ປະທານປະເທດ ຢ້ຽມຢາມ ແລະ ເຮັດວຽກຢູ່ສູນເຂດຮ້ອນ ຫວຽດນາມ - ລັດເຊຍ

15:49 | 24/11/2021

ຍສໝ - ຕອນ​ເຊົ້າ​ວັນ​ທີ 22 ພະຈິກ, ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 104 ປີ​ແຫ່ງ​ວັນ​ການ​ປະຕິວັດ​ເດືອນ​ຕຸລາ​ ລັດ​ເຊຍ, ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ສູນ​ເຂດ​ຮ້ອນ ຫວຽດນາມ - ລັດ​ເຊຍ ຢູ່ ຮ່າ​ໂນ້ຍ.

ຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ ແລະ ລັດເຊຍ ຢ່າງມີປະສິດທິຜົນ ຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ ແລະ ລັດເຊຍ ຢ່າງມີປະສິດທິຜົນ
ຊຸກຍູ້ການພົວພັນເສດຖະກິດ - ການຄ້າ ລະ​ຫວ່າງ ຫວຽດນາມ - ລັດເຊຍ ຊຸກຍູ້ການພົວພັນເສດຖະກິດ - ການຄ້າ ລະ​ຫວ່າງ ຫວຽດນາມ - ລັດເຊຍ

ທີ່ການຕ້ອນຮັບທ່ານປະທານປະເທດ ຫງວຽນ​ຊວນ​ຟຸກ ມີ ທ່ານພົນເອກ ຟານວັນຢາງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ; ທ່ານພົນໂທ ຫ່ວງຊວນຈ້ຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ປະທານສະຖາບັນຄະນະຫວຽດນາມ ປະຈໍາ ຄະນະກຳມະການປະສານງານລະຫວ່າງລັດຖະບານ ກ່ຽວກັບສູນເຂດຮ້ອນ ຫວຽດນາມ - ລັດເຊຍ; ທ່ານ Bezdetko Gennady Stepanovich, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສະຫະພັນລັດເຊຍ ປະຈຳ ຫວຽດນາມ.

ປະທານປະເທດ ຢ້ຽມຢາມ ແລະ ເຮັດວຽກຢູ່ສູນເຂດຮ້ອນ ຫວຽດນາມ - ລັດເຊຍ
ປະທານປະເທດ ຢ້ຽມຢາມ ແລະ ເຮັດວຽກຢູ່ສູນເຂດຮ້ອນ ຫວຽດນາມ - ລັດເຊຍ. (ພາບ: qdnd)

ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ​ແລະ ບັນດາ​ຜູ້​ແທນ​ ໄດ້​ຮັບ​ຟັງ ​ທ່ານ​ປະລິນຍາເອກ ວິທະຍາສາດ Kuznetsov ​ແລະ ທ່ານພົນຈັດຕະວາ ດັ້ງໂຫ່ງຈ້ຽນ (ຜູ້​ອຳ​ນວຍ​ການ​ສູນ​​ເຂດ​ຮ້ອນ ຫວຽດນາມ - ລັດ​ເຊຍ) ລາຍ​ງານ​ບາງ​ການ​ເຄື່ອນ​ໄຫວ​ສຳຄັນ ​ແລະ ພົ້ນ​ເດັ່ນ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ພ້ອມ​ທັງ​ທິດ​ທາງ ​ແລະ ແງ່ຫວັງພັດທະນາຍາວ​ນານຂອງສູນ.

ນັບ​ແຕ່​ໄດ້​ສ້າງ​ຕັ້ງ​ຂຶ້ນ, ສູນ​​ເຂດ​ຮ້ອນ​ຫວຽດນາມ - ລັດ​ເຊຍ ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ, ກາຍ​ເປັນ​ອົງການ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີຫຼາຍ​ຂະແໜງ, ດຳ​ເນີນ​ການ​ຄົ້ນ​ຄ້ວາ​ພື້ນຖານ ​ແລະ ທົ່ວ​ໄປ​ກ່ຽວ​ກັບເຂດ​ອາກາດ​ຮ້ອນ.

ປະທານປະເທດ ຢ້ຽມຢາມ ແລະ ເຮັດວຽກຢູ່ສູນເຂດຮ້ອນ ຫວຽດນາມ - ລັດເຊຍ
ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ​ໄດ້​ຮັບ​ຮູ້, ຊົມ​ເຊີຍ ​ແລະ ຕີ​ລາຄາ​ສູງ​ບັນດາ​ໝາກຜົນ​ ​ແລະ ​ຜົນງານດີເລີດ​ທີ່​ສູນ​ເຂດ​ຮ້ອນ ຫວຽດນາມ - ລັດ​ເຊຍ. (ພາບ: qdnd)

ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຫຼາຍ​ອົງການ​ວິທະຍາສາດ ​ຂອງ​ສະຫະພັນ​ລັດ​ເຊຍ ​ແລະ ຫວຽດນາມ, ສູນ ​ເຂດ​ຮ້ອນ ຫວຽດນາມ - ລັດ​ເຊຍ ​ບັນລຸ​ໄດ້​ບັນດາ​ຜົນງານ​ທີ່​ສຳຄັນ ​ໃນ​ການ​ຄົ້ນ​ຄ້ວາ​ວິທະຍາສາດ​ໃນ​ບັນດາ​ທິດ​ ​ຄື: ລະບົບ​ນິ​ເວດ​ເຂດ​ຮ້ອນ, ຄວາມ​​ທົນທານ​ເຂດ​ຮ້ອນ, ຊີວະ​ການແພດເຂດ​ຮ້ອນ ​ແລະ ບຳລຸງ​ສ້າງ​ພະນັກງານ​ວິທະຍາສາດ​ທີ່​ມີ​ລະດັບວິຊາສະເພາະສູງ. ຫວ່າງ​ມໍ່ໆ​ມາ​ນີ້, ​ສູນ​ເຂດ​ຮ້ອນ ຫວຽດນາມ - ລັດ​ເຊຍ ​ໄດ້​ນຳ​ເອົາ​ອຸປະກອນ​ທີ່​ທັນ​ສະ​ໄໝ​ ໂດຍ​​ການ​ສະໜັບສະໜູນ​ຈາກ​ສະຫະພັນ​ລັດ​ເຊຍ ​ເຂົ້າ​ຮ່ວມ​ການ​ປ້ອງ​ກັນ ​ແລະ ຄວບ​ຄຸມ​ພະຍາດ​ໂຄ​ວິດ-19 ຢູ່​ຫຼາຍ​ຈຸດ​ຮ້ອນ​ຂອງ​ຫວຽດນາມ ຄື: ນະຄອນ​ໂຮ່ຈິ​ມິນ, ບິ່ງ​ເຢືອງ, ນະຄອນດ່າໜັງ, ບັກຢາງ.

ປະທານປະເທດ ຢ້ຽມຢາມ ແລະ ເຮັດວຽກຢູ່ສູນເຂດຮ້ອນ ຫວຽດນາມ - ລັດເຊຍ

ທ່ານ Bezdetko Gennady Stepanovich, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສະຫະພັນລັດເຊຍ ປະຈຳ ຫວຽດນາມ.

ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ​ໄດ້​ຮັບ​ຮູ້, ຊົມ​ເຊີຍ ​ແລະ ຕີ​ລາຄາ​ສູງ​ບັນດາ​ໝາກຜົນ​ ​ແລະ ​ຜົນງານດີເລີດ​ທີ່​ສູນ​ເຂດ​ຮ້ອນ ຫວຽດນາມ - ລັດ​ເຊຍ ບັນລຸ​ໄດ້​ໃນ 3 ທົດ​ສະ​ວັດ​ຜ່ານ​ມາ. ທ່ານ​ປະທານ​ປະ​ເທດ ​ຫງວຽນ​ຊວນ​ຟຸກ ເນັ້ນ​ໜັກ​ວ່າ: ສູນ​​ເຂດ​ຮ້ອນ ຫວຽດນາມ - ລັດ​ເຊຍ ​ແມ່ນ​ຮູບແບບການ​ຮ່ວມ​ມື​ດ້ານ​ວິທະຍາສາດພິ​ເສດ​ ໃນ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ ຫວຽດນາມ ​ແລະ ອະດີດ​ສະຫະພາບ​ໂຊ​ວຽດ (ສະຫະພັນ​ລັດ​ເຊຍ ປະຈຸ​ບັນ).

ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ປາດ​ຖະໜາ​ວ່າ ສູນ​ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ຄົ້ນຄວ້າ, ລົງທຶນເຂົ້າລວງ​ເລິກ​, ຫັນ​ພື້ນຖານ​ໂຄງ​ລ່າງ ​ແລະ ​ເຕັກ​ໂນ​ໂລ​ຢີເປັນທັນ​ສະ​ໄໝ, ຊຸກຍູ້​ບັນດາ​ທ່າ​ໄດ້​ປຽບ​ໃນ​ການ​ຮ່ວມ​ມື​ໂດຍ​ກົງ ​ແລະ ເຊື່ອມ​ຕໍ່​ລະຫວ່າງ​ບັນດາຫົວໜ່ວຍ, ​ອົງການ​ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ ​ແລະ ບັນດາ​ອົງການ​ການ​ຜະລິດ​ຂອງ ຫວຽດນາມ, ສະຫະພັນ​ລັດ​ເຊຍ ແລະ ປະເທດອື່ນໆ; ເປີດກວ້າງ​ການ​ຮ່ວມ​ມື​ສາກົນ ​ແລະ ວິທະຍາສາດ​ເຕັກ​ໂນ​ໂລ​ຢີ​ເຂດ​ຮ້ອນ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.