ຍສໝ - ເລື່ອງສອງປະເທດປະຕິບັດສຳເລັດວຽກງານມອບຮັບແຜນທີ່ພູມີປະເທດເຂດຊາຍແດນລະຫວ່າງ ຫວຽດນາມ ກຳປູເຈຍແມ່ນພື້ນຖານສຳຄັນເພື່ອຊຸກຍູ້ການຈັດຕັ້ງເພື່ອຊຸກຍູ້ການຈັດຕັ້ງພິທີ່ແລກປ່ຽນເອກະສາຮັບຮອງເອົາສັນຍາວ່າດ້ວຍປັບປຸງສັນຍາວາງແຜນກຳນົດເຂດຊາຍແດນແຫ່ງຊາດປີ 1985 ແລະ ສັນຍາວ່າດ້ວຍການປັບປຸງປີ 2005
ຍສໝ - ຕອນບ່າຍຂອງວັນທີ 19/4 ຢູ່ຕາແສງບິງຟູ, ເມືອງເຕິ່ນໂຮງ, ແຂວງດົງຖາບ, ກອງບັນຊາການທະຫານຊາດແດນແຂວງດົງທາບ ສົມທົບກັບສະຫະພັນແມ່ຍິງ 3 ແຂວງ ຄື ດົງຖາບ, ເຮົາຢ່າງ, ບັກລຽວ ຈັດຕັ້ງສະຫຼຸບການປະຕິບັດແຜນງານ “ ຮ່ວມກັນເດີນທາງກັບແມ່ຍິງຊາຍແດນ” ປີ 2021.
ຍສໝ - ວັນທີ 17 ມີນານີ້, ກອງປະຊຸມໃຫຍ່ຜູ້ບັນຊາການກຳລັງປ້ອງກັນປະເທດອາຊຽນ (ACDFM-19) ຄັ້ງທີ 19 ໄດ້ໄຂຂຶ້ນຢູ່ນະຄອນຫຼວງພະນົມເປັນ ໂດຍການເປັນປະທານຂອງທ່ານພົນເອກ Vong Pisen ຜູ້ບັນຊາການສູງສຸດກອງທັບລາດຊະວົງກຳປູເຈຍ.
ທ່ານພົນຈັດຕະວາ ເລເຕິນເຕີຍ ຢັ້ງຢືນວ່າ ກຳມາທິການ ປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ຂອງ ສະພາແຫ່ງຊາດ ຫວຽດນາມ ຍາມໃດກໍ່ກຽມພ້ອມໃຫ້ການຮ່ວມມືກັບກຳມາທິການ ປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ຂອງ ສະພາແຫ່ງຊາດລາວ ຢ່າງແໜ້ນແຟ້ນ.
ຍສໝ - ຕາມສຳນັກຂ່າວສານ ຫວຽດນາມ ແລ້ວ, ທ່ານນາຍົກລັດຖະມົນຕີ ໄດ້ຊີ້ແຈ້ງວ່າ ກອງປະຊຸມໃຫຍ່ຄັ້ງທີ 13 ໄດ້ຢັ້ງຢືນວ່າ ຫວຽດນາມສືບຕໍ່ເສັ້ນທາງທາງການທູດທີ່ເປັນເອກະພາບ, ເປັນເຈົ້າຕົນເອກ, ຫັນການພົວພັນເປັນຫຼາຍຮູບຫຼາຍແບບ. ໃນນັ້ນ, ສະຫະພັນ ລັດເຊຍ ແມ່ນຄູ່ຮ່ວມມືທີ່ມາແຕ່ດົນນານ, ຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ຍາມໃດກໍ່ໄດ້ຮັບການບຸລິມະສິດສູງໃນນະໂຍບາຍທາງການທູດ ຂອງ ຫວຽດນາມ.
ຍສໝ - ດ້ວຍນະໂຍບາຍປ້ອງກັນຊາດສັນຕິພາບ, ປ້ອງກັນຕົວ, ຫວຽດນາມ ໄດ້ຮ່ວມມືດ້ານປ້ອງກັນຊາດກັບຫຼາຍປະເທດ, ພ້ອມກັນປະກອບສ່ວນເຂົ້າໃນສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຂອງພາກພື້ນ ແລະ ໃນໂລກ.
ຍສໝ - ທີ່ການຖະແຫຼງຂ່າວໂດຍກະຊວງການຕ່າງປະເທດ ຫວຽດນາມຈັດຂຶ້ນໃນຕອນບ່າຍວັນທີ 7 ຕຸລາ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ໄດ້ຕອບຄຳຖາມທີ່ກ່ຽວຂ້ອງເຖິງຮູບເງົາ ກອງທັບເວືອງບ່າຍ ຂອງ ຈີນ ດ້ວຍເນື້ອໃນທີ່ເສັກສັນປັ້ນແຕ່ງ ການຕໍ່ສູ້ປົກປ້ອງຊາຍແດນທາງພາກເໜືອຂອງ ຫວຽດນາມ ໃນຊຸມປີ 1980.
ຍສໝ - ປັດຈຸບັນ, ເມືອງນ້ຳໂປມີເສັ້ນຊາຍແດນທີ່ມີລວງຍາວກ່ວາ 120 ກິໂລແມັດຕິດພັນກັບປະເທດ ສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ ໂດຍ ປ້ອນທະຫານຊາຍແດນ 5 ຫ່ວງຄຸ້ມຄອງ. ດ້ວຍທິດນຳທີ່ວ່າ “ຕ້ານໂລກລະບາດຄືຕ້ານສັດຕູ”, ປ້ອນທະຫານຊາຍແດນແຫ່ງຕ່າງໆໃນບໍລິເວນເມືອງນ້ຳໂປສືບຕໍ່ຮັກສາ 17 ກຸ່ມກີດຂວາງ, ຄວບຄຸມ, ຕ້ານໂລກລະບາດໂຄວິດ - 19.
ຍສໝ - ກະຊວງໂຍທາທະການ ແລະ ຄົມມະນາຄົມ ກຳປູເຈຍກໍ່ຈະສ້າງບັນດາຄິວຈອດລົດສົ່ງສິນຄ້າ ແລະ ຮຽກຮ້ອງໃຫ້ພະນັກງານພາສີແບ່ງແຍກເວລາເຮັດວຽກໂດຍບໍ່ມີເວລາຜັກຜ່ອນຕອນທ່ຽງ ເພື່ອອາດຈະແກ້ໄຂລະບຽບການໂດຍໄວ, ສ້າງເງື່ອນໄຂໃຫ້ແກ່ການຂົນສົ່ງສິນຄ້າ
ຕອນບ່າຍວັນທີ 11 ມິຖຸນາ, ທ່ານພົນໂທ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ມີການເຈລະຈາທາງໂທລະສັບກັບທ່ານພົນເອກ Sergey Kuzhugetovich Shoygu, ລັດຖະມົນຕີກະຊວງປ້ອງກັນປະເທດ ສະຫະພັນ ລັດເຊຍ.
ຍສໝ - ໃນຊຸມປີມໍ່ໆມານີ້, ນອກຈາກການເຄື່ອນໄຫວຜະລິດ ແລະ ດຳເນີນທຸລະກິດເພື່ອຮັບປະກັນການສະໜອງໄຟຟ້າໃຫ້ພຽງພໍເພື່ອພັດທະນາເສດຖະກິດ - ສັງຄົມ ແລະ ຊີວິດປະຈຳວັນຂອງປະຊາຊົນ, ກຸ່ມບໍລິສັດໄຟຟ້າຫວຽດນາມ (EVN) ຍາມໃດກໍ່ກຳນົດວ່າ ການສະໜອງໄຟຟ້າໃຫ້ຊົນນະບົດ, ເຂດພູດອຍ ແລະ ໝູ່ເກາະແມ່ນວຽກງານການເມືອງສຳຄັນ.
ທ່ານນາງອະດີດຮອງປະທານປະເທດ ຫວຽດນາມ ດັ້ງທິງອກທິ້ງ ພ້ອມດ້ວຍການນຳແຂວງ ກວ໋າງນາມ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແກ່ປະຊາຊົນຢູ່ຕາແສງຊາຍແດນ ເມືອງ ນາມຢາງ, ແຂວງ ກວ໋າງນາມ.
“ນະໂຍບາຍປ້ອງກັນຊາດຂອງ ຫວຽດນາມ ແມ່ນສັນຕິພາບ, ປ້ອງກັນຕົວ ແລະ ເພື່ອປະຊາຊົນ. ປັດຈຸບັນ, ກອງທັບປະຊາຊົນ ຫວຽດນາມ ພວມຕັ້ງໜ້າເຂົ້າຮ່ວມບັນດາຮູບແບບການຮ່ວມມືດ້ານປ້ອງກັນຊາດທີ່ເໝາະສົມທັງສອງຝ່າຍ ແລະ ຫຼາຍຝ່າຍກັບບັນດາປະເທດໃນໂລກ."
ສອງຝ່າຍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການເຮັດໃຫ້ສາຍພົວພັນ ຫວຽດນາມ - ອິນເດຍ ເລິກເຊິ່ງກວ່າອີກ, ປະກອບສ່ວນສຳຄັນເຂົ້າໃນການປະຕິບັດບັນດາເປົ້າໝາຍພັດທະນາຂອງແຕ່ລະປະເທດ. ການນຳສອງທ່ານກໍຕົກລົງເປັນເອກະພາບຍົກລະດັບສາຍພົວພັນສອງຝ່າຍ ຫວຽດນາມ - ອິນເດຍ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານແບບເພີ່ມທະວີ.
ຍສໝ - ກ່ອນແລະຫຼັງ ເປັນໜຶ່ງ, ຫວຽດນາມ ຍາມໃດກໍ່ຢຶດໝັ້ນກັບຫຼັກການແກ້ໄຂການຂັດແຍ້ງກັນຢູ່ທະເລຕາເວັນອອກໂດຍສັນຕິວິທີ, ບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ ແລະ ຜົນປະໂຫຍດອັນຊອບທຳຂອງບັນດາປະເທດ, ປະຕິບັດຕາມກົດໝາຍສາກົນ ໃນນັ້ນມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍ ທະເລປີ 1982 (UNCLOS 1982).
ຍສໝ - ວັນທີ 11 ກັນຍາ 2019, ຢູ່ສຳນັກງານກະຊວງປ້ອງກັນປະເທດລາວ ຢູ່ ນະຄອນຫຼວງວຽງຈັນ, ທ່ານພົນຕີຮ່ວາງຊວັນຈ໊ຽນ, ຜູ້ບັນຊາການທະຫານຊາຍແດນຫວຽດນາມ, ໄດ້ນຳໜ້າຄະນະຜູ້ແທນຫວຽດນາມມີການພົບປະເຈລະຈາກັບຄະນະຜູ້ແທນກົມທະຫານຊາຍແດນລາວໂດຍທ່ານພົນຈັດຕາວາ ສີພັນ ພຸດທະວົງ ຫົວໜ້າກົມເປັນຫົວໜ້າຄະນະ.
ຍສໝ - ໂດຍໄດ້ກາຍເປັນຄວາມສິ້ນເຄີຍ, ໃນວັນເສົາຂອງທຸກໆອາທິດ, ປ້ອມຣາດາ 575 ໄດ້ສົມທົບກັບຊາວໜຸ່ມ ແລະ ປະຊາຊົນທ້ອງຖິ່ນ ທຳຄວາມສະອາດຢູ່ຝັ່ງທະເລ, ສົມທົບກັນໂຄສະນາຂົນຂວາຍປະຊາຊົນ, ແຂກທ່ອງທ່ຽວຮ່ວມແຮງຮ່ວມໃຈໃນການທຳຄວາມສະອາດ ທະເລ.
ຍສໝ - ຂ້າພະເຈົ້າຊື່ ສົມຫວັງ ນິນທະວົງ, ເບີໂທລະສັບ: 008562099901208. ໃນເມື່ອກ່ອນ, ຂ້າພະເຈົ້າແມ່ນທີ່ປືກສາຝ່າຍເສດຖະກິດ ແລະ ການຄ້າ, ສະຖານທູດ ສປປ.ລາວ ປະຈຳ ສສ.ຫວຽດນາມ ອາຍຸການ 2016 – 2010, ອະດີດຫົວໜ້າຫ້ອງການກະຊວງອຸດສາຫະກຳ ແລະ ການຄ້າລາວ.
ຍສໝ - ທ່ານ ໂຕເລິມ ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ໄດ້ສະເໜີວ່າ: ຍິ່ງກ່າວເວລາໃດໝົດ, 3 ປະເທດພວກເຮົາຄວນສືບຕໍ່ຮ່ວມແຮງຮ່ວມໃຈ, ຮ່ວມມືຢ່າງແໜ້ນແຟ້ນ, ລະດົມແຫຼ່ງກຳລັງພາຍໃນຢູ່ໃນລະດັບສູງ, ຍາດແຍ່ງແຫຼ່ງກຳລັງພາຍນອກໃຫ້ດີທີ່ສຸດເພື່ອໜູນຊ່ວຍໃຫ້ແກ່ວຽກງານຕໍ່ສູ້, ປາບປາມ, ຕ້ານຢາເສບຕິດ.
ຍສໝ - ວັນທີ 15 ທັນວາ, ງານວາງສະແດງພາບຖ່າຍແບບທາງໄກ “ລະດູບານໃໝ່ເຂດຊາຍແດນ - ບຸນເຕັດຢູ່ເຂດທະເລໝູ່ເກາະ” ເພື່ອແນໃສ່ແນະນຳບັນດາພາບຖ່າຍທີ່ມີຊີວິດຊີວາ, ສ່ອງແສງຕົວຈິງ ໃນທຸກການເຄື່ອນໄຫວ, ການດຳລົງຊີວິດ, ບັນຍາກາດ ຕ້ອນຮັບລະດູບານໃໝ່ຂອງພະນັກງານ, ນັກຮົບ, ປະຊາຊົນເຂດຊາຍແດນ, ທະເລໝູ່ເກາະ ຂອງປະເທດຊາດໄປຍັງມະຫາຊົນ.