ການສົ່ງອອກປາທູນ່າຈະສືບຕໍ່ມີທ່າບວກໃນເດືອນຕົ້ນປີ

11:50 | 30/01/2022

ຍ​ສ​ໝ - ການ​ສົ່ງ​ອອກ​ປາ​ທູ​ນ່າໃນ​ປີ 2021 ເຕີບ​ໂຕ​ເປັນ​ຢ່າງ​ດີ ຍ້ອນ​ການບຸກ​ທະ​ລຸ​ຢ່າງເຂັ້ມ​ແຂງ​ໃນ​ຊຸມ​ເດືອນ​ສຸດ​ທ້າຍ​ຂອງ​ປີ. ຄາດຄະເນການສົ່ງອອກຈະສືບຕໍ່ດີໄປໃນເດືອນຕົ້ນຂອງປີນີ້.

ຜົນການສົ່ງອອກຢາງພາລາຂອງຫວຽດນາມໄປປະເທດຈີນປີ 2021 ຜົນການສົ່ງອອກຢາງພາລາຂອງຫວຽດນາມໄປປະເທດຈີນປີ 2021
ມູນຄ່າການສົ່ງອອກຫອຍຂອງຫວຽດນາມໄປຍັງ  ອີ​ຢູ ເພີ່ມຂຶ້ນ 35% ມູນຄ່າການສົ່ງອອກຫອຍຂອງຫວຽດນາມໄປຍັງ ອີ​ຢູ ເພີ່ມຂຶ້ນ 35%
ການສົ່ງອອກປາທູນ່າຈະສືບຕໍ່ມີທ່າບວກໃນເດືອນຕົ້ນປີ
ພາບ​ປະ​ກອບ: goglobal.moit.gov.vn

ຕາມ​ຂໍ້​ມູນ​ສະ​ຫະ​ພັນ​ປຸງ​ແຕ່ງ ແລະ ສົ່ງ​ອອກອາ​ຫານ​ທະ​ເລ​ຫວຽດ​ນາມ (VASEP) ໃຫ້​ຮູ້​ວ່າ ຍອດ​ມູນ​ຄ່າ​ການ​ສົ່ງ​ອອກ​ປາ​ທູ​ນ່າໃນປີ 2021 ຂຶ້ນ​ຮອດ 759 ລ້ານ ໂດ​ລາ USD, ເພີ່ມ 17% ທຽບ​ກັບ​ປີ 2020.

ອາ​ເມ​ລິ​ກາ ຍັງ​ຄົມ​ເປັນ​ຕະຫຼາດ​ທີ່​ນຳ​ເຂົ້າ​ປາ​ທູ​ນ່າຫຼາຍ​ທີ່​ສຸດ​ຂອງ​ຫວຽດ​ນາມ, ກວມ​ປະ​ລິ​ມານ​ເກືອບ 45% ໃນ 338 ລ້ານ ໂດ​ລາ USD, ເພີ່ມ 21% ທຽບ​ໃສ່​ປີ 2020.

ສະ​ເພາະ​ໃນ​ເດືອນທັນ​ວາ ປີ 2021, ການ​ສົ່ງ​ອອກ​ປາ​ທູ​ນ່າ​ໄປ​ຍັງ​ອາ​ເມ​ລິ​ກາ​ເຕີບ​ໂຕ​ຢ່າງ​ໜ້າ​ປະ​ທັບ​ໃຈ​ເຖິງ 114% ທຽບ​ກັ​ບ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກ່ອນນັ້ນ, ບັນ​ລຸ​ໄດ້ 42 ລ້ານ ໂດ​ລາ USD.

EU ເປັນ​ຕະຫຼາດ​ໃຫຍ່​ອັນ​ດັບ​ສອງ ຂອງ​ປາ​ທູ​ນ່າ​ຫວຽດ​ນາມ. ໃນ​ປີ 2021, ການ​ສົ່ງ​ອອກ​ປາ​ທູ​ນ່າ​ໄປ​ຍັງ EU ບັນ​ລຸ 144 ລ້ານ USD, ເພີ່ມ 6% ທຽງ​ກັບ​ປີ 2020.

VASEP ຄາດ​ຄະ​ເນ​ວ່າ ການ​ສົ່ງ​ອອກ​ປາ​ທູ​ນ່າ​ຂອງ​ຫວ​ຽດນາມ ຊຶ່ງ​ຈະ​ສືບ​ຕໍ່​ໃນ​ທ່າ​ບວກ​ໃນເດືອນ​ຕົ້ນ​ປີ 2022, ເມື່ອ​ບູ​ລິ​ມະ​ສິດ​ທາງ​ພາ​ສີ​ໃນ​ບັນ​ດາ​ຕະຫຼາດເຊັ່ນ EU, CPTPP… ໄດ້​ເປີດ​ການ​ເຄື່ອນ​ໄຫວ​ຄືນ.

ແນວ​ໃດ​ກໍ​ຕາມ, ລາ​ຄາ​ຖ້ຽວ​ກ່ຳ​ປັ່ນ​ທະ​ເລ​ຍັງ​ຄົງ​ຢູ່​ໃນ​ລະ​ດັບ​ສູງ ແລະ ຍັງ​ບໍ່​ມີ​ສັນ​ຍານ​ວ່າ​ຈະຫຼຸດ​ຜ່ອນ​ລົງ ສະ​ນັ້ນ​ຈຶ່ງ​ຈະ​ຍັງ​ສ້າງ​ຄວາມ​ກົດ​ດັນ​ອັນ​ໃຫຍ່​ໃຫ້​ແກ່​ການ​ສົ່ງ​ອອກ​ສິນ​ຄ້າປາ​ທູ​ນ່າ​ປະ​ເພດ​ຕ່າງ​ໆເວົ້າ​ລວມ, ເວົ້າ​ສະ​ເພາະ​ກໍ​ແມ່ນ​ປາ​ທູ​ນ່າ​ອັດ​ກ່ອງ.

ວິ​ລະ​ຊົນ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.