ຍສໝ - ຕອນບ່າຍວັນທີ 31 ມີນາ, ຢູ່ເມືອງທ່າແຂກ ແຂວງຄຳມ່ວນ, ສປປ ລາວ, ຄະນະປະຕິບັດງານແຂວງກ່າເມົາ ແລະ ແຂວງຄຳມ່ວນ ໄດ້ຈັດກອງປະຊຸມຕີລາຄາໂຄງການປູກເຂົ້າປະສົມກັບການລ້ຽງກຸ້ງ.
ຍສໝ - ທ່ານ ເລຂາຄະນະຊາວໜຸ່ມສູນກາງ ໂງ່ວັນເກື່ອງ ໃຫ້ຮູ້ວ່າ, ລາຍການທີ່ຕ້ອນຮັບສອງຄອບຄົວພະນັກງານຄະນະຊາວໜຸ່ມສູນກາງລາວ ມາຢ້ຽມຢາມ ຫວຽດນາມ ທີ່ໄດ້ຜັນຂະຫຍາຍຢ່າງເປັນປະຈຳ ແມ່ນລາຍການທີ່ມີຄວາມໝາຍ, ປະກອບສ່ວນເພີ່ມທະວີການພົວພັນຮ່ວມມື, ມິດຕະພາບລະຫວ່າງອົງການຄະນະຊາວໜຸ່ມ ກັບພະນັກງານຄະນະຊາວໜຸ່ມທົ່ວປະເທດ.
ຍສໝ - ແຕ່ວັນທີ 24 – 28 ມີນາ, ກອງປະຊຸມຮ່ວມມືດ້ານຄວາມສະຫງົບ ຫວຽດນາມ - ລາວ ຄັ້ງທີ 15 ໄດ້ຈັດຂຶ້ນຢູ່ນະຄອນ ໂຮ່ຈິມິນ. ເຂົ້າຮ່ວມກອງປະຊຸມ, ຄະນະຜູ້ແທນກະຊວງຕຳຫຼວດແຫ່ງ ສສ ຫວຽດນາມ ໂດຍທ່ານພົນຕີ ຟ້າມເຖຈຸ່ງ - ຮອງລັດຖະມົນຕີກະຊວງຕຳຫຼວດນຳໜ້າ; ຄະນະຜູ້ແທນກະຊວງຕຳຫຼວດແຫ່ງ ສປປ ລາວ ນຳໂດຍທ່ານພົນໂທ ກົງທອງ ພົງວິຈິດ - ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ນຳໜ້າ.
ຍສໝ - ວັນທີ 22 ມີນາ 2025, ຊຸດຝຶກອົບຮົມວິທີການສິດສອນພາສາຫວຽດ ໃຫ້ແກ່ຄູອາຈານສອນພາສາຫວຽດ ຢູ່ 4 ແຂວງພາກໃຕ້ແລະ 3 ແຂວງພາກກາງຂອງລາວ ໄດ້ໄຂຂຶ້ນ.
ຍສໝ - ໃນວັນທີ 20 ມີນາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມໃຫຍ່ຂອງສະມາຄົມມິດຕະພາບຫວຽດນາມ - ລາວ ໃນຂົງເຂດຕຳຫຼວດປະຊາຊົນ (ສະມາຄົມ) ຄັ້ງທຳອິດ, ອາຍຸການ 2025 - 2030. ທ່ານ ພົນເອກ ເລືອງຕາມກກວາງ, ກຳມະການກົມການເມືອງ, ເລຂາທິການຄະນະພັກຕຳຫຼວດສູນກາງ, ລັດຖະມົນຕີກະຊວງຕຳຫຼວດ ເຂົ້າຮ່ວມ ແລະ ກ່າວຄຳປາໄສຊີ້ນຳທີ່ກອງປະຊຸມໃຫຍ່.
ຍສໝ - ໂດຍສົມທົບກັບສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ, ສະມາຄົມມິດຕະພາບ ຫວຽດນາມ - ລາວ ໃນຂົງເຂດຕຳຫຼວດປະຊາຊົນ ໄດ້ມີຫຼາຍການປະກອບສວນຢ່າງແທດຈິງ ແລະ ມີຄວາມໝາຍ, ປະກອບເພີ່ມພຸນຄຸນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ.
ຍສໝ - ໃນຂອບເຂດການເຄື່ອນໄຫວຢູ່ລາວ, ຄະນະປະຕິບັດງານສູນກາງສະຫະພັນຊາວໜຸ່ມ ຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກກັບຄະນະຊາວໜຸ່ມແຂວງ ຜົ້ງສາລີ; ສະບາຍດີມະນຸດສຳພັນ ແລະ ອວຍພອນບຸນປີໃໝ່ປະເພນີ ລາວ ໃຫ້ແກ່ການນຳແຂວງ ຜົ້ງສາລີ. ໃນໂອກາດນີ້, ຄະນະປະຕິບັດງານໄດ້ມອບຂອງຂວັນທີ່ມີຄວາມໝາຍຫຼາຍຢ່າງໃຫ້ເຖິງໄວໜຸ່ມແຂວງ ຜົ້ງສາລີ.
ຍສໝ - ແຂວງ ອັດຕະປື (ລາວ) ປາດຖະໜາວ່າ ໃນໄລຍະຈະມາເຖິງຈະໄດ້ຮຽນຮູ້ຈາກແຂວງດັກລັກ ກ່ຽວກັບປະສົບການການປູກຝັງ, ການຜະລິດກາເຟ ກໍ່ຄືການຫັນເປັນການຄ້າສິນຄ້າ, ເປີດກວ້າງຕະຫຼາດ.
ຍສໝ - ການປະກວດແມ່ນການເຄື່ອນໄຫວນອກຫຼັກສູດທີ່ມີຄວາມໝາຍ, ສ້າງກາລະໂອກາດໃຫ້ບັນດາຄູອາຈານສະແດງຄວາມສາມາດສື່ສານດ້ວຍພາສາຫວຽດນາມ ແລະ ແລກປ່ຽນ, ແບ່ງປັນຄວາມເຂົ້າໃຈ ແລະ ຄວາມຮັກແພງຕໍ່ວັດທະນະທຳ ແລະ ປະຊາຊົນ ຫວຽດນາມ.
ຍສໝ - ທ່ານ ເລດືກຕຽນ ຮອງປະທານຄະນະກຳມະການປະຊາຊົນແຂວງ ກວາງຈິ ໄດ້ມອບໃຫ້ພະແນກກໍ່ສ້າງແຂວງນີ້ ໜູນຊ່ວຍບໍລິສັດ ນາມຕຽນ ຈຳກັດ ເພື່ອສຳເລັດເອກະສານການອອກແບບສຳລັບໂຄງການກໍ່ສ້າງສາຍພານສົ່ງຖ່ານຫີນຈາກລາວ ໄປຫວຽດນາມ.
ຍສໝ - ວັນທີ 23 ກຸມພາ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ໂຮ່ຈິມິນ ໃຫ້ຮູ້ວ່າ ປີ 2024, ລະບົບແນວໂຮມປະເທດຊາດ ນະຄອນ ແລະ ບັນດາອົງການສະມາຊິກ ໄດ້ຜັນຂະຫຍາຍຫຼາຍການເຄື່ອນໄຫວການທູດປະຊາຊົນຢ່າງມີປະສິດທິຜົນ.
ຍສໝ - ວັນທີ 23 ກຸມພາ, ຢູ່ນະຄອນ ໂຮ່ຈິມິນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ຄະນະປະຕິບັດງານໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ທ່າກຳປັ່ນ ເຕີນກາງ - ກາດຫຼາຍ, ຂຶ້ນກັບບໍລິສັດ.spj ເຕີນກາງ ໄຊງ່ອນ, ເຫຼົ່າທັບເຮືອ.
ຍສໝ - ຕອນບ່າຍວັນທີ 14 ກຸມພາ, ຄະນະພະນັກງານແຂວງ ຫົວພັນ (ລາວ) ໂດຍທ່ານ ບຸນລວຍ ສຸກທິວົງ - ຫົວໜ້າພະແນກການຕ່າງປະເທດແຂວງ ຫົວພັນ ເປັນຫົວໜ້າຄະນະ ໄດ້ໄປຢ້ຽມຢາມ, ເຮັດວຽກ ແລະ ສົ່ງມອບນັກສຶກສາລາວ ທີ່ເຂົ້າຮຽນຢູ່ມະຫາວິທະຍາໄລ ຮົ່ງດຶກ (ແທັງຮວ່າ) ສົກຮຽນ 2024-2025.
ຍສໝ - ວັດ ເຟິດຕິກ ຢູ່ນະຄອນຫຼວງວຽງຈັນ ໄດ້ຈັດຕັ້ງບຸນວັນເພັງເດືອນຈຽງ ເພື່ອມຸ່ງໄປເຖິງບັນພະບຸລຸດ, ເຄົ້າກຳເນີດ ແລະ ຂໍອວຍພອນໃຫ້ສອງປະເທດ ຫວຽດນາມ - ລາວ ມີການພັດທະນາ, ຈະເລີນຮຸ່ງເຮືອງ, ທຸກຄອບຄົວໄດ້ຢູ່ຢ່າງສະຫງົບ, ມີຄວາມສຸກ.
ຍສໝ - ວັນທີ 14 ກຸມພາ, ກອງປະຊຸມສໍາມະນາກ່ຽວກັບເສດຖະກິດພິເສດໄດ້ຮັບການຈັດຕັ້ງຢູ່ນະຄອນຫຼວງວຽງຈັນ.
ຍສໝ - ສອງຝ່າຍສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນສືບຕໍ່ໄດ້ຮັບການເພີ່ມທະວີ. ເພື່ອບັນລຸເປົ້າໝາຍວົງເງິນການຄ້າ 5 ຕື້ໂດລາສະຫະລັດ ໃນຊຸມປີຕໍ່ໜ້າ, ສອງຝ່າຍເຫັນດີເປັນເອກະພາບຊຸກຍູ້ບັນດາກະຊວງ, ຂະແໜງການກ່ຽວຂ້ອງສ້າງກົນໄກ, ນະໂຍບາຍບຸລິມະສິດ ແລະສົ່ງເສີມການຄ້າສອງຝ່າຍ, ຍູ້ແຮງການເຊື່ອມຕໍ່ລະຫວ່າງສອງພື້ນຖານເສດຖະກິດ, ພິເສດແມ່ນພື້ນຖານໂຄງລ່າງການຄ້າຊາຍແດນ, ສ້າງເງື່ອນໄຂໃຫ້ການເຄື່ອນໄຫວຈະລາຈອນສິນຄ້າລະຫວ່າງເຂດຊາຍແດນ.
ຍສໝ - ຕອນບ່າຍວັນທີ 13 ກຸມພາ, ທີ່ນະຄອນຫຼວງວຽງຈັນ, ລາວ ໄດ້ດຳເນີນພິທີເຊັນສັນຍາການພັດທະນາໂຄງການ (PDA) ລະຫວ່າງລັດຖະບານ ລາວ ແລະ ບໍລິສັດ ຈິດຈະເລີນ ກໍ່ສ້າງ ຈໍາກັດ ໃຫ້ໂຄງການໂຮງງານໄຟຟ້າພະລັງງານລົມ ນອງ ທີ່ມີກຳລັງຕິດຕັ້ງ 1.200 MW.
ຍສໝ - ວັນທີ 4 ກຸມພາ, ຢູ່ນະຄອນຫຼວງວຽງຈັນ (ລາວ), ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນມິງເຕີມ ໄດ້ມີການພົບປະເຮັດວຽກກັບທ່ານ ມອນໄຊ ລາວມົວຊົ່ງ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ. ສອງຝ່າຍ ໄດ້ຢັ້ງຢືນບົດບາດຂອງໄວໜຸ່ມໃນການເພີ່ມພູນຄູນສ້າງສາຍພົວພັນແບບພິເສດ ຫວຽດນາມ-ລາວ, ພ້ອມທັງປຶກສາຫາລືບັນດາການເຄື່ອນໄຫວຮ່ວມມືທີ່ສໍາຄັນໃນໄລຍະ 2022-2027, ໃນນັ້ນມີການໂຄສະນາເຜີຍແຜ່, ບຳລຸງສ້າງ, ພົບປະແລກປ່ຽນ ແລະ ພັດທະນາທັກສະຊາວໜຸ່ມໃນຍຸກດີຈີຕອນ.
ຍສໝ - ຄະນະກຳມະການປະຊາຊົນແຂວງ ແທງຮວ່າ ຫາກໍ່ໄດ້ອອກມະຕິເລກທີ 98/QD-UBND ກ່ຽວກັບການມອບຮັບ ແລະ ບຳລຸງສ້າງນັກສຶກສາຕ່າງປະເທດ 58 ຄົນທີ່ມາຈາກແຂວງ ຫົວພັນ, ສປປ ລາວ ໃນສົກຮຽນ 2024-2025.
ຍສໝ - ວັນທີ 18 ມັງກອນນີ້, ສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງ ໄທງວຽນ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ IV, ອາຍຸການ 2024 - 2029.