ສະໜິດຕິດພັນນ້ຳໃຈມິດຕະພາບລະຫວ່າງ ທະຫານຊາຍແດນ ຫວຽດນາມ-ລາວ

ສະໜິດຕິດພັນນ້ຳໃຈມິດຕະພາບລະຫວ່າງ ທະຫານຊາຍແດນ ຫວຽດນາມ-ລາວ

ຍສໝ - ປາດຖະໜາວ່າ ການພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ, ການຊ່ວຍເຫຼືອກັນລະຫວ່າງສອງແຂວງເທື່ອທຽນເຫວ້ ແລະເຊກອງ ເວົ້າລວມ, ລະຫວ່າງທະຫານຊາຍແດນແຂວງເທື່ອທຽນເຫວ້ ແລະກຳລັງປ້ອງກັນຊາຍແດນລາວ ເວົ້າສະເພາະຈະນັບມື້ນັບສະໜິດແໜ້ນ, ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.

75 ປີ​​​ແຫ່ງທະຫານ​ອາສາ​ສະໝັກ​ຫວຽດນາມ ຢູ່​ລາວ: ການເດີນທາງແຫ່ງ​ຄວາມ​ສາມັກຄີ ​ແລະການ​ເສຍສະຫຼະ

75 ປີ​​​ແຫ່ງທະຫານ​ອາສາ​ສະໝັກ​ຫວຽດນາມ ຢູ່​ລາວ: ການເດີນທາງແຫ່ງ​ຄວາມ​ສາມັກຄີ ​ແລະການ​ເສຍສະຫຼະ

ຍສໝ - ວັນ​ທີ 20 ຕຸລາ​ນີ້, ຢູ່​ນະຄອນ ບັກ​ຢາງ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ ບັກ​ຢາງ, ສະມາຄົມ​ມິດຕະພາບ​ ຫວຽດນາມ - ລາວ, ຄະນະ​ຕິດຕໍ່ປະສານງານທະຫານອາສາ​ສະໝັກ ​ແລະ ນັກ​ຊ່ຽວຊານ​ການ​ທະຫານ​ຫວຽດນາມ ຊ່ວຍການປະຕິວັດລາວ ແຂວງ ບັກ​ຢາງ ​ໄດ້​ສົມທົບ​ກັນເພື່ອຈັດຕັ້ງການພົບປະ, ການໂອ້ລົມສົນທະນາເນື່ອງໃນໂອກາດສະ​ເຫຼີມ​ສະ​ຫຼອງ 75 ປີ​ແຫ່ງ​ວັນມູນເຊື້ອ​ຂອງ​ທະຫານອາ​ສາ​ສະ​ໝັກ ແລະ ນັກ​ຊ່ຽວ​ຊານ​ການ​ທະ​ຫານ​ ຫວຽດ​ນາມ ຊ່ວຍການປະຕິວັດລາວ (30 ຕຸລາ 1949 – 30 ຕຸລາ 2024).

ທະຫານປ້ອງກັນຊາຍແດນແຂວງ ເງ້ອານ ແລະ ກອງຮ້ອຍທະຫານປ້ອງກັນຊາຍແດນ 217 (ລາວ) ລາດຕະເວນສອງຝ່າຍ ເພື່ອປ້ອງກັນຊາຍແດນ

ທະຫານປ້ອງກັນຊາຍແດນແຂວງ ເງ້ອານ ແລະ ກອງຮ້ອຍທະຫານປ້ອງກັນຊາຍແດນ 217 (ລາວ) ລາດຕະເວນສອງຝ່າຍ ເພື່ອປ້ອງກັນຊາຍແດນ

ຍສໝ - ວັນທີ 6 ແລະ 7 ມິຖຸນາ, ຄ້າຍທະຫານປ້ອງກັນຊາຍແດນ ຈີ່ເລ, ທະຫານປ້ອງກັນຊາຍແດນແຂວງ ເງ້ອານ ໄດ້ສົມທົບກັບກອງຮ້ອຍທະຫານປ້ອງກັນຊາຍແດນ 217, ກອງບັນຊາການແຂວງ ຫົວພັນ, ລາວ ຈັດການລາດຕະເວນສອງຝ່າຍຢູ່ດ່ານຊາຍແດນຂອງ 2 ຫົວໜ່ວຍຮັບຜິດຊອບ.

ເສີມສ້າງຄຸນສົມບັດທະຫານລຸງໂຮ່: ຂໍຂອບອົກຂອບໃຈ... ອາວທະຫານຫວຽດນາມ

ເສີມສ້າງຄຸນສົມບັດທະຫານລຸງໂຮ່: ຂໍຂອບອົກຂອບໃຈ... ອາວທະຫານຫວຽດນາມ

ຍສໝ - ອບອົກຂອບໃຈ... ອາວທະຫານຫວຽດນາມ. ນັ້ນແມ່ນຄຳເວົ້າຂອງເດັກນ້ອຍເຍົາວະຊົນຜູ້ 1 ຢູ່ນະຄອນ Pasay, ເຂດຕົວເມືອງ Manila (ຟີລິບປິນ) ເມື່ອໄດ້ຮັບຂອງຂວັນຈາກບັນດາພະນັກງານ, ນັກຮົບຕໍາຫຼວດທະເລເຂດ 2 (ກອງບັນຊາການຕໍາຫຼວດທະເລຫວຽດນາມ).

ນ້ຳໃຈທະຫານປະຊາຊົນໃນມື້ທີ່ແດດຮ້ອນ ແຫ້ງແລ້ງ

ນ້ຳໃຈທະຫານປະຊາຊົນໃນມື້ທີ່ແດດຮ້ອນ ແຫ້ງແລ້ງ

ຍສໝ - ມາ​ຮອດ​ເມືອງ ເຈີ່ນວັນເທີຍ, ອູ່ມິງ ແລະ ເຖີຍບິ່ງ ຂອງ​ແຂວງ ກາເມົາ​ ໃນ​ຊຸມ​ມື້​ສຸດ​ທ້າຍ​ຂອງ​ເດືອນ ເມສາ 2024, ຫຢູ່ຫຼາຍຄອງ​ນ້ຳ, ຮ່ອງນ້ຳກໍ​ແຫ້ງ​ແລ້ງ​​, ນ້ຳບາດານຫຼາຍ​ແຫ່ງ ກໍໝົດກ້ຽງ, ທັນຍາຫານທີ່ຫ່ຽວແຫ້ງ, ປະຊາຊົນ​ຂາດ​ທັງນ້ຳເພື່ອກິນ, ດື່ມ. ອາກາດ​ທີ່​ແຫ້ງ​ແລ້ງ​ຢູ່​ທີ່​ນີ້ ​ໄດ້​ກາຍເປັນຄວາມຮ້ອນເຮັ່ງໃຈກ່ວາ, ແຕ່ເມື່ອ​ໄດ້​ຮັບ​ນ້ຳ​ເຢັນ​ທີ່​ສົ່ງ​ມາ​ຈາກບັນດາ​ທະຫານ​ກອງທັບ​ເຮືອ ກໍ່ມີຄວາມຊຸ່ມຊື່ນໃຈກວ່າ.

ແບ່ງປັນຄວາມຮູ້, ປະສົບການໃນການຄຸ້ມຄອງຊາຍແດນກັບທະຫານຊາຍແດນຂອງປະເທດເພື່ອນລາວ

ແບ່ງປັນຄວາມຮູ້, ປະສົບການໃນການຄຸ້ມຄອງຊາຍແດນກັບທະຫານຊາຍແດນຂອງປະເທດເພື່ອນລາວ

ຍສໝ - ວັນທີ 16 ກັນຍາ, ຢູ່ແຂວງ ເງ້ອານ, ກອງບັນຊາການທະຫານຊາຍແດນແຂວງ ເງ້ອານ ໄດ້ເປີດຊຸດຝຶກອົບຮົມວຽກງານຄຸ້ມຄອງຊາຍແດນໃຫ້ແກ່ພະນັກງານທະຫານຊາຍແດນ 40 ຄົນຂຶ້ນກັບກອງບັນຊາການການທະຫານແຂວງ ຊຽງຂວາງ ແລະ ແຂວງ ຫົວພັນ ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

[ຮູບ​ພາບ] ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ ໄດ້​ພົບ​ປະ​ກັບອະດີດ​ທະຫານ​ອາສາ​ສະໝັກ

[ຮູບ​ພາບ] ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ ໄດ້​ພົບ​ປະ​ກັບອະດີດ​ທະຫານ​ອາສາ​ສະໝັກ

ຍສໝ - ​ໃນ​ຂອບ​ເຂດ​ການຢ້ຽມຢາມທາງ​ລັດຖະກິດ ຫວຽດນາມ, ​ວັນ​ທີ 11 ກັນຍາ ຢູ່​ຮ່າ​ໂນ້ຍ, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ປະທານ​ປະ​ເທດ ແຫ່ງ ສປປ ລາວ ທອງ​ລຸນ ສີ​ສຸ​ລິດ ​ໄດ້​ມີ​ການ​ພົບ​ປະ​ກັບ​ອະດີດ​ທະຫານ​ອາສາ​ສະໝັກ, ນັກ​ຊ່ຽວຊານ​ຫວຽດນາມ ​ແລະ ລຸ້ນໜຸ່ມ ຫວຽດນາມ - ລາວ. ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ ຫວຽດນາມ, ປະທານ​ປະ​ເທດ ສາທາລະນະ​ລັດ ສັງຄົມ​ນິຍົມ ຫວຽດນາມ ໂຕເລີມ ​ເຂົ້າ​ຮ່ວມການພົບປະ.

ນັກຮຽນ​ທຸກ​ຍາກ​ເກືອບ 400 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ​ບັນດາລາຍການ, ໂຄງການ​ຂອງ​ທະຫານຊາຍແດນ​ແຂວງ ດັກ​ນົງ

ນັກຮຽນ​ທຸກ​ຍາກ​ເກືອບ 400 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ​ບັນດາລາຍການ, ໂຄງການ​ຂອງ​ທະຫານຊາຍແດນ​ແຂວງ ດັກ​ນົງ

ຍສໝ - ຕາມ​ຂໍ້​ມູນ​ຂອງ​​ທະຫານຊາຍແດນ​ແຂວງ ດັກ​ນົງ, ໄດ້ມີນັກຮຽນ​ທຸກ​ຍາກ​ເກືອບ 400 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ​ບັນດາລາຍການ, ​ໂຄງການ, ຮູບ​ແບບຄື: “ຊ່ວຍນ້ອງໄປໂຮງຮຽນ”, “ລູກລ້ຽງຄ້າຍທະຫານຊາຍແດນ” “ພະນັກງານ, ນັກຮົບກອງທັບຊ່ວຍນ້ອງໄປໂຮງຮຽນ”... ດ້ວຍຍອດຈຳນວນເງິນກວ່າ 5 ຕື້ດົ່ງ, ໃນນັ້ນມີນັກຮຽນກຳປູເຈຍ 12 ຄົນ.

ທະຫານເຮືອ ເຂດ 1 ກຽມພ້ອມຈັດ​ຕັ້ງ​ການ​ຊ່ວຍກູ້ໄພຢ່າງທັນການກ່ອນພະຍຸ Yagi ພັດເຂົ້າ

ທະຫານເຮືອ ເຂດ 1 ກຽມພ້ອມຈັດ​ຕັ້ງ​ການ​ຊ່ວຍກູ້ໄພຢ່າງທັນການກ່ອນພະຍຸ Yagi ພັດເຂົ້າ

ຍສໝ - ໂດຍເປັນເຈົ້າການໃນການຮັບມືກັບພະຍຸເລກທີ 3 (Yagi), ທະຫານເຮືອ ເຂດ 1 ໄດ້ຊີ້ນໍາບັນດາຫົວໜ່ວຍທີ່ຕັ້ງຈຸດຢູ່ເຂດ ຫາຍຟ່ອງ, ກວາງນິງ ຕິດຕາມ, ກຳໄດ້ສະພາບການຜັນແປຂອງພະຍຸ; ເປັນເຈົ້າການໃນການເພີ່ມເຕີມໃຫ້ແກ່ບັນດາໜ່ວຍງານກ່ຽວກັບຈຳນວນ, ອຸປະກອນປ້ອງກັນໄພນໍ້າຖ້ວມຢ່າງຄົບຖ້ວນ, ການຊອກຫາການກູ້ໄພ.

ທະຫານຊາຍແດນໜຸ່ມ ຫວຽດນາມ-ລາວ  ຮ່ວມແຮງຮ່ວມໃຈສ້າງຊາຍແດນສອງປະເທດແຫ່ງສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ຮ່ວມມື ແລະພັດທະນາ

ທະຫານຊາຍແດນໜຸ່ມ ຫວຽດນາມ-ລາວ ຮ່ວມແຮງຮ່ວມໃຈສ້າງຊາຍແດນສອງປະເທດແຫ່ງສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ຮ່ວມມື ແລະພັດທະນາ

ຍສໝ - ລາຍການພົບປະແລກປ່ຽນນາຍທະຫານຊາຍແດນໜຸ່ມ ຫວຽດນາມ - ລາວ ຄັ້ງທີ 3 ປະກອບສ່ວນເພີ່ມທະວີນໍ້າໃຈສາມັກຄີ, ມິດຕະພາບ, ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນໃຫ້ນາຍທະຫານຊາຍແດນໜຸ່ມ ຫວຽດນາມ - ລາວ.

ການເດີນທາງເຊື່ອມຕໍ່ປະຫວັດສາດໃນປະເທດແຫ່ງ ວັດທາດ

ການເດີນທາງເຊື່ອມຕໍ່ປະຫວັດສາດໃນປະເທດແຫ່ງ ວັດທາດ

ຍສໝ - ການສໍາຫຼວດບັນດາຮ່ອງຮອຍປະຫວັດສາດ, ການພົບປະໂດຍກົງກັບພະຍານປະຫວັດສາດ, ຜູ້ຖືກເຄາະຮ້າຍ, ຜູ້ກ່ຽວພັນກັບລະບອບດັບສູນເຊື້ອຊາດ Pol Pot... ແມ່ນກິດຈະກໍາທີ່ລວມຢູ່ໃນການສໍາຫຼວດ ແລະ ການໄປທັດສະນະສຶກສາໂດຍສູນເອກະສານ ກໍາປູເຈຍ (DC-Cam) ຈັດຂຶ້ນແຕ່ວັນທີ 20-23 ສິງຫາ. ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່ການເຄື່ອນໄຫວ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ປະຫວັດສາດ​ຕ່າງປະ​ເທດ, ຈາກ​ມະຫາວິທະຍາ​ໄລ​ວິທະຍາສາດ​ສັງຄົມ ​ແລະ ມະນຸດສາດ (ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ ຮ່າ​ໂນ້ຍ).

ທະຫານຊາຍແດນໜຸ່ມ ຫວຽດນາມ - ລາວ ເຕັມໄປດ້ວຍນ້ຳໃຈສາມັກຄີ

ທະຫານຊາຍແດນໜຸ່ມ ຫວຽດນາມ - ລາວ ເຕັມໄປດ້ວຍນ້ຳໃຈສາມັກຄີ

ຍສໝ - ຕອນ​ເຊົ້າ​ວັນ​ທີ 21 ສິງຫາ, ​ລາຍການ​ ‘ພົບປະແລກປ່ຽນ​ນາຍທະຫານ​ໜຸ່ມ​ທະຫານ​ປ້ອງ​ກັນ​ຊາຍ​ແດນ​ ຫວຽດນາມ - ລາວ’ ຄັ້ງ​ທີ 3 ປີ 2024 ​ໄດ້​ເລີ່​ມດຳ​ເນີນ​ຢູ່​ ລາວ. ​ລາຍການ​ດຳ​ເນີນ​ໄປ​ເປັນ​ເວລາ 4 ວັນ​ຢູ່​ຫຼາຍ​ທ້ອງ​ຖິ່ນ​ຂອງ​ ລາວ.

ຕິດແທດກັບບໍລິເວນ, ຊອກຫາອັດຖິທະຫານເສຍສະຫຼະຊີວິດຢູ່ດິນແດນປະເທດເພື່ອນລາວ

ຕິດແທດກັບບໍລິເວນ, ຊອກຫາອັດຖິທະຫານເສຍສະຫຼະຊີວິດຢູ່ດິນແດນປະເທດເພື່ອນລາວ

ຍສໝ - ລະດູແລ້ງ 2023 – 2024 ກອງທ້ອນໂຮມ, ກອງບັນຊາການທະຫານແຂວງເງະອານ ໄດ້ດຳເນີນການສຳຫຼວດ, ຊອກຫາ, ທ້ອນໂຮມໄດ້ຈຳນວນ 87/80 ອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ, ບັນລຸ 108,7% ຂອງແຜນການ, ໃນນັ້ນຢູ່ບໍລິເວນແຂວງຊຽງຂວາງ ທ້ອນໂຮມໄດ້ຈຳນວນ 75/71 ອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ, ບັນລຸ 105,6%; ບໍລິເວນແຂວງວຽງຈັນ ທ້ອນໂຮມໄດ້ຈຳນວນ 3/3 ອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ, ບັນລຸ 100%; ບໍລິເວນແຂວງໄຊສົມບູນ ທ້ອນໂຮມໄດ້ຈຳນວນ 9/6 ອັດຖິ, ບັນລຸ 150%.

ທະຫານ​ຍິງ​ ໝວກເບເລສີຟ້າຫວຽດນາມ ​ຢູ່​ທ່າມກາງເຂດ​ຊາຍຮ້ອນອາ​ຟະຣິກາ

ທະຫານ​ຍິງ​ ໝວກເບເລສີຟ້າຫວຽດນາມ ​ຢູ່​ທ່າມກາງເຂດ​ຊາຍຮ້ອນອາ​ຟະຣິກາ

ຍສໝ - ເກັ່ງດ້ານວິຊາສະເພາະ, ວິຊາຊີບ, ກຽມພ້ອມທີ່ຈະຮັບມືກັບຄວາມ ຫຍຸ້ງຍາກ, ລຳບາກ ແລະສິ່ງທີ່ຂາດຄວາມໝັ້ນຄົງຢູ່ເຂດປະຕິບັດໜ້າທີ່, ທະຫານຍິງຫວຽດນາມ ໄດ້ນຳມາເຊິ່ງນໍ້າໃຈເມດຕາປານີ, ຈິດໃຈສາກົນອັນສູງສົ່ງ ເພື່ອປະຕິບັດພາລະກິດຮັກສາສັນຕິພາບສາກົນ.

ບຳລຸງສ້າງສຳມະນາກອນທະຫານລາວ ແລະກຳປູເຈຍ ປະກອບສ່ວນສ້າງຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ

ບຳລຸງສ້າງສຳມະນາກອນທະຫານລາວ ແລະກຳປູເຈຍ ປະກອບສ່ວນສ້າງຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ

ຍສໝ - ວຽກງານບຳລຸງສ້າງຂອງວິທະຍາຄານຊາຍແດນ ໄດ້ປະກອບສ່ວນປະຕິບັດແນວທາງ, ນະໂຍບາຍພົວພັນຕ່າງປະເທດຂອງພັກ, ລັດ ແລະການທູດປ້ອງ ກັນຊາດ, ການທູດຊາຍແດນຢ່າງມີໄຊ, ພ້ອມທັງປະກອບສ່ວນສ້າງຊາຍແດນ ຫວຽດນາມ-ລາວ-ກຳປູເຈຍ ແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ.

ກອງບັນຊາການທະຫານຊາຍແດນ ລົງກວດກາວຽກງານກະກຽມໃຫ້ແກ່ການພົບປະແລກປ່ຽນມິດຕະພາບການປ້ອງກັນປະເທດຊາຍແດນ ຫວຽດນາມ - ລາວ

ກອງບັນຊາການທະຫານຊາຍແດນ ລົງກວດກາວຽກງານກະກຽມໃຫ້ແກ່ການພົບປະແລກປ່ຽນມິດຕະພາບການປ້ອງກັນປະເທດຊາຍແດນ ຫວຽດນາມ - ລາວ

ຍສໝ - ວັນ​ທີ 11 ສິງຫາ, ຄະນະປະຕິບັດງານ​ກອງ​ບັນຊາ​ການ​ທະຫານ​​ຊາຍ​ແດນ ​ໂດຍ​ທ່ານ​ພັນ​ເອກພິເສດ ​ເຈີ່ນ​ນາມ​ຈຸງ, ຮອງຫົວໜ້າ​ເສນາ​ທິການ ທະຫານ​ຊາຍແດນ ​ຫວຽດນາມ ເປັນຫົວໜ້າຄະນະ ​ໄດ້​ດຳ​ເນີນ​ການ​ສຳ​ຫຼວດ, ກວດກາ​ວຽກ​ງານ​ກະກຽມ​ຮັບ​ໃຊ້ການ​​ຈັດ​ຕັ້ງການພົບປະແລກປ່ຽນມິດຕະພາບການປ້ອງ​ກັນ​ປະ​ເທດ​ຊາຍ​ແດນ ຫວຽດນາມ - ລາວ ຄັ້ງທີ 2 ຢູ່ເມືອງ ມົກເຈົາ, ແຂວງ ເຊີນລາ.

ຝຶກອົບຮົມວິຊາຊີບວຽກງານດ້ານປະຫວັດສາດການທະຫານໃຫ້ແກ່ພະນັກງານກອງທັບລາດຊະວົງ ກຳປູເຈຍ

ຝຶກອົບຮົມວິຊາຊີບວຽກງານດ້ານປະຫວັດສາດການທະຫານໃຫ້ແກ່ພະນັກງານກອງທັບລາດຊະວົງ ກຳປູເຈຍ

ຍສໝ - ຕອນ​ບ່າຍ​ວັນ​ທີ 5 ສິງຫາ, ຢູ່ ​ຮ່າ​ໂນ້ຍ, ສະຖາບັນ​ປະຫວັດສາດ​ການ​ທະຫານ (ກົມໃຫຍ່ເສນາທິການ​ກອງທັບ​ປະຊາຊົນ​ ຫວຽດນາມ) ​ໄດ້​ຈັດ​ຕັ້ງ​ພິທີ​ເປີດ​ຊຸດ​ອົບຮົມ​ວຽກ​ງານ​ປະຫວັດສາດ​ການ​ທະຫານ​ໃຫ້​ພະນັກງານ​ກອງທັບ​ລາດຊະວົງ ກຳປູ​ເຈຍ ປີ 2024.

ການ​ນຳ​ລາວ ​ໄດ້​ຕີ​ລາຄາ​ສູງ​ການ​ຮ່ວມ​ມື​ໃນຂົງເຂດການແພດທະຫານ​ລະຫວ່າງ​ຫວຽດນາມ ​ແລະ ລາວ

ການ​ນຳ​ລາວ ​ໄດ້​ຕີ​ລາຄາ​ສູງ​ການ​ຮ່ວມ​ມື​ໃນຂົງເຂດການແພດທະຫານ​ລະຫວ່າງ​ຫວຽດນາມ ​ແລະ ລາວ

ຍສໝ - ຕອນ​ເຊົ້າ​ວັນ​ທີ 15 ມີນາ​ນີ້, ຢູ່​ນະຄອນຫຼວງ​ ວຽງ​ຈັນ, ຄະນະ​ຜູ້​ແທນ​ໂຮງໝໍ​ສູນກາງກອງທັບ 108 ໂດຍ​ທ່ານພົນຈັດຕະວາ, ສຈ.ປອ ​ເລ​ຫິວຊອງ, ຜູ້ອຳນວຍການ​ໂຮງໝໍ​ ເປັນນຳໜ້າໄດ້ເຂົ້າພົບປະຢ້ຽມຢາມຂ່ຳນັບ ​ທ່ານພົນເອກຈັນ​ສະໝອນ ຈັນຍາລາດ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງປ້ອງກັນປະເທດ ລາວ.

ໂຄງການພົບປະແລກປ່ຽນລະຫວ່າງນັກສຶກສາ ລາວ - ກຳປູເຈຍ ແລະ ນັກຮຽນໂຮງຮຽນ​ການທະຫານ ທະຫານເຂດ 7 ຫວຽດນາມ ທີ່ຟົດຟື້ນ

ໂຄງການພົບປະແລກປ່ຽນລະຫວ່າງນັກສຶກສາ ລາວ - ກຳປູເຈຍ ແລະ ນັກຮຽນໂຮງຮຽນ​ການທະຫານ ທະຫານເຂດ 7 ຫວຽດນາມ ທີ່ຟົດຟື້ນ

ຍສໝ - ວັນທີ 28 ກໍລະກົດ, ສະມາຄົມນັກຮົບເກົ່ານະຄອນ ໂຮ່ຈີມິນ ໄດ້ສົມທົບກັບໂຮງຮຽນ​ການທະຫານ ທະຫານເຂດ 7 ຈັດຕັ້ງໂຄງການພົບປະແລກປ່ຽນນັກຮົບເກົ່ານະຄອນ ໂຮ່ຈີມິນ, ຄອບຄົວ ຊາວຫວຽດນາມ, ນັກສຶກສາ ລາວ, ກຳປູເຈຍ ກັບພະນັກງານ, ນັກຮຽນໂຮງຮຽນ​ການທະຫານ ທະຫານເຂດ 7.

ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ມອບເຮືອນແຫ່ງສາຍຈິດມິດໃຈ 2 ຫຼັງໃຫ້ຄອບຄົວນະໂຍບາຍຢູ່ ກວາງຈີ້

ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ມອບເຮືອນແຫ່ງສາຍຈິດມິດໃຈ 2 ຫຼັງໃຫ້ຄອບຄົວນະໂຍບາຍຢູ່ ກວາງຈີ້

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 77 ປີແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ 27 ກໍລະກົດ (1947 – 2024), ວັນທີ 12 ກໍລະກົດ, ຢູ່ນະຄອນ ດົ່ງຮ່າ (ແຂວງ ກວາງຈີ້), ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ສົມທົບກັບສະມາຄົມສົ່ງເສີມການສຶກສາແຂວງ ກວາງຈີ້ ຈັດຕັ້ງໂຄງການມອບເຮືອນໃຫ້ບັນດາຄອບຄົວນະໂຍບາຍ ແລະ ທຶນການສຶກສາໃຫ້ນັກຮຽນທີ່ເປັນລູກຫຼານຂອງບັນດາຄອບຄົວທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ.