ການຮ່ວມມືດ້ານປ້ອງກັນປະເທດຫວຽດນາມ - ລາວ ນັບມື້ນັບແທດຈິງ, ມີປະສິດທິຜົນ

09:33 | 14/08/2025

ຍສໝ - ຕອນເຊົ້າວັນທີ 11 ສິງຫາ, ຢູ່ສໍານັກງານກະຊວງປ້ອງກັນປະເທດ, ທ່ານພົນເອກ ຈິ້ງວັນກວຽດ, ເລຂາທິການສູນກາງພັກ, ກໍາມະການປະຈໍາຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໄດ້ເປັນປະທານພິທີຕ້ອນຮັບ ແລະ ພົບປະເຈລະຈາກັບທ່ານພົນໂທ ວົງສອນ ອິນພັນພິມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ.

ນໍາການພົວພັນຫວຽດນາມ-ລາວ ນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະແທດຈິງ
ຮ່ວມມືລະຫວ່າງບັນດາໂຮງຮຽນກອງທັບຫວຽດນາມ-ລາວ ຢ່າງແໜ້ນແຟ້ນ, ມີປະສິດທິຜົນ ແລະຮອບດ້ານກວ່າອີກ

ໂດຍຕອບສະໜອງຕາມຄຳເຊີນຂອງທ່ານພົນເອກ ຈິ້ງວັນກວຽດ, ເລຂາທິການສູນກາງພັກ, ກໍາມະການປະຈໍາຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ,ທ່ານພົນໂທ ວົງສອນ ອິນພັນພິມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ ແລະ ພັນລະຍາ ໄດ້ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 10-14 ສິງຫາ 2025.

ການຮ່ວມມືດ້ານປ້ອງກັນປະເທດຫວຽດນາມ - ລາວ ນັບມື້ນັບແທດຈິງ, ມີປະສິດທິຜົນ

ທ່ານພົນເອກ ຈິ້ງວັນກວຽດ ມອບດອກໄມ້ໃຫ້ທ່ານພົນໂທ ວົງສອນ ອິນພັນພິມ

ທ່ານພົນເອກ ຈິ້ງວັນກວຽດ, ເລຂາທິການສູນກາງພັກ, ກໍາມະການປະຈໍາຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໄດ້ເປັນປະທານພິທີຕ້ອນຮັບ ແລະ ພົບປະເຈລະຈາ.

ທີ່​ການພົບປະເຈລະຈາ, ທ່ານ​ພົນ​ເອກ ຈິ້ງວັນກວຽດ ​ໄດ້​ຊົມ​ເຊີຍ​ຜົນສຳ​ເລັດ​ຂອງກອງ​ປະຊຸມ​ໃຫຍ່ ຜູ້ແທນອົງຄະນະພັກ​ກະຊວງ​ປ້ອງ​ກັນ​ປະ​ເທດ​ລາວ ​ຄັ້ງ​ທີ 6, ອາຍຸ​ການ 2025 - 2030. ທ່ານ​ພົນ​ເອກ ສະແດງຄວາມ​ເຊື່ອ​ໝັ້ນ​ວ່າ ພາຍໃຕ້​ການ​ນຳພາ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ຄະນະ​ປະຈຳ​ພັກ​ກະຊວງ​ປ້ອງ​ກັນ​ປະ​ເທດ​ລາວ, ກອງທັບປະຊາຊົນລາວ ຈະສືບ​ຕໍ່​ບັນລຸ​ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ​ກວ່າອີກ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ຂະບວນການ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ລາວ ​ແລະ ສາຍພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ລາວ.

ການຮ່ວມມືດ້ານປ້ອງກັນປະເທດຫວຽດນາມ - ລາວ ນັບມື້ນັບແທດຈິງ, ມີປະສິດທິຜົນ

ທ່ານພົນເອກ ຈິ້ງວັນກວຽດ ເປັນປະທານພິທີຕ້ອນຮັບທ່ານພົນໂທ ວົງສອນ ອິນພັນພິມ

ທ່ານຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ເນັ້ນໜັກວ່າ ພັກ, ລັດ, ກອງທັບ ແລະ ປະຊາຊົນຫວຽດນາມ ຍາມໃດກໍ່ຈົດຈໍາການໜູນຊ່ວຍອັນໃຫຍ່ຫຼວງ, ປະເສີດ, ສຸດອົກສຸດໃຈ ແລະ ມີປະສິດທິຜົນທີ່ພັກ, ລັດ, ກອງທັບ ແລະ ປະຊາຊົນລາວ ທີ່ມີຕໍ່ໃຫ້ຫວຽດນາມ ໃນພາລະກິດຕໍ່ສູ້ຍາດເອົາເອກະລາດແຕ່ກ່ອນ ກໍ່ຄືຂະບວນການພາສ້າງສາ ແລະ ປົກປັກຮັກສາປະເທດຊາດໃນປັດຈຸບັນ.

ທີ່​ການພົບປະເຈລະຈາ, 2 ຝ່າຍ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ສະພາບ​ການ​ໂລກ, ພາກ​ພື້ນ ​ແລະ ການ​ທະຫານ​ຂອງ​ແຕ່ລະ​ປະ​ເທດ.

ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ທັດສະນະທີ່ມັ່ນຄົງ​ຂອງ​ຫວຽດນາມ​ແມ່ນ​ການ​ແກ້​ໄຂ​ທຸກ​ການ​ພິພາດ​ໂດຍ​ສັນຕິ​ວິທີ, ສອດຄ່ອງ​ກັບ​ກົດໝາຍ​ສາກົນ, ​ໃນ​ນັ້ນ​ມີ​ສົນທິສັນຍາ​ຂອງສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ທະ​ເລ​ປີ 1982; ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC), ຢ່າງມີປະສິດຕິຜົນ ແລະ ຄົບຖ້ວນ, ສຳເລັດການເຈລະຈາໂດຍໄວ ແລະ ລົງນາມໃນກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ມີຄຸນສັກສິດ, ມີປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນ.

ການຮ່ວມມືດ້ານປ້ອງກັນປະເທດຫວຽດນາມ - ລາວ ນັບມື້ນັບແທດຈິງ, ມີປະສິດທິຜົນ

ທ່ານພົນເອກ ຈິ້ງວັນກວຽດ ເປັນປະທານພິທີຕ້ອນຮັບທ່ານພົນໂທ ວົງສອນ ອິນພັນພິມ ກວດກາຄືນກອງກຽດຕິຍົດກອງທັບປະຊາຊົນຫວຽດນາມ.

ກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ, ໃນໄລຍະມໍ່ໆມານີ້, ບົນພື້ນຖານບັນດາເອກະສານ, ສັນຍາທີ່ໄດ້ລົງນາມ, ສອງຝ່າຍໄດ້ຕັ້ງໜ້າຜັນຂະຫຍາຍບັນດາຂົງເຂດຮ່ວມມື, ບັນລຸໄດ້ໝາກຜົນຫຼາຍຢ່າງ ພິເສດແມ່ນ: ໄດ້ສົມທົບກັນຢ່າງແໜ້ນແຟ້ນ, ເຮັດໃຫ້ວຽກງານໂຄສະນາ, ສຶກສາກ່ຽວກັບສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດລະຫວ່າງສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນສອງປະເທດ; ການ​ພົບ​ປະ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ​ແລະ ທຸກ​ຂັ້ນ ​ໄດ້​ຖືເປັນສຳຄັນ ​ແລະ ຊຸກຍູ້...

ທ່ານພົນເອກ ຈິ້ງວັນກວຽດ ສະແດງຄວາມຂອບອົກຂອບໃຈມາຍັງພັກ, ລັດຖະບານ ແລະ ລັດລາວ ທີ່ສົ່ງຄະນະຜູ້ແທນຂັ້ນສູງເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ ແລະ ໄດ້ສົ່ງທະຫານກອງທັບປະຊາຊົນລາວ ເຂົ້າຮ່ວມພິທີແຫ່ສວນສະໜາມ, ແຫ່ຂະບວນທີ່ພິທີສະເຫຼີມສະຫຼອງ; ພ້ອມ​ທັງ​ສົມທົບ​ກັນ​ຢ່າງ​ຕັ້ງໜ້າ​ໃນ​ການ​ກໍ່ສ້າງ​ອະນຸສາວະລີ​ນັກຮົບກອງທັບປະຊາຊົນລາວ ໃນ​​ເຂດ​ຫໍພິພິທະ​ພັນ​ປະຫວັດສາດ​ການ​ທະຫານ​ຫວຽດນາມ.

ການຮ່ວມມືດ້ານປ້ອງກັນປະເທດຫວຽດນາມ - ລາວ ນັບມື້ນັບແທດຈິງ, ມີປະສິດທິຜົນ

ພາບລວມຂອງການພົບປະສອງຝ່າຍ.

Thời gian tới, Đại tướng Trịnh Văn Quyết đề nghị hai bên tập trung vào một số nội dung trọng tâm hợp tác sau: tăng cường gặp gỡ, tiếp xúc cấp cao; tiếp tục phối hợp chặt chẽ, triển khai hiệu quả công tác tuyên truyền, giáo dục về lịch sử, ý nghĩa, tầm quan trọng của mối quan hệ hữu nghị vĩ đại, đoàn kết đặc biệt và hợp tác toàn diện giữa hai Đảng, hai Nhà nước, hai Quân đội và nhân dân hai nước Việt Nam - Lào, nhất là đối với thế hệ trẻ; tăng cường hợp tác trên lĩnh vực báo chí, tuyên truyền, quản lý mạng xã hội thông qua trao đổi kinh nghiệm, tập huấn, bồi dưỡng chuyên môn, cử chuyên gia sang giúp đỡ, hỗ trợ lẫn nhau; tăng cường giao lưu, trao đổi đoàn các cấp.

ໃນໄລຍະຈະມາເຖິງ, ທ່ານພົນເອກ ຈິ້ງວັນກວຽດ ສະເໜີສອງຝ່າຍສຸມໃສ່ເຂົ້າບັນດາເນື້ອໃນຈຸດສຸມຮ່ວມມືຄື: ເພີ່ມທະວີການພົບປະຂັ້ນສູງ, ຕິດຕໍ່ຂັ້ນສູງ ; ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ຜັນຂະຫຍາຍວຽກງານໂຄສະນາ, ສຶກສາກ່ຽວກັບປະຫວັດສາດ, ຄວາມໝາຍ ແລະ ຄວາມສຳຄັນຂອງການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນສອງປະເທດ ຫວຽດນາມ ແລະ ລາວ, ພິເສດແມ່ນລຸ້ນໜຸ່ມ; ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ສື່​ມວນ​ຊົນ, ໂຄສະນາ​ເຜີຍ​ແຜ່, ຄຸ້ມ​ຄອງ​ເຄືອ​ຂ່າຍ​ສັງຄົມ​ໂດຍ​ຜ່ານ​ການ​ແລກປ່ຽນ​ປະສົບ​ການ, ເຝິກອົບຮົມ, ບຳລຸງ​ສ້າງ​ວິຊາ​ຊີບ, ສົ່ງ​ຜູ້​ຊ່ຽວຊານ​ມາ​ຊ່ວຍ​ເຫຼືອ, ໜູນ​ຊ່ວຍ​ເຊິ່ງກັນ ​ແລະ ກັນ; ​ເພີ່ມ​ທະວີ​ການ​ແລກປ່ຽນ ​ແລະ ຄະນະ​ຜູ້​ແທນ​ທຸກ​ຂັ້ນ.

ການຮ່ວມມືດ້ານປ້ອງກັນປະເທດຫວຽດນາມ - ລາວ ນັບມື້ນັບແທດຈິງ, ມີປະສິດທິຜົນ

ທ່ານພົນເອກ ຈິ້ງວັນກວຽດ ກ່າວຄຳປາໄສທີ່ການພົບປະສອງຝ່າຍ

ນອກຈາກນັ້ນ, ເສີມຂະຫຍາຍບັນດາກົນໄກ, ຮູບແບບການຮ່ວມມືຄື: ພົບປະແລກປ່ຽນນາຍທະຫານຊາວໜຸ່ມ, ພົບປະແລກປ່ຽນແມ່ຍິງທະຫານ, ແຮກສ່ຽວທະຫານ -ປະຊາຊົນ, ກອງປະຊຸມປະຈຳປີລະຫວ່າງບັນດາເຂດທະຫານ, ກອງທັບ ແລະ ກຳລັງປ້ອງກັນຊາຍແດນຂອງສອງປະເທດ; ສົມທົບ​ກັນ​ຈັດ​ຕັ້ງ​ກອງ​ປະຊຸມ​ປະຈຳ​ປີ​ລະຫວ່າງ 3 ທ່ານ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ຫວຽດນາມ - ລາວ - ກຳປູ​ເຈຍ ​ໃນ​ປີ 2025 ຢູ່​ລາວ.

ທ່ານພົນເອກ ຈິ້ງວັນກວຽດ ກໍໄດ້ສະແດງຄວາມຂອບໃຈນັບຖືຢ່າງສູງຕໍ່ກະຊວງປ້ອງກັນປະເທດລາວ ທີ່ໄດ້ສືບຕໍ່ໃຫ້ການສະໜັບສະໜູນ ແລະ ສົ່ງທະຫານກອງທັບປະຊາຊົນລາວ ເຂົ້າຮ່ວມສວນສະໜາມ ແລະ ແຫ່ຂະບວນທີ່ພິທີສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ ສາທາລະນະລັດ ສັງຄົມນິຍົມຫວຽດນາມ (2 ກັນຍາ 1945 – 2 ກັນຍາ 2025). ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ຫວັງ​ວ່າ​ຈະ​ໄດ້​ຕ້ອນຮັບ​ການ​ນຳ​ກະຊວງ​ປ້ອງ​ກັນ​ປະ​ເທດ, ຫົວໜ້າ​ກົມ​ໃຫຍ່​ການ​ເມືອງ​ກອງທັບ​ປະຊາຊົນ​ລາວ ​ເຂົ້າ​ຮ່ວມ​ເຫດການ​ຄັ້ງນີ້.

ການຮ່ວມມືດ້ານປ້ອງກັນປະເທດຫວຽດນາມ - ລາວ ນັບມື້ນັບແທດຈິງ, ມີປະສິດທິຜົນ

ທ່ານ​ພົນ​ໂທ ວົງ​ສອນ ອິນພັນພິມ ກ່າວ​ຄຳ​ປາໄສ​ທີ່ການພົບປະສອງຝ່າຍ

​ໃນ​ໂອກາດ​ນີ້, ທ່ານ​ພົນ​ໂທ ວົງ​ສອນ ອິນພັນພິມ ​ໄດ້​ອວຍພອນ​ທ່ານ​ພົນ​ເອກ ຈິ້ງວັນກວຽດ ​ໄດ້​ຮັບ​ການຍົດທະຫານຂຶ້ນເປັນພົນເອກ​ຈາກ​ພັກ ​ແລະ ລັດ ​ແລະ ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ທ່ານ​ພົນ​ເອກ ຈິ້ງວັນກວຽດ ທີ່​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ດ້ວຍ​ນ້ຳໃຈເຄົາລົບນັບຖືນັ້ນ.

ທ່ານພົນໂທ ວົງ​ສອນ ອິນພັນພິມ ກໍໄດ້ສົ່ງຄຳອວຍພອນຂອງທ່ານ ລັດຖະມົນຕີກະຊວງປ້ອງກັນປະເທດລາວ ເຖິງທ່ານພົນເອກ ຟານວັນຢາງ ແລະ ຄຳຖາມຂ່າວຂອງທ່ານພົນໂທ ທອງລອຍ ສິລິວົງ, ກໍາມະການສູນກາງພັກ ປະຊາຊົນ ປະຕິວັດລາວ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ ເຖິງທ່ານ ພົນເອກ ຈິ່ງວັນກວຽດ.

ການຮ່ວມມືດ້ານປ້ອງກັນປະເທດຫວຽດນາມ - ລາວ ນັບມື້ນັບແທດຈິງ, ມີປະສິດທິຜົນ

ທ່ານ​ພົນ​ໂທ ວົງ​ສອນ ອິນພັນພິມ ​ໄດ້​ມອບ​ດອກ​ໄມ້​ໃຫ້​ທ່ານ​ພົນ​ເອກ ຈິ່ງວັນກວຽດ

ທ່ານພົນໂທ ວົງ​ສອນ ອິນພັນພິມ ສະແດງຄວາມເຫັນດີກ່ຽວກັບເນື້ອໃນແລກປ່ຽນຂອງທ່ານພົນເອກ, ພິເສດແມ່ນໝາກຜົນການຮ່ວມມືດ້ານປ້ອງກັນຊາດເວົ້າລວມ ແລະ ການຮ່ວມມືລະຫວ່າງກົມໃຫຍ່ການເມືອງ 2 ປະເທດ ເວົ້າສະເພາະ, ບັນລຸໄດ້ໝາກຜົນແທດຈິງ, ດີງາມ ແລະ ມີບັນດາບາດກ້າວພັດທະນາໃໝ່, ໃນນັ້ນ ມີການເຄື່ອນໄຫວຫຼາຍຢ່າງໄດ້ສ້າງຄວາມເຜີຍແຜ່ກ່ຽວກັບສາຍພົວພັນມິດຕະພາບ ລະຫວ່າງ 2 ປະເທດ ແລະ ກອງທັບສອງປະເທດ.

ກ່ອນ​ໜ້າ​ນັ້ນ, ຄະນະ​ຫົວໜ້າກົມ​ການ​ເມືອງ​ກອງທັບ​ປະຊາຊົນ​ລາວ ​ໄດ້​ວາງພວງມາລາ​ທີ່​ອະນຸສາວະລີ​ບັນດາວິລະ​ຊົນນັກຮົບຜູ້້ເສຍສະລະຊີວິດເພື່ອຊາດ, ວາງ​ພວງມາລາ ​ແລະ ເຂົ້າຢ້ຽມຢາມ​ສຸສານ​ປະທານ​ໂຮ່ຈິ​ມິນ. ​ໃນຂອບເຂດການເດີນທາງ​ໄປຢ້ຽມຢາມ, ຄະນະ​ຈະ​ໄດ້​ເຂົ້າ​ຢ້ຽມ​ຂ່ຳນັບ​ທ່ານ​ປະທານ​ປະ​ເທດ, ​ເຮັດ​ວຽກ​ຢູ່​ກອງ​ທະຫານ​ເຂດ 2 ​ແລະ ວິທະຍາຄານ​ການ​ເມືອງ.

ການຢ້ຽມຢາມທີ່ນຳການພົວພັນ ຫວຽດນາມ-ສ.ເກົາຫຼີ ໃຫ້ພັດທະນາຢ່າງແທດຈິງ, ມີປະສິດທິຜົນ ແລະຍາວນານ ການຢ້ຽມຢາມທີ່ນຳການພົວພັນ ຫວຽດນາມ-ສ.ເກົາຫຼີ ໃຫ້ພັດທະນາຢ່າງແທດຈິງ, ມີປະສິດທິຜົນ ແລະຍາວນານ

ຍສໝ - ເນື່ອງໃນໂອກາດທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ຫາກໍ່ສິ້ນສຸດການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ, ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນກ່ຽວກັບໝາກຜົນອັນພົ້ນເດັ່ນຂອງການຢ້ຽມຢາມ.

ຮັດແໜ້ນການຮ່ວມມື ແລະ ການພົບປະແລກປ່ຽນປະຊາຊົນລະຫວ່າງຫວຽດນາມ ແລະ ລາວ ຢ່າງເນື້ອແທ້ ແລະ ມີປະສິດທິຜົນ ຮັດແໜ້ນການຮ່ວມມື ແລະ ການພົບປະແລກປ່ຽນປະຊາຊົນລະຫວ່າງຫວຽດນາມ ແລະ ລາວ ຢ່າງເນື້ອແທ້ ແລະ ມີປະສິດທິຜົນ

ຍສໝ - ຕອນ​ບ່າຍ​ວັນ​ທີ 15 ມີນາ, ຢູ່​ຮ່າ​ໂນ້ຍ, ທ່ານ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ຟານ​ແອງ​ເຊີນ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານນ່າງ ຄຳ​ປາວ ເອີນ​ທະ​ວັນ - ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕປະ​ຊາ​ຊົນ ລາວ. ການພົບປະ​ເພື່ອ​ແນ​ໃສ່​ປຶກ​ສາ​ຫາ​ລື​ບັນ​ດາ​ມາດ​ຕະ​ການ​ຊຸກ​ຍູ້​ການ​ຮ່ວມ​ມື ແລະ ການ​ແລກ​ປ່ຽນ​ປະ​ຊາ​ຊົນ​ລະ​ຫວ່າງ 2 ປະ​ເທດ​ຢ່າງ​ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ.

ແທັງຮັ່ງ