວ, ເຫດການດັ່ງກ່າວໄດ້ຮັບການຈັດຕັ້ງບົນຈິດໃຈ “ວັດທະນະທຳແມ່ນພື້ນຖານ - ສິລະປະແມ່ນພາຫະນະ” ເພື່ອເຊື່ອມຕໍ່ບັນດາປະເທດ, ຊຸກຍູ້ການພົວພັນແລກປ່ຽນປະຊາຊົນ, ເພີ່ມທະວີຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈລະຫວ່າງ ຫວຽດນາມ ແລະ ສາກົນ. ພ້ອມກັນນັ້ນ, “ວັນວັດທະນະທຳໂລກຢູ່ຮ່າໂນ້ຍ” ຫາກຍັງມຸ່ງໄປເຖິງການຍົກສູງຊີວິດການເປັນຢູ່ທາງດ້ານຈິດໃຈ, ລະດັບຄວາມງາມສໍາລັບປະຊາຊົນ; ປະກອບສ່ວນກໍ່ສ້າງລະບົບນິເວດວັດທະນະທຳ-ບັນເທິງທີ່ທັນສະໄໝ, ແທດເໝາະກັບທ່າອ່ຽງເສດຖະກິດທີ່ມີລັກສະນະສ້າງສັນຂອງໂລກ; ສ້າງແຮງຊຸກຍູ້ການພັດທະນາອຸດສາຫະກຳວັດທະນະທຳ, ການທ່ອງທ່ຽວ, ການຈ້າງງານ ແລະ ການບໍລິໂພກພາຍໃນປະເທດ.
ຕາມແຜນການແລ້ວ, “ວັນວັດທະນະທຳໂລກຢູ່ຮ່າໂນ້ຍ” ຈະດຳເນີນຢູ່ກຳແພງພະລາຊະວັງທັງລອງ ແຕ່ວັນທີ 4-5 ຕຸລາ, ດ້ວຍຮ້ານວາງສະແດງ 45 – 50 ຮ້ານ. ແຕ່ລະປະເທດຈະມີຮ້ານວາງສະແດງຂອງຕົນ, ພ້ອມກັນນັ້ນ ຈັດຕັ້ງ “ພື້ນທີ່ວັດທະນະທຳຮ່າໂນ້ຍ” ເພື່ອທົບທວນໃຫ້ເຫັນຈຸດວັດທະນະທຳພື້ນເມືອງຂອງນະຄອນຫຼວງຢ່າງສົດໃສ. ນອກຈາກນັ້ນ, ເຫດການຍັງມີບັນດາລາຍການທີ່ຈັດຂຶ້ນພ້ອມໆກັນຢູ່ຫຼາຍບ່ອນຄື: ລາຍການອາຫານສາກົນຮ່າໂນ້ຍ, ລາຍການຟ້ອນພື້ນເມືອງຮ່າໂນ້ຍ, ລາຍການສະແດງຊຸດເຊື້ອຍ່າວຫວຽດນາມ, ວັນບຸນປື້ມສາກົນຮ່າໂນ້ຍ.
![]() |
“ວັນວັດທະນະທຳໂລກຢູ່ຮ່າໂນ້ຍ” ຈະດຳເນີນຢູ່ກຳແພງພະລາຊະວັງທັງລອງ ແຕ່ວັນທີ 4-5 ຕຸລາ. (ພາບ: TL) |
ລາຍການອາຫານສາກົນຮ່າໂນ້ຍ: ໄດ້ຈັດຂື້ນໃນຂະນະດຽວກັນ, ກໍຢູ່ກຳແພງພະລາຊະວັງທັງລອງ. ເຫດການຄາດວ່າຈະມີຮ້ານສະແດງ35-40 ຮ້ານ, ແຕ່ລະປະເທດມີພື້ນທີ່ເພື່ອແນະນຳອາຫານພື້ນເມືອງ. ນອກຈາກນັ້ນ, 3 ເຂດອາຫານຈະແນະນຳບັນດາມໍລະດົກ ແລະ ປະຕິບັດວັດທະນະທຳທີ່ເປັນຄຸນລັກສະນະຈຳເພາະຂອງຮ່າໂນ້ຍ; ພ້ອມກັນນັ້ນ ຈັດຕັ້ງ workshop ແລະ ສະແດງອາຫານ.
ລາຍການເຕັ້ນພື້ນເມືອງສາກົນຮ່າໂນ້ຍ: ນັກສິລະປິນ, ພົນລະເມືອງຕ່າງປະເທດທີ່ອາໄສຢູ່ຮ່າໂນ້ຍຈະສະແດງສິລະປະພື້ນເມືອງ ແລະ ສິລະປະຍຸກສະໄໝ, ສົມທົບກັບສະຖານທູດ ແລະ ສູນວັດທະນະທຳບັນດາປະເທດຕ່າງໆ.
ລາຍການສະແດງຊຸດເຊື້ອຍ່າວຫວຽດນາມ: ໄດ້ຈັດຂຶ້ນໃນວັນທີ 4 ຕຸລາ ຢູ່ກຳແພງພະລາຊະວັງທັງລອງ
ວັນບຸນປຶ້ມສາກົນຮ່າໂນ້ຍ: ໄດ້ສົມທົບກັນໃນຂອບເຂດງານບຸນປຶ້ມຮ່າໂນ້ຍ ຄັ້ງທີ 10 - 2025, ຕາມແຜນການ 90/KH-UBND ແຕ່ວັນທີ 4 ເມສາ 2025. ໄດ້ດຳເນີນແຕ່ວັນທີ 3-5 ຕຸລາ ຢູ່ພື້ນທີ່ຖະໜົນຄົນຍ່າງ ຮ່ວານກຽນ, ໄດ້ຈັດຕັ້ງເຂດແນະນຳປຶ້ມ ແລະ ສິ່ງພິມສາກົນ, ຈັດຕັ້ງການພົບປະແລກປ່ຽນລະຫວ່າງນັກປະພັນ ແລະ ຜົນງານ.
ູຄະນະກຳມະການປະຊາຊົນນະຄອນ ມອບໃຫ້ພະແນກວັດທະນະທໍາ ແລະ ກິລາ ເປັນອົງການຈຸດສຸມ, ສົມທົບກັບກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ຜັນຂະຫຍາຍແຜນການ, ຮັບປະກັນຄຸນນະພາບ, ຄວາມຄືບໜ້າ ແລະ ປະຕິບັດຕາມລະບຽບກົດໝາຍ.
ມອບໝາຍໃຫ້ກົມທ່ອງທ່ຽວເພີ່ມທະວີວຽກງານໂຄສະນາເຜີຍແຜ່ໃຫ້ແກ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ, ໂຄສະນາພາບພົດຂອງນະຄອນຫຼວງໃຫ້ເປັນຈຸດໝາຍ “ປອດໄພ-ເປັນມິດ-ມີຄຸນນະພາບ-ໜ້າສົນໃຈ”. ພ້ອມກັນນັ້ນ, ກົມກອງໄດ້ຊີ້ນຳວິສາຫະກິດທ່ອງທ່ຽວ ແລະ ສະຖານທີ່ທ່ອງທ່ຽວກໍ່ສ້າງຜະລິດຕະພັນການທ່ອງທ່ຽວ ແລະ ຍົກສູງຄຸນນະພາບການບໍລິການ.
ພາຍໃຕ້ການຊີ້ນຳໂດຍກົງຂອງຄະນະກຳມະການປະຊາຊົນນະຄອນ, ຄາດວ່າ “ວັນວັດທະນະທຳໂລກຢູ່ຮ່າໂນ້ຍ” ຄັ້ງທຳອິດຈະກາຍເປັນຈຸດເດັ່ນດ້ານວັດທະນະທຳຂອງການຕ່າງປະເທດ, ປະກອບສ່ວນຍົກສູງທີ່ຕັ້ງຂອງຮ່າໂນ້ຍ ໃນເວທີສາກົນ.
![]() | ເພີ່ມທະວີການເຜີຍແຜ່ຮູບພາບຂອງຫວຽດນາມ ອອກສູ່ໂລກ ຍສໝ - ວັນທີ 31 ກໍລະກົດ, ຄະນະຊີ້ນຳວຽກງານຂໍ້ມູນຕ່າງປະເທດໄດ້ຈັດຕັ້ງກອງປະຊຸມກວດກາຄືນ 6 ເດືອນຕົ້ນປີ, ຜັນຂະຫຍາຍໜາ້ທີ່ 6 ເດືອນທ້າຍປີ 2025. |
![]() | ການເຄື່ອນໄຫວວັດທະນະທຳຫວຽດນາມ ທີ່ເປັນເອກະລັກສະເພາະຫຼາຍຢ່າງ ໄດ້ດຳເນີນຢູ່ນະຄອນ Budapest, ຮົງກາຣີ. ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ ແລະ ຮຸງກາຣີ, ສະຖານທູດ ຫວຽດນາມ ປະຈຳ ຮຸງກາຣີ ໄດ້ສົມທົບກັບອຳນາດການປົກຄອງເມືອງ 3, ນະຄອນຫຼວງ Budapest ຈັດຕັ້ງວັນວັດທະນະທຳ ຫວຽດນາມ ດ້ວຍບັນດາການເຄື່ອນໄຫວວັດທະນະທຳທີ່ເປັນເອກະລັກສະເພາະຄື: ງານວາງສະແດງພາບແຕ້ມ, ຮູບພາບ, ລາຍການຮູບເງົາເອກະສານ, ແນະນຳປະເທດຊາດ, ປະຊາຊົນ ແລະ ... |
ມີງດຶກ