ເລຂາທິການໃຫຍ່ພັກກອມມູນິດຫວຽດນາມປະທານປະເທດແຫ່ງ ສສ ຫວຽດນາມ ສົ່ງໂທລະເລກຊົມເຊີຍ ເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ

14:13 | 23/03/2021

ການທີ່ສະຫາຍ ຖືກຮັບເລືອກໃຫ້ ດໍາລົງຕຳແໜ່ງ ເປັນປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສະແດງໃຫ້ເຫັນເຖິງ ການຕີລາຄາສູງ ແລະ ຄວາມໄວ້ເນື້ອເຊື່ອໃຈ ອັນເດັດຂາດ ຂອງພັກ, ລັດຖະບານ ແລະ ປະຊາຊົນລາວ ຕໍ່ກັບການປະກອບສ່ວນອັນຍິ່ງໃຫຍ່, ສຳຄັນຂອງສະຫາຍ ເຂົ້າໃນພາລະກິດປະຕິວັດ ແລະ ວຽກງານການພັດທະນາ ເສດຖະກິດ-ສັງຄົມ ຂອງລາວ. ຂ້າພະເຈົ້າເຊື່ອໝັ້ນ ຢ່າງໜັກແໜ້ນວ່າ ດ້ວຍຄວາມສາມາດ, ຄວາມເຊື່ອໝັ້ນ, ປະສົບການອັນໃຫຍ່ຫລວງ ຂອງສະຫາຍ, ສະຫາຍຈະນຳພາປະເທດຊາດ ແລະ ປະຊາຊົນລາວອ້າຍນ້ອງ ປະຕິບັດສຳເລັດ ຕາມມະຕິ ກອງປະຊຸມ ຄັ້ງທີ XI ຂອງ ພັກປະຊາຊົນ ປະຕິວັດ ລາວ ແລະ ແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ໃນໄລຍະ 2021–2025.

ເລຂາທ ການໃຫຍ ພ ກກອມມ ນ ດຫວຽດນາມປະທານປະເທດແຫ ງ ສສ ຫວຽດນາມ ສ ງໂທລະເລກຊ ມເຊ ຍ ເລຂາທ ການໃຫຍ ພ ກປະຊາຊ ນປະຕ ວ ດລາວ ປະທານປະເທດແຫ ງ ສປປ ລາວ ຄໍາເຫັນຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ນາຍົກລັດຖະມົນຕີ ແຫ່ງ ສປປ.ລາວ ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 66 ປີ
ເລຂາທ ການໃຫຍ ພ ກກອມມ ນ ດຫວຽດນາມປະທານປະເທດແຫ ງ ສສ ຫວຽດນາມ ສ ງໂທລະເລກຊ ມເຊ ຍ ເລຂາທ ການໃຫຍ ພ ກປະຊາຊ ນປະຕ ວ ດລາວ ປະທານປະເທດແຫ ງ ສປປ ລາວ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ເຂົ້າຢ້ຽມຂ່ຳນັບຫົວໜ້າໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມຄົນໃໝ່
ເລຂາທ ການໃຫຍ ພ ກກອມມ ນ ດຫວຽດນາມປະທານປະເທດແຫ ງ ສສ ຫວຽດນາມ ສ ງໂທລະເລກຊ ມເຊ ຍ ເລຂາທ ການໃຫຍ ພ ກປະຊາຊ ນປະຕ ວ ດລາວ ປະທານປະເທດແຫ ງ ສປປ ລາວ
ທ່ານ ຫວຽນ ຝູ ຈ້ອງເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ກອມມູນິດຫວຽດນາມ, ປະທານປະເທດແຫ່ງ ສາທະລະນະລັດ ສັງຄົມນິຍົມຫວຽດນາມ. ພາບ: tienphong.vn

ລາຍງານຂ່າວຈາກກົມການຂ່າວ ກະຊວງການຕ່າງປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ໃນວັນທີ 22 ມີນາ 2021ນີ້, ທ່ານ ຫວຽນ ຝູ ຈ້ອງເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ກອມມູນິດຫວຽດນາມ, ປະທານປະເທດແຫ່ງ ສາທະລະນະລັດ ສັງຄົມນິຍົມຫວຽດນາມ ໄດ້ສົ່ງໂທລະເລກຊົມເຊີຍເຖິງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງ ພັກປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ ນະຄອນຫລວງວຽງຈັນ ຊຶ່ງມີເນືື້ອໃນດັ່ງນີ້:

ຂ້າພະເຈົ້າຮູ້ສຶກດີໃຈ ເປັນຢ່າງຍິ່ງເມື່ອໄດ້ຊາບຂ່າວວ່າ ໃນກອງປະຊຸມ ຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ສະໄໝ ທີ IX ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈເລືອກຕັ້ງໃຫ້ດໍາລົງຕຳແໜ່ງ ເປັນ ປະທານປະເທດ. ຕາງໜ້າພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍ ຍິນດີຢ່າງສຸດອົກສຸດໃຈ ມາຍັງສະຫາຍ.

ການທີ່ສະຫາຍ ຖືກຮັບເລືອກໃຫ້ ດໍາລົງຕຳແໜ່ງ ເປັນປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສະແດງໃຫ້ເຫັນເຖິງ ການຕີລາຄາສູງ ແລະ ຄວາມໄວ້ເນື້ອເຊື່ອໃຈ ອັນເດັດຂາດ ຂອງພັກ, ລັດຖະບານ ແລະ ປະຊາຊົນລາວ ຕໍ່ກັບການປະກອບສ່ວນອັນຍິ່ງໃຫຍ່, ສຳຄັນຂອງສະຫາຍ ເຂົ້າໃນພາລະກິດປະຕິວັດ ແລະ ວຽກງານການພັດທະນາ ເສດຖະກິດ-ສັງຄົມ ຂອງລາວ. ຂ້າພະເຈົ້າເຊື່ອໝັ້ນ ຢ່າງໜັກແໜ້ນວ່າ ດ້ວຍຄວາມສາມາດ, ຄວາມເຊື່ອໝັ້ນ, ປະສົບການອັນໃຫຍ່ຫລວງ ຂອງສະຫາຍ, ສະຫາຍຈະນຳພາປະເທດຊາດ ແລະ ປະຊາຊົນລາວອ້າຍນ້ອງ ປະຕິບັດສຳເລັດ ຕາມມະຕິ ກອງປະຊຸມ ຄັ້ງທີ XI ຂອງ ພັກປະຊາຊົນ ປະຕິວັດ ລາວ ແລະ ແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ໃນໄລຍະ 2021–2025.

ເລຂາທ ການໃຫຍ ພ ກກອມມ ນ ດຫວຽດນາມປະທານປະເທດແຫ ງ ສສ ຫວຽດນາມ ສ ງໂທລະເລກຊ ມເຊ ຍ ເລຂາທ ການໃຫຍ ພ ກປະຊາຊ ນປະຕ ວ ດລາວ ປະທານປະເທດແຫ ງ ສປປ ລາວ
ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງ ພັກປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ພາບ: tapchilaoviet.org

ຂ້າພະເຈົ້າມີຄວາມຮູ້ສຶກປິຕິຍິນດີ ເປັນຢ່າງຍິ່ງ ທີ່ເຫັນວ່າ, ໃນໄລຍະເວລາທີ່ຜ່ານມາ, ສາຍພົວພັນທີ່ສະໜິດແໜ້ນ, ຊື່ສັດ, ບໍລິສຸດທີ່ມີໜຶ່ງດຽວ ລະຫວ່າງສອງປະເທດຂອງພວກເຮົາແມ່ນສືບຕໍ່ໄດ້ຮັບການຮັດແໜ້ນຢ່າງບໍ່ຢຸດຢັ້ງ, ເພື່ອຜົນປະໂຫຍດ ຂອງປະຊາຊົນທັງສອງຊາດ, ປະກອບສ່ວນເຂົ້າໃນ ການສ້າງສາ ສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາອັນສີວິໄລ ຂອງພາກພື້ນ. ຂ້າພະເຈົ້າມີ ຄວາມມຸ່ງຫວັງສືບຕໍ່ ເຮັດວຽກຮ່ວມກັບ ສະຫາຍຢ່າງໃກ້ຊິດ ຮ່ວມກັບສະຫາຍ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ໃຫ້ນັບມື້ນັບແຕກ ດອກອອກຜົນ, ສວຍສົດງົດງາມຍິ່ງຂຶ້ນ.

ອວຍພອນໄຊໃຫ້ສະຫາຍ ຈົງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດ ໃນໜ້າທີ່ອັນຍິ່ງໃຫຍ່ກວ່າເກົ່າຂອງຕົນ.

ເລຂາທ ການໃຫຍ ພ ກກອມມ ນ ດຫວຽດນາມປະທານປະເທດແຫ ງ ສສ ຫວຽດນາມ ສ ງໂທລະເລກຊ ມເຊ ຍ ເລຂາທ ການໃຫຍ ພ ກປະຊາຊ ນປະຕ ວ ດລາວ ປະທານປະເທດແຫ ງ ສປປ ລາວ ເລຂາທິການໃຫຍ່ ສປປ.ລາວ ໄດ້ຕີລາຄາສູງຄວາມມານະພະຍາຍາມ ຂອງແມ່ທັບນ້ອຍ 11 ໃນການກໍ່ສ້າງຫໍສະພາແຫ່ງຊາດຫຼັງໃໝ່

ຍສໝ - ເມື່ອບໍ່ດົນມານີ້, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ນາຍົກລັດຖະມົນຕີ ສປປ. ລາວ ໄດ້ນຳພາຄະນະຜູ້ແທນຂັ້ນສູງ ສປປ.ລາວ ມາຢ້ຽມຢາມສະຖານທີ່ກໍ່ສ້າງຫໍສະພາແຫ່ງຊາດຫຼັງໃໝ່. ນີ້ແມ່ນຂອງຂວັນຂອງພັກ, ລັດ ແລະປະຊາຊົນຫວຽດນາມ ມອບໃຫ້ພັກ, ລັດ ແລະປະຊາຊົນລາວ.

ເລຂາທ ການໃຫຍ ພ ກກອມມ ນ ດຫວຽດນາມປະທານປະເທດແຫ ງ ສສ ຫວຽດນາມ ສ ງໂທລະເລກຊ ມເຊ ຍ ເລຂາທ ການໃຫຍ ພ ກປະຊາຊ ນປະຕ ວ ດລາວ ປະທານປະເທດແຫ ງ ສປປ ລາວ ສະຖານທູດ ລາວ ປະຈຳ ສສ ຫວຽດນາມ ປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ ຊຸດທີ IX

ສະຖານ​ເອກ​ອັກຄະ​ລັດຖະທູດແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ເປີດ​ພິທີປ່ອນ​ບັດ ​ເລືອກ​ຕັ້ງ​ສະມາ​ຊິກ ສະພາ​ແຫ່ງ​ຊາດ ຊຸດ​ທີ IX ​ຢ່າງ​ເປັນ​ທາງ​ການ ໃນວັນ​ທີ 14 ກຸມພາ ຜ່ານມາ ໂດຍມີ ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ພ້ອມ​ດ້ວຍ ພະນັກງານສະຖານທູດ ​ແລະ ຄອບຄົວ​, ພະນັກງານ​ຜູ້​ຕາງໜ້າ ປ້ອງກັນຄວາມສະຫງົບ, ຫ້ອງການຜູ້ຕາງໜ້າ ການບິນລາວ ສາຂາຮ່າໂນ້ຍ ແລະ ພົນລະເມືອງລາວ ທີ່ດຳລົງຊີວິດຢູ່ຮ່າໂນ້ຍ ​ເຂົ້າ​ຮ່ວມ.

ເລຂາທ ການໃຫຍ ພ ກກອມມ ນ ດຫວຽດນາມປະທານປະເທດແຫ ງ ສສ ຫວຽດນາມ ສ ງໂທລະເລກຊ ມເຊ ຍ ເລຂາທ ການໃຫຍ ພ ກປະຊາຊ ນປະຕ ວ ດລາວ ປະທານປະເທດແຫ ງ ສປປ ລາວ ກອງບັນຊາການທະຫານແຂວງຫົວພັນ ສປປ.ລາວ ອວຍພອນຄອບຄົວພະນັກງານ, ນັກຮົບກໍາລັງປະກອບອາວຸດແຂວງແທັງຮວາ ສສ.ຫວຽດນາມ ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດ ປີສະຫຼູ 2021

ຍສໝ - ການນໍາກອງບັນຊາການທະຫານແຂວງແທັງຮ໊ວາ ແລະກອງບັນຊາການທະຫານຊາຍແດນແຂວງແທັງຮວາ ຕີລາຄາສູງຕໍ່ການຊ່ວຍເຫຼືອຂອງປະເທດເພື່ອນມິດລາວເວົ້າລວມ ແລະກອງບັນຊາການທະຫານແຂວງຫົວພັນເວົ້າສະເພາະໃນການສົມທົບກັນປະຕິບັດໜ້າທີ່ຮັກສາຄວາມໝັ້ນຄົງດ້ານການເມືອງ, ຮັບປະກັນປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢູ່ເຂດຊາຍແດນຂອງສອງປະເທດ...

kpl.gov.la

302 Found

Found

The document has moved here.