ຍສໝ - ຕອນເຊົ້າວັນທີ 22 ພະຈິກ, ເນື່ອງໃນໂອກາດສະເຫຼີມສະຫຼອງ 104 ປີແຫ່ງວັນການປະຕິວັດເດືອນຕຸລາ ລັດເຊຍ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ສູນເຂດຮ້ອນ ຫວຽດນາມ - ລັດເຊຍ ຢູ່ ຮ່າໂນ້ຍ.
ກາວບັ່ງ ແມ່ນບ້ານເກີດເມືອງນອນແຫ່ງປະຕິວັດ ປູຊະນີຍະສະຖານແຕ່ລະແຫ່ງຢູ່ທີ່ນີ້ ກໍ່ລ້ວນແຕ່ຕິດພັນກັບແຕ່ລະໄລຍະປະຫວັດສາດ ຂອງການປະຕິວັດ ກາວບັ່ງ ເວົ້າສະເພາະ ແລະ ຫວຽດນາມ ເວົ້າລວມ. ດິນແດນແຫ່ງນີ້ ຕິດພັນກັບຊື່ສຽງຂອງປະທານ ໂຮ່ຈີມິນ ແລະ ພົນເອກ ຫວໍງວຽນຢາບ ດ້ວຍບັນດາສະຖານທີ່ປະຫວັດສາດ ທີ່ບໍ່ອາດຫຼົງລືມໄດ້ຄື ຖ້ຳກົກບໍ໊, ປ່າເຈິ່ນຮຶງດ້າວ ພູບ໊າວດົງ...
ການປະຕິວັດເດືອນ ສິງຫາ ແມ່ນການປະຕິວັດທີ່ຍິ່ງໃຫຍ່ຂອງປະຊາຊົນຫວຽດນາມ ໃນສະຕະວັດທີ 20.
ການປະຕິວັດເດືອນສິງຫາ ແລະ ການສ້າງຕັ້ງລັດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມໃນລະດູໃບໄມ້ຫລົ່ນປີ 1945 ໄດ້ສ້າງບາດລ້ຽວປະຫວັດສາດ, ເຮັດໃຫ້ຊະຕາກຳຂອງປະເທດ ແລະ ຂອງຊາດຫວຽດນາມ ປ່ຽນແປງໂດຍພື້ນຖານ. ໄຊຊະນະຂອງ ການປະຕິວັດເດືອນສິງຫາ ໄດ້ຢັ້ງຢືນບົດບາດສຳຄັນຂອງພັກກອມມູນິດ ຫວຽດນາມ ໃນການວາງອອກແນວທາງປົດປ່ອຍຊາດອັນຖືກຕ້ອງ, ເຕົ້ມໂຮມຄວາມສາມັກຄີກຳລັງແຮງຂອງທົ່ວປວງຊົນ ແລະ ມີວິທີການຕໍ່ສູ້ຢ່າງເໝາະສົມເພື່ອສ້າງກຳລັງແຮງສັງລວມ ພ້ອມທັງໃຫ້ກຳລັງໃຈປະຊາຊົນທົ່ວປະເທດຍາດໄດ້ໄຊຊະນະ. ບັນດາບົດຮຽນເຫຼົ່ານີ້ຍັງຄົງມີຄຸນຄ່າ ແລະ ພວມໄດ້ຮັບການເສີມຂະຫຍາຍຢ່າງແຮງໃນກິດຈະການສ້າງສາ, ປົກປັກຮັກສາ ແລະ ພັດທະນາປະເທດຊາດປະຈຸບັນ.
ວັນທີ 19 ສິງຫາ 1945 ໄດ້ກ້າວເຂົ້າສູ່ປະຫວັດສາດອັນສະຫງ່າລາສີຂອງຊາດຫວຽດນາມ ຄືດັ່ງຂີດໝາຍຮຸ່ງເຮືອງເຫຼືອງເຫຼື້ອມ - ການປະຕິວັດເດືອນ ສິງຫາ ບັນລຸຜົນສຳເລັດ, ລັດປະຊາທິປະໄຕກຳມະກອນຊາວນາທຳອິດຢູ່ເຂດ ອາຊີຕາເວັນອອກສ່ຽງໃຕ້ ໄດ້ຮັບການສ້າງຕັ້ງຂຶ້ນ.
ເນື່ອງໃນໂອກາດສະເຫຼີມສະຫຼອງ 74 ປີແຫ່ງວັນທະຫານເສຍອົງຄະ ນັກຮົບເສຍສະຫຼະຊີວິດເພື່ອຊາດຄືວັນທີ 27 ກໍລະກົດປີ 1947-ວັນທີ 27 ກໍລະກົດປີ 2021, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ມີຈົດໝາຍສົ່ງເຖິງບັນດາພະນັກງານ ນັກປະຕິວັດຜູ້ອາວຸໂສ, ບັນດາແມ່ຫວຽດນາມວິລະຊົນ, ນັກວິລະຊົນ ກຳລັງປະກອບອາວຸດປະຊາຊົນ, ວິລະຊົນແຮງງານ, ບັນດາ ທະຫານເສຍອົງຄະ , ທະຫານເຈັບປວຍ, ຍາດຕິພີນ້ອງຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ, ຜູ້ທີມີຄຸນງາມຄວາມດີຕໍ່ການປະຕິວັດ.
ຍສໝ - ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ ໄດ້ສະແດງຄວາມປິຕິຊົມຊື່ນທີ່ໄດ້ຕ້ອນຮັບຄະນະຜູ້ແທນສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ມາຢ້ຽມຢາມ, ລະດົມກໍາລັງໃຈ ແລະມອບຜ້າອັດປາກ ໃຫ້ສູນກາງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ເພື່ອປະກອບສ່ວນເພີ່ມທະວີຄວາມສາມາດໃນການປ້ອງກັນ, ຕ້ານພະຍາດໂຄວິດ-19.
ຍສໝ - ໃນວັນທີ 24 ມີນາ, ຄະນະຊາວໜຸ່ມບັນດາແຂວງ, ນະຄອນ ໄດ້ຈັດຕັ້ງງານສະເຫຼີມສະຫຼອງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ຄົບຮອບ 90 ປີ (26/03/1931 – 26/03/2021), ຫວນຄືນມູນເຊື້ອອັນສະຫງ່າລາສີຂອງ 90 ປີ ແຫ່ງການກໍ່ສ້າງ, ເຕີບໃຫຍ່ ແລະ ອຸທິດສ່ວນແກ່ພາລະກິດປະຕິວັດຂອງຊາດ.
ການທີ່ສະຫາຍ ຖືກຮັບເລືອກໃຫ້ ດໍາລົງຕຳແໜ່ງ ເປັນປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສະແດງໃຫ້ເຫັນເຖິງ ການຕີລາຄາສູງ ແລະ ຄວາມໄວ້ເນື້ອເຊື່ອໃຈ ອັນເດັດຂາດ ຂອງພັກ, ລັດຖະບານ ແລະ ປະຊາຊົນລາວ ຕໍ່ກັບການປະກອບສ່ວນອັນຍິ່ງໃຫຍ່, ສຳຄັນຂອງສະຫາຍ ເຂົ້າໃນພາລະກິດປະຕິວັດ ແລະ ວຽກງານການພັດທະນາ ເສດຖະກິດ-ສັງຄົມ ຂອງລາວ. ຂ້າພະເຈົ້າເຊື່ອໝັ້ນ ຢ່າງໜັກແໜ້ນວ່າ ດ້ວຍຄວາມສາມາດ, ຄວາມເຊື່ອໝັ້ນ, ປະສົບການອັນໃຫຍ່ຫລວງ ຂອງສະຫາຍ, ສະຫາຍຈະນຳພາປະເທດຊາດ ແລະ ປະຊາຊົນລາວອ້າຍນ້ອງ ປະຕິບັດສຳເລັດ ຕາມມະຕິ ກອງປະຊຸມ ຄັ້ງທີ XI ຂອງ ພັກປະຊາຊົນ ປະຕິວັດ ລາວ ແລະ ແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ໃນໄລຍະ 2021–2025.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 66 ປີແຫ່ງວັນສ້າງຕັ້ງພັກປະຊາຊົນປະຕິວັດ ລາວ (22-3-1955/22-3-2021), ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ສົ່ງສານຊົມເຊີຍມາຍັງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ.
ພັກປະຊາຊົນປະຕິວັດລາວ ໄດ້ສືບທອດພາລະກິດ ອັນສະຫງ່າງາມ ຂອງພັກກອມມູນິດອິນດູຈີນແລະ ຢືດໝັ້ນໃນອຸດົມການ ກໍຄືທາດແທ້ ຂອງພັກ ປະຕິວັດ ມາກ-ເລນິນ ຢ່າງໜັກແໜ້ນ, ທັງເປັນເຈົ້າການເສີມຂະຫຍາຍ ມູນເຊື້ອອັນສະຫງ່າລາສີ ແລະ ກໍາລັງແຮງສັງລວມ ພາຍໃນຊາດ ສົມທົບກັບກຳລັງແຮງ ຂອງຍຸກສະໄໝ ສາມາດເຮັດສຳເລັດ ພາລະກຳປະຫວັດສາດ ໄດ້ຢ່າງສົມກຽດ, ເປີດສັງກາດໃໝ່ແຫ່ງຄວາມເປັນ ເອກະລາດ ແຫ່ງຊາດ, ອິດສະຫລະພາບ ແລະ ຄວາມເປັນເຈົ້າຕົນເອງ ຂອງປະຊາຊົນລາວບັນ ດາເຜົ່າ.
ຍສໝ - ເມື່ອບໍ່ດົນມານີ້, ຢູ່ຮ່າໂນ້ຍ, ຄະນະຕິດຕໍ່ສື່ສານອະດີດຊ່ຽວຊານຫວຽດນາມ ທີ່ຊ່ວຍເຫຼືອການປະຕິວັດກຳປູເຈຍ ໄດ້ມອບຫຼຽນໄຊດາວເຫຼືອງ, ວັດຖຸພັນ ແລະ ເອກະສານຂອງກຳລັງຊ່ຽວຊານຫວຽດນາມເພື່ອຊ່ວຍເຫຼືອການປະຕິວັດກຳປູເຈຍ ໃນໄລຍະ 1979-1989 ໃຫ້ແກ່ຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ.
ຍສໝ - ທີ່ກອງປະຊຸມ, ທ່ານ ຮ່ວາງບິນກວນ ຫົວໜ້າຄະນະພົວພັນຕ່າງປະເທດ ສູນກາງພັກກອມມູນິດຫວຽດນາມ ໄດ້ຕີລາຄາສູງເລື່ອງ ພັກປະຊາຊົນປະຕິວັດລາວ ໄດ້ລາຍງານກ່ຽວກັບໝາກຜົນກອງປະຊຸມໃຫ່ຍຄັ້ງທີ 11 ຂອງພັກປະຊາຊົນປະຕິວັດລາວ ໃຫ້ແກ່ພັກກອມມູນິດຫວຽດນາມ ເຊິ່ງສະແດງໃຫ້ເຫັນວ່າ ພັກປະຊາຊົນປະຕິວັດລາວ ຖືການພົວພັນມິດຕະພາບທີ່ຍິ່ງໃຫ່ຍ, ຄວາມສາມັກຄີແບບພິເສດຫວຽດນາມ ແລະ ລາວ ເປັນສຳຄັນ.
ເນື່ອງໃນໂອກາດທີ່ພັກກອມມູນິດຫວຽດນາມ ໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII, ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ໄດ້ສົ່ງໂທລະເລກ ອວຍພອນເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ.
ໃນໂອກາດ ໄຂກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ, ທີ່ນະຄອນຫລວງວຽງຈັນ ໃນລະຫວ່າງ ວັນທີ 13-15 ມັງກອນ 2021, ຄະນະບໍລິຫານງານສູນກາງພັກ ຂອງບັນດາພັກເພື່ອນມິດ ໃນພາກພື້ນຕ່າງໆຂອງໂລກ ຈຳນວນ 50 ພັກ, 7 ອົງການຈັດຕັ້ງຂອງພັກ ແລະ ລັດ ຫວຽດນາມ ແລະ 1 ສຳພັນຄົນລາວ ຢູ່ຕ່າງປະເທດ ໄດ້ສົ່ງສານຊົມເຊີຍມາຍັງ ຄະນະບໍລິຫານງານ ສູນກາງພັກປະຊາຊົນ ປະຕິວັດລາວ ເພື່ອສະແດງຄວາມ ຂໍ່ານັບຊົມເຊີຍຕໍ່ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ, ກໍຄື ຜົນງານໃນຕະຫລອດໄລຍະ 65 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງພັກປະຊາຊົນ ປະຕິວັດລາວ ແລະ ຜົນງານ 45 ປີ ແຫ່ງການສ້າງ ສາພັດທະນາ ປະເທດຊາດຂອງ ສປປ ລາວ, ພ້ອມທັງອວຍພອນໄຊ ອັນປະເສີດ ໃຫ້ແກ່ການນຳພັກ-ລັດ, ສະມາຊິກພັກ ແລະ ປະຊາຊົນລາວ ຈົ່ງສືບຕໍ່ໄດ້ຮັບຜົນສຳເລັດອັນໃໝ່ ໃຫຍ່ຫລວງກວ່າເກົ່າ ແລະ ສະ ແດງຄວາມເຊື່ອໝັ້ນ ໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບ ກັບ ພັກປະຊາຊົນ ປະຕິວັດລາວ.
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ໄດ້ດຳເນີນມາແຕ່ວັນທີ 13 ຮອດວັນທີ 15 ມັງກອນ 2021 ທີ່ນະຄອນຫລວງວຽງຈັນ ມາຮອດນີ້ໄດ້ປິດລົງ ຢ່າງສະຫງ່າງາມ. ກອງປະຊຸມໃຫຍ່ຄັ້ງນີ້ ແມ່ນກອງປະຊຸມໃຫຍ່ແຫ່ງ ຄວາມສາມັກຄີເປັນ ເອກະພາບສູງ; ແມ່ນກອງປະຊຸມໃຫຍ່ແຫ່ງໄຊຊະນະ; ແມ່ນກອງປະຊຸມໃຫຍ່ແຫ່ງ ການເສີມຂະຫຍາຍ ມານະຈິດປະຕິວັດ; ນີ້ແມ່ນກອງປະຊຸມໃຫຍ່ ແຫ່ງຄວາມເຊື່ອໝັ້ນ ຕໍ່ການສືບຕໍ່ນໍາພາປະເທດຊາດກ້າວຂຶ້ນ. ທົ່ວພັກ ແລະ ທົ່ວປວງຊົນລາວ ຕ່າງກໍຊື່ນຊົມຍິນດີ ແລະ ຕອບຮັບດ້ວຍບັນຍາກາດ ອັນຟົດຟື້ນ ຕໍ່ຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງນີ້.
ຍສໝ - ທ່ານ ຫງວຽນຝຸຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຊົມເຊີຍພັກປະຊາຊົນ ປະຕິວັດລາວ ຈັດຕັ້ງກອງປະຊຸມໃຫຍ່ຄັ້ງທີ XI ສໍາເລັດຜົນ ແລະ ຊົມເຊີຍທ່ານ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ສະໄໝທີ XI.
ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ໄດ້ດໍາເນີນມາເປັນເວລາ 3 ວັນເຕັມ ດ້ວຍຄວາມຮັບຜິດຊອບສູງ, ມາຮອດເວລານີ້ໄດ້ສິ້ນສຸດລົງ ດ້ວຍຜົນສໍາເລັດຢ່າງສະຫງ່າງາມ ຕາມຈຸດປະສົງຄາດໝາຍທີ່ວາງໄວ້.
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ໄດ້ດຳເນີນ ຢ່າງເປັນທາງການແຕ່ວັນທີ 13 ເຖິງວັນທີ 15 ມັງກອນ ປີ 2021 ທີ່ນະຄອນຫລວງວຽງຈັນ ພາຍໃຕ້ຄຳຂວັນ “ຍົກສູງຄວາມສາມາດນໍາພາຂອງພັກ, ເພີ່ມທະວີຄວາມສາມັກຄີ ເປັນປຶກແຜ່ນຂອງ ປະຊາຊົນໃນຊາດ, ຮັບປະກັນສະຖຽນລະພາບ ດ້ານການເມືອງ ຢ່າງໜັກແໜ້ນ, ຜັນຂະຫຍາຍແນວທາງປ່ຽນແປງ ໃໝ່ສູ່ລວງເລິກ, ສ້າງການຫັນປ່ຽນ ການພັດທະນາ ເສດຖະກິດ-ສັງຄົມ ໄປສູ່ຄຸນນະພາບໃໝ່ ຢ່າງແຂງແຮງ, ຍົກລະດັບຄຸນນະພາບຊີວິດ ຂອງປະຊາຊົນໃຫ້ສູງຂຶ້ນ, ສືບຕໍ່ນໍາປະເທດ ຊາດພົ້ນ ຈາກສະຖານະພາບ ດ້ອຍພັດທະນາ ແລະ ກ້າວເດີນສູ່ຈຸດໝາຍ ສັງຄົມນິຍົມ". ກອງປະຊຸມໃຫຍ່ ຄັ້ງນີ້ ໂດຍມີຜູ້ແທນສົມບູນ ເຂົ້້າຮ່ວມທັງໝົດ 768 ສະຫາຍ, ເຊິ່ງເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດໃນທົ່ວປະເທດ 348.686 ສະຫາຍ, ພ້ອມທັງ ມີແຂກຖືກເຊີນເຂົ້າຮ່ວມຈໍານວນ 147 ສະຫາຍ.
ກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານ ສູນກາງພັກ ສະໄໝທີ XI ກໍໄດ້ເປັນເອກະສັນ ກັນຢ່າງສົມບູນ ເລືອກຕັ້ງ ສະຫາຍ ປອ ທອງລຸນ ສີສຸລິດ ເປັນເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ສະໄໝທີ XI.