ນັກ​ທ່ອງ​ທ່ຽວ​ມີ​ຄວາມ​ຕື່ນ​ເຕັ້ນ​ ທີ່​ຈະ​ໄດ້​ສຳ​ຜັດ​ກັບ​ເຂດ​ທິວ​ທັດ​ນ້ຳ​ຕົກ​ບ້ານ​ຈົກ-ດຶກ​ທຽນ

07:11 | 16/09/2023

ຍສໝ - ກຸ່ມນັກທ່ອງທ່ຽວທຳອິດໄດ້ສຳຜັດກັບທິວທັດນ້ຳ​ຕົກ​ບ້ານ​ຈົກ (ຫວຽດນາມ) - ດຶກແທ່ງ (ຈີນ) ພາຍຫຼັງລັດຖະບານຂອງ 2 ຝ່າຍໄດ້ດຳເນີນການທົດລອງໃຫ້ນັກທ່ອງທ່ຽວຂອງ 2 ປະເທດເດີນທາງກັບໄປມາຍັງເຂດພູມສັນຖານແຫ່ງນີ້ຕັ້ງແຕ່ຕອນເຊົ້າ 15 ເດືອນກັນຍາ.

ໂນນພູ​ຫຍ້າໄໝ້​ທີ່ກວ້າງ​​ໃຫຍ່ ງາມ​ຄືໃນ​​ຮູບ​ເງົາ, ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຢູ່​ກາວ​ບັ່ງ ໂນນພູ​ຫຍ້າໄໝ້​ທີ່ກວ້າງ​​ໃຫຍ່ ງາມ​ຄືໃນ​​ຮູບ​ເງົາ, ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຢູ່​ກາວ​ບັ່ງ
15 ນ້ຳ​ຕົກ​ຕາດ​ທີ່​ສວຍ​ງາມ​ທີ່​ສຸດ​ຢູ່​ຫວຽດ​ນາມ 15 ນ້ຳ​ຕົກ​ຕາດ​ທີ່​ສວຍ​ງາມ​ທີ່​ສຸດ​ຢູ່​ຫວຽດ​ນາມ

ພາຍຫຼັງ​ພິທີ​ປະກາດ​ໃນ​ຕອນ​ເຊົ້າ​ວັນ​ທີ 15 ກັນຍາ​ທີ່​ຈັດ​ຂຶ້ນ​ຢູ່​ດ່ານ​ກວດກາ 834/1 ຮ່ວມ​ກັນ​ໂດຍ​ແຂວງ​ກາວ​ບັງ ​ແລະ ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງ​ກວາງຊີ, 3 ຄະນະ​ຜູ້​ແທນ​ຫວຽດນາມ ​ແລະ 3 ຄະນະ​ນັກ​ທ່ອງ​ທ່ຽວ​ຈີນ​ໄດ້​ດຳ​ເນີນ​ບັນດາ​ລະບຽບ​ການ​ຜ່ານ​ດ່ານ​ຊາຍ​ແດນ​ທັງ​ສອງຝ່າຍ.

ນັກ​ທ່ອງ​ທ່ຽວ​ມີ​ຄວາມ​ຕື່ນ​ເຕັ້ນ​ ທີ່​ຈະ​ໄດ້​ສຳ​ຜັດ​ກັບ​ເຂດ​ທິວ​ທັດ​ນ້ຳ​ຕົກ​ບ້ານ​ຈົກ-ດຶກ​ທຽນ

ຍ້ອນ​ມີ​ການ​ກະກຽມ​ລ່ວງ​ໜ້າ​ຢ່າງ​ລະມັດລະວັງ, ລະບຽບ​ການ​ກວດ​ຄົນ​ເຂົ້າ​ເມືອງ​ໄດ້​ດຳ​ເນີນ​ຢ່າງ​ວ່ອງ​ໄວ ​ແລະ ມີ​ຄວາມ​ຄິດ​ເຫັນ​ຈາກ​ກຳລັງ​ດ່ານ​ພາສີ ​ແລະ ປ້ອງ​ກັນ​ຊາຍ​ແດນ​ຂອງ 2 ປະ​ເທດ, ຮັບປະກັນ​ຄວາມ​ປອດ​ໄພ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ.

ການ​ດຳ​ເນີນ​ການ​ທົດ​ລອງ​ໃຫ້​ນັກ​ທ່ອງ​ທ່ຽວ​ຜ່ານ​ເຂດ​ພູມ​ສັນ​ຖານ​ຍັງ​ໄດ້​ນຳ​ຄວາມ​ຕື່ນ​ເຕັ້ນ​ມາ​ໃຫ້​ປະ​ຊາ​ຊົນ​ສອງ​ປະ​ເທດ. ທີ່​ພິທີ​ປະກາດ​ໃນ​ຕອນ​ເຊົ້າ​ວັນ​ນີ້, ການ​ນຳ 2 ທ້ອງ​ຖິ່ນ​ຍັງ​ຢືນຢັນ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ​ຈະ​ສືບ​ຕໍ່​ປັບປຸງ​ກົນ​ໄກ​ເຄື່ອນ​ໄຫວ ​ແລະ ສືບ​ຕໍ່​ລົງທຶນ​ເພື່ອ​ໃຫ້​ທັດສະນີ​ຍະ​ພາບ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.