ຍສໝ - ທ່ານເລຂາທິການໃຫຍ່ ສະເໜີໃຫ້ປະຊາຊົນສືບຕໍ່ສາມັກຄີ, ຮ່ວມມືກໍ່ສ້າງປະຊາຄົມພັດທະນາ, ໂຄສະນາຄວາມງາມຂອງຫວຽດນາມ ໃຫ້ແກ່ເພື່ອນມິດສາກົນ, ເປັນຂົວຕໍ່ທີ່ໝັ້ນຄົງໃນການພົວພັນຫວຽດນາມ - ສິງກະໂປ.
ສ່ວນ ທ່ານເລຂາທິການໃຫ່ຍ ສປຊ Antonio Guterres ໄດ້ເຫັນດີຈະສືບຕໍ່ເອົາໃຈໃສ່, ໜູນຊ່ວຍບັນດາບຸລິມະສິດພັດທະນາຂອງຫວຽດນາມ.
ຍສໝ - ຕອນເຊົ້າວັນທີ 8 ກຸມພາ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ຕາງໜ້າໃຫ້ລັດຖະບານໄດ້ໄປຢ້ຽມຢາມ ແລະອວຍພອນໂຮງໝໍມິດຕະພາບ ຫວຽດນາມ - ເຢຍລະມັນ ແລະ ສູນປະສານງານຄົ້ນຫາ ແລະກູ້ໄພທາງທະເລ ຫວຽດນາມ.
ຍສໝ - ທ່ານເຈິ່ນດຶກບິ່ງ ຮອງເລຂາທິການໃຫຍ່ ຈະຮັບຜິດຊອບໜ້າທີ່ວຽກງານໜູນຊ່ວຍ, ຄະນະເລຂາອາຊຽນເຄື່ອນໄຫວຢ່າງສະດວກ ລວມມີບັນດາວຽກງານບໍລິການວຽກງານພາຍໃນກຸ່ມ, ບຸກຄະລາກອນ, ການເງິນ ແລະ ງົບປະມານ, ເຕັກໂນໂລຢີຂໍ້ມູນຂ່າວສານ, ບໍລິຫານຂໍ້ມຸນຂ່າວສານ, ການຖະແຫຼງຂ່າວ, ການພົວພັນປະຊາຄົມ, ນິຕິກຳ…
ຕອນເຊົ້າວັນທີ 23 ມີນາ,ຢູ່ສຳນັກງານກະຊວງການຕ່າງປະເທດ ຫວຽດນາມ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຸຍແທັງເຊີນ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ອາເມລິກາປະຈຳ ຫວຽດນາມ Marc Knapper ເຂົ້າຢ້ຽມຂ່ຳນັບ.
ຍສໝ - ໂດຍຮັບຂ່າວເຖິງແກ່ມໍລະນະກໍາຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ການນຳບັນດາປະເທດ ໄດ້ສົ່ງໂທລະເລກ/ຈົດໝາຍສະແດງຄວາມເສົ້າສະຫຼົດໃຈເຖິງພັກ, ລັດ, ປະຊາຊົນ ຫວຽດນາມ ແລະ ຄອບຄົວສະຫາຍ ຫງວຽນຟູ໋ຈ້ອງ.
ຍສໝ - ນັກຊ່ຽວຊານ Mohamed Abdoun ຂອງ ອານເຊຣີ ໄດ້ໃຫ້ຂໍ້ສັງເກດບົດຂຽນຂອງທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ສະແດງໃຫ້ເຫັນວ່າ ຢູ່ ຫວຽດນາມ ນິຍາມເສດຖະກິດການຕະຫຼາດມີລັກສະນະມະນຸດສະທຳ, ມະນຸດບໍ່ຖືກຫັນເປັນເງິນຕາ...
ຍສໝ - ຫວ່າງແລ້ວນີ້, ຄ້າຍຕຳຫຼວດທະເລ ເລກ 1 (ກອງບັນຊາການຕຳຫຼວດ ທະເລເຂດ 1) ໄດ້ສົມທົບກັບປ້ອມທະຫານປ້ອງກັນຊາຍແດນ ເກາະແບກລອງວີ, ກົມບັນຊາການທະຫານປ້ອງກັນຊາຍແດນນະຄອນຫ໋າຍຝ່ອງ ຈັດຕັ້ງບັ້ນໂຄສະນາກ່ຽວກັບການຂຸດຄົ້ນສິນທະເລແບບຜິດກົດໝາຍ, ບໍ່ປະຕິບັດຕາມຂໍ້ກຳນົດ ແລະ ບໍ່ລາຍງານ (ເອີ້ນຫຍໍ້ວ່າ IUU) ໃຫ້ແກ່ພໍ່ແມ່ປະຊາຊົນຊາວປະມົງ ເມືອງເກາະ ແບກລອງວີ.
ຕອນບ່າຍວັນທີ 30 ຕຸລາ (ຕາມເວລາທ້ອງຖິ່ນ), ທ່ານເລຂາທິການໃຫຍ່ ຫວຽດນາມ ຫງວຽນຝຸຈ້ອງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ມາຮອດສະໜາມບິນສາກົນ ປັກກິ່ງ, ເລີ່ມຕົ້ນການຢ້ຽມຢາມ ສປ.ຈີນ ຢ່າງເປັນທາງການຕາມຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຈີນ, ປະທານປະເທດ ສປ.ຈີນ ສີຈິ້ນຜິງ.
ຍສໝ - ກອງປະຊຸມສະຫຼຸບວຽກງານສົມທົບກັນໂຄສະນາກ່ຽວກັບທະເລໝູ່ເກາະປີ 2020 ຂອງກອງບັນຊາການທະຫານເຮືອເຂດ 1 ກັບຄະນະໂຄສະນາສຶກສາບັນດາແຂວງກ໋ວາງນິງ, ທ໊າຍບິ່ງ, ນາມດິ້ງ, ເງະອານ, ຮືງອຽນ ແລະ ຕວຽນກວາງ.
ວັນທີ 13 ກັນຍາ, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານປະທານສະພາແຫ່ງຊາດ ກຳປູເຈຍ Samdech Heng Samrin ທີ່ພວມ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.
ທີ່ການສຳພາດ, ທ່ານເອກອັກຄະລັດຖະທູດ ຟ້າມຊາວມາຍ ຢັ້ງຢືນວ່າ ການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ມີຄວາມໝາຍສຳຄັນທີ່ສຸດໃນການເຮັດໃຫ້ການພົວພັນຫວຽດນາມ - ຈີນເລິກເຊິ່ງກ່ວາອີກ.
ຍສໝ - ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ຫວຽດນາມ, ວັນທີ 11 ກັນຍາ ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ທອງລຸນ ສີສຸລິດ ໄດ້ມີການພົບປະກັບອະດີດທະຫານອາສາສະໝັກ, ນັກຊ່ຽວຊານຫວຽດນາມ ແລະ ລຸ້ນໜຸ່ມ ຫວຽດນາມ - ລາວ. ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໂຕເລີມ ເຂົ້າຮ່ວມການພົບປະ.
ຕອນເຊົ້າວັນທີ 9 ກຸມພາ, ຢູ່ທຳນຽບປະທານປະເທດ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ເປັນປະທານການພົບປະສັງສັນ ແລະອວຍພອນປີໃໝ່ນັກປະຕິວັດຜູ້ອາວຸໂສ, ການນຳ, ອະດີດການນຳພັກ, ລັດ, ແນວໂຮມປະເທດຊາດຫວຽດນາມ, ການນຳບັນດາອົງການສຳນັກງານຂັ້ນສູນກາງ.
ຍສໝ - ທ່ານ Masataka Fujita, ເລຂາທິການໃຫຍ່ສູນອາຊຽນ - ຍີ່ປຸ່ນ (AJC)ໃຫ້ຮູ້ວ່າ ໃນຖານະທີ່ເປັນປະເທດທີ່ປະສົບຜົນສຳເລັດໃນການຄວບຄຸມການລະບາດຂອງ COVID-19, ຫວຽດນາມສາມາດນຳໜ້າບໍ່ພຽງແຕ່ໃນການຄວບຄຸມການລະບາດຂອງພະຍາດ, ແຕ່ຍັງສາມາດຟື້ນຕົວໃຫ້ເຂັ້ມແຂງໃນຂະນະທີ່ອີກຫຼາຍໆປະເທດຍັງປະສົບກັບຄວາມຫຍຸ້ງຍາກຈາກການໂລກລະບາດ COVID-19
ຍສໝ - ຫວ່າງແລ້ວນີ້, ຢູ່ຫໍງານສົບແຫ່ງຊາດ (ເຮືອນເລກທີ 5 ເຈິ່ນແທງຕົງ, ນະຄອນຮ່າໂນ້ຍ), ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ແລະ ຄອບຄົວໄດ້ຈັດຕັ້ງພິທີໄຫວ້ອາໄລຢ່າງສົມກຽດ, ພິທີອາໄລຫາ ອະດີດເລຂາທິການສູນກາງພັກ, ອະດີດຮອງນາຍົກລັດຖະມົນຕີ ຫງວຽນກົນ, ຈັດງານສົບລະດັບຊາດ.
ຍສໝ - ເມື່ອບໍ່ດົນມານີ້, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ພົບປະກັບຜູ້ມີສິດເລືອກຕັ້ງຢູ່ເມືອງ ບາດິ່ງ, ດົງດາ ແລະ ຮາຍບ່າຈຶງ, ນະຄອນ ຮ່າໂນ້ຍ ຕາມຮູບການໂດຍກົງສົມທົບກັບທາງໄກ ກັບສະຖານທີ່ເຊື່ອມຕໍ່ 56 ແຫ່ງ.
ຍສໝ - ທ່ານ Viktor Konstantinov ຮອງສາດສະດາຈານ, ສະຖາບັນການພົວພັນສາກົນ ຂຶ້ນກັບມະຫາວິທະຍາໄລສັງລວມແຫ່ງຊາດ Kiev ຖືວ່າ ບັນດາປະເທດຄວນເຄົາລົບ ແລະ ປະຕິບັດຕາມກົດໝາຍສາກົນ. ຕາມທ່ານ ແລ້ວ, ເຖິງວ່າສານສາກົນ ໄດ້ວາງອອກບັນດາຄຳຕັດສິນຂອງສານໃນປີ 2016 ໃນເຫດການຂອງ ຟີລິບປິນແລ້ວກໍ່ຕາມ, ແຕ່ສະພາບການ ແລະ ຫຼັກໝັ້ນຂອງບັນດາຝ່າຍຢູ່ທະເລຕາເວັນອອກບໍ່ມີການປ່ຽນແປງຫຼາຍປານໃດ.
ໃນວັນທີ 16-17 ພະຈິກ 2021, ເວທີປາໄສທະເລ ASEAN (AMF) ຄັ້ງທີ 11 ແລະ ເວທີປາໄສທະເລ ASEAN ເປີດກວ້າງ ຄັ້ງທີ່ 9 ໄດ້ຈັດຕັ້ງອອນລາຍ ພາຍໃຕ້ການເປັນປະທານຂອງປະເທດ ບຣູໄນ ປະທານ ອາຊຽນ ປີ 2021.
ຍສໝ - ເນື່ອງໃນໂອກາດການຢ້ຽມຢາມທາງລັດຖະກິດໄປຍັງສາທາລະນະລັດ ອິນໂດເນເຊຍ, ການຢ້ຽມຢາມຢ່າງເປັນທາງການຄະນະເລຂາ ອາຊຽນ ແຕ່ວັນທີ 9-11 ມີນາ, ທ່ານເລຂາທິການໃຫຍ່ ໂຕເລີມ ແລະ ພັນລະຍາພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຢ້ຽມຢາມສະຖານທູດ, ພົບປະກັບ ພະນັກງານບັນດາອົງການຜູ້ຕາງໜ້າ ແລະ ປະຊາຄົມຊາວຫວຽດນາມ ປະຈຳ ອິນໂດເນເຊຍ