ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ​ເດີນ​ທາງ​ໄປ​ຢ້ຽມ​ຢາມ ປະ​ເທດ​ສາ​ທາ​ລະ​ນະ​ລັດ ປະ​ຊາ​ຊົນ ຈີນ ຢ່າງ​ເປັນ​ທາງ​ການ

06:41 | 31/10/2022

ຕອນບ່າຍວັນທີ 30 ຕຸລາ (ຕາມເວລາທ້ອງຖິ່ນ), ທ່ານເລຂາທິການໃຫຍ່ ຫວຽດນາມ ຫງວຽນຝຸຈ້ອງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ມາຮອດສະໜາມບິນສາກົນ ປັກກິ່ງ, ເລີ່ມຕົ້ນການຢ້ຽມຢາມ ສປ.ຈີນ ຢ່າງເປັນທາງການຕາມຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຈີນ, ປະທານປະເທດ ສປ.ຈີນ ສີຈິ້ນຜິງ.

ການ​ຢ້ຽມ​ຢາມ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ​ມີ​ຄວາມ​ໝາຍ​ສຳ​ຄັນ​ທີ່​ສຸດ​ໃນ​ການ​ເຮັດ​ໃຫ້​ການ​ພົວ​ພັນ​ຫວຽດ​ນາມ - ຈີນ​ເລິກ​ເຊິ່ງ​ກ່​ວາ​ອີກ ການ​ຢ້ຽມ​ຢາມ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ​ມີ​ຄວາມ​ໝາຍ​ສຳ​ຄັນ​ທີ່​ສຸດ​ໃນ​ການ​ເຮັດ​ໃຫ້​ການ​ພົວ​ພັນ​ຫວຽດ​ນາມ - ຈີນ​ເລິກ​ເຊິ່ງ​ກ່​ວາ​ອີກ
ທ່ານ​ນາງ​ປະ​ທານ ຫງວຽນ​ເຟືອງງາ ໃຫ້​ການ​ຕ້ອນ​ຮັບເຈົ້າ​ອະທິ​ການ​ວັດ ​ຟາບ​ເວືອງ ທິກ​ດຶກ​ຕວັນ ທ່ານ​ນາງ​ປະ​ທານ ຫງວຽນ​ເຟືອງງາ ໃຫ້​ການ​ຕ້ອນ​ຮັບເຈົ້າ​ອະທິ​ການ​ວັດ ​ຟາບ​ເວືອງ ທິກ​ດຶກ​ຕວັນ
ທ່ານເລຂາທິການໃຫຍ່ ຫວຽດນາມ ຫງວຽນຝຸຈ້ອງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ມາຮອດສະໜາມບິນສາກົນ ປັກກິ່ງ
ທ່ານເລຂາທິການໃຫຍ່ ຫວຽດນາມ ຫງວຽນຝຸຈ້ອງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ມາຮອດສະໜາມບິນສາກົນ ປັກກິ່ງ

ການຢ້ຽມຢາມຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ໄດ້ປະຕິບັດຕາມຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສິຈິ້ນຜິງ ໄດ້ດຳເນີນໄປພາຍຫລັງການສິ້ນສຸດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XX ຂອງພັກກອມມູນິດ ຈີນຢ່າງຈົບງາມ, ຄະນະການນຳໃໝ່ໄດ້ຮັບການປະກາດ ແລະ ທ່ານ ສິຈິ້ນຜິງສືບຕໍ່ໄດ້ຮັບການເລືອກຕັ້ງເປັນເລຂາທິການໃຫຍ່ ອາຍຸການທີ 3. ເລື່ອງທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ກາຍເປັນການນຳຄົນທຳອິດມາຢ້ຽມຢາມຈີນ ສະແດງໃຫ້ເຫັນຄວາມສຳຄັນໃນການພົວພັນລະຫວ່າງ ຈີນ ແລະ ຫວຽດນາມ ກໍ່ຄືລະຫວ່າງພັກກອມມູນິດ ຈີນ ແລະ ພັກກອມມູນິດ ຫວຽດນາມ. ຢັ້ງຢືນໃຫ້ເຫັນແຜນນະໂຍບາຍສະເໝີຄົ້ນສະເໝີປາຍຂອງ ຫວຽດນາມ ແມ່ນຖືການພົວພັນກັບຈີນ ເປັນບຸລິມະສິດແຖວໜ້າໃນນະໂຍບາຍທາງການທູດ, ຫວັງວ່າການພັດທະນາຍາວນານ, ມີສະຖຽນລະພາບ, ນັບມື້ນັບມີປະສິດທິຜົນ, ແທດຈິງຕາມຈິດໃຈຄວາມຮັບຮູ້ລວມຂອງການນຳຂັ້ນສູງສອງພັກ, ສອງລັດ.

ພ້ອມກັນນັ້ນ, ການຢ້ຽມຢາມກໍ່ສະແດງໃຫ້ເຫັນການສະໜັບສະໜູນຕໍ່ບັນດາແນວຕິດ ແລະ ເສັ້ນທາງພັດທະນາຂອງກອງປະຊຸມໃຫຍ່ຄັ້ງທີ XX ຂອງພັກກອມມູນິດ ຈີນ ທີ່ຕ່າງຝ່າຍຕ່າງມີສັນຕິພາບ, ຮ່ວມມື, ພັດທະນາ, ທີ່ຕັ້ງແກ່ນສານໃນການຊີ້ນຳນຳພາ ຂອງເລຂາທິການ ສິຈິ້ນຜິງ ໂດຍພັກກອມມູນິດ ຈີນກຳນົດ, ຊຸກຍູ້ນະໂຍບາຍຂອງຈີນ ກ່ຽວກັບມິດຕະພາບ, ການຮ່ວມມືກັບ ຫວຽດນາມ, ສະໜັບສະໜູນ ຫວຽດນາມໃນການພັດທະນາ, ທີ່ຕັ້ງສາກົນ ທີ່ນັບມື້ນັບສູງຂຶ້ນ, ປະ ຕິບັດມະຕິກອງປະຊຸມຄັ້ງທີ XIII ຂອງພັກ ຢ່າງມີໄຊ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.