ຍສໝ - ໃນ 8 ເດືອນຕົ້ນປີ 2023, ນັກທ່ອງທ່ຽວສາກົນເຂົ້າປະເທດພວກເຮົາບັນລຸກວ່າ 7,8 ລ້ານເທື່ອຄົນ, ເກືອບຮອດເປົ້າໝາຍທັງປີ 2023. ການເລັ່ງລັດບັນດາຂະແໜງທ່ອງທ່ຽວທັງໝົດໃນຊຸມເດືອນມໍ່ໆມານີ້ໄດ້ເລີ່ມມີປະສິດທິຜົນຢ່າງຕັ້ງໜ້າ.
ຍສໝ - ເພື່ອໃຫ້ການທ່ອງທ່ຽວ ກ໋ວາງບິ່ງ ຟື້ນຟູໃນປີ 2022, ທາງແຂວງກໍ່ຍູ້ແຮງວຽກງານໂຄສະນາເຜີຍແຜ່ການທ່ອງທ່ຽວແຂວງ ກ໋ວາງບິ່ງ ໄປຍັງບັນດາຕະຫຼາດພາຍໃນປະເທດ ແລະ ສາກົນ ດ້ວຍຫຼາຍຮູບແບບ, ມີເນື້ອໃນອຸດົມສົມບູນ, ເປັນສະເພາະຕາມແຕ່ລະລຳດັບຂອງການຕະຫຼາດ ດ້ວຍຫົວຂໍ້ “ກ໋ວາງບິ່ງ - ສະຖານທີ່ທ່ອງທ່ຽວທຳມະຊາດ, ປອດໄພ ແລະ ມີຄວາມແຕກຕ່າງ”.
ຍສໝ - ຕາມບໍລິສັດທ່ອງທ່ຽວ Indochina Unique (ດ່ານັ້ງ) ແລ້ວ, ຫົວໜ່ວຍຮັບແຂກ ທ່ອງທ່ຽວໄທ ຢູ່ດ່ານັ້ງ, ນັບແຕ່ໄດ້ເປີດບໍລິການ, ຂົວ ວ່າງ (ຂົວເຫຼືອງ) ຢູ່ເຂດທ່ອງທ່ຽວ Sun World Ba Na Hills (ດ່ານັ້ງ) ໄດ້ສ້າງຜົນສະທ້ອນຢ່າງແຮງ ແລະ ປົກຄຸມໃນທຸກ ພາຫະນະສື່ມວນຊົນໄທ. ຖ້ຽວບິນສອງສົ້ນ, ລາຍການທ່ອງທ່ຽວຂອງນັກທ່ອງທ່ຽວໄທ ລ້ວນແຕ່ມີສະຖານທີ່ທ່ອງທ່ຽວຄື ນະຄອນດ່ານັງ ແລະ ຂົວເຫຼືອງ.
ຍສໝ - ທ່ານ ຫງວຽນວັນກ໋ວາງ, ເລຂາຄະນະພັກນະຄອນ ດ່ານັ້ງ ໄດ້ສະແດງຄວາມຫວັງຢາກເພີ່ມທະວີການຮ່ວມມືລົງທຶນ ແລະ ການທ່ອງທ່ຽວລະຫວ່າງ ດ່ານັ້ງ ແລະ ບັນດາທ້ອງຖິ່ນຂອງມາເລເຊຍ.
ຍສໝ - ງານຕະຫຼາດນັດມີການເຂົ້າຮ່ວມຂອງຮ້ານວາງສະແດງຂາຍສິນຄ້າ 300 ຮ້ານ ຂອງ 150 ວິສາຫະກິດທີ່ມາຈາກບັນາດແຂວງ, ນະຄອນໃນທົ່ວປະເທດ
ຍສໝ - ໂດຍຕັ້ງຢູ່ຫ່າງໄກຈາກຫາດຊາຍທີ່ມີຊື່ສຽງ, ບັນດານະຄອນໃຫຍ່ ແລະ ບັນດາມໍລະດົກໂລກ, ຊາປາ ແມ່ນເທດສະບານເຂດພູສູງທີ່ສະຫງົບສຸກ ຢູ່ແຂວງ ລາວກາຍ, ທາງທິດຕາເວັນຕົກສ່ຽງເໜືອຂອງ ຫວຽດນາມ.
ຍສໝ - ວັນທີ 06 ພຶດສະພາ, ຢູ່ນະຄອນຫຼວງ ພະນົມເປັນ, ປະເທດ ຈຳປູເຈຍ, ທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫງວຽນວັນຮຸ່ງ ໄດ້ມີການພົບປະ, ເຮັດວຽກ ແລະ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳ ກ່ຽວກັບການຮ່ວມມືດ້ານການທ່ອງທ່ຽວ ຫວຽດນາມ - ກຳປູເຈຍ ກັບທ່ານລັດຖະມົນຕີກະຊວງທ່ອງທ່ຽວ ກຳປູເຈຍ ທ່ານ Thong Khon.
ຍສໝ - ຢູ່ແຂວງ ຈ່າວິງ, ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຂວງ ໃຫ້ຮູ້ວ່າ ໃນຊຸມວັນຜ່ານມາ ແຕ່ວັນທີ 29 ເມສາ ຫາວັນທີ 3 ພຶດສະພາ, ຈຳນວນແຂກທ່ອງທ່ຽວມາ ຈາວິງ ກໍເພີ່ມຂຶ້ນຢ່າງແຮງ, ດ້ວຍ 85.000 ເທື່ອຄົນ (ເພີ່ມຂຶ້ນ 50.000 ເທື່ອຄົນ ເມື່ອທຽບໃສ່ປີກາຍ) ແລະ ສ້າງລາຍຮັບລວມທັງໝົດກວ່າ 46 ຕື້ດົ່ງ (ເກືອບ 2 ລ້ານ USD).
ວັນທີ 29 ເມສາ, ຕາມຂໍ້ມູນຢ່າງເປັນທາງການຂອງກົມໃຫຍ່ການທ່ອງທ່ຽວ (ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ) ໃຫ້ຮູ້ວ່າ: ໃນເດືອນເມສາ ປີ 2023, ມີແຂກທ່ອງທ່ຽວສາກົນມາ ຫວຽດນາມ ກ່ວາ 984.000 ເທື່ອຄົນ
ຍສໝ - ທ່ານນາງ ເຈືອງທິຮົ່ງແຮ໊ງ, ຫົວໜ້າພະແນກການທ່ອງທ່ຽວນະຄອນດ່ານັ້ງ ໃຫ້ຮູ້ວ່າ ໂຄງການ “Enjoy Da Nang 2023” ຈະໄດ້ຮັບການປະຕິບັດດ້ວຍຮູບແບບໃໝ່, ຕອບສະໜອງຄວາມຕ້ອງການ, ຄວາມນິຍົມ ແລະ ທ່າອ່ຽງຂອງບັນດາປະເທດໃນປັດຈຸບັນ.
ຍສໝ - ວາລະສານ Forbes ເຊີດຊູລາວ ມີສະເໜ່ກ່ຽວກັບບັນດາສະຖານທີ່ວັດທະນະທຳ, ການລົງພຶດຕິກຳກາງແຈ້ງ ແລະ ຄວາມມີສະເໜ່ເໜືອການເວລາ” ສ່ວນຫຼາຍຍັງຮັກສາໄດ້ຄວາມປະຖົມປະຖານ ບໍ່ຖືກຜົນສະທ້ອນຈາກການຫັນເປັນການຄ້າ
ຍສໝ - ຫ້ອງວ່າການລັດຖະບານຫາກໍ່ປະກາດບົດສະຫຼຸບຂອງຄະນະປະຈຳລັດຖະບານ ຢູ່ກອງປະຊຸມທີ່ກ່ຽວຂ້ອງເຖິງການຍົກເວັ້ນວີຊາແບບຝ່າຍດຽວຂອງ ຫວຽດນາມ ໃຫ້ແກ່ພົນລະເມືອງບັນດາປະເທດ ແລະ ບາງນະໂຍບາຍໃໝ່ໃນຂົງເຂດຄຸ້ມຄອງການສົ່ງອອກນຳເຂົ້າ, ຜ່ານແດນ, ພັກເຊົາຂອງຊາວຕ່າງປະເທດຢູ່ ຫວຽດນາມ.
ຍສໝ - ຄະນະກຳມະການປະຊາຊົນແຂວງໄດ້ສ້າງຕັ້ງຄະນະຈັດຕັ້ງພິທີບູຊາເຈົ້າຊີວິດຮຸ່ງ ແລະ ສັບປະດາວັດທະນະທຳ - ທ່ອງທ່ຽວເຂດດິນແດນບັນພະບຸລຸດ ປີ 2023 ໂດຍທ່ານ ໂຮ່ດ້າຍຢຸງ, ຮອງປະທານຄະນະກຳມະການປະຊາຊົນແຂວງເປັນຫົວໜ້າຄະນະ. ປັດຈຸບັນບັນດາຫົວໜ່ວຍພວມຕັ້ງໜ້າຜັນຂະຫຍາຍບັນດາໜ້າທີ່ຕາມແຜນການທີ່ວາງອອກ.
ຍສໝ - ກອງປະຊຸມໄດ້ດຳເນີນໄປພາຍຫຼັງ 1 ປີທີ່ ຫວຽດນາມ ໄດ້ເປີດປະຕູການທ່ອງທ່ຽວຄືນໃໝ່ (ວັນທີ 15/03/2022). ເຂົ້າຮ່ວມມີທ່ານຮອງນາຍົກລັດຖະມົນຕີ ເຈີ່ນຮົ່ງຮ່າ, ການນຳບັນດາກະຊວງ, ຂະແໜງການ, 63 ແຂວງ, ນະຄອນ, ສະມາຄົມການທ່ອງທ່ຽວ, ວິສາຫະກິດ ແລະ ບໍລິສັດການບິນ. Hội nghị diễn ra sau đúng 1 năm Việt Nam mở cửa du lịch trở lại (15/3/2022). Cùng dự có Phó Thủ tướng Trần Hồng Hà, lãnh đạo các bộ, ngành, 63 tỉnh, thành phố và các hiệp hội, doanh nghiệp về du lịch, các hãng hàng không.
ຍສໝ - ເຂົ້າຮ່ວມກອງປະຊຸມມີທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ; ບັນດາລັດຖະມົນຕີ, ຫົວໜ້າບັນດາກະຊວງ, ອົງການທຽບເທົ່າກະຊວງ, ອົງການຂຶ້ນກັບລັດຖະບານ; ປະທານຄະນະກຳມະການປະຊາຊົນແຂວງ, ນະຄອນ; ຜູ້ຕາງໜ້າບັນດາອົງການຈັດຕັ້ງ, ສະມາຄົມ, ວິສາຫະກິດລົງທຶນທຸລະກິດທ່ອງທ່ຽວ ແລະ ບັນດາຂະແໜງການທີ່ກ່ຽວຂ້ອງ; ຜູ້ຊ່ຽວຊານດ້ານເສດຖະກິດ.
ຍສໝ - ໂດຍໄດ້ຮັບການຕີລາຄາຢ່າງຕັ້ງໜ້າຈາກແຂກທ່ອງທ່ຽວ, ດ້ວຍຄະແນນສະເລ່ຍແຕ່ 4,5/5, ຫາດຊາຍໝີເຄ (ດ່ານັງ, ຫວຽດນາມ) ໄດ້ນອນໃນ Top 10 ຫາດຊາຍງາມທີ່ສຸດຢູ່ອາຊີ ປີ 2023 ຕາມການປະກາດຂອງ Tripadvisor , ເວັບໄຊແຖວໜ້າກ່ຽວກັບການໂປຼແກຼມການທ່ອງທ່ຽວ.
ຍສໝ - ວັນທີ 24 ກຸມພາ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳໄທ ຟານຈີແທງ ໄດ້ມີການພົບປະກັບທ່ານ ສຸວິດ ຈັນວອນ ເຈົ້າແຂວງ ໜອງບົວລຳພູ ເພື່ອປຶກສາຫາລືວິທີຊຸກຍູ້ການຮ່ວມມືຢູ່ທ້ອງຖິ່ນລະຫວ່າງ 2 ປະເທດໃນຂົງເຂດການລົງທຶນ, ການຄ້າ, ເສດຖະກິດ, ການທ່ອງທ່ຽວ, ວັດທະນະທຳ ແລະ ການພົບປະແລກປ່ຽນປະຊາຊົນ.
ຍສໝ - ຕາມທ່ານນາງ ຫງວຽນທິແອັງຮວາ, ຫົວໜ້າພະແນກທ່ອງທ່ຽວນະຄອນແລ້ວ, ນະຄອນໂຮຈີມິນ ແມ່ນແຂວງນຳໜ້າດ້ານເສດຖະກິດ, ແມ່ນສູນວັດທະນະທຳ, ການສຶກສາ, ວິທະຍາສາດເຕັກໂນໂລຢີ ແລະ ກໍ່ແມ່ນສູນການທ່ອງທ່ຽວໃຫຍ່ທີ່ສຸດຂອງ ຫວຽດນາມ. ກ່ອນເກີດພະຍາດໂຄວິດ - 19, ການທ່ອງທ່ຽວໄດ້ປະກອບສ່ວນ ສະເລ່ຍ 10 – 11% GRDP ຂອງນະຄອນ, ດຶງດູດເກືອບ 50% ແຂກທ່ອງທ່ຽວສາກົນ ແລະ 1/3 ຈຳນວນແຂກທ່ອງທ່ຽວພາຍໃນປະເທດ, ປະກອບສ່ວນ ¼ ລາຍຮັບການທ່ອງທ່ຽວຂອງທົ່ວປະເທດ.
ຍສໝ - ໃນໄລຍະຈະມາເຖິງ, ຫວຽດນາມ ຕ້ອງຄິດໄລ່ເຖິງການປັບປຸງນະໂຍບາຍຍົກເວັ້ນວິຊາ ໃຫ້ແກ່ແຂກທ່ອງທ່ຽວສາກົນ ນັບທັງຂອບເຂດ ແລະ ເວລາປະຕິບັດ, ຜ່ານນັ້ນຈະຊ່ວຍຍົກສູງຄວາມສາມາດໃນການແກ້ງແຍ້ງ, ດຶງດູດການລົງທຶນໂດຍກົງ ແລະ ເພີ່ມທະວີແຂກທ່ອງທ່ຽວສາກົນ, ຈາກນັ້ນ ກໍ່ເພີ່ມລາຍຮັບເງິນຕາຕ່ງປະເທດ ແລະ ສ້າງວຽກເຮັດງານທຳຕື່ມອີກ.
ຊຸມວວັນຕົ້ນລະດູບານໃໝ່ປີແມວ 2023, ເຂດປູຊະນີຍະສະຖານ ແລະ ທັດສະນີຍະພາບ ອຽນຕື ໄດ້ຕ້ອນຮັບແຂກທ່ອງທ່ຽວ ນັບແສນເທື່ອຄົນ ມາທ່ຽວຊົມໄຫວ້ບູຊາພະພຸດທະເຈົ້າ ຍາມລະດູບານໃໝ່.