ວິສາຫະກິດຫວຽດນາມລົງທຶນຢູ່ລາວ, ເຊື່ອມຕໍ່ການພັດທະນາເສດຖະກິດກັບການຮັບປະກັນຊີວິດສັງຄົມ

23:30 | 09/08/2025

ຍສໝ - ຢູ່ເມືອງເຊໂປນ, ເປັນເມືອງພູດອຍຫ່າງໄກສອກຫຼີກຂອງແຂວງສະຫວັນນະເຂດ, ທາງພາກກາງຂອງລາວ, ການປະກົດຕົວຂອງບັນດາວິສາຫະກິດຫວຽດນາມ ບໍ່ພຽງແຕ່ນຳມາເຊິ່ງກຳລັງວັງຊາໃໝ່ໃຫ້ແກ່ພື້ນຖານເສດຖະກິດທ້ອງຖິ່ນເທົ່ານັ້ນ, ຫາກຍັງປະກອບສ່ວນສຳຄັນເຂົ້າໃນຂະບວນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ສ້າງວຽກເຮັດງານທຳ ແລະ ພັດທະນາກະສິກຳແບບຍືນຍົງ.

ວິສາຫະກິດແຂວງຮ່າຕິ້ງ ໜູນຊ່ວຍລາວ ຮັບປະກັນຊີວິດສັງຄົມ
ແຂວງຮ່າຕິ້ງ ຮ່ວມມືພັດທະນາຂົງເຂດດ້ານແຮງງານ, ວຽກເຮັດງານທໍາ ແລະຮັບປະກັນຊີວິດສັງຄົມ ກັບແຂວງບໍລິຄໍາໄຊ ສປປ ລາວ
ວິສາຫະກິດຫວຽດນາມລົງທຶນຢູ່ລາວ, ເຊື່ອມຕໍ່ການພັດທະນາເສດຖະກິດກັບການຮັບປະກັນຊີວິດສັງຄົມ

ທ່ານ ຫງວຽນວັນຫຽບ, ຜູ້ອໍານວຍການບໍລິສັດ ປຸງແຕ່ງແປ້ງມັນຕົ້ນ ເຊໂປນ ຈໍາກັດ, ແຂວງສະຫວັນນະເຂດ, ຕອບສໍາພາດ. ພາບ: ຊວນຕູ - ນັກຂ່າວ ສຳນັກຂ່າວສານ ຫວຽດນາມ ປະຈໍາ ລາວ

ຕາມ​ນັກ​ຂ່າວສຳນັກຂ່າວສານຫວຽດນາມ ຢູ່ ລາວ, ບັນດາ​ເລື່ອງ​ຂອງ​ຄົນ​ງານ ​ແລະ ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ຢູ່​ທີ່​ນີ້ ​ແມ່ນ​ຫຼັກ​ຖານ​ທີ່​ແນ່ນອນ​ຂອງ​ຮູບ​ແບບ​ການ​ລົງທຶນ “ສອງ​ໃນໜຶ່ງ”, ທັງ​ພັດທະນາ​ທຸລະ​ກິດ ​ແລະ ທັງດູແລເຖິງ​ການ​ຮັບປະກັນຊີວິດສັງຄົມ​ທີ່​ວິ​ສາ​ຫະກິດ ຫວຽດນາມ ພວມ​ຜັນຂະຫຍາຍ​ຢູ່​ລາວ.

ນາງ ທິບພະໄກສອນ ໄຊສັນກອນ ພະນັກງານເຮັດວຽກຢູ່ບໍລິສັດຈໍາກັດຜູ້ດຽວ ປຸງແຕ່ງແປ້ງມັນຕົ້ນ ເຊໂປນ ແບ່ງປັນວ່າ: ແຕ່ກ່ອນ, ລາວເຄີຍເຮັດວຽກຢູ່ອົງການຂອງລັດມາຫຼາຍປີ ແຕ່ເງິນເດືອນບໍ່ພຽງພໍເພື່ອຊຳລະຄ່າຄອງຊີບ. ຫຼັງຈາກນັ້ນ, ລາວຕັດສິນໃຈຍ້າຍໄປເຮັດວຽກຢູ່ບໍລິສັດໜຶ່ງ ແລະ ຮອດປະຈຸບັນໄດ້ເຮັດວຽກເກືອບ 4 ດ້ວຍລະດັບເງິນເດືອນທີ່ໝັ້ນຄົງ, ມີປະກັນໄພ ແລະ ລະບອບພັກເຈັບທີ່ສົມເຫດສົມຜົນ.

ສິ່ງທີ່ເຮັດໃຫ້ນາງ ທິບພະໄກສອນ ພໍໃຈທີ່ສຸດນັ້ນ ບໍ່ພຽງແຕ່ແມ່ນລາຍຮັບທີ່ໝັ້ນຄົງເທົ່ານັ້ນ, ແຕ່ຍັງມີຄວາມສົນໃຈຢ່າງແທດຈິງຂອງວິສາຫະກິດຕໍ່ຊຸມຊົນອີກດ້ວຍ. ບໍລິສັດບໍ່ພຽງແຕ່ຈ້າງຄົນງານທ້ອງຖິ່ນເທົ່ານັ້ນ ແຕ່ຍັງສະໜັບສະໜູນຊາວກະສິກອນໃນການພັດທະນາການປູກມັນຕົ້ນ, ເປັນພືດຫຼັກຂອງເມືອງເຊໂປນ.

​ເລື່ອງ​ຂອງ​ທ້າວ ນາຍ ​ໄຊ​ຍະ​ສອນ, ​ກຳມະກອນ​ອີກ​ຄົນ​ໜຶ່ງ​ຢູ່​ບໍລິສັດ, ຍັງ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຜົນ​ກະທົບ​ຢ່າງ​ຈະ​ແຈ້ງ​ຈາກ​ການ​ລົງທຶນ​ຂອງ​ວິ​ສາ​ຫະກິດຫວຽດນາມ. ທ້າວ ​ນາຍ​ກ່າວ​ວ່າ, ​ແຕ່​ກ່ອນ, ​ລາວເຮັດ​ວຽກ​ຢູ່​ໄຮ່​ນາ, ມີ​ຊີວິດ​ການ​ເປັນ​ຢູ່​ທີ່​ທຸກ​ຍາກ, ບໍ່​ມີ​ໂອກາດ​ໄດ້​ຮ່ຳຮຽນ. ຕັ້ງແຕ່ເຮັດວຽກຢູ່ບໍລິສັດມາ, ຊີວິດການເປັນຢູ່ຂອງລາວ ແລະ ຄອບຄົວກໍ່ມີການປ່ຽນແປງຢ່າງສິ້ນເຊີງ, ມີເງິນເດືອນທີ່ໝັ້ນຄົງດ້ວຍລາຍຮັບ 7-8 ລ້ານກີບ/ເດືອນ (ປະມານ 324-370 ໂດລາ/ເດືອນ) ແລະ ສະໜັບສະໜູນເງິນເຂົ້າບ້ານ, ໄດ້ຈ່າຍປະກັນໄພ...

ທ່ານ ນາຍ ກ່າວຕື່ມວ່າ ສິ່ງທີ່ເຮັດໃຫ້ລາວມີຄວາມອຸ່ນອ່ຽນໃຈທີ່ສຸດແມ່ນຄວາມຍຸຕິທັມໃນການເຮັດວຽກ, ໃຜເຮັດວຽກຫຼາຍເຊິ່ງໄດ້ຫຼາຍກວ່າ. ເມື່ອເຈັບປ່ວຍ, ຍັງໄດ້ຮັບເງິນເດືອນ, ພັກຮ້ອນກໍ່ມີກົດລະບຽບທີ່ຊັດເຈນ. ນັ້ນເຮັດໃຫ້ລາວຮູ້ສຶກສະບາຍໃຈຫຼາຍ ແລະ ພູມໃຈທີ່ໄດ້ເປັນສ່ວນໜຶ່ງຂອງບໍລິສັດ.

ແບ່ງປັນກັບນັກຂ່າວ ສຳນັກຂ່າວສານຫວຽດນາມ ປະຈໍາ ລາວ, ທ່ານ ຫງວຽນວັນຫຽບ, ຜູ້ອໍານວຍການບໍລິສັດ ບໍລິສັດຈໍາກັດຜູ້ດຽວ ປຸງແຕ່ງແປ້ງມັນຕົ້ນ ເມືອງ ເຊໂປນ ແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ ນັບແຕ່ປີ 2012 ເປັນຕົ້ນມາ, ບໍລິສັດໄດ້ກໍານົດເປົ້າໝາຍບໍ່ພຽງແຕ່ການຜະລິດດຳເນີນທຸລະກິດ ຫາກຍັງປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານຮັບປະກັນຊິວີດສັງຄົມຢູ່ທ້ອງຖິ່ນອີກດ້ວຍ.

ວິສາຫະກິດຫວຽດນາມລົງທຶນຢູ່ລາວ, ເຊື່ອມຕໍ່ການພັດທະນາເສດຖະກິດກັບການຮັບປະກັນຊີວິດສັງຄົມ

ທ່ານ ສົມບັດ ອິສະທະວົງ ຮອງເຈົ້າເມືອງເຊໂປນ ແຂວງ ສະຫວັນນະເຂດ ໄດ້ແບ່ງປັນກ່ຽວກັບບົດບາດ ແລະ ການປະກອບສ່ວນຂອງບໍລິສັດຫວຽດນາມ ທີ່ມີຕໍ່ທ້ອງຖິ່ນ. ພາບ: ຊວນທູ - ນັກຂ່າວ ສຳນັກຂາວສານ ຫວຽດນາມ ປະຈໍາ ລາວ

ຕາມທ່ານ ສົມບັດ ອິສະທະວົງ ຮອງເຈົ້າເມືອງເຊໂປນ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ເມືອງເຊໂປນ ເປັນເຂດພູດອຍທີ່ປະສົບກັບຄວາມຫຍຸ້ງຍາກຫຼາຍດ້ານ, ປະຊາຊົນສ່ວນຫຼາຍແມ່ນເຮັດໄຮ່ເຮັດນາ ແລະ ລ້ຽງສັດ. ການ​ມີໜ້າຂອງ​ບັນດາບໍລິສັດ​ ​ຫວຽດນາມ ​ເຊັ່ນ​ ​ປຸງ​ແຕ່ງ​ແປ້ງ​ມັນ​ຕົ້ນ ​ແລະ ປູກ​ຢາງພາລາ ​ໄດ້​ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ເຂົ້າ​ໃນ​ການ​ຍົກສູງຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ສ້າງ​ລາຍ​ຮັບ​ເພີ່ມ​ເຕີມ ​ແລະ ​ເປີດ​ກາລະ​ໂອກາດ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກໃຫ້ປະຊົນ.

ສາມາດເວົ້າໄດ້ວ່າ ຮູບແບບການລົງທຶນຂອງວິສາຫະກິດຫວຽດນາມ ຢູ່ລາວ, ພິເສດ ຢູ່ເມືອງເຊໂປນ, ແຂວງສະຫວັນນະເຂດ ແມ່ນຕົວຢ່າງທີ່ ພົ້ນເດັ່ນຂອງການສົມທົບກັນຢ່າງກົມກຽວລະຫວ່າງຜົນປະໂຫຍດທາງທຸລະກິດ ແລະຄວາມຮັບຜິດຊອບທາງສັງຄົມ. ບໍ່​ພຽງ​ແຕ່​ນຳ​ມາ​ເຊິ່ງປະສິດທິ​ຜົນ​ດ້ານ​ເສດຖະກິດ​ເທົ່າ​ນັ້ນ, ບັນດາ​ວິ​ສາ​ຫະກິດ​ຍັງ​ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ໜູນ​ຊ່ວຍ​ພັດທະນາ​ກະສິກຳ, ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ ​ແລະ ປະກອບສ່ວນ​ເຂົ້າ​ໃນ​ບັນດາການ​ເຄື່ອນ​ໄຫວ​ຂອງ​ຊຸມ​ຊົນ.

ແບ່ງປັນກ່ຽວກັບບົດບາດຂອງບັນດາວິສາຫະກິດ ຫວຽດນາມ, ທ່ານ ທະນົງໄທ ສຸກຄໍາທັນ, ຫົວໜ້າຄະນະຄຸ້ມຄອງເຂດພິເສດເສດຖະກິດ ແຂວງສະຫວັນນະເຂດ ຢືນຢັນວ່າ ບັນດາວິສາຫະກິດຫວຽດນາມ ລົງທຶນຢູ່ລາວ ມີບົດບາດສໍາຄັນຫຼາຍ, ປະກອບສ່ວນພັດທະນາເສດຖະກິດ - ສັງຄົມ, ພິເສດແມ່ນບັນດາຂົງເຂດປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ທ່ານ​ກ່າວ​ຕື່ມ​ວ່າ ບັນດາ​ວິ​ສາ​ຫະກິດ ຫວຽດນາມ ນຳ​ເອົາ​ບັນດາ​ເຕັກນິກ, ​ເຕັກ​ໂນ​ໂລ​ຢີທີ່​ທັນ​ສະ​ໄໝ, ສ້າງ​ວຽກ​ເຮັດ​ງານ​ທຳ​ຫຼາຍ​ຢ່າງ​ໃຫ້​ປະຊາຊົນ​ທ້ອງ​ຖິ່ນ.

​ໃນ​ສະພາບ​ການ​ທີ່​ສາຍ​ພົວພັນ​ມິດຕະພາບ​ຫວຽດນາມ - ລາວ ສືບ​ຕໍ່​ໄດ້​ຮັບ​ການ​ຊຸກຍູ້​ໃນ​ຫຼາຍ​ຂົງ​ເຂດ, ການ​ປະກົດ​ຕົວ​ຂອງບັນດາ​ວິ​ສາ​ຫະກິດ​ຫວຽດນາມ ຢູ່​ລາວ ​ໄດ້​ສະ​ແດງ​ໃຫ້​ເຫັນ​ທ່າ​ອ່ຽງ​ການ​ຮ່ວມ​ມື​ລົງທຶນ​ຕິດ​ພັນ​ກັບ​ບັນດາ​ການ​ເຄື່ອນ​ໄຫວ​ພັດທະນາ​ປະຊາ​ຄົມ. ແທນ​ທີ່​ຈະ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ການ​ດຳ​ເນີນ​ທຸລະ​ກິດ​ຢ່າງ​ດຽວ, ຫຼາຍ​ວິ​ສາ​ຫະກິດ​ໄດ້​ເລືອກ​ວິທີ​ການ​ເຂົ້າເຖິງກັບ​ທ້ອງ​ຖິ່ນ​ຫຼາຍ​ກວ່າ​ເກົ່າ​ໂດຍ​ຜ່ານ​ການ​ສ້າງ​ວຽກ​ເຮັດ​ງານ​ທຳ, ໜູນ​ຊ່ວຍ​ການ​ຜະລິດ​ກະສິກຳ ​ແລະ ​ເຂົ້າ​ຮ່ວມ​ບັນດາ​ໂຄງການ​ສັງຄົມ.

ຮັບປະກັນຊີວິດສັງຄົມ, ເພີ່ມທະວີພະລັງຄວາມສາມາດ, ສ້າງໂອກາດໃຫ້ແກ່ແມ່ຍິງ ແລະ ເດັກຍິງ ຮັບປະກັນຊີວິດສັງຄົມ, ເພີ່ມທະວີພະລັງຄວາມສາມາດ, ສ້າງໂອກາດໃຫ້ແກ່ແມ່ຍິງ ແລະ ເດັກຍິງ

ຍສໝ - ຫວ່າງແລ້ວນີ້, ຢູ່​ແຂວງ ບາ​ເຣ້ຍ - ຫວຸງ​ເຕົ່າ, ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ​ສົມທົບ​ກັບ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ບາ​ເຣ້ຍ - ຫວຸງ​ເຕົ່າ, ອົງການ​ສະຫະ​ປະຊາ​ຊາດ​ ເພື່ອ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ​ຊາຍ ​ແລະ ມອບສິດທິໃຫ້ແກ່​ແມ່ຍິງ (UN WOMEN) ໄດ້​ຈັດ​ພິ​ທີ​ປຸກລະດົມ​ເດືອນ​ການກະທຳ​ແຫ່ງ​ຊາດ​ເພື່ອ​ຄວາມ​ສະ​ເໝີ​ພາບລະຫວ່າງຍິງ-ຊາຍ​ ປີ 2022.

ເພີ່ມທະວີການຮ່ວມມືກັບສະຫະປະຊາຊາດປະຈຳ ຫວຽດນາມ ກ່ຽວກັບການຮັບປະກັນຊີວິດສັງຄົມ ເພີ່ມທະວີການຮ່ວມມືກັບສະຫະປະຊາຊາດປະຈຳ ຫວຽດນາມ ກ່ຽວກັບການຮັບປະກັນຊີວິດສັງຄົມ

ຍສໝ - ທ່ານນາງ Pauline Tamesis ໃຫ້ຄຳໝັ້ນສັນຍາວ່າ ສະຫະປະຊາຊາດຍາມໃດກໍ່ພ້ອມທີ່ຈະໜູນຊ່ວຍ ແລະ ຮ່ວມເດີນທາງກັບກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ເພື່ອແບ່ງປັນບົດຮຽນໃນການຮັບປະກັນຊີວິດສັງຄົມ.

ແທັງຮັ່ງ