ຍສໝ - ຕອນເຊົ້າຂອງວັນທີ 7 ມີນາ, ທ່ານ ຟ້າມມີງຈີງ ນາຍົກລັດຖະມົນຕີ ພົບປະຕາງໜ້າບັນດາການນຳ, ຜູ້ຄຸ້ມຄອງ ແລະ ປັນຍາຊົນ, ນັກສິນລະປິນວັນນະຄະດີເພດຍິງທີ່ເປັນຕົວແບບດີເດັ່ນ ເນື່ອງໃນໂອກາດວັນແມ່ຍິງສາກົນ (8 ມີນາ) ແລະ ລະນຶກຄົບຮອບ 1982 ປີ ການລຸກຮື້ຂຶ້ນຂອງ ຮາຍບ່າຈຶງ.
ລັດຖະບານ ຫວຽດນາມ ໄດ້ຕົກລົງເຫັນດີຊື້ວັກຊິນກັນພະຍາດໂຄວິດ - 19 ຈຳນວນ 21,9 ລ້ານໂດສ ຈາກ Pfizer ໃຫ້ແກ່ເດັກໃນເກັ່ນອາຍຸແຕ່ 5 ຫາ ຕ່ຳກວ່າ 12 ປີ.
ຕອນເຊົ້າວັນທີ 31 ມັງກອນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໄປຢ້ຽມຢາມ, ອວຍພອນບຸນເຕັດ, ກວດກາວຽກງານປະຈຳການ, ກ່ຽມພ້ອມການສູ້ຮົບຢູ່ຕຳຫຼວດນະຄອນຮ່າໂນ້ຍ.
ຍສໝ - ນີ້ແມ່ນຈຸດເວລາເພື່ອສ້າງຂີດໝາຍບັນດາການເລີ່ມຕົ້ນໃໝ່ ແລະ ຄິດຫງຳ ກ່ຽວກັບອະດີດຕະການ. ນີ້ກໍ່ແມ່ນຈຸດເວລາເພື່ອຕ້ອນຮັບລະດູບານໃໝ່ ວຽນມາ ແລະ ສະແດງຄວາມຂອບອົກຂອບໃຈຕໍ່ບັນດາສິ່ງທີ່ໄດ້ຜູກພັນພວກເຮົາ. ຢູ່ການາດາ, ບຸນເຕັດກໍ່ແມ່ນກາລະໂອກາດເພື່ອຮັບຮູ້ການປະກອບສ່ວນທີ່ບໍ່ອາດຄິດໄລ່ໄດ້ຂອງປະຊາຄົມຊາວການາດາ ເຊື້ອຊາດຫວຽດນາມ.
ວັນທີ 20 ມັງກອນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມຜັນຂະຫຍາຍວຽກງານດ້ານສາທາລະນະສຸກ ປີ 2022 ໂດຍກະຊວງສາທາລະນະສຸກ ຈັດຂຶ້ນແບບໂດຍກົງ ຢູ່ສຳນັກງານລັດຖະບານ ສົມທົບທາງໄກໂດຍມີການເຊື່ອມຕໍ່ກັບ 700 ແຫ່ງຢູ່ 63 ແຂວງ, ນະຄອນ ໃນທົ່ວປະເທດ.
ຍສໝ - ຫວ່າງແລ້ວນີ້, ຢູ່ຫໍງານສົບແຫ່ງຊາດ (ເຮືອນເລກທີ 5 ເຈິ່ນແທງຕົງ, ນະຄອນຮ່າໂນ້ຍ), ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ແລະ ຄອບຄົວໄດ້ຈັດຕັ້ງພິທີໄຫວ້ອາໄລຢ່າງສົມກຽດ, ພິທີອາໄລຫາ ອະດີດເລຂາທິການສູນກາງພັກ, ອະດີດຮອງນາຍົກລັດຖະມົນຕີ ຫງວຽນກົນ, ຈັດງານສົບລະດັບຊາດ.
ຍສໝ - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຫາກໍ່ຮຽກຮ້ອງໃຫ້ກະຊວງສາທາລະນະສຸກ ຈົ່ງອອກເອກະສານແນະນໍາຢ່າງລະອຽດໃຫ້ຄະນະກຳມະການປະຊາຊົນ ແລະ ບັນດາພະແນກສາທາລະນະສຸກຂອງບັນດາແຂວງ, ນະຄອນ ເລັ່ງຈັດຕັ້ງການສັກວັກຊິນປ້ອງກັນ ແລະ ເພີ່ມທະວີການປິ່ນປົວພະຍາດ F0 ຢູ່ບ້ານ.
ຍສໝ - ຕອນບ່າຍ ວັນທີ 10 ມັງກອນ, ທ່ານນາຍົກລັດຖະມົນຕີ ສປປ ລາວ ພັນຄຳ ວິພາວັນ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງລັດຖະບານ ໄດ້ເດີນທາງອອກຈາກ ນະຄອນຫຼວງ ຮ່າໂນຍ, ສິ້ນສຸດການຢ້ຽມຢາມ ສສ ຫວຽດນາມ ເປັນທາງການຢ່າງຈົບງາມ ໃນລະຫ່ວາງວັນທີ 08 -10 ມັງກອນ 2022, ໂດຍຕອບສະໜອງຄຳເຊີນຂອງ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ.
ຍສໝ - ການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີລາວ ພັນຄຳ ວິພາວັນ ບໍ່ພຽງແຕ່ຕັ້ງຢືນຄວາມສະໜິດຕິດພັນ, ການຮ່ວມມືຮອບດ້ານ ລະຫວ່າງ ລາວ - ຫວຽດນາມ ເທົ່ານັ້ນ ຫາກຍັງແມ່ນພະຍານຫຼັກຖານໃຫ້ແກ່ສາຍພົວພັນຢ່າງສະໜິດແໜ້ນລະຫວ່າງສອງປະເທດ.
ຍສໝ - ທີ່ພິທີສະເຫຼີມສະຫຼອງ 110 ປີແຫ່ງວັນຄ້າຍວັນເກີດຂອງທ່ານພົນເອກ ຫວໍງວຽນຢາບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ກ່າວສູນທອນພົດທີ່ລະນຶກ.
ຍສໝ - ຕອນເຊົ້າວັນທີ 21 ທັນວານີ້, ກະຊວງຍຸຕິທຳໄດ້ຈັດກອງປະຊຸມຜ່ານທາງອອນລາຍກ່ຽວກັບການຈັດຕັ້ງປະຕິບັດວຽກງານຕຸລາການ ປີ 2022 ຢູ່ 63 ຈຸດເຊື່ອມຕໍ່ທາງໄກໃນແຂວງ, ນະຄອນ.
ຍສໝ - ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຫາກໍ່ລົງນາມໂທລະເລກລັດຖະການເລກທີ 1745 ໃນວັນທີ 19 ທັນວາ ປີ 2021 ຂອງທ່ານນາຍົກລັດຖະມົນຕີ ກ່ຽວກັບການເພີ່ມທະວີວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ຄວບຄຸມເຊື້ອໄວຣັດກາຍພັນ Omicron.
ຍສໝ - ໂດຍໄດ້ຮັບຂ່າວວ່າພາຍຸໝູນພັດເຂົ້າຫຼາຍລັດຢູ່ພາກກາງ ອາເມລິກາ, ເປັນຕົ້ນແມ່ນ Kentuky ໂດຍກໍ່ຜົນເສຍຫາຍຢ່າງໃຫຍ່ຫຼວງ ແລະ ເຮັດໃຫ້ ກ່ວາ 100 ຄົນເສຍຊີວິດ, ວັນທີ 12 ທັນວາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສົ່ງໂທລະເລກສະແດງຄວາມເສົ້າສະຫຼົດໃຈເຖິ ງທ່ານປະທານາທິບໍດີ ອາເມລິກາ Joe Biden.
ຫວ່າງແລ້ວນິີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໄດ້ເປັນປະທານກອງປະຊຸມແບບທາງໄກລະຫວ່າງຄະນະຊີ້ນຳແຫ່ງຊາດ ກັບຄະນະຊີ້ນຳ 63 ແຂວງ, ນະຄອນກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.
ຕອນບ່າຍວັນທີ 25 ພະຈິກ (ຕາມເວລາຢູ່ຍີ່ປຸ່ນ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເດີນທາງອອກຈາກສະໜາມບິນສາກົນ Haneda (ໂຕກຽວ) ສິ້ນສຸດການຢ້ຽມຢາມ ຍີ່ປຸ່ນຢ່າງເປັນທາງການ ແຕ່ວັນທີ 22 – 25 ພະຈິກ ຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio ຢ່າງຈົບງາມ.
ຍສໝ - ຕອນເຊົ້າຂອງວັນທີ 24 ພະຈິກ, ສືບຕໍ່ການເຄື່ອນໄຫວໃນທ່າມກາງການມາຢ້ຽມຢາມຍີ່ປຸ່ນຢ່າງເປັນທາງການ, ທ່ານນາຍົກລັດຖະມົນຕີ ຟ໋າມມິງຈີງ ໄດ້ຕ້ອນຮັບທ່ານ Kitaoka Shinichi ປະທານອົງການນ່ວມມືສາກົນຍີ່ປຸ່ນ (JICA).
ຍສໝ - ຫວ່າງແລ້ວນີ້, ຫ້ອງວ່າການລັດຖະບານຫາກໍ່ມີໂທລະເລກທາງການເລກທີ 8149 ເພື່ອແນໃສ່ສົ່ງຄຳເຫັນຊີ້ນຳຂອງທ່ານນາຍົກລັດຖະມົນຕີກ່ຽວກັບການສືບຕໍ່ເພີ່ມທະວີການປະຕິບັດບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.
ຕອນບ່າຍວັນທີ 6 ພະຈິກ 2021, ເຮືອບິນສົ່ງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ຄະນະຜ້ແທນຂັ້ນສູງ ລັດຖະບານ ຫວຽດນາມ ໄດ້ມາຮອດ ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມກອງປະຊຸມ COP26.
ຍສໝ - ຕອນບ່າຍວັນທີ 3 ພະຈິກ, ຢູ່ວັງ Matignon, ທ່ານ ຟ້າມມີງຈິ໊ງ ນາຍົກລັດ ຖະມົນຕີຫວຽດນາມ ໄດ້ມີການເຈລະຈາກັບທ່ານ Jean Castex ນາຍົກລັດຖະມົນຕີຝະຣັ່ງ ແລະເປັນສັກຂີພິຍານພິທີລົງນາມໃນຂໍ້ຕົກລົງ ແລະ ເອກະສານຮ່ວມມືຫຼາຍສະບັບລະຫວ່າງສອງປະເທດ.
ວັນທີ 31 ຕຸລາ, ຢູ່ນະຄອນ Edinburgh , Scotland, ລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມ COP 26 ແລະ ຢ້ຽມຢາມເຮັດວຽກຢູ່ ອັງກິດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບການນຳວິສາຫະກິດ, ມະຫາວິທະຍາໄລ ຂອງ ອັງກິດຈຳນວນໜຶ່ງ.